
ຜົ້ງສາລີ ເປັນເຈົ້າພາບຈັດງານມະຫະກໍາກິລາໂຍນໝາກຄອນ 3 ແຈລາວ-ຫວຽດນາມ-ຈີນຄັ້ງທີ VIII
ຍສໝ - ແຂວງຜົ້ງສາລີໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາໂຍນໝາກຄອນ 3 ແຈປະເທດລາວ-ຫວຽດນາມ-ຈີນຄັ້ງທີ VIII ຂຶ້ນໃນວັນທີ 12ທັນວານີ້
ຍສໝ - ແຂວງຜົ້ງສາລີໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາໂຍນໝາກຄອນ 3 ແຈປະເທດລາວ-ຫວຽດນາມ-ຈີນຄັ້ງທີ VIII ຂຶ້ນໃນວັນທີ 12ທັນວານີ້
ຍສໝ - ຫວ່າງມໍ່ໆມານີ້, ທະຫານຊາຍແດນແຂວງກາວບັງ (ຫວຽດນາມ) ແລະທະຫານຊາຍແດນເຂດກວາງຊີ (ຈີນ) ໄດ້ສົມທົບກັນຈັດຕັ້ງພິທີເລີ່ມການດໍາເນີນລາດຕະເວນຮ່ວມຢູ່ຫຼັກໝາຍທີ 807, 808 ແລະແຕ່ຫຼັກໝາຍທີ 813 ຮອດຫຼັກໝາຍທີ 816 ຢູ່ເສັ້ນຊາຍແດນທາງບົກ ຫວຽດນາມ-ຈີນ.
ຍສໝ - ງອກໂຮ່ຍ (ແຂວງກອນຕູມ) ແມ່ນເມືອງຊາຍແດນ, ມີເສັ້ນຊາຍແດນຕິດຈອດກັບສອງປະເທດລາວ ແລະກຳປູເຈຍ, ມີດ່ານສາກົນ ເບີອີ. ຢູ່ທີ່ນີ້, “ເມື່ອໄກ່ຂັນທັງສາມປະເທດຮ່ວມຟັງໄດ້ ”, ຫຼືວ່າ “ສາມແຍກອິນດູຈີນ”, ແມ່ນບໍລິເວນທີ່ມີຄວາມສັບສົນດ້ານຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍກໍ່ຄືອາດຊະຍາກຳຢາເສບຕິດ.
ຍສໝ - ງານວາງສະແດງ “ຮອຍຕີນ ໂຮ່ຈີມິນ ຢູ່ຈີນ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 11 ພະຈິກ ຢູ່ຫໍພິພິທະພັນ ໂຮ່ຈີມິນ, ເຮືອນເລກທີ 19 ຖະໜົນງອກຮ່າ, ຮ່າໂນ້ຍ.
ຍສໝ - ຫວ່າງມໍ່ໆມານີ້, ເຫດການ “ກວາງຊີ ສວຍງາມ - ພົບປະແລກປ່ຽນວັດທະນະທຳ ແລະ ໂຄສະນາການທ່ອງທ່ຽວ ກວາງຊີ, ຈີນ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ເຊິ່ງໄດ້ເປີດກາລະໂອກາດໃໝ່ໃນການຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ຈີນ.
ຍສໝ - ຕອນເຊົ້າວັນທີ 4 ທັນວາ, ຢູ່ຮ່າໂນ້ຍ, ທ່ານຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມີການພົບປະກັບທ່ານ ຢີ່ບິງຊ່ຽນ, ຮອງຫົວໜ້າກຳມະການ ຄະນະປະຈຳກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຈີນ ຊຸດທີ XIII, ປະທານສະມາຄົມການພົບປະແລກປ່ຽນສາກົນ ຈີນ (CAFIU).
ຍສໝ - ວັນທີ 23 ພະຈິກ, ຢູ່ນະຄອນ ດ່າຫນັງ ໄດ້ດຳເນີນຮອບຊີງຊະນະເລີດການເສັງເວົ້າພາສາ ຈີນ ທົ່ວປະເທດ - ດ່າຫນັງ 2024. ໝາກຜົນແມ່ນ, ຜູ້ເຂົ້າຮ່ວມການເສັງ ເລຫວູແທັງຖາວ ນັກສຶກສາມະຫາວິທະຍາໄລພາສາຕ່າງປະເທດ - ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໄດ້ຮັບລາງວັນທີໜຶ່ງ.
