ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ເຮັດ​ໃຫ້ການ​ພົວພັນ​ຫວຽດນາມ - ລາວ ​ເລິກ​ເຊິ່ງກວ່າ​ອີກ

08:07 | 01/09/2022

ຍສໝ - ທ່ານ​ເລຂາຄະນະພັກ​ນະຄອນ​ໂຮ່ຈີ​ມິນ ຫງວຽນ​ວັນ​ເນນ ​ໃຫ້​ຮູ້​ວ່າ: ອົງຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືກັບບັນດາທ້ອງຖິ່ນຂອງລາວ.

ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ Children of Vietnam ​ໃນ​ການ​ພັດທະນາ​ບັນດາ​ໂຄງການປອດ​ກຳ​ໄລ​ຂອງ ຫວຽດນາມ - ອາ​ເມ​ລິ​ກາ ຍັງ​ໃຫຍ່ຫຼວງຢູ່ ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ Children of Vietnam ​ໃນ​ການ​ພັດທະນາ​ບັນດາ​ໂຄງການປອດ​ກຳ​ໄລ​ຂອງ ຫວຽດນາມ - ອາ​ເມ​ລິ​ກາ ຍັງ​ໃຫຍ່ຫຼວງຢູ່
ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຕີ​ມໍ ​ເລ​ສ​ເຕ ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຕີ​ມໍ ​ເລ​ສ​ເຕ

​ໃນ​ຊຸມ​ວັນ​ທ້າຍ​ເດືອນ ສິງຫາ 2022, ຫຼາຍ​ກິດຈະກຳ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ນີ້​ກໍ່​ແມ່ນ​ກາລະໂອກາດ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຫວນ​ຄືນ​ມູນເຊື້ອປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ສ້າງສາ​ປະ​ເທດ​ຊາດທີ່ໄດ້​ຕິດ​ພັນ​ກັບຊາຕາກຳ​ຂອງ​ສອງ​ປະ​ເທດ ​ແລະ ສອງ​ຊາດ​ຄືອ້າຍນ້ອງໃນຄອບຄົວດຽວກັນ ​ແລະ ຂະ​ບວນການ​ຮ່ວມ​ມື​ກັບ​ບັນດາ​ແຂວງ, ນະຄອນ​ຂອງ​ປະເທດເພື່ອນລາວ.

ນະຄອນໂຮ່ຈີມິນ: ຊຸກຍູ້ການພົວພັນຢ່າງເລິກເຊິ່ງກັບບັນດາທ້ອງຖິ່ນຂອງລາວ

ກ່າວ​ຄຳ​ເຫັນ​ທີ່​ພິທີສະເຫຼີມສະຫຼອງທີ່ຈັດ​ຂຶ້ນຢ່າງສົມກຽດ​ໃນ​ວັນ​ທີ 30 ສິງຫາ 2022, ທ່ານ​ເລຂາຄະນະພັກ​ນະຄອນ​ໂຮ່ຈີ​ມິນ ຫງວຽນ​ວັນ​ເນນ ​ໃຫ້​ຮູ້​ວ່າ: ອົງຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມືກັບບັນດາທ້ອງຖິ່ນຂອງລາວ.

ທ່ານ ຫງວຽນ​ວັນ​ເນນ ກ່າວວ່າ “ນະຄອນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການໂຄສະນາ​ສຶກສາ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ໂດຍ​ສະ​ເພາະ​ແມ່ນ​ລຸ້ນໜຸ່ມ ​ໄດ້​ເຂົ້າ​ໃຈກ່ຽວກັບສາຍພົວພັນບໍລິສຸດຜຸດຜ່ອງ ​ແລະ ​ໂປ່​ງ​ໃສ​ຂອງ​ສອງ​ພັກ ​ແລະ ສອງ​ລັດຢ່າງເລິກເຊິ່ງກວ່າອີກ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມມືທີ່ໝັ້ນຄົງ, ​ເພື່ອ​ເປົ້າ​ໝາຍ​ການ​ພັດທະນາ ​ແລະ​ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ແຕ່ລະ​ປະ​ເທດ”.

