ຍສໝ - ຄະນະຜູ້ແທນພະນັກງານ ແລະ ສະມາຊິກສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເລີ່ມດົງ ໂດຍທ່ານ ຫງວຽນບານ, ປະທານສະມາຄົມ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາທ້ອງຖິ່ນ ແຮກສ່ຽວຂອງປະເທດລາວ ແຕ່ວັນທີ 26 ພຶດສະພາ ຫາວັນທີ 2 ມິຖຸນາ.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ຟ້າມເລມິງແຄງ, ຫົວໜ້າຄະນະຊາວໜຸ່ມໂຮງຮຽນ ແທ່ງດວ່ານ, ຜູ້ອຳນວຍການຫໍພັກນັກຮຽນລາວ ນະຄອນ ໂຮ່ຈີມິນ ເມື່ອມາຢ້ຽມຢາມ ແລະ ອວຍພອນສະຖານກົງສູນໃຫຍ່ ລາຊະອານາຈັກ ກຳປູເຈຍ ປະຈຳນະຄອນ ໂຮ່ຈີມິນ ໃນວັນທີ 7 ພະຈິກ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນຊາດລາຊະອານາຈັກ ກຳປູເຈຍ.
ຍສໝ - ດ້ວຍສະພາບແວດລ້ອມແຫ່ງການຮຽນຮູ້ທີ່ເປັນມິດ ແລະ ຖັນແຖວຄູອາຈານທີ່ມີປະສົບການ, ຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ດີສຳລັບນັກສຶກສາລາວ ຫຼາຍຄົນທີ່ມຸ່ງໝັ້ນຄວາມໄຝ່ຝັນໃນຂະແໜງການແພດ. ບັນດາຄວາມຮູ້ ແລະ ທັກສະທາງດ້ານການແພດທີ່ຝຶກຝົນຢູ່ທີ່ນີ້ ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນໃນການປະຕິບັດອາຊີບເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບທາງການແພດໃນບ້ານເກີດເມືອງນອນນຳອີກ.
ຍສໝ - ວັນທີ 2 ພະຈິກ, ຢູ່ນະຄອນ ຟ່ານທຽດ (ບິ່ງທ້ວນ), ຄະນະຜູ້ແທນທີ່ເຂົ້າຮ່ວມໂຄງການເດີນທາງຄອບຄົວຊາວຫວຽດນາມ ແລະ ນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ໄດ້ເຂົ້າຮ່ວມພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຫໍພິພິທະພັນ ໂຮ່ຈີມິນ - ສາຂາ ບິ່ງທ້ວນ.
ຍສໝ - ນີ້ແມ່ນໜ້າທີ່ຈຸດສຸມໜຶ່ງຂອງໂຮງຮຽນມິດຕະພາບ T78 ໃນສົກຮຽນ 2024-2025 ທີ່ທ່ານ ເລຟູຖັງ, ອຳນວຍການໂຮງຮຽນມິດຕະພາບ T78 ໃຫ້ຮູ້ໃນພິທີເປີດສົກຮຽນໃໝ່ ໃນວັນທີ 29 ຕຸລານີ້.
ຍສໝ - ລະບົບຊົນລະປະທານເມືອງໜອງບົກ ເປີດນໍາໃຊ້ຢ່າງເປັນທາງການ ແລະ ມອບ-ຮັບ ເດືອນຕຸລາ 2024, ໂຄງການມີເງິນລົງທຶນທັງໝົດກວ່າ 290 ຕື້ດົ່ງ.
ຍສໝ - ຕາມກົມພັດທະນາການທ່ອງທ່ຽວຂຶ້ນກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ແລ້ວ, ໃນ 3 ເດືອນຕົ້ນປີ 2024, ປະເທດນີ້ ໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1 ລ້ານກວ່າເທື່ອຄົນ. ໃນນັ້ນ ຈຳນວນນັກທ່ອງທ່ຽວຫວຽດນາມ ຢືນອັນດັບທີ 2 ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກ ໄທ ເທົ່ານັ້ນ.
ຍສໝ - ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດຳເນີນການພົບປະສັງສັນສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ ລາວ (30-10-1949 / 30-10-2024).
ຍສໝ - ວັນທີ 20 ຕຸລານີ້, ຢູ່ນະຄອນ ບັກຢາງ, ສະຫະພັນບັນດາອົງການມິດຕະພາບແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ ໄດ້ສົມທົບກັນເພື່ອຈັດຕັ້ງການພົບປະ, ການໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ (30 ຕຸລາ 1949 – 30 ຕຸລາ 2024).
ຍສໝ - ວັນທີ 6 ມິຖຸນາ 2024, ທີ່ແຂວງໄຊສົມບູນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກອງບັນຊາການທະຫານເຂດ 4 ໄດ້ສົມທົບກັບອຳນາດການປົກຄອງແຂວງໄຊສົມບູນ ເພື່ອຈັດຕັ້ງກອງປະຊຸມກວດກາທາງດ້ານເຕັກນິກ, ສຳເລັດ ເພື່ອມອບ-ຮັບ ນຳໃຊ້ໂຄງການ: ກໍ່ສ້າງລະບົບຊົນລະປະທານຂະໜາດນ້ອຍ 4 ແຫ່ງ ຢູ່ 4 ບ້ານຂື້ນກັບ 2 ເມືອງ (ອະນຸວົງ ແລະ ທ່າໂທມ), ແຂວງໄຊສົມບູນ. ທ່ານພົນຈັດຕະວາ ຫງວຽນງອກຮ່າ, ຮອງຜູ້ບັນຊາການທະຫານເຂດ 4 ແລະ ສະຫາຍ ສຸກສະຫວາດ ວົງພູມເຫຼັກ - ຮອງເຈົ້າແຂວງ ໄຊສົມບູນ - ຫົວໜ້າຄະນະຄຸ້ມຄອງໂຄງການຂອງລາວ ໄດ້ເປັນປະທານຮ່ວມ.
