ລາວ: ປົກປັກຮັກສາ ພັດທະນາແຫລ່ງທົ່ງໄຫຫີນ

11:47 | 13/08/2019

ບັນດາ​ແຫລ່ງ​ໄຫ​ຫີນ​ທີ່​ມີ ລ້ວນ​ແຕ່​ມີ​ການ​ປະກອບສ່ວນ​ປົກ​ປັກ​ຮັກສາ​ຈາກ​ປະຊາຊົນ​ທ້ອງຖິ່ນ ເຊິ່ງ​ໄດ້​ກໍ່ໃຫ້ເກີດ​ຄວາມ​ຮັກ ແລະ ​ຫວງ​ແຫນ ມໍລະດົກ​ອັນ​​ລໍ້າ​ຄ່າ​ຕະຫລອດ​ມາ.

ລາວ: ປົກປັກຮັກສາ ພັດທະນາແຫລ່ງທົ່ງໄຫຫີນ

ແຫລ່ງໄຫຫີນ ແຂວງຊຽງຂວາງ-ທົ່ງໄຫຫີນ ທີ່ຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທໍາແຫ່ງທີ 3 ຂອງ ສປປ ລາວ ກວມເອົາທັງໝົດ 11 ແຫລ່ງໄຫຫີນ ໃນ 4 ເມືອງ ຂອງແຂວງຊຽງຂວາງ.

ແຫລ່ງໄຫຫີນ ແຂວງຊຽງຂວາງ-ທົ່ງໄຫຫີນ ທີ່ຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທໍາແຫ່ງທີ 3 ຂອງ ສປປ ລາວ ກວມເອົາທັງໝົດ 11 ແຫລ່ງໄຫຫີນ ໃນ 4 ເມືອງ ຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງຄຳ ແລະ ເມືອງພູກູດ. ແຫລ່ງໄຫຫີນດັ່ງກ່າວ ປະກອບ ມີ ແຫລ່ງໄຫຫີນ 1 ບ້ານນາໂອ, ແຫລ່ງໄຫຫີນ 2 ບ້ານນາໂຄ້, ແຫລ່ງໄຫຫີນ 3 ບ້ານຊຽງດີ, ແຫລ່ງໄຫຫີນ 8 ຫ້ວຍຫລວງ, ແຫລ່ງໄຫຫີນ 12 ບ້ານຜາແກ້ວ, ແຫລ່ງໄຫຫີນ 21 ພູເກັງ, ແຫລ່ງໄຫຫີນ 23 ບ້ານນໍ້າຮົ່ມ, ແຫລ່ງໄຫຫີນ 25 ບ້ານສອງຮັກ, ແຫລ່ງໄຫຫີນ 28ບ້ານນາຄວນ, ແຫລ່ງໄຫຫີນ 42 ພູຊ້າງ ບ້ານຊາງ ແລະ ແຫລ່ງໄຫຫີນ 52 ບ້ານຜາແກ້ວ.

ໃນ​ມື້​ຖະແຫລງ​ຂ່າວ ປະກາດ​ການ​ຮັບຮອງ​ເອົາ​ແຫລ່ງ​ໄຫ​ຫີນ-ທົ່ງ​ໄຫ​ຫີນ ແຂວງ​ຊຽງ​ຂວາງ ເປັນ​ມໍລະດົກ​ໂລກຕອນ​ບ່າຍ​ວັນ​ທີ 25 ກໍລະກົດ 2019 ທີ່​​ຫໍ​ວັດ​ທະ​ນະ​​ທໍາ​ແຫ່ງ​ຊາດ, ທ່ານ ບຸນ​ຕົ້ນ ຈັນທະ​ພອນ ເຈົ້າແຂວງ​ຊຽງ​ຂວາງ ກ່າວ​ບາງ​ຕອນ​ວ່າ: ນີ້​ແມ່ນ​ຜົນ​​ສໍາເ​ລັດ​ເບື້ອງ​ຕົ້ນ, ​​ສໍາ​ຄັນ​ຕໍ່​ໄປ​ນີ້​ແມ່ນ​ຈະ​ສືບຕໍ່​ເຜີຍແຜ່ ແລະ ປຸກລະດົມ​ປະຊາຊົນ​ສືບຕໍ່​ເປັນ​ເຈົ້າ​ການ​ປົກ​ປັກ​ຮັກສາ, ຮັກ ແລະ ຫວງ​ແຫນ​ທົ່ງ​ໄຫ​ຫີນ...

