ຫາລືເລັ່ງແກ້ໄຂບັນຫາໄພພິບັດນ້ຳຖ້ວມຮີບດ່ວນ ຢູ່ແຂວງພາກກາງ ແລະ ພາກໃຕ້

15:50 | 10/09/2019

ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ (ຮສສ) ໄດ້​ຈັດ​ກອງ​ປະ­ຊຸມ​ສຸກ​ເສີນ​ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ເພື່ອ​ປືກ​ສາ​ຫາ­ລື​ການ​ແກ້​ໄຂ​ບັນ­ຫາ​ໄພ​ນ້ຳ​ຖ້ວມ​ຢູ່ 6 ແຂວງ ຂຶ້ນ​ວັນ​ທີ 9 ກັນ­ຍາ 2019 ທີ່​ກະ­ຊວງ ຮສສ ເປັນ​ປະ­ທານ​ຂອງ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ ຮສສ ປະ­ທານ​ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ມີ​ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຫາລືເລັ່ງແກ້ໄຂບັນຫາໄພພິບັດນ້ຳຖ້ວມຮີບດ່ວນ ຢູ່ແຂວງພາກກາງ ແລະ ພາກໃຕ້

ຫາລືເລັ່ງແກ້ໄຂບັນຫາໄພພິບັດນ້ຳຖ້ວມຮີບດ່ວນ ຢູ່ແຂວງພາກກາງ ແລະ ພາກໃຕ້

ທ່ານ ວິ­ໄລ ພົງ​ສີ​ສົມ​ຫວັງ ວ່າ­ການ​ຫົວ­ໜ້າ​ກົມ​ສັງ­ຄົມ​ສົງ­ເຄາະ ກະ­ຊວງ ຮສສ ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ເນື່ອງ​ຈາກ​ໄລ­ຍະ​ຜ່ານ​ມາ ລາວ​ໄດ້​ຮັບ​ອິດ​ທິ​ພົນ​ຂອງ​ລົມ­ພາ­ຍຸ​ເຂດ​ຮ້ອນ​ໂພ​ດູ ແລະ ພາ­ຍຸ​ດີ​ເປຣ​ຊັນ​ໃນ​ທ້າຍ​ເດືອນ​ສິງ­ຫາ​ຫາ​ຕົ້ນ​ເດືອນ​ກັນ­ຍາ 2019 ເຮັດ​ໃຫ້​ມີ​ຝົນ­ຕົກ​ໜັກ ແລະ ເກີດ​ນ້ຳ​ຖ້ວມ​ຢູ່ 6 ແຂວງ​ຄື: ແຂວງ​ຄຳ​ມ່ວນ ສະ­ຫວັນ​ນະ​ເຂດ ອັດ​ຕະ​ປື ສາ­ລະ​ວັນ ຈຳ­ປາ​ສັກ ແລະ ແຂວງ​ເຊ​ກອງ ສົ່ງ​ຜົນ​ກະ­ທົບ​ໂດຍ​ກົງ​ຕໍ່​ປະ­ຊາ­ຊົນ 43 ເມືອງ 1.466 ບ້ານ 175.422 ຄອບ­ຄົວ ແລະ ມີ 377.703 ຄົນ ເສຍ​ຊີ­ວິດ 13 ຄົນ (ສະ­ຫວັນ​ນະ​ເຂດ 3 ຄົນ ສາ­ລະ​ວັນ 2 ຄົນ ອັດ​ຕະ​ປື 4 ຄົນ ແລະ ຈຳ­ປາ​ສັກ 5 ຄົນ) ສູນ­ຫາຍ 1 ຄົນ ຢູ່​ແຂວງ​ຈຳ­ປາ​ສັກ ມີ​ປະ­ຊາ­ຊົນ​ຍົກ­ຍ້າຍ 14.050 ກວ່າ​ຄອບ­ຄົວ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ບ້ານ​ເຮືອນ​ຂອງ​ປະ­ຊາ­ຊົນ ແລະ ເນື້ອ­ທີ່​ນາ​ຖືກ​ນ້ຳ​ຖ້ວມ 151.733 ກວ່າ​ເຮັກ­ຕາ ສວນ 251 ເຮັກ­ຕາ ໜອງ​ປາ 3.266 ໜອງ ຊົນ­ລະ­ປະ­ທານ 110 ແຫ່ງ ອ່າງ­ເກັບ­ນ້ຳ 43 ແຫ່ງ ຄອງ­ເໝືອງ 64.025 ແມັດ ເສັ້ນ­ທາງ​ຖືກ​ນ້ຳ​ຖ້ວມ​ຫຼາຍ​ກວ່າ 252 ກິ­ໂລ­ແມັດ ຂົວ 12 ແຫ່ງ ໂຮງ­ຮຽນ 313 ແຫ່ງ ໂຮງ­ໝໍ ແລະ ສຸກ­ສາ­ລາ 15 ແຫ່ງ ແລະ ສັດ­ລ້ຽງ​ຫຼາຍ​ກວ່າ 330 ໂຕ ຖືກ​ຍ້າຍ​ໄປ​ຢູ່​ບ່ອນ​ທີ່​ປອດ​ໄພ.