ໃນໄລຍະຜ່ານມາ, ທຸກ​ອົງການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ນະຄອນ​ໂຮ່ຈີ​ມິນ ມີ​ການ​ພົວພັນ​ທາງ​ກົງ ຫຼື ທາງ​ອ້ອມ​ກັບ​ບັນດາ​ອົງການ​ຂອງ​ລາວ. ນັ້ນບໍ່​ພຽງ​ແຕ່​ແມ່ນ​ສາຍ​ພົວພັນ​ດ້ານ​ການ​​ວຽກງານ, ນໍ້າໃຈມິດຕະພາບ, ເພື່ອນມິດສະຫາຍ, ​ບ້ານໃກ້ເຮືອງຄຽງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ຮັກ​ແພງ​ອ້າຍ​ນ້ອງ​ໃນ​ຄອບຄົວ ດຽວກັນ, ຄວາມ​ຮັກ​ແພງ​ອັນ​ພິ​ເສດ. ການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈີ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ. ນະຄອນ​ໄດ້​ສ້າງ​ການ​ພົວພັນ​ມິດຕະພາບ​ ​ກັບ​ນະຄອນຫຼວງ​ວຽງ​ຈັນ, ພ້ອມ​ກັນ​ນັ້ນ ກໍ​ໄດ້​ປະຕິບັດ​ຫຼາຍ​ກິດຈະກຳ​ຮ່ວມ​ມື​ກັບ​ຫຼາຍ​ແຂວງ​ຂອງ​ລາວ​ໃນ​ຂົງ​ເຂດ​ກະສິກຳ, ການ​ຄ້າ, ສາທາລະນະ​ສຸກ, ການ​ສຶກສາ, ການ​ແລກປ່ຽນ​ວັດທະນະທຳ, ກິລາ ​ແລະ ອື່ນໆ...

ຮ່າ​ຕິ້ງ: ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ

ທີ່​ພິທີ​ສະ​ເຫຼີ​ມສະຫຼອງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ສິງຫາ, ທ່ານ​ເລຂາ​ຄະນະ​ພັກ​ແຂວງ ຮ່າ​ຕິ້ງ ຮວ່າງ​ຈຸງ​ຢຸງ ຢືນຢັນ​ວ່າ: ຢູ່ສະພາບໃດກໍ່ຕາມ ​ອົງຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ ຮ່າ​ຕິ້ງ ຍາມ​ໃດ​ກໍ່​ສະຫງວນ​ຄວາມ​ຮັກ​ແພງ​ເປັນ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ແຂວງຂອງລາວ.

​ໃນ​ຂົງ​ເຂດ​ສຶກສາ - ບຳລຸງ​ສ້າງ, ຮ່າ​ຕິ້ງ ໜູນ​ຊ່ວຍ 17 ​ແຂວງ​ຂອງ​ລາວ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ​ແຕ່ລະ​ປີ, ​ແຂວງ​ໄດ້​ຫັກ​ງົບປະມານ​ໜູນ​ຊ່ວຍ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ກໍ່ສ້າງ​ສະຖານ​ທີ່​ສຶກສາ, ການ​ແພດ, ຊົນລະປະທານ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ.

ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ ​ແລະ ການ​ລົງທຶນ, ບັນດາ​ວິ​ສາ​ຫະກິດ ຮ່າ​ຕິ້ງ ລົງທຶນ​ຢູ່​ລາວ ​ແລະ ບັນດາ​ວິ​ສາ​ຫະກິດ​ລາວ ຮ່ວມມືລົງທຶນ​ຢູ່ ຮ່າ​ຕິ້ງ ໄດ້ເສີມຂະຫຍາຍ​ປະສິດທິ​ຜົນ, ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ, ປະກອບ​ງົບປະມານ, ​ເພີ່ມ​ທະວີ​ວົງເງິນການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຂອງ​ສອງ​ປະ​ເທດ.

