ລາວ: ຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ

ລາວ: ຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມ

ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: ພວກເຮົາໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອທີ່ຈະລົງໄປຊ່ວຍພໍ່ແມ່ປະຊາຊົນຢູ່ແຂວງພາກກາງ ແລະ ພາກໃຕ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໂດຍສະເພາະແຂງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຢ່າງເປັນວົງກວ້າງ.

8 ​ເມືອງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮັບ​ຜົນ​ກະທົບໝັກຈາກ​ໄພພິບັດນໍ້າ​ຖ້ວມ

8 ​ເມືອງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮັບ​ຜົນ​ກະທົບໝັກຈາກ​ໄພພິບັດນໍ້າ​ຖ້ວມ

ປັດຈຸບັນປະຊາຊົນ 8 ​ເມືອງ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຮັບ​ຜົນ​ກະທົບໝັກຈາກ​ໄພພິບັດນໍ້າ​ຖ້ວມ ຄື: ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພີນ ແລະ 4 ເມືອງຕອນລຸ່ມລຽບຕາມລໍານໍ້າເຊບັ້ງຫຽງ.

ເພີ່ມທະວີການຮ່ວມມືດ້ານຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ລະຫວ່າງກອງທັບ ລາວ-ຍີ່ປຸ່ນ

ເພີ່ມທະວີການຮ່ວມມືດ້ານຫາລືເລື້ອງການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ລະຫວ່າງກອງທັບ ລາວ-ຍີ່ປຸ່ນ

ເມື່ອບໍ່ດົນມານີ້, ຢູ່ທີ່ກົມພົວພັນຕ່າງປະເທດລາວ ໄດ້ເປີດກອງປະຊຸມຖ່າຍທອດສົດ ລະຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ.ລາວ ກັບກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020.

ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ທີ່ປະເທດຟີລິບປິນ

ລາວເຂົ້າຮວ່ມກອງປະຊຸມທາງໄກ ຂອງ ຄະນະກຳມະການ ຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ທີ່ປະເທດຟີລິບປິນ

ໃນລະຫວ່າງວັນທີ 11-12 ສິງຫາ 2020  ນີ້ທີ່ກະຊວງແຮງງານ ແລະ ສະຫວັດດີ ກສນສັງຄົມ, ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ, ບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ແລະ ໃນນາມເປັນຫົວໜ້າ ຄະນະຜູ້ແທນຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ (Video conferencing) ຂອງກອງປະຊຸມ ຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມປິ່ນອ້ອມ, ໂດຍການເປັນປະທານ ຂອງ ທ່ານ Ricardo B.JALAD ຫົວໜ້າກົມ, ຫົວໜ້າຫ້ງການຄະນະ ກຳມະການຄຸ້ມຄອງ ໄພພິບັດແຫ່ງຊາດ ປະເທດຟີລິບປິນ ແລະ ມີບັນດາຈຸດປະສານງານ ຄະນະກຳມະການຄຸ້ມຄອງໄພພິບັດ ປະເທດອາຊຽນ ເຂົ້າຮວ່ມ.