ຍສໝ - ວັນທີ 12 ມິຖຸນາ 2024, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານແຂວງ ລາວກາຍ ໂດຍທ່ານປະທານຄະນະກຳມະການປະຊາຊົນແຂວງ ລາວກາຍ ຈິ້ງຊວນເຈື່ອງ ເປັນຫົວໜ້າຄະນະ. ເຂົ້າຮ່ວມພ້ອມກັນກັບຄະນະ ມີການນຳສະຫະພັນບັນດາອົງການມິດຕະພາບແຂວງ ລາວກາຍ ແລະ ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງແຂວງ.
ຍສໝ - ໂດຍຮັບຄຳເຊີນຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ, ປະເທດປະທານ ອາຊຽນ 2024 ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 8 - 10 ຕຸລາ. ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ກ່ຽວກັບຜົນງານສຳຄັນຂອງລາວ ໃນເວລາດຳລົງຕຳແໜ່ງປະທານອາຊຽນ 2024; ການສະໜັບສະໜູນຢ່າງຕັ້ງໜ້າຂອງຫວຽດນາມ ໃນໄລຍະນີ້ ແລະ ບົດບາດຂອງຫວຽດນາມ ໃນການຫັນວິໄສທັດພັດທະນາຂອງ ອາຊຽນ ປະກົດຜົນຕົວຈິງ.
ຍສໝ - ວັນທີ 16 ກັນຍາ, ແມ່ຍິງກະຊວງຕຳຫຼວດ ໄດ້ຈັດຕັ້ງລາຍການ “ມ່ວນຊື່ນໃນວັນບຸນໄຫວ້ພະຈັນ, ມອບຂອງຂວັນໃຫ້ເດັກນ້ອຍຊົນເຜົ່າສ່ວນໜ້ອຍ 150 ຄົນ ແລະ ນັກຮຽນລາວ 110 ຄົນ ທີ່ພວມຮໍ່າຮຽນຢູ່ຮ່າໂນ້ຍ.
ຍສໝ - ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮັບຮອງເອົາແຜນນະໂຍບາຍຊື້ໄຟຟ້າຈາກໂຄງການໄຟຟ້າແຮງລົມ ເຈື່ອງເຊີນ (ລາວ) ແລະ ລົງທຶນຕາໜ່າງເພື່ອເຊື່ອມຕໍ່ກັບ ຫວຽດນາມ.
ຍສໝ - Maysa - ອະດີດນັກສຶກສາຕ່າງປະເທດມະຫາວິທະຍາໄລອຸດສາຫະກຳ ກວາງນິງ, ມີຜູ້ຕິດຕາມຫຼາຍລ້ານຄົນໃນເຄືອຂ່າຍສັງຄົມ ຍ້ອນບັນດາຄລິບເຜີຍແຜ່ວັດທະນະທຳ ຫວຽດນາມ ມາຍັງປະເທດລາວ ຂອງຕົນ.
ຍສໝ - ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ນັບແຕ່ວັນທີ 10 – 13 ກັນຍາ.
ຍສໝ - ຕອນເຊົ້າວັນທີ 15 ມີນານີ້, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນໂຮງໝໍສູນກາງກອງທັບ 108 ໂດຍທ່ານພົນຈັດຕະວາ, ສຈ.ປອ ເລຫິວຊອງ, ຜູ້ອຳນວຍການໂຮງໝໍ ເປັນນຳໜ້າໄດ້ເຂົ້າພົບປະຢ້ຽມຢາມຂ່ຳນັບ ທ່ານພົນເອກຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ໃນວັນທີ 12 ມີນາ, ໂຮງຮຽນມິດຕະພາບ 80 ໄດ້ຈັດໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ໄປທັດສະນະສຶກສາ, ລົງພຶດຕິກຳຕົວຈິງ ຢູ່ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນກິດຈະກໍາສືບຕໍ່ລະບົບການເຄື່ອນໄຫວນອກຫຼັກສູດຂອງໂຮງຮຽນ, ສ້າງກາລະໂອກາດໃຫ້ນັກສຶກສາໄດ້ສຳຜັດຕົວຈິງກ່ຽວກັບປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 1 ກໍລະກົດ, ຢູ່ຮ່າໂນ້ຍ, ຫ້ອງວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມ ວຽກງານເອກະສານ ໃຫ້ພະນັກງານກະຊວງປ້ອງກັນປະເທດລາວ ປີ 2024.
ຍສໝ - ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ນະຄອນ ດານັງ, ທ່ານ ເຫຼັກໄຫຼ ສີວິໄລ, ເລຂາພັກແຂວງ, ເຈົ້າແຂວງໆເຊກອງ (ລາວ) ໄດ້ຮັບອະນຸຍາດຈາກນາຍົກລັດຖະມົນຕີ ລາວ, ປະດັບຫຼຽນໄຊອິກສະຫຼະ ຊັ້ນ III ຂອງລັດຖະບານລາວ ໃຫ້ທ່ານ ເຈີ່ນເຟຶອກເຊີນ, ຮອງປະທານຜູ້ປະຈຳການສະພາປະຊາຊົນນະຄອນ ດານັງ ກ່ຽວກັບບັນດາຜົນງານດີເດັ່ນໃນການພົວພັນຮ່ວມມື ແລະ ໜູນຊ່ວຍແຂວງເຊກອງ ໄລຍະ 2017-2022.