ວຽກ​ງານ​ສະກັດກັ້ນ, ຕ້ານ​ອາດຊະຍາ​ກຳ, ​ຢາ​ເສບ​ຕິດ, ຕ້ານ​ຜູ້​ອົບ​ພະຍົບ​ຂ້າມ​ຊາຍ​ແດນ​ຢ່າງ​ເສລີ​ແມ່ນ​ໄດ້​ຮັບ​ການແກ້ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ກຳລັງ​ເຈົ້າ​ໜ້າ​ທີ່​ຂອງ​ສອງ​ຝ່າຍ. ບັນດາ​ການ​ເຄື່ອນ​ໄຫວ​ຄູ່ແຮກສ່ຽວ​ລະຫວ່າງ​ບັນດາ​ໝູ່​ບ້ານ ​ແລະ ບັນດາ​ກຳລັງ​ເຈົ້າ​ໜ້າ​ທີ່​ຢູ່​ເຂດ​ຊາຍ​ແດນ​ແມ່ນ​ໄດ້ຮັບ​ຄວາມ​ເອົາ​ໃຈໃສ່. ບັນດາ​ແຂວງ​ຂອງ​ລາວ ​ໄດ້​ສົມທົບ​ກັບ​ແຂວງ ຮ່າ​ຕິ້ງ ຢ່າງແໜ້ນແຟ້ນ​ເພື່ອ​ຊອກ​ຄົ້ນ ​ແລະ ​ທ້ອນໂຮມອັດຖິທະຫານອາສະສະໝັກ, ​ນັກຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ໃນປາງສົງຄາມຢູ່​ລາວ​ ກັບຄືນເມືອ​ບ້ານ​ເກີດ​ເມືອງ​ນອນ.

ຕາມ​ທ່ານ ຮວ່າງ​ຈຸງ​ຢຸງ ​ແລ້ວ: ຮ່າ​ຕິ້ງ ​ແລະ ບັນດາ​ແຂວງ​ຂອງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ ຈະ​ໂຄສະນາ​ຢ່າງ​ກ້ວາງ​ຂວາງ​ໃນ​ປະຊາຊົນ ທຸກຊັ້ນ​ວັນນະ​ກ່ຽວ​ກັບມູນເຊື້ອສະໜິດຕິດພັນ ເຊິ່ງຮຸ້ນພໍ່ຮຸ້ນອ້າຍ ໄດ້ເພີ່ມພູນຄູນສ້າງ. ຈາກ​ນັ້ນ, ກໍ່ຂົນຂວາຍ​ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ ​ແລະ ປະຊາຊົນ​ແຂວງ​ຕ່າງໆ​ຕັ້ງໜ້າ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ; ນຳ​ເອົາ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ, ການທ່ອງທ່ຽວ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ເຂົ້າ​ສູ່​ລວງ​ເລິກ.

ຮ່າ​ຕິ້ງ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ກໍ່ສົ່ງເສີມ​ບັນດາ​ວິ​ສາ​ຫະກິດ​ຂອງ 2 ຝ່າຍ​ລົງທຶນ​ຜະລິດ ​ແລະ ພັດທະນາ​ທຸລະ​ກິດ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ຂົນ​ສົ່ງ​ຂອງ​ສອງ​ປະ​ເທດ​ຮ່ວມ​ມື​ຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ເສັ້ນ​ທາງ ເລກທີ 8, ​ເສັ້ນ​ທາງ ເລກທີ 12 ໄປ​ເຂດ​ເສດ​ຖະ​ກິດ​ຫວູງອ໋າງ ແລະ ປະ​ເທດ​ອື່ນໆ.