ເພີ່ມຄວາມສາມາດການຕິດຕາມໄພອັນຕະລາຍ ແລະ ການເຕື່ອນໄພພິບັດລ່ວງໜ້າ

ເພີ່ມຄວາມສາມາດການຕິດຕາມໄພອັນຕະລາຍ ແລະ ການເຕື່ອນໄພພິບັດລ່ວງໜ້າ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ຂໍ້​ຕົກ­ລົງ ໂຄງ­ການ​ນຳ​ໃຊ້​ລະ­ບົບ​ການ​ຕອບ​ໂຕ້​ໄພ­ພິ­ບັດ (DMRS) ເພື່ອ​ເພີ່ມ​ຄວາມ​ສາ­ມາດ​ການ​ຕິດ­ຕາມ​ໄພ​ອັນ­ຕະ­ລາຍ ​ໃນ​ການ​ເຕືອນ​ໄພ­ພິ­ບັດ​ລ່ວງ​ໜ້າ​ຢູ່​ລາວ ຈັດ​ຂຶ້ນ​ວັນ​ທີ 18 ກຸມ ພາ 2020 ຢູ່​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ລະ­ຫວ່າງ ທ່ານ ວິ­ໄລ​ພົງ ສີ​ສົມ​ຫວັງ ຫົວ­ໜ້າ​ກົມ​ສັງ­ຄົມ​ສົງ­ເຄາະ ແລະ ທ່ານ​ນາງ Victoria Leat ທີ່​ປຶກ­ສາ​ສູນ​ຄຸ້ມ​ຄອງ​ໄພ­ພິ­ບັດ ປະ­ຈຳ​ຂົງ­ເຂດ​ອາ­ຊີ-ປາ​ຊີ​ຟິກ (PCD) ມີ​ທ່ານ ປະ​ເດີມ​ພອນ ສົນ​ທະ­ນີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ ຮສສ ທ່ານ Patrick Bowers ຮອງ​ຜູ້­ອຳ­ນວຍ­ການ​ອົງ­ການ​ເພື່ອ​ການ​ພັດ­ທະ­ນາ​ສາ­ກົນ ສ ອາ​ເມ​ຣິ​ກາ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ປະເທດລາວ: ຍີ່ປຸ່ນ ໜູນຊ່ວຍອຸປະກອນ ກຽມພ້ອມໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ

ປະເທດລາວ: ຍີ່ປຸ່ນ ໜູນຊ່ວຍອຸປະກອນ ກຽມພ້ອມໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າດ້ານອຸປະກອນ ເພື່ອປະກອບໃນວຽກງານກຽມພ້ອມ ໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ ຢູ່ ສປປ ລາວ ຈັດຂຶ້ນວັນທີ 29 ທັນວາ 2019 ຢູ່ກະຊວງການຕ່າງປະເທດ.

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ຍສໝ - ວັນທີ 14 ພະຈິກນີ້, ຢູ່ຫ້ອງຮັບແຂກຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນ ປະເທດ, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກົມກອບກູ້ໄພພິບັດກອງທັບປະຊາຊົນຫວຽດນາມ.

ທະນາຄານຊາຄອມແບັງລາວ ມອບເຄື່່ອງຊ່ວຍເຫຼືອຜູ້ໄພພິບັດນ້ຳຖ້ວມ

ທະນາຄານຊາຄອມແບັງລາວ ມອບເຄື່່ອງຊ່ວຍເຫຼືອຜູ້ໄພພິບັດນ້ຳຖ້ວມ

ທະນາຄານຊາຄອມແບັງສາ ຂາແຂວງສະຫວັນນະເຂດ ໄດ້ ນໍາເອົາເຄື່ອງເພື່ອນຳໄປຊ່ວຍ ເຫຼືອໃຫ້ຜູ້ທີ່ຖືກຜົນກະທົບ ຈາກໄພນໍ້າຖ້ວມຢູ່ທີ່ບ້ານລະ ຫານຳ້ເມືອງສອງຄອນແຂວງ ສະຫວັນນະເຂດໃນນີ້ພິເສດແມ່ນມອບໃຫ້ກັບ ໂຮງຮຽນມັດທະຍົມ, ປະຖົມ ແລະອະນຸບານບ້ານລະຫານຳ້ ທີ່ຖືກອຸທົກອະໄພນຳ້ຖ້ວມ.

