ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ ກຸ່ມ​ບໍ​ລິ​ສັດ ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ສຸກ​ເສີນ ຍີ່​ປຸ່ນ

16:41 | 01/09/2022

ສູນການແພດ ຍີ່ປຸ່ນ T-Matsuoka ໄດ້ເປີດນຳໃຊ້ໃນວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ດ້ວຍຍອດເງິນລົງທຶນຂຶ້ນເຖິງ 8 ລ້ານ USD. ສູນຈະຜັນຂະຫຍາຍປະຕິບັດຂັ້ນຕອນການກວດປິ່ນປົວພະຍາດ, ຖືກຕ້ອງຕາມມາດຖານ ຍີ່ປຸ່ນອາດຈະໜູນຊ່ວຍບັນດາຄົນເຈັບທີ່ກວດພົບມະເຮັງໂດຍໄວ, ເພື່ອມີວິທີການປິ່ນປົວຢ່າງທັນການ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ໄດ້ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​​ອັງ​ກິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ໄດ້ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​​ອັງ​ກິດ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູຈ​້ອງ ໃຫ້​ການ​ຕ້ອນ​ຮັບ​ ເລ​ຂາ​​ພັກ​ນະ​ຄອນ, ປະ​ທານ​ສະ​ພາ​ປະ​ຊາ​ຊົນະ​ຄອນຫຼວງ ວຽງ​ຈັນ
ທ່ານ ປະທານກຸ່ມບໍລິສັດ ການບໍລິການສາທາລະນະສຸກ  ສຸກເສີນ ຍີ່ປຸ່ນ (EMS) Matsuoka Yoshinori ມອບຂອງຂວັນໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ (ພາບ: VOV)
ທ່ານ ປະທານກຸ່ມບໍລິສັດ ການບໍລິການສາທາລະນະສຸກ ສຸກເສີນ ຍີ່ປຸ່ນ (EMS) Matsuoka Yoshinori ມອບຂອງຂວັນໃຫ້ແກ່ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ (ພາບ: VOV)

ຕອນບ່າຍວັນທີ 31 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານ ປະທານກຸ່ມບໍລິສັດ ການບໍລິການສາທາລະນະສຸກ ສຸກເສີນ ຍີ່ປຸ່ນ (EMS) Matsuoka Yoshinori ເຊິ່ງພວມມີການຢ້ຽມຢາມ ຫວຽດນາມ ເພື່ອກະກຽມເປີດສູນການແພດ ຍີ່ປຸ່ນ T-Matsuoka ປະຈຳ ຮ່າໂນ້ຍ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິງ ໄດ້ສະເໜີໃຫ້ຍີ່ປຸ່ນ ສ້າງເງື່ອນໄຂສະດວກ ໃນການອອກວິຊາໃຫ້ຊາວຫວຽດນາມ ໄດ້ເຂົ້າເມືອງຍີ່ປຸ່ນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງກຸ່ມບໍລິສັດ EMD ມາລົງທຶນ ແລະ ກໍ່ສ້າງສູນການແພດຍີ່ປຸ່ນ T-Matsuoka ແຫ່ງທຳອິດຢູ່ຮ່າໂນ້ຍ ດ້ວຍຍອດເງິນລົງທຶນກ້ອນໃຫຍ່, ມີພື້ນຖານວັດຖຸ, ອຸປະກອນທັນສະໄໝ, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືດ້ານສາທາລະນະສຸກລະຫວ່າງສອງປະເທດ ກໍ່ຄືເພີ່ມຄຸນນະພາບໃນການກວດ ແລະ ປິ່ນປົວພະຍາດຢູ່ ຫວຽດນາມ

ສູນການແພດ ຍີ່ປຸ່ນ T-Matsuoka ໄດ້ເປີດນຳໃຊ້ໃນວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ດ້ວຍຍອດເງິນລົງທຶນຂຶ້ນເຖິງ 8 ລ້ານ USD. ສູນຈະຜັນຂະຫຍາຍປະຕິບັດຂັ້ນຕອນການກວດປິ່ນປົວພະຍາດ, ຖືກຕ້ອງຕາມມາດຖານ ຍີ່ປຸ່ນອາດຈະໜູນຊ່ວຍບັນດາຄົນເຈັບທີ່ກວດພົບມະເຮັງໂດຍໄວ, ເພື່ອມີວິທີການປິ່ນປົວຢ່າງທັນການ.

vovworld.vn

ເຫດການ
302 Found

Found

The document has moved here.