ເມືອງ ເຕິຍຢາງ ທີ່ແຂວງ ກວ໋າງນາມ ໄດ້ຮັບການຕີລາຄາວ່າ ແມ່ນທ່ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນ ເພື່ອພັດທະນາການທ່ອງທ່ຽວສີຂຽວ ທ່ອງທ່ຽວຊຸມຊົນ. ດ້ວຍຈຸດວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງພໍ່ແມ່ນພີ່ນ້ອງບັນດາເຜົ່າສ່ວນໜ້ອຍ, ດິນຟ້າອາກາດເຢັນສະບາຍ, ມີທິວທັດທຳມະຊາດຫຼາຍແຫ່ງ ແລະ ລະດັບການປົກຄຸມຂອງປ່າຢ່າງສູງ, ເຕິຍຢາງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ສູນການແພດ ຍີ່ປຸ່ນ T-Matsuoka ໄດ້ເປີດນຳໃຊ້ໃນວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ດ້ວຍຍອດເງິນລົງທຶນຂຶ້ນເຖິງ 8 ລ້ານ USD. ສູນຈະຜັນຂະຫຍາຍປະຕິບັດຂັ້ນຕອນການກວດປິ່ນປົວພະຍາດ, ຖືກຕ້ອງຕາມມາດຖານ ຍີ່ປຸ່ນອາດຈະໜູນຊ່ວຍບັນດາຄົນເຈັບທີ່ກວດພົບມະເຮັງໂດຍໄວ, ເພື່ອມີວິທີການປິ່ນປົວຢ່າງທັນການ.
ຕອນຄ່ຳວັນທີ 31 ສິງຫາ, ທ່ານເອກອັກຄະລັດຖະທູດ ລາວປະຈຳ ໄທ ຄຳພັນ ອັ່ນລາວັນ, ໄດ້ນຳໜ້າຄະນະຜູ້ແທນສະຖານທູດລາວໄປຢ້ຽມຢາມ, ອວຍພອນຢູ່ສະຖານທູດ ຫວຽດນາມ ປະຈຳ ໄທ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດຫວຽດນາມ.
ທ່ານ ຟ້າມແທັງຮ່າ, ຮອງຫົວໜ້າຫ້ອງວ່າການປະທານປະເທດ ໃຫ້ຮູ້ວ່າ ການອະໄພຍະໂທດປີ 2022, ອີກຄັ້ງໜຶ່ງເປັນການຢັ້ງຢືນນະໂຍບາຍຂອງພັກ, ລັດ ແລະ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ ທີ່ມີຕໍ່ນັກໂທດ, ເພື່ອສົ່ງເສີມໃຫ້ເຂົາເຈົ້າ ປັບປຸງແກ້ໄຂຕົນເອງ, ຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີ, ມີປະໂຫຍດຕໍ່ສັງຄົມ.
ຍສໝ - ເນື່ອງໃນໂອກາດວັນຊາດ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (02 ກັນຍາ 1945 - 02 ກັນຍາ 2022), ວັນທີ 31 ເດືອນ ສິງຫາ, ທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນມາຍັງທ່ານ ເຈິນວັນຕຸ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂັ້ນສູນກາງ.
ຕອນເຊົ້າວັນທີ 31 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານ Shin Dong – bin ປະທານກຸ່ມບໍລິສັດ Lotte ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ທ່ານເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນວັນເນນ ໃຫ້ຮູ້ວ່າ: ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີມິນ ຍາມໃດກໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງໃນການຊຸກຍູ້ການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງລາວ.
ໃນປີ 2021, ທຶນລົງທຶນຈາກຫວຽດນາມ ມາ ລາວ ບັນລຸ 118,3 ລ້ານ USD, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020. ເພື່ອຍົກສູງລະດັບການຮ່ວມ ມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ລາວ, ຕາມ ບັນດານັກຊ່ຽວຊານຕ້ອງເລີ່ມຈາກເລື່ອງສອງປະເທດແກ້ໄຂບັນຫາ ພື້ນຖານຄົມມະນາຄົມເຊື່ອມຕໍ່ ແລະ ການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
60 ປີຜ່ານມາ, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນແບບພິເສດທີ່ສຸດ, ຫຼາຍຂະແຫຼງ, ຫຼາຍຂົງເຂດ ຈາກສູນກາງລົງຮອດທ້ອງຖິ່ນ.
ການຟື້ນຕົວຂອງພື້ນຖານເສດຖະກິດ ຫວຽດນາມ ຄາດວ່າ ຈະເຕີບໂຕຢ່າງແຮງນັບແຕ່ນີ້ຮອດທ້າຍປີ ເປັນຕົ້ນ ເມື່ອຫວຽດນາມ ໄດ້ເປີດປະຕູການທ່ອງທ່ຽວຄືນໃຫມ່.
