ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ອວຍພອນວັນຊາດຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ

16:09 | 01/09/2022

ຍສໝ - ເນື່ອງໃນໂອກາດວັນຊາດ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 77 ປີ (02 ກັນຍາ 1945 - 02 ກັນຍາ 2022), ວັນທີ 31 ເດືອນ ສິງຫາ, ທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງສານອວຍພອນມາຍັງທ່ານ ເຈິນວັນຕຸ້ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ຂັ້ນສູນກາງ.

ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ Lotte ສືບ​ຕໍ່​ລົງ​ທຶນ​ເຂົ້າຫຼາຍ​ໂຄງ​ການ​ໃຫຍ່​ຢູ່ ຫວຽດ​ນາມ ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້ Lotte ສືບ​ຕໍ່​ລົງ​ທຶນ​ເຂົ້າຫຼາຍ​ໂຄງ​ການ​ໃຫຍ່​ຢູ່ ຫວຽດ​ນາມ
ຫວຽດນາມ - ລາວ ສ້າງຕັ້ງສາຍພົວພັນແບບພິເສດ, ຫຼາຍຂະແໜງ, ຫຼາຍຂົງເຂດ ຫວຽດນາມ - ລາວ ສ້າງຕັ້ງສາຍພົວພັນແບບພິເສດ, ຫຼາຍຂະແໜງ, ຫຼາຍຂົງເຂດ
undefined
ທ່ານ ບັນດິດ. ສຈ ບໍ່ວຽງຄຳ ວົງດາລາ ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ

ເນື້ອໃນສານຂຽນວ່າ:

ຕາງໜ້າຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະຫາຍ, ຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ຂັ້ນສູນກາງ ແລະ ບັນດາສາຂາສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ. ຕະຫຼອດໄລຍະ 77 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມອ້າຍນ້ອງ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ປະເທດຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ມີຄວາມສະຖຽນລະພາບທາງດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂື້ນ, ບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ກໍໄດ້ຮັບການເຊີດຊູໃຫ້ສູງຂື້ນໃນເວທີພາກພື້ນ ແລະ ສາກົນ.

ຂ້າພະເຈົ້າຕີລາຄາສູງ ທີ່ເຫັນວ່າໃນປີ 2022 ນີ້ ເປັນອີກປີໜຶ່ງທີ່ພັກ, ລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ກໍາລັງຈັດຕັ້ງປະຕິບັດສະເຫຼີມສະຫຼອງສາມັກຄີມິດຕະພາບ ລາວ-ຫວຽດນາມ ເຊິ່ງສອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ກຳລັງກະກຽມຈັດບຸນມະໂຫລານມິດຕະພາບປະຊາຊົນ ລາວ- ຫວຽດນາມ ຄັ້ງທີ 5 ໃນທ້າຍເດືອນ ກັນຍາ 2022 ທີ່ຈະມາເຖິງນີ້ ໃຫ້ເປັນຂະບວນຟົດຟື້ນ ພ້ອມທັງອີກຫຼາຍກິດຈະກໍາທີ່ສອງສະມາຄົມມິດຕະພາບ ກໍາລັງຈັດຕັ້ງປະຕິບັດຮ່ວມກັນ ຫວັງວ່າບັນດາກິດຈະກຳທີ່ສອງສະມາຄົມມິດຕະພາບລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຈັດຕັ້ງປະຕິບັດເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຈະເປັນການປະກອບສ່ວນ ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ໂດຍສະເພາະແມ່ນສອງສະມາຄົມມິດຕະພາບພວກເຮົາ ທີ່ສືບຕໍ່ຮັບພາລະໜ້າທີ່ການທູດປະຊາຊົນ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ໃຫ້ມີການພົວພັນຮ່ວມມືຢ່າງແໜ້ນແຟ້ນ ນັບມື້ມີບາດກ້າວໃໝ່ ເຜີຍເເຜ່ຢ່າງກວ້າງຂວາງໃຫ້ຖັນແຖວເຍົາວະຊົນ, ຊາວໜຸ່ມ ແລະ ຄົນລຸ້ນຫນຸ່ມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ ແຫ່ງການພົວພັນສາມັກຄີພິເສດ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນໄລຍະຕໍ່ສູ້ປົດປ່ອຍຊາດກໍ່ຄືໄລຍະປົກປັກຮັກສາພັດທະນາປະເທດຊາດ ແລະ ເປັນເຈົ້າການຖະນຸຖະໜອມ, ເພີ່ມພູນຄູນສ້າງມູນເຊື້ອແຫ່ງສາຍພົວພັນສາມັກຄີແບບພິເສດລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ຂຶ້ນໄປເລື້ອຍໆ.

ໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າ ດ້ວຍຄວາມບໍລິສຸດໃຈ, ມີປະສິດທິຜົນ ໃນພາລະກິດປະຕິວັດ ຂອງປະຊາຊົນລາວພວກຂ້າພະເຈົ້າ ຕະຫຼອດໄລຍະການຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ, ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ລາວ-ຫວຽດນາມ ຈະນັບມື້ຂະຫຍາຍຕົວຢ່າງໜັກແໜ້ນກ້າວເຂົ້າສູ່ລວງເລິກ ຢ່າງມີປະສິດທິຜົນ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນຢ່າງຈິງໃຈມາຍັງສະຫາຍພ້ອມດ້ວຍຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ ແລະ ປະຊາຊົນຊາວຫວຽດນາມ ຈົ່ງມີສຸຂະພາບພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນຍິ່ງໃຫຍ່ກວ່າເກົ່າ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງບັນດາສະຫາຍ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ຈົ່ງຂຽວສົດງົດງາມໝັ້ນຄົງຂະນົງແກ່ນຕະຫຼອດກາລະນານ.

ໄຊພອນ

ເຫດການ
302 Found

Found

The document has moved here.