ສະ­ເພາະ​ການ​ປະ­ຕິ­ບັດ​ໃຫ້­ການ​ຊ່ວຍ­ເຫຼືອ​ຂອງ​ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ ກະ­ຊວງ ຮສສ ໃນ​ນາມ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ດັ່ງ­ກ່າວ ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ​ໄດ້ປະ­ສານ​ງານ​ຢ່າງ​ໃກ້­ຊິດ​ກັບ​ບັນ­ດາ​ແຂວງ​ທີ່​ຖືກ​ກະ­ທົບ​ຈາກ​ໄພ­ພິ­ບັດ ພ້ອມ​ທັງ​ໄດ້​ປະ­ຕິ­ບັດ​ໃຫ້­ການ​ຊ່ວຍ­ເຫຼືອ​ສຸກ​ເສີນ ເປັນ­ຕົ້ນ ໄດ້​ສົມ­ທົບ​ກັບ​ກອງ­ທັບ ນຳ​ໃຊ້​ລົດ ແລະ ຍົນ ເພື່ອ​ຈັດ​ສົ່ງ​ພາ­ຫະ­ນະ​ອຸ­ປະ­ກອນ ແລະ ເຄື່ອງ​ຊ່ວຍ­ເຫຼືອ​ບັນ­ເທົາ​ທຸກ​ສຸກ​ເສີນ ໄປ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ທີ່​ຖືກ​ກະ­ທົບ​ຢູ່​ບັນ­ດາ​ແຂວງ ຕົ້ນ­ຕໍ ເຮືອ​ກູ້​ໄພ ເຕັ້ນ​ຄອບ­ຄົວ ນ້ຳ​ດື່ມ ເຄື່ອງ­ໃຊ້​ຄົວ​ເຮືອນ ໄປ​ໃຫ້6 ແຂວງ​ດັ່ງ­ກ່າວ.