ບັນດາທ້ອງ​ຖິ່ນ, ກົມກອງ​ກຳລັງ​ປະກອບ​ອາວຸດ ຮ່າ​ຕິ້ງ ​ແລະ ບັນດາ​ແຂວງ​ຂອງ​ລາວ ສືບ​ຕໍ່​ແລກປ່ຽນ​ບົດຮຽນ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍກ່ຽວກັບຄວາມໝັ້ນຄົງ​ຢ່າງ​ມີ​ປະສິດທິ​ຜົນ, ກໍ່ສ້າງ ​ແລະ ​ປັບປຸງທ່ວງທ່າທົ່ວປວງຊົນປ້ອງ​ກັນຊາດ, ຄວາມ​ໝັ້ນຄົງ​ຂອງ​ປະຊາຊົນ, ປົກ​ປັກ​ຮັກສາ​ພັກ, ປົກ​ປັກ​ຮັກສາ​ລະບອບ​, ຢຶດໝັ້ນເດີນ​ຕາມ​ເສັ້ນທາງ​ທີ່​ພັກ ​ແລະ ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ເລືອກເຟັ້ນ; ນຳ​ເອົາ​ສາຍ​ພົວພັນ​ມິດຕະພາບທີ່ຍິ່ງໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ທ່ານ ກອງແກ້ວ ໄຊສົງຄາມ, ເລຂາພັກແຂວງ, ເຈົ້າແຂວງບໍລິຄໍາໄຊ ເນັ້ນໜັກວ່າ: ຈະເພີ່ມທະວີວຽກງານການໂຄສະນາເຜີຍແຜ່ໃຫ້ແກ່ ປະຊາຊົນທຸກຊັ້ນວັນນະໃນແຂວງໂດຍສະເພາະລຸ້ນໜຸ່ມ ໃຫ້ມີຄວາມເຂົ້າ ໃຈເລິກເຊິ່ງກວ່າອີກ, ສືບຕໍ່ເສີມຂະຫຍາຍ ແລະ ເພີ່ມທະວີມູນເຊື້ອອັນດີງາມ ລະຫວ່າງສອງແຂວງ ຮ່າຕິ້ງ ແລະ ບໍລິຄຳໄຊ ເວົ້າສະເພາະ, ການພົວພັນມິດ ຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ.

ເຊີນລາ: ການຮ່ວມມືຮອບດ້ານກັບ 9 ແຂວງຂອງລາວ

ກ່ອນ​ໜ້າ​ນັ້ນ, ວັນ​ທີ 29 ສິງຫາ​, ຢູ່​ເຂດປູສະນີຍະສະຖານ​ປະຫວັດສາດການ​ປະ​ຕິ​ວັດ​ຫວຽດ​ນາມ - ລາວ (ບ້ານ​ລາວໂຄ I, ຕາ​ແສງ​ພຽງຄວ່າຍ, ເມືອງ​ອຽນ​ເຈົາ), ແຂວງ ເຊີນ​ລາ ກໍ່ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, 45 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ແລະ ຕ້ອນ​ຮັບ​ໃບຢັ້ງຢືນການຈັດ​ອັນ​ດັບ​ເຂດປູສະນີຍະສະຖານແຫ່ງຊາດ​ພິ​ເສດເຂດປູສະນີຍະສະຖານ​ປະຫວັດສາດການ​ປະ​ຕິ​ວັດ​ຫວຽດ​ນາມ - ລາວ.

ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ເຮັດ​ໃຫ້ການ​ພົວພັນ​ຫວຽດນາມ - ລາວ ​ເລິກ​ເຊິ່ງກວ່າ​ອີກ
ເຂດປູສະນີຍະສະຖານ​ປະຫວັດສາດການ​ປະ​ຕິ​ວັດ​ຫວຽດ​ນາມ - ລາວ ໄດ້ຈັດອັນດັບເປັນມໍລະດົກແຫ່ງຊາດພິເສດ. ພາບ: ກວກແຄ໊ງ

ທ່ານ​ເລຂາ​ພັກ​ແຂວງ ເຊີນ​ລາ ຫງວຽນຫື໊ວດົງ ​ໃຫ້​ຮູ້​ວ່າ: ​ແຂວງ ​ເຊີນ​ລາ ​ໄດ້​ສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ 9 ​ແຂວງ​ຂອງ​ລາວ ຄື: ຫົວພັນ, ຫຼວງ​ພະ​ບາງ, ບໍ່​ແກ້ວ, ອຸ​ດົມ​ໄຊ, ຫລວງ​ນ້ຳ​ທາ, ຜົ້ງ​ສາລີ, ໄລຍະບູລີ, ຊຽງຂວາງ, ໄຊສົມບູນ.