ສາກົນ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

ສາກົນ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ປະ​ເມີນ​ການ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ ເພື່ອ​ຟື້ນ​ຟູ​ໄພ­ພິ­ບັດ​ຢູ່​ເມືອງ​ສະໜາມ​ໄຊ ແຂວງ​ອັດ​ຕະ​ປຶ ຈັດ​ຂຶ້ນ​ໃນອາທິດແລ້ວນີ້ ທີ່​ ກະ­ຊວງ​ການ​ຕ່າງ­ປະ­ເທດ ເປັນ​ປະ­ທານ​ຂອງ​ທ່ານ​ນາງ ຄຳ​ເພົາ ເອີນ​ທະ​ວັນ ຮອງ​ລັດ­ຖະ­ມົນ­ຕີ​ກະຊວງ​ການ​ຕ່າງ­ປະ­ເທດ ມີ​ຮອງ​ລັດ­ຖະ­ມົນ­ຕີ​ຈາກ​ກະ­ຊວງ ຜູ້­ຕາງ­ໜ້າ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຫາລືເລັ່ງແກ້ໄຂບັນຫາໄພພິບັດນ້ຳຖ້ວມຮີບດ່ວນ ຢູ່ແຂວງພາກກາງ ແລະ ພາກໃຕ້

ຫາລືເລັ່ງແກ້ໄຂບັນຫາໄພພິບັດນ້ຳຖ້ວມຮີບດ່ວນ ຢູ່ແຂວງພາກກາງ ແລະ ພາກໃຕ້

ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ໄດ້​ຈັດ​ກອງ​ປະ­ຊຸມ​ສຸກ​ເສີນ​ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ເພື່ອ​ປືກ​ສາ​ຫາ­ລື​ການ​ແກ້​ໄຂ​ບັນ­ຫາ​ໄພ​ນ້ຳ​ຖ້ວມ​ຢູ່ 6 ແຂວງ ຂຶ້ນ​ວັນ​ທີ 9 ກັນ­ຍາ 2019 ທີ່​ກະ­ຊວງ ຮສສ ເປັນ​ປະ­ທານ​ຂອງ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ ຮສສ ປະ­ທານ​ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ມີ​ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງທັບນຳໃຊ້ທຸກທ່າແຮງເຂົ້າໃນການກອບກູ້ໄພພິບັດຢູ່ 6 ແຂວງພາກກາງ ແລະ ພາກໃຕ້

ກອງທັບນຳໃຊ້ທຸກທ່າແຮງເຂົ້າໃນການກອບກູ້ໄພພິບັດຢູ່ 6 ແຂວງພາກກາງ ແລະ ພາກໃຕ້

ເນື່ອງຈາກອິດທິພົນຂອງລົມພາຍຸໜູນເຂດຮ້ອນໂພດູ ແລະ ລົມພາຍຸ ກາຈິກີ, ຫົວທີ 4 ມີຈຸດສູນກາງ 15.9 ອົງສາເໜືອ, ເສັ້ນ ແວງ 107.1 ອົງສາ ຕາເວັນ ອອກສືບຕໍ່ຜັດຜ່ານບັນດາແຂວງ ພາກກາງ ແລະ ພາກໃຕ້ ເຮັດໃຫ້ ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ແຂວງເຊກອງ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະ ຊາຊົນໃນ 37 ເມືອງ, 788 ບ້ານ.

ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ລາວ ແລະ ລັດ­ຖະ­ບານ​ຍີ່­ປຸ່ນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຄັງ​ແຮ​ເຂົ້າ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ­ພິ­ບັດ ປີ 2018 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ພາຍ​ໃຕ້​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ໃນ​ວັນ​ທີ 11-14 ສິງ­ຫາ 2019 ນຳ​ໂດຍ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ເພື່ອ​ມອບ​ໃຫ້​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພ­ພິ­ບັດ ແຂວງ​ຫົວ­ພັນ ຊຽງ​ຂວາງ ແລະ ໄຊ​ສົມ­ບູນ ລວມ​ມູນ​ຄ່າ 2 ຕື້​ກວ່າ​ກີບ ຕາງ­ໜ້າ​ຮັບ​ໂດຍ​ທ່ານ​ເຈົ້າ­ແຂວງ ແລະ ຮອງ​ເຈົ້າ­ແຂວງ 3 ແຂວງ ແລະ ຄະ­ນະ​ພະ​ແນກ​ແຮງ​ງານ ຮສສ ແຂວງ.