ເຂດຮ່ອງຮອຍປະຫວັດສາດປະຕິວັດ ຫວຽດນາມ -ລາວ ເປັນກຽດໄດ້ຮັບໃບຢັ້ງຢືນ ເຂດປູຊະນີຍະສະຖານພິເສດແຫ່ງຊາດແມ່ນເຫດການມີຄວາມໝາຍສຳຄັນ.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ລາຊະອານາຈັກ ອັງກິດ ແລະ ບັນດາຄູ່ຮ່ວມມືພັດທະນາໃນວິວັດການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ ຕ້ອງໜູນຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ການເງິນ.
ຫວ່າງແລ້ວນີ້, ໄດ້ດຳເນີນວັນບຸນຂໍ້ມູນ - Information Day ເພື່ອແນໃສ່ມຸ່ງໄປເຖິງການກຳນົດທິດ ແລະ ແກ້ຂໍ້ຕິດຂັດຂອງບັນດານັກສຶກສາທີ່ກ່ຽວຂ້ອງເຖິງການເສັງຄວາມສາມາດໜຸ່ມ logistics ຫວຽດນາມ ປີ 2022.
ຫວ່າງແລ້ວນີ້, ການເຈລະຈາ ຄັ້ງທີ 5 ຂອງກອງປະຊຸມລະຫວ່າງລັດຖະບານກ່ຽວກັບການສ້າງເອກະສານນິຕິກໍາສາກົນໃນຂອບເຂດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ກ່ຽວກັບການອະນຸລັກ ແລະນໍາໃຊ້ຊີວະນາໆພັນແບບຍືນຍົງ ແລະຫຼາຍຮູບຫຼາຍແບບຢູ່ເຂດທະເລທີ່ຢູ່ນອກຂອບເຂດສິດອຳນາດສານແຫ່ງຊາດ (BBNJ) ໄດ້ສິ້ນສຸດລົງພາຍຫຼັງເຮັດວຽກມາໄດ້ສອງອາທິດຢ່າງຮີບດ່ວນ.
ສະຫະພັນລັດເຊຍ ຖືກຈັດອັນດັບທີ 1, ອູຣີເບກິດສະຖານ ຖືກຈັດອັນດັບທີ 2, ເບລາຣຸດ ແລະ ກາຢັກສະຖານ ພ້ອມກັນຢືນອັນດັບທີ 3, ຈີນ ແລະ ອີຣານ ຖືກຈັດອັນດັບທີ 4. ຄະນະກອງທັບປະຊາຊົນ ຫວຽດນາມ ຖືກຈັດອັບດັບທີ 5 ທົ່ວຄະນະ ດ້ວຍການຍາດໄດ້ ຫຼຽນຄຳ 1 ຫຼຽນ...
ເນື່ອງໃນໂອກາດບັນດາຄະນະມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ...
ຫວ່າງແລ້ວນີ້, ກອງປະຊຸມທົບທວນຄືນສົນທິສັນຍາຫ້າມເຜີຍແຜ່ອາວຸດນິວເຄຼຍ (NPT) ຄັ້ງທີ 10 ໄດ້ສິ້ນສຸດລົງພາຍຫຼັງດຳເນີນເປັນເວລາເກືອບ 4 ອາທິດຢູ່ສຳນັກງານໃຫຍ່ສະຫະປະຊາຊາດ (ນິວຢອກ, ອາເມລິກາ) ດ້ວຍການປຶກສາຫາລືຢ່າງກວ້າງຂວາງກ່ຽວກັບບັນດາຫົວຂໍ້ໃໝ່ໃນ 3 ເສົາຄ້ຳຕົ້ນຕໍຂອງສົນທິສັນຍາ, ຄື: ການຫຼຸດຜ່ອນອາວຸດນິວເຄຼຍ, ຫ້າມເຜີຍແຜ່ອາວຸດນິວເຄຼຍ ແລະການນຳໃຊ້ເຕັກໂນໂລຢີນິວເຄຼຍເພື່ອຈຸດປະສົງສັນຕິພາບ.
ດ້ວຍບັນດາແຫຼ່ງກຳລັງ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃນຫຼາຍຂົງເຂດ, ດົ່ງທາບ ຈະສືບຕໍ່ບຸລິມະສິດ, ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ວິສາຫະກິດສອງແຂວງ ອາດຈະເຊື່ອມຕໍ່...
ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງສະຖານທູດຫວຽດນາມ ປະຈໍາ ໄທ ນໍາໂດຍທ່ານ ຟານຈີແທງ ເອກອັກຄະລັດຖະທູດ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຈັນທະບູລີ ຂອງໄທ, ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດຫວຽດນາມ ແລະໄທ.
ສະມາຄົມມິດຕະພາບ ຫວຽດນາມ - ມາເລເຊຍ ໄດ້ຈັດພິທີປະກາດຂໍ້ຕົກລົງສ້າງຕັ້ງ ແລະ ສະເໜີຕົວຄະນະບໍລິຫານສະມາຄົມຢູ່ນະຄອນ ກົວລາບຳເປີ.