ເສີມຂະຫຍາຍມູນເຊື້ອ, ຈິດ​ໃຈ​ສາມັກຄີມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ, ​ເຊີນ​ລາ ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ - ສັງຄົມ, ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ອັນ​ດີງາມ. ແຂວງ​ຍາມ​ໃດ​ກໍ່ຮັກສາ​ການ​ພົບ​ປະ​ແລກປ່ຽນ​ອັນ​ດີງາມ​ລະຫວ່າງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ການ​ນຳ​ຂອງ​ພະ​ແນ​ກ, ຂະແໜງການ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ແຂວງ, ​ເມືອງ, ນະຄອນ ​ເພື່ອມາ​ຢ້ຽມຢາມ ​ແລະ​ ແລກປ່ຽນ​ບົດຮຽນ. ທ້ອງ​ຖິ່ນ​ໄດ້​ສະໜັບສະໜູນ​ການ​ລົງທຶນ​ໃຫ້ 9 ​ແຂວງ​ຂອງ​ລາວ ​ເພື່ອ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ຕົ້ນຕໍ​ແມ່ນ​ກິດຈະກໍາ​ສາທາລະນະ​ສຸກ, ວັດທະນະທຳ, ການ​ສຶກສາ, ສ້ອມ​ແປງ ​ແລະ ກໍ່ສ້າງ​ສຳນັກງານ​ໃໝ່.

ແຂວງ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ, ຫັນປ່ຽນ​ໂຄງ​ປະກອບປູກ​ພືດ, ລ້ຽງສັດ​ຢູ່​ບາງ​ແຂວງ​ຂອງ​ລາວ; ໜູນຊ່ວຍການ​ບໍາລຸງສ້າງໃຫ້​ນັກ​ສຶກ​ສາ​ລາວ​ນັບພັນ​ຄົນ​; ບໍາລຸງພາສາ​ຫວຽດ​ນາມ​ໃຫ້​ບັນ​ດາ​ພະນັກງານອົງ​ການ​ພັກ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ອຳ​ນາດ​ການ​ປົກ​ຄອງ, ພະນັກງານ, ນັກຮົບບັນດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ລາວ ຢູ່ແຂວງ ເຊີນ​ລາ.

ຄຽງ​ຄູ່​ກັບ​ການ​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ພະຍາດ​ໂຄ​ວິດ-19, ເຊີນ​ລາ ​ແລະ ຫຼາຍ​ແຂວງ​ຂອງ​ລາວ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ​ແລະ ກິລາ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບທີ່ອຸດົມສົມບູນ.

​ໃນ​ຂົງ​ເຂດ​ປ້ອງ​ກັນຊາດ-ປ້ອງກັນ​ຄວາມ​ສະຫງົບ, ກໍາລັງ​ຕຳຫຼວດ ​ແລະ ທະຫານ​ສອງ​ປະ​ເທດ ຍາມ​ໃດ​ກໍ່​ປະຕິບັດວຽກງານ​ສົມທົບ​ກັນ ແລະ​ ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຕໍ່ສູ້ສະກັດກັ້ນ, ຕ້ານ​ອາດຊະຍາ​ກຳ, ພິ​ເສດ​ແມ່ນ​ອາດຊະຍາ​ກຳ​ຢາ​ເສບ​ຕິດ​ຢູ່​ເຂດ​ຊາຍ​ແດນ.

ທ່ານ​ເລຂາພັກ​ແຂວງ ເຊີນ​ລາ ຢືນຢັນ​ວ່າ: ອົງຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ແຂວງ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະສິດ​ສູງ​ຕໍ່​ການ​ພັດທະນາ​ສາຍພົວພັນສາມັກຄີມິດຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ແຂວງ​ຂອງປະເທດເພື່ອນ​ລາວ.

ພ້ອມ​ກັບ​ນະ​ຄອນ​ໂຮ່​ຈິີມິນ, ຮ່າ​ຕິ້ງ, ເຊີນ​ລາ, ຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ກໍ່​ສະ​ເຫຼີມ​ສະ​ຫຼອງ​ວັນ​ສໍາຄັນ​ຂອງ​ສອງ​ຊາດຫວຽດ​ນາມ - ລາວ ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່ແທດຈິງ. ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ແລະ ລາວ ​ໄດ້​ປະກອບສ່ວນ​ຮັດແໜ້ນ, ເພີ່ມພູນຄູນສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ບູນມີ

ເຫດການ
302 Found

Found

The document has moved here.