ຊາວໜຸ່ມແຂວງຫົວພັນເປີດຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ເມືອງວຽງໄຊ

ຊາວໜຸ່ມແຂວງຫົວພັນເປີດຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ເມືອງວຽງໄຊ

ຕອນເຊົ້າຂອງວັນທີ 9 ສິງຫາ 2019 ນີ້, ຢູ່ທີ່ສວນມິດຕະພາບຫົວພັນ-ກວ້າງນິງ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫົວພັນນຳໂດຍ ສະຫາຍ ວົງເພັດ ບຸນມະນີ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ໄດ້ຈັດຕັ້ງພິທີເປີດສູນຮັບບໍລິຈາກເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຈາກພາຍຸວິພາໃນລະຫວ່າງວັນທີ 2 – 5 ສິງຫາຜ່ານມາຢູ່ເມືອງວຽງໄຊແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ມີບັນດາທ່ານໃນການນຳແຂວງ, ເມືອງວຽງໄຊ, ເມືອງຊຳເໜືອ, ຄະນະບໍລະຫານງານຊາວໜຸ່ມແຂວງ, ເມືອງ, ພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມນຳ.

ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດ 4 ແຂວງພາກເໜືອ

ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດ 4 ແຂວງພາກເໜືອ

ປີ 2019 ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ລາວ ແລະ ລັດ­ຖະ­ບານ​ຍີ່­ປຸ່ນ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງການ​ຄັງ​ແຮ​ເຂົ້າ ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ­ພິ­ບັດ ພາຍ​ໃຕ້​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ໂດຍ​ໄດ້​ແຈກ​ຢາຍ​ໃຫ້​ບັນ­ດາ​ເມືອງ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ປີ 2018 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

ຮັບຮອງ​ເອົາ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພພິບັດ

ຮັບຮອງ​ເອົາ​ຮ່າງ​ກົດໝາຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄພພິບັດ

ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ວັນ​ທີ 24 ມິຖຸນາ 2019 ຢູ່​ສະພາ​ແຫ່ງ​ຊາດ (ຫຼັກ 6) ໂດຍ​ເປັນ​ປະທານ​ຂອງ​ທ່ານ ແສງ​ນວນ ໄຊ​ຍະ​ລາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ​ສັງຄົມ (​ຮສສ) ພ້ອມ​ດ້ວຍ​ຄະນະ​ປະ ຈຳ​ສະພາ​ແຫ່ງ​ຊາດ ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ເຂົ້າ​ຮ່ວມ.

ຍີ່ປຸ່ນ ຊ່ວຍເຫຼືອ 7,6 ລ້ານໂດລາ ຟື້ນຟູໄພພິບັດໃນລາວ

ຍີ່ປຸ່ນ ຊ່ວຍເຫຼືອ 7,6 ລ້ານໂດລາ ຟື້ນຟູໄພພິບັດໃນລາວ

ລັດຖະບານຍີ່ປຸ່ນ ໄດ້ຊ່ວຍເຫຼືອມູນຄ່າ 7,6 ລ້ານໂດລາ ເພື່ອຟື້ນຟູຄວາມເສຍຫາຍຈາກໄພພິບັດໃນປີ 2018 ລວມ 4 ໂຄງການ ແລະ ຈະມີ 4 ອົງການຈັດຕັ້ງສາກົນ ເປັນຜູ້ຈັດຕັ້ງປະຕິບັດ.

ປີ 2019 ລັດອະນຸມັດງົບປະມານ 500 ຕື້ກີບ ໃນການຟື້ນຟູໄພພິບັດ

ປີ 2019 ລັດອະນຸມັດງົບປະມານ 500 ຕື້ກີບ ໃນການຟື້ນຟູໄພພິບັດ

ໃນການຈັດຕັ້ງປະຕິບັດ ແຜນການລົງທຶນປະຈຳ ປີ 2019 ລັດຖະບານ ແຫ່ງ ສປປ ລາວ ໄດ້ອະນຸມັດງົບປະມານ 500 ຕື້ກີບ ໃນການຟື້ນຟູໄພພິບັດຫລັງນ້ຳຖ້ວມ ໂດຍໄດ້ແບ່ງຈາກງົບປະມານການລົງ ທຶນພາຍໃນປະເທດ, ເຊິ່ງມີບ້ວງລົງທຶນສະເພາະ ຈຳນວນ 850 ຕື້ກີບ.