ພ້ອມ​ນັ້ນ ໃນ​ເບື້ອງ​ຕົ້ນ​ລັດ­ຖະ­ບານ​ຍັງ​ໄດ້​ມອບ​ເງິນ​ຊ່ວຍ­ເຫຼືອ​ສຸກ​ເສີນ​ໃຫ້​ແກ່​ບັນ­ດາ​ແຂວງ ມູນ​ຄ່າ 165 ຕື້​ກີບ ໃນ​ນີ້ ມອບ​ໃຫ້​ແຂວງ​ຈຳ­ປາ​ສັກ 500 ລ້ານ​ກີບ ເຊ​ກອງ 100 ລ້ານ​ກີບ ອັດ​ຕະ​ປື 100 ລ້ານ​ກີບ ສາ­ລະ​ວັນ 600 ລ້ານ​ກີບ ຄຳ​ມ່ວນ 50 ລ້ານ​ກີບ ແລະ ແຂວງ​ສະ­ຫວັນ​ນະ​ເຂດ 300 ລ້ານ​ກີບ ພ້ອມ​ໄດ້​ຊ່ວຍ­ເຫຼືອ​ການ​ນຳ​ໃຊ້​ລົດ 12 ລໍ້​ຂອງ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ 6 ຄັນ ຍົນ MA600 ເພື່ອ​ຂົນ​ເຄື່ອງ​ໄປ 6 ແຂວງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ສະ­ເພາະ​ການ​ຊ່ວຍ ເຫຼືອ​ບັນ­ເທົາ​ທຸກ​ສຸກ​ເສີນ​ທາງ​ດ້ານ​ສາ­ທາ­ລະ­ນະ​ສຸກ ໄດ້​ຕັ້ງ​ຈຸດ​ຜະ­ລິດ​ນ້ຳ​ຢູ່​ຊາຍ​ແດນ ລະ­ຫວ່າງ​ບ້ານ​ກົກ​ໄຮ ເມືອງ​ທ່າ​ແຕງ ແລະ ເມືອງ​ເລົ່າ​ງາມ ແຂວງ​ສາ­ລະ​ວັນ ເພື່ອ​ຂົນ­ສົ່ງ​ນ້ຳ​ໄປ​ຊ່ວຍ​ໂຮງ­ໝໍ​ແຂວງ​ສາ­ລະ​ວັນ ຈັດ​ຕັ້ງ​ຜະ­ລິດ​ນ້ຳ​ຢູ່​ເມືອງ​ຄົງ​ເຊ​ໂດນ ສົ່ງ​ທີມ​ແພດ​ຈາກ​ກະ­ຊວງ​ສາ​ທາ­ລາ​ນະ​ສຸກ​ລົງ​ຊ່ວຍ­ເຫຼືອ​ແຂວງ​ທີ່​ຖືກ​ຜົນ​ກະ­ທົບ​ໜັກ ໂດຍ​ສະ­ເພາະ​ລົງ​ຊ່ວຍ​ຢູ່​ແຂວງ​ຈຳ­ປາ​ສັກ ແລະ ສາ­ລະ​ວັນ ພ້ອມ​ນີ້ ປະ­ຊາ­ຊົນ​ຍັງ​ມີ​ຄວາມ​ຕ້ອງ­ການ​ເຄື່ອງ​ຊ່ວຍ­ເຫຼືອ​ທີ່​ຈຳ­ເປັນ​ຢ່າງ​ຮີບ​ດ່ວນ​ທີ່​ສັງ­ຄົມ​ສາ­ມາດ​ປະ­ກອບ­ສ່ວນ​ຊ່ວຍ­ເຫຼືອ​ໄດ້​ຕາມ​ຈຸດ​ຕ່າງໆ​ຂອງ​ສັງ­ຄົມ ເປັນ­ຕົ້ນ ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ ອາ­ຫານ ນ້ຳ​ດື່ມ ເຮືອ ແລະ ງົບ­ປະ­ມານ​ຮັບ​ໃຊ້​ອື່ນໆ.

ປັດ­ຈຸ­ບັນ​ກະ­ຊວງ ຮສສ ໄດ້​ລະ­ດົມ​ກຳ­ລັງ​ຂອງ​ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ຈັດ​ແພັກ​ເຄື່ອງ ແລະ ສົມ­ທົບ​ກັບ​ກຳ­ລັງ​ຂອງ​ກອງ­ທັບ​ຈັດ​ສົ່ງ​ໄປ​ເປັນ​ແຕ່​ລະ​ໄລ­ຍະ ອີງ​ຕາມ​ຄວາມ​ຕ້ອງ­ການ​ຮີບ​ດ່ວນ​ຕົວ​ຈິງ​ຂອງ​ແຕ່​ລະ​ທ້ອງ­ຖິ່ນ ແລະ ເພື່ອ​ຮັບ­ປະ­ກັນ​ການ​ຊ່ວຍ­ເຫຼືອ​ສຸກ​ເສີນ ກະ­ຊວງ ຮສສ ໃນ​ນາມ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ໄພ­ພິ­ບັດ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ສູນ​ປະ­ສານ​ງານ​ສຸກ​ເສີນ​ຂຶ້ນ​ຢູ່​ກົມ​ສັງ­ຄົມ​ສົງ­ເຄາະ ແລະ ໄດ້​ອອກ​ແຈ້ງ​ການ​ລະ­ດົມ​ບໍ­ລິ­ຈາກ​ນຳ​ສັງ­ຄົມ​ຜ່ານ​ສື່​ມວນ​ຊົນ​ເລີ່ມ​ປະ­ຕິ­ບັດ​ວັນ​ທີ 7 ກັນ­ຍາ 2019 ເປັນ­ຕົ້ນ​ໄປ ພ້ອມ​ທັງ​ໄດ້​ອອກ​ແຈ້ງ​ການ​ເຖິງ​ບັນ­ດາ​ແຂວງ ເພື່ອ​ຈັດ​ຕັ້ງ​ສູນ​ປະ­ສານ​ງານ​ຊ່ວຍ­ເຫຼືອ​ສຸກ​ເສີນ​ຢູ່​ຂັ້ນ​ແຂວງ ແລະ ເມືອງ ເພື່ອ​ປະ­ຕິ­ບັດ​ໃຫ້­ການ​ຊ່ວຍ­ເຫຼືອ​ສຸກ​ເສີນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.