ຄໍາ​ກ່າວ​ອັນ​ໜັກ​ແໜ້ນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ພາກພູມ​ໃຈ​ຂອງ​ທ່ານ​ເຈົ້າແຂວງ​ຊຽງ​ຂວາງ ໃນ​ວັນ​ນັ້ນ, ມັນ​ເປັນ​ການ​ສ້າງ​ຄວາມ​ເຊື່ອ​​ໝັ້ນ​ອັນ​ແຮງ​ກ້າ​ໃຫ້​ຊາວ​ຊຽງ​ຂວາງ ກໍ່​ຄື​ຄົນ​ລາວ​ທຸກ​ຄົນ ສືບຕໍ່​ປົກ​ປັກ​ຮັກສາ ແລະ ພັດທະ​ນາ​ແຫລ່ງ ມໍລະດົກ​ໂລກ ແຫ່ງ​ທີ 3 ຢູ່ ​​ສປປ ລາວ ຂອງ​ພວກ​ເຮົາ ໃຫ້​ສາມາດ​ຕໍ່​ຍອດ ແຕກ​ດອກ​ອອກ​ຜົນ​ໃນ​ທາງ​ເສດ​​ຖະ​ກິດ​​ສັງຄົມ, ກາຍເປັນ​ແຫລ່ງ​ທ່ຽວ​ທ່ຽວ​ທີ່​ສາມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ທຸກ​​ຊັ້ນ​ຄົນ​ລົງ​ຮອດ​ຮາກ​ຖານ​ບ່ອນ​ທີ່​​ຕັ້ງ​ຂອງ​ແຫລ່ງ​ໄຫ​ຫີນ ຢ່າງ​ຍືນ​ຍົງ.

ລາວ: ປົກປັກຮັກສາ ພັດທະນາແຫລ່ງທົ່ງໄຫຫີນ

ແຫລ່ງໄຫຫີນ 1 ເປັນແຫລ່ງໄຫຫີນຂະໜາດໃຫຍ່, ຊຶ່ງຕັ້ງຢູ່ຫ່າງຈາກ ເທດສະບານແຂວງປະ ມານ 8 ກິໂລແມັດ.

ແຫລ່ງໄຫຫີນ 1 ເປັນແຫລ່ງໄຫຫີນຂະໜາດໃຫຍ່, ຊຶ່ງຕັ້ງຢູ່ຫ່າງຈາກເທດສະບານແຂວງປະມານ 8 ກິໂລແມັດ, ເປັນແຫລ່ງໄຫຫີນທີ່ໄດ້ຮັບການສໍາຫລວດ ແລະ ຂຸດຄົ້ນຫລາຍກວ່າໝູ່ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ. ແຫລ່ງໄຫຫີນແຫ່ງນີ້, ປະກອບດ້ວຍໄຫຫີນ 334 ໜ່ວຍ, ຝາປິດໄຫຫີນ 30 ອັນ ແລະ ກ້ອນຫີນໝາຍຂຸມສົບ 303 ກ້ອນ, ໂດຍປະກອບມີ 5 ກຸ່ມໄຫຫີນ ທີ່ຕັ້ງຢູ່ໃກ້ກັນ ໂດຍກວມເອົາ ເນື້ອທີ່ປະມານ 34 ເຮັກຕາ. ນອກຈາກນັ້ນ, ຍັງພົບເຫັນການແກະສະຫລັກ ໃສ່ຝາປິດໄຫຫີນຈໍານວນຫລາຍ ແລະ ມີຮູບແກະສະຫລັກໃສ່ໄຫຫີນ 1 ໜ່ວຍ, ຊຶ່ງເປັນໄຫຫີນພຽງໜ່ວຍດຽວໃນທົ່ວແຂວງ ທີ່ພົບເຫັນມີຮູບແກະສະຫລັກທີ່ມີລັກສະນະພິເສດ ເປັນຮູບຄົນຢືນ ແລະ ຍົກແຂນຂຶ້ນຟ້າ. ແຫລ່ງໄຫຫີນ 2 ເປັນທົ່ງໄຫຫີນຂະໜາດໃຫຍ່ ແລະ ເປັນໜຶ່ງໃນຈຳນວນທົ່ງໄຫຫີນທີ່ມີນັກທ່ອງທ່ຽວໄປຢ້ຽມຢາມຫລາຍຄຽງຄູ່ກັບແຫລ່ງໄຫຫີນ 1 ຊຶ່ງຕັ້ງຢູ່ ຫ່າງຈາກ ເທດສະບານແຂວງ ປະ ມານ 20 ກິໂລແມັດ, ໂດຍມີໄຫຫີນທັງໝົດ 93 ໜ່ວຍ ແລະ ຝາປິດໄຫຫີນ 14 ອັນ. ແຫລ່ງໄຫຫີນ 3 ເປັນແຫລ່ງໄຫຫີນໃຫຍ່ ເຊິ່ງມີທີ່ຕັ້ງຫ່າງຈາກ ແຫລ່ງໄຫຫີນ 2 ໄປທາງທິດຕາເວັນຕົກສ່ຽງໃຕ້ 2 ກິໂລແມັດ ປະກອບມີໄຫຫີນທັງໝົດ 6 ກຸ່ມ ໂດຍມີໄຫຫີນ 242 ໜ່ວຍ, ມີຝາປິດ38 ອັນ ແລະ ມີກ້ອນຫີນໝາຍຂຸມສົບ 21 ກ້ອນ.

