ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050

07:07 | 31/08/2022

ທ່ານນາຍົກລັດຖະມົນຕີສະເໜີໃຫ້ລາຊະອານາຈັກ ອັງກິດ ແລະ ບັນດາຄູ່ຮ່ວມມືພັດທະນາໃນວິວັດການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ ຕ້ອງໜູນຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ການເງິນ.

ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050 ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050
ອັງ​ກິດ ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ ຈະຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງເປັນ 0 ໃນ​ປີ 2050 ຂອງ​ຫວຽດ​ນາມ ອັງ​ກິດ ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄຳ​ໝັ້ນ​ສັນ​ຍາ ຈະຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລົງເປັນ 0 ໃນ​ປີ 2050 ຂອງ​ຫວຽດ​ນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Alok Sharma, ລັດຖະມົນຕີ, ປະທານ COP26 (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານ Alok Sharma, ລັດຖະມົນຕີ, ປະທານ COP26 (ພາບ: TTXVN)

ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma, ລັດຖະມົນຕີ, ປະທານ COP26 ແລະ ຄະນະປະຕິບັດງານຂອງລາຊະອານາຈັກ ອັງກິດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, 2 ຝ່າຍພ້ອມກັນຕີລາຄາການປ່ຽນແປງຂອງດິນຟ້າອາກາດທີ່ນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນຂອບເຂດທົ່ວໂລກ. ຍ້ອນເຫດນັ້ນ, ຕ້ອງມີຈິດໃຈສາມັກຄີສາກົນ ແລະ ມີວິທີສຳຜັດທົ່ວໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ດ້ວຍຈິດໃຈຜັນຂະຫຍາຍບັນດາຄຳໝັ້ນສັນຍາທີ່ COP 26 ຢ່າງຂ້ຽວຂາດນັ້ນ, ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050. ຫວຽດນາມ ຖືເປົ້າໝາຍການປ່ອຍອາຍກາກບອນລົງລະດັບ “0” ແລະ ຫັນປ່ຽນພະລັງງານຟອດຊິວໄປສູ່ພະລັງງານສະອາດ ແລະ ພະລັງງານຜະລິດຄືນໃໝ່ແມ່ນທ່າອ່ຽງພັດທະນາຂອງໂລກ ແລະ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ລາຊະອານາຈັກ ອັງກິດ ແລະ ບັນດາຄູ່ຮ່ວມມືພັດທະນາໃນວິວັດການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ ຕ້ອງໜູນຊ່ວຍ ຫວຽດນາມ ດ້ານເຕັກໂນໂລຊີ ແລະ ການເງິນ, ໄປພ້ອມກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ແບ່ງປັນບົດຮຽນ.

ສ່ວນທ່ານ Alok Sharma, ລັດຖະມົນຕີ, ປະທານ COP26 ໃຫ້ຮູ້ວ່າ, ທ່ານຈະສົ່ງສານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບຄວາມສະເໝີພາບ ແລະ ຍຸຕິທຳໃນການຮ່ວມມືຫັນປ່ຽນພະລັງງານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ບັນດາຄູ່ຮ່ວມມືພັດທະນາ. ທ່ານ Alok Sharma ສະແດງຄວາມປາດຖະໜາວ່າ ຖະແຫຼງການດ້ານການເມືອງກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານດ້ວຍຄວາມຍຸຕິທຳຈະໄດ້ຮັບຮອງເອົາເນື່ອງໃນໂອກາດຈັດກອງປະຊຸມ COP 27 ຢູ່ ອີຢິບ ໃນທ້າຍປີນີ້.

ຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma, ປະທານ COP26 ເຊັ່ນດຽວກັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.