ຍສໝ - ງານບຸນແລກປ່ຽນວັດທະນະທຳ ອາຊີ ຢູ່ເຂດປົກຄອງພິເສດ ຮົງກົ່ງ (ຈີນ) ແລະ ງານບຸນວັດທະນະທຳອາຫານການກິນປະຈຳປີ ຄັ້ງທີ 24 ຢູ່ເຂດປົກຄອງພິເສດ ມາກາວ (ຈີນ) ພວມດຳເນີນ ແລະ ມີການເຂົ້າຮ່ວມຂອງບັນດາຮ້ານແນະນຳໂຄສະນາວັດທະນະທຳ, ອາຫານ ຫວຽດນາມ.
ຍສໝ - ນີ້ແມ່ນຫົວຂໍ້ຂອງງານວາງສະແດງໂດຍຫໍພິພິທະພັນ ໂຮ່ຈີມິນ ຈັດຕັ້ງດ້ວຍ 200 ກວ່າເອກະສານ ແລະ ວັດຖຸພັນທີ່ແນະນຳບັນດາຂີດໝາຍຂອງປະທານ ໂຮ່ຈີມິນ ທີ່ຍັງໄດ້ເກັບຮັກສາຢູ່ໃນດິນແດນປະເທດຈີນ, ເຊິ່ງໄດ້ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນແໜ້ນແຟ້ນລະຫວ່າງປະຊາຊົນຈີນ ກັບ ປະທານໂຮ່ຈິມິນ ກໍ່ຄືນ້ຳໃຈມິດຕະພາບປະຕິວັດອັນຍາວນານລະຫວ່າງປະຊາຊົນສອງປະເທດ.
ຍສໝ - ດ້ວຍໜ້າທີ່ຈຸດສຸມແມ່ນຫັນປ່ຽນບັນດາບໍລິເວນຈຸດສຸມທີ່ມີຄວາມສັບສົນດ້ານຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະຜັນຂະຫຍາຍການກໍ່ສ້າງຮູບແບບ “ຕາແສງ, ເທດສະບານເມືອງປອດຢາເສບຕິດ”, ໃນໄລຍະຜ່ານມາ, ຕໍາຫຼວດເມືອງ ງອກໂຮ່ຍ ໄດ້ເປັນເສນາທິການໃຫ້ຄະນະພັກເມືອງ, ຄະນະກຳມະການປະຊາຊົນເມືອງລະດົມກຳລັງແຮງສັງລວມຂອງທົ່ວລະບົບການເມືອງ, ອົງການຈັດຕັ້ງມະຫາຊົນ ແລະກຳລັງຫຼັກແຫຼ່ງແມ່ນຕຳຫຼວດແຕ່ຂັ້ນເມືອງລົງຮອດຂັ້ນຮາກຖານ, ເບື້ອງຕົ້ນບັນລຸໄດ້ບັນດາໝາກຜົນຕັ້ງໜ້າ.
ຍສໝ - ວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຈີນ ຈັດຕັ້ງການສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ໂຮ່ຈີມິນ - ສັນຍາລັກແຫ່ງການພົວພັນສາມັກຄີ, ມິດຕະພາບລະຫວ່າງການປະຕິວັດ ຫວຽດນາມ ແລະ ການປະຕິວັດ ຈີນ".
ຍສໝ - ບັນດາຜູ້ແທນ ສະເໜີບັນດາມາດການເພື່ອເພີ່ມທະວີຄວາມສາມັກຄີ, ຮັກສາການພົວພັນທີ່ເປັນມູນເຊື້ອລະຫວ່າງ 3 ຊາດ, ກອງທັບຂອງ 3 ປະເທດ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາແບບຍືນຍົງໃນສະພາບການໃໝ່.
ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ຄັ້ງທີ 8 ແລະ ການປະຕິບັດງານຢູ່ຈີນ, ຕອນເຊົ້າວັນທີ 6 ພະຈິກນີ້, ຢູ່ນະຄອນ ຄຸນໝິງ, ສະຫາຍ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫວ່າງນິງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ເລຂາພັກແຂວງ ຢຸນນານ.
ຍສໝ - ຕອນບ່າຍວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບພະນັກງານ, ລັດຖະກອນຂອງສະຖານກົງສຸນໃຫຍ່ ແລະ ປະຊາຄົມຊາວຫວຽດນາມ ຢູ່ແຂວງຢູນໜານ, ຈີນ ໃນການໄປປະຕິບັດງານຢູ່ປະເທດນີ້ແຕ່ວັນທີ 5-8 ພະຈິກ.
ຍສໝ - ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມຮ່ວມມື GMS, ACMECS ແລະ CLMV ໄດ້ຈັດຂຶ້ນພາຍຫຼັງ 6 ປີ, ແມ່ນໂອກາດເພື່ອໃຫ້ບັນດາການນຳປຶກສາຫາລືທິດທາງການຮ່ວມມື, ຊ່ວຍໃຫ້ບັນດາກົນໄກກ້າວເຂົ້າສູ່ສັງກາດພັດທະນາໃໝ່ຢ່າງໝັ້ນຄົງ.
ຍສໝ - ປະເທດໄທກຳລັງເຊື່ອມຕໍ່ທາງລົດໄຟແຫ່ງຊາດກັບຕາໜ່າງທາງລົດໄຟລາວ-ຈີນ ເພື່ອສົ່ງເສີມການຄ້າລະຫວ່າງສາມປະເທດ ໂດຍຄາດວ່າໄທຈະເປັນສູນກາງທາງດ້ານການຂົນສົ່ງຂອງພາກພື້ນ.
ຍສໝ - ຕອນບ່າຍວັນທີ 1 ພະຈິກ, ຢູ່ນະຄອນລາວກາຍ ໄດ້ດຳເນີນກອງປະຊຸມສົ່ງເສີມເຊື່ອມຕໍ່ການສົ່ງອອກ-ນໍາເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະສິນໃນນໍ້າຂ້າມຊາຍແດນ.
ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ He Wei ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.
ວັນທີ 31 ຕຸລາ, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍ ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມບັນດາຮ່ອງຮອຍປະຫວັດສາດທີ່ຕິດພັນກັບການປະຕິວັດຫວຽດນາມ ຢູ່ເຂດປົກຄອງຕົນເອງຊົນເຜົ່າຈວາງ, ກວາງຊີ ແລະກວາງຕຸງ, ຈີນ ຕາມຄໍາເຊີນຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈີນ, ໄປຢ້ຽມຢາມ ແລະເຮັດວຽກກັບດ່ານຊາຍແດນກວດກາການເຂົ້າ-ອອກເມືອງ ກວາງໂຈ ຂຶ້ນກັບກົມຄຸ້ມຄອງການຍົກຍ້າຍປະຊາຊົນແຫ່ງຊາດ ຈີນ.
ຍສໝ - ວັນທີ 29 ຕຸລາ, ເວທີການຮ່ວມມືອຳນາດການປົກຄອງທ້ອງຖິ່ນ ແມ່ນ້ຳຂອງ - ລ້ານຊ້າງ ໄດ້ຈັດຂຶ້ນຢູ່ເມືອງ ຫາງໂຈ່, ແຂວງ ເຈີ້ຈ່າງ ຂອງຈີນ. ເວທີບໍ່ພຽງແຕ່ແມ່ນໂອກາດ ເພື່ອໃຫ້ບັນດາຜູ້ແທນມາຈາກບັນດາປະເທດແນະນຳສະພາບການພາກພື້ນ, ແບ່ງປັນປະສົບການ, ສະເໜີຄວາມຄິດຄວາມເຫັນ... ຫາກຍັງແມ່ນໂອກາດສຳຄັນເພື່ອຊຸກຍູ້ການແລກປ່ຽນ, ຮັດແໜ້ນມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງ 6 ປະເທດ ແມ່ນ້ຳຂອງ - ລ້ານຊ້າງ.