ແຫລ່ງໄຫຫີນ 8 ຕັ້ງຢູ່ເປີ້ນພູສູງຂອງພູຢູ່ທາງທິດໃຕ້ ຂອງແຫລ່ງໄຫຫີນ 3 ໂດຍບ່ອນນີ້ມີຫລາຍຈຸດທີ່ເປັນແຫລ່ງຕັດຫີນ ແລະ ປະກອບມີ ຫລາຍກຸ່ມໄຫຫີນ ທີ່ຍັງບໍ່ທັນຖືກ ຄວັດເຈາະສຳເລັດ, ແຕກຫັກ ແລະ ບາງໜ່ວຍກໍສຳເລັດແລ້ວ, ຊຶ່ງແຫລ່ງໄຫຫີນນີ້ ປະກອບມີໄຫຫີນທັງໝົດ 12 ໜ່ວຍ ແລະ ກ້ອນຫີນ ໝາຍຂຸມສົບ 10 ກ້ອນ. ແຫລ່ງໄຫຫີນ 12 ນອນຢູ່ໃຈກາງປ່າເທິງສັນພູທາງທິດຕາເວັນຕົົກ ຂອງແຫລ່ງໄຫຫີນບ້ານຜາແກ້ວ (ແຫລ່ງໄຫຫີນ 52) ປະກອບກັບທັດ ສະນີຍະພາບ ຂອງຄວາມກວ້າງໃຫຍ່ສາຍພູ ທີ່ເນັ່ງຍຽດຢູ່ທາງ ທິດຕາເວັນຕົກສຽງໃຕ້, ໃນນັ້ນມີໄຫຫີນຄວັດເຈາະທັງສໍາເລັດ ແລະ ບໍ່ສຳເລັດ ຈໍານວນ 32 ໜ່ວຍ, ມີຝາປິດໄຫຫີນ 6 ອັນ ແລະ ກ້ອນຫີນໝາຍຂຸມສົບ11 ກ້ອນ.

