ຊຸກຍູ້ ສາຍສຳພັນລະຫວ່າງ ກົມປ້ອງກັນພາຍໃນ - ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ຫວຽດນາມ

21:00 | 15/08/2019

ຍສໝ - ໃນຕອນບ່າຍວັນທີ 13 ສິງຫາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ເຈິ່ນກວາງເຟືອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບຄະນະກົມປ້ອງກັນພາຍໃນ-ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ນຳໂດຍທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ, ຫົວໜ້າກົມ.

ທີ່ການຕ້ອນຮັບ, ທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ ໄດ້ແຈ້ງໃຫ້ທ່ານພົນຕີ ເຈິ່ນກວາງເຟືອງ ຮັບຊາບກ່ຽວກັບໝາກຜົນການເຮັດວຽກກ່ອນໜ້ານັ້ນກັບກົມປ້ອງກັນຄວາມສະຫງົບກອງທັບ-ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມສືບສວນ-ສອບສວນຄະດີອາຍາ-ກະຊວງປ້ອງກັນປະເທດຫວຽດນາມ.

ຊຸກຍູ້ ສາຍສຳພັນລະຫວ່າງ ກົມປ້ອງກັນພາຍໃນ - ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ແລະ ຫວຽດນາມ

ທ່ານພົນຕີ ເຈິ່ນກວາງເຟືອງ ຕ້ອນຮັບທ່ານພົນຈັດຕະວາ ບຸນລ້ຽງ ແສງພະຈັນ. (ພາບ: Lao's Army News)

ທ່ານ ພົນຕີ ເຈິ່ນກວາງເຟືອງ ສະເໜີກົມປ້ອງກັນຄວາມສະຫງົບກອງທັບ-ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ກົມສືບສວນ-ສອບສວນຄະດີອາຍາ-ກະຊວງປ້ອງກັນປະເທດຫວຽດນາມ ແລະກົມປ້ອງກັນພາຍໃນ-ກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານເປັນເສນາທິການ, ສະເໜີຕໍ່ການນໍາກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບປະຊາຊົນສອງປະເທດ ເພື່ອປ້ອງກັນ, ຄົ້ນພົບ, ຕໍ່ສູ້, ສະກັດກັ້ນບັນດາກົນອຸບາຍ, ເລ່ລ່ຽມ, ການມ້າງທໍາລາຍພາຍໃນຂອງບັນດາກໍາລັງທີ່ເປັນປໍລະປັກຢ່າງມີປະສິດທິຜົນ; ມີບັນດາມາດຕະການສະກັດກັ້ນ, ຈໍາກັດການລະເມີດກົດໝາຍ ແລະອາດຊະຍາກໍາຢ່າງມີປະສິດທິຜົນ, ເພື່ອຮັກສາກົດລະບຽບ, ຍົກສູງກໍາລັງສູ້ຮົບຂອງກອງທັບແຕ່ລະປະເທດ.

ທ່ານພົນຕີ ເຈິ່ນກວາງເຟືອງ ຢັ້ງຢືນວ່າ, ການນໍາກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາອົງການເພີ່ມທະວີການຮ່ວມມື, ສໍາເລັດໜ້າທີ່ຂອງແຕ່ລະຝ່າຍເປັນຢ່າງດີ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດ, ສອງກອງທັບເລິກເຊິ່ງກວ່າອີກ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.