ແລກປ່ຽນບົດຮຽນປະສົບການບັນເທົາທຸກໄພພິບັດ

ແລກປ່ຽນບົດຮຽນປະສົບການບັນເທົາທຸກໄພພິບັດ

ກົມ​ອາ​ຊຽນກະ­ຊວງ​ການ​ຕ່າງ­ປະ­ເທດໄດ້​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ກາງ​ສະ­ໄໝເວ­ທີ​ພາກ​ພື້ນ​ອາ​ຊຽນ ຄັ້ງ​ທີ 18 ພາຍ​ໃຕ້​ຫົວ­ຂໍ້ “ການ​ບັນ­ເທົາ​ທຸກ​ໄພ­ພິ­ບັດ” ໃນອາທິດແລ້ວ.

ກອງປະຊຸມໂຕະມົນ ປີ 2018 ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການປະເມີນຄວາມຕ້ອງການຫລັງໄພພິບັດ

ກອງປະຊຸມໂຕະມົນ ປີ 2018 ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການປະເມີນຄວາມຕ້ອງການຫລັງໄພພິບັດ

ພາຍ​ຫລັງກອງ​ປະ​ຊຸມ​ໂຕະ​ມົນ ປີ 2018 ​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ ທີ່​ນະ​ຄອນ​ຫລວງວຽງ​ຈັນ ແລະ ໄດ້​ປິດ​ລົງ ວັນ​ທີ 5 ທັນ​ວາ 2018, ໂດຍ​ການ​ເປັນ​ປະ​ທານ​ຮ່ວມ​ ຂອງ​ ທ່ານ ສຸ​ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ທ່ານ ນາງ ຄາ​ຣິ​ນາ ອິມ​ໂມ​ເນັມ ຜູ້​ປະ​ສານ​ງານ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ, ທັງ​ເປັນ​ຜູ້​ຕາງ​ໜ້າ​ອົງ​ການ ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ການ​ພັດ​ທະ​ນາ ປະ​ຈຳ ສ​ປ​ປລາວ, ໂດຍ​ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ຂອງ​ ທ່ານ ສົມ​ດີ​ ດວງ​ດີ ຮອງ​ນາ​ຍົກ​ ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ແລະ ທ່ານ ນາງ ວາ​ເລີ​ຣີ ຄ​ລີ​ຟ ຮອງ​ຜູ້​ອຳ​ນວຍ​ການ ​ຮັບ​ຜິດ​ຊອບ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ ຂອງ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ພັດ​ທະ​ນາ, ທັງ​ເປັນ​ຫົວ​ໜ້າ​ຫ້ອງ​ການ ​ປະ​ຈຳ​ພາກ​ພື້ນ ປະ​ຈຳ​ຢູ່​ບາງກອກ, ພ້ອ​ມ​ດ້ວຍບັນດາທຸຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ ​ເຂົ້າ​ຮ່ວມ.

ກອງປະຊຸມລັດຖະບານເປີດກວ້າງ ເນັ້ນໃສ່ການປຶກສາຫາລືການແກ້ໄຂ ໄພພິບັດນ້ຳຖ້ວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ

ກອງປະຊຸມລັດຖະບານເປີດກວ້າງ ເນັ້ນໃສ່ການປຶກສາຫາລືການແກ້ໄຂ ໄພພິບັດນ້ຳຖ້ວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ

ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ 2018, ໂດຍເນັ້ນໃສ່ການປຶກສາຫາລື ກ່ຽວກັບສະພາບ ແລະ ການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ.

ເຫດການ