ແຫລ່ງໄຫຫີນ 21 ເປັນແຫລ່ງຕັດຫີນຂະໜາດໃຫຍ່ ມີເນື້ອທີ່ປະມານ 20 ເຮັກຕາ ແລະ ໄດ້ຮັບການຢືນຢັນ ທາງວິທະຍາສາດ ແລ້ວວ່າ ເປັນບ່ອນຜະລິດໄຫຫີນສະໜອງ ໃຫ້ແກ່ແຫລ່ງໄຫຫີນ 1 ຊຶ່ງບາງຄັ້ງ ທົ່ງໄຫດັ່ງກ່າວກໍເອີ້ນວ່າພູເກ່ງ. ໃນແຫລ່ງໄຫຫີນ 21 ນີ້ ປະກອບມີໄຫຫີນ 34ໜວ່ຍ, ຝາປິດ 2 ອັນ ແລະ ຫີນໝາຍຂຸມສົບ 12 ກ້ອນ. ໄຫຫີນ 23 ຕັ້ງຢູ່ໃກ້ກັບ ບໍ່ນໍ້າຮ້ອນເມືອງຄໍາ ປະກອບມີໄຫຫີນ 4 ກຸ່ມ, ໃນນັ້ນ 3 ກຸ່ມແມ່ນແຫລ່ງໄຫຫີນ ແລະ ອີກ 1 ກຸ່ມແມ່ນແຫລ່ງ ຜະລິດໄຫຫີນ, ມີໄຫຫີນທັງໝົດ 27 ໜ່ວຍ, ຝາປິດ 1 ອັນ ແລະ ກ້ອນຫີນໝາຍຂຸມສົບ 27 ກ້ອນ. ໄຫຫີນ 25 ຕັ້ງຢູ່ເທິງເນີນພູພຽງໃກ້ກັບໝູ່ບ້ານ ປະກອບມີ 2 ກຸ່ມໄຫຫີນ, ມີໄຫຫີນຈໍານວນ 33 ໜ່ວຍ, ຝາປິດໄຫຫີນ 8 ອັນ ແລະ ກ້ອນຫີນ ໝາຍຂຸມສົບ 1 ກ້ອນ. ແຫລ່ງໄຫຫີນ 28 ເປັນແຫລ່ງໄຫຫີນທີ່ມີໄຫຫີນໜ່ວຍດຽວ ຕັ້ງຢູ່ຮົ່ມເງົາຂອງສັນພູ ໃກ້ກັບບ້ານນາຄວນ ຊຶ່ງມີຄວາມພິເສດທາງດ້ານພູມມີທັດ ຂອງສາຍພູທາງ ເບື້ອງຕາເວັນຕົກສ່ຽງເໜືອ ແລະ ເປັນໄຫຫີນຂະໜາດໃຫຍ່ຢູ່ໃນສະ ພາບທີ່ດີຫລາຍ.

ວຽກ​ງານ​ໃນຕໍ່ໜ້າ, ທ່ານ​ເຈົ້າແຂວງ​ຊຽງ​ຂວາງ ​ຍັງ​ໃຫ້​ຮູ້​ວ່າ​ຈະ​ມີ​ການ​ຊຸກຍູ້​ໃຫ້​ມີ​ສ່ວນ​ຮ່ວມ​ລະຫວ່າງ​ລັດ ແລະ ປະຊາຊົນ ຮ່ວມ​ກັນ​ພັດທະນາ​ແຫລ່ງ​ທ່ຽວ​ທ່ຽວ ເປັນຕົ້ນ​ການ​ກໍ່ສ້າງ​ປັບປຸງ​ຖະໜົນ​ຫົນທາງ; ລະດົມ​ການ​ລົງທຶນ​ໃນ​ດ້ານ​ຕ່າງໆ​ເພື່ອ​ເປັນ​ການ​ສົ່ງເສີມ​ການທ່ອງທ່ຽວ​ໃຫ້​ແຂງແຮງ ເປັນຕົ້ນ ການ​ສ້າງ​ເຮືອນ​ພັກ, ໂຮງແຮມ, ​​ຮ້ານ​ອາຫານ, ຮ້ານ​ບັນເທີງ ທີ່​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ; ລະດົມ​ການ​ປູກ​ພືດ​​ອໍ​ແກ​​ນິກ, ລ້ຽງສັດ​ໃຫຍ່​ສະໜອງ​ຊີ້ນ​ທີ່​ປອດ​ໄພ ໄດ້​ມາດຕະຖານ; ສົ່ງເສີມ​ຫັດ​​ຖະກໍາ​ອັນ​ເປັນ​ມູນເຊື້ອ ​​ຕໍ່າ​ຫູກ​​ທໍ​ໄໝ​​​ປູກ​ມອນ​ລ້ຽງ​ມ້ອນ; ປຸກ​ລະ​ດົມ​​ນໍ້າໃຈ​ ຮັກ​ແຂກ​ແພງ​ຄົນ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ; ປົກ​ປັກ​ຮັກສາ​ຄວາມ​ສະຫງົບ… ສ່ວນ​ພິທີ​ສະຫລອງ​ໃຫຍ່ ແຫລ່ງ​ໄຫ​ຫີນ​ເຂົ້າ​ເປັນ​ມໍລະດົກ​ໂລກ​ແມ່ນ​ຈະ​ຈັດ​ຂຶ້ນ​ໃນ​ໂອກາດ​ງານ​ມະ​​ຫະກໍາ​ກິລາ​ແຫ່ງ​ຊາດ​ຄັ້ງ​ທີ XI ທີ່​ແຂວງ​ຊຽງ​ຂວາງ​ຈະ​ເປັນ​ເຈົ້າພາບ ໃນ​ເດືອນ​ມີນາ 2020.

(ໄຊພອນ)

ເຫດການ
302 Found

Found

The document has moved here.