ຊຸມຊົນຊາວຫວຽດນາມຢູ່ລາວ ມຸ່ງໄປເຖິງປະຊາຊົນເຂດພາກກາງ | |
ສ.ເກົາຫຼີ ຖືສໍາຄັນການພົວພັນກັບ ຫວຽດນາມ |
![]() |
ລວມມູນຄ່າເຄື່ອງທີ່ຈະນຳໄປມອບໃນຄັ້ງນີ້ແມ່ນ 150 ລ້ານກີບ ໃນນັ້ນເປັນເງິນສົດ 36 ລ້ານກີບ. |
ໃນວັນທີ 23 ຕຸລາ 2020, ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ມີການຮວບຮ່ວມເຄື່ອງຊ່ວຍເຫລືອ ແລະ ລະດົມນ້ຳໃຈຈາກຊາວໜຸ່ມໃນຂອບເຂດທົ່ວປະເທດ ເພື່ອຮ່ວມແຮງຮ່ວມໃຈກັນ ໄປຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມໃນປີ 2020 ນີ້, ເຊິ່ງລວມມູນຄ່າເຄື່ອງທີ່ຈະນຳໄປມອບໃນຄັ້ງນີ້ແມ່ນ 150 ລ້ານກີບ ໃນນັ້ນເປັນເງິນສົດ 36 ລ້ານກີບ.
ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: ພວກເຮົາໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອທີ່ຈະລົງໄປຊ່ວຍພໍ່ແມ່ປະຊາຊົນຢູ່ແຂວງພາກກາງ ແລະ ພາກໃຕ້ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ໂດຍສະເພາະແຂງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຢ່າງເປັນວົງກວ້າງ.
ຜົນການເກັບກຳຂໍ້ມູນເບື້ອງຕົ້ນ ຈາກສະພາບໄພນ້ຳຖ້ວມຢູ່ ເມືອງສອງຄອນ ແຂວງສະຫວັນນະເຂດ ນັບແຕ່ວັນທີ 7-21 ຕຸລາ 2020, ມີປະຊາຊົນ ກຸ່ມບ້ານລະຫານ້ຳ, ສອງຄອນ, ຊະແຍກ ແລະ ກຸ່ມແກ້ງໂດນ ລຽບຕາມລຳນ້ຳເຊບັງຫຽງ ທັງຫມົດ 23 ບ້ານ, 2.428 ຄອບຄົວ, ພົນລະ ເມືອງ 14.400 ຄົນ ໄດ້ຮັບຜົນກະທົບຫນັກຫນ່ວງພໍສົມຄວນ ໂດຍສະເພາະເນື້ອທີ່ນາ ເກືອບ 5.000 ເຮັກຕາ ທີ່ມີເຂົ້າກຳລັງສຸກເຫລືອງພວມຈະໄດ້ຮັບການເກັບກູ້ ຖືກນ້ຳຖ້ວມເສຍຫາຍ.
![]() | ວິສາຫະກິດຫວຽດນາມ ເປີດກວ້າງການດໍາເນີນທຸລະກິດຢູ່ຕະຫຼາດກໍາປູເຈຍ ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນຫຼວງພະນົມເປັນ, ບໍລິສັດບິ່ງຕຽນ ຈຳກັດ (BITI’S) ໄດ້ເປີດຮ້ານຄ້າແນະນໍາ ແລະຂາຍຜະລິດຕະພັນຕື່ມອີກຮ້ານໜຶ່ງ ຢູ່ລາຊະອານາຈັກກໍາປູເຈຍ. ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ພ້ອມກັບຜູ້ຕາງໜ້າອຳນາດການປົກຄອງ ແລະວິສາຫະກິດໃນບໍລິເວນໄດ້ເຂົ້າຮ່ວມເຫດການດັ່ງກ່າວ. |
![]() | ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງ ສສ.ຫວຽດນາມ ຍສໝ - ວັນທີ 24 ຕຸລາ, ຢູ່ນະຄອນຫຼວງ Ulan Bator, ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງທີ່ຖືກເສຍຫາຍຍ້ອນພະຍຸນໍ້າຖ້ວມໃນໄລຍະຜ່ານມາ. |
![]() | ແຂວງກວ໋າງບິ່ງ: ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ຍສໝ - ຄະນະຊາວໜຸ່ມແຂວງ ກວ໋າງບິ່ງ ໄດ້ຈັດພິທີມອບຂອງຂວັນ 100 ພູດ ລວມມູນຄ່າ 80 ລ້ານດົ່ງ ໃຫ້ແກ່ບັນດານັກສຶກສາລາວ ທີ່ມີສະພາບຫຍຸ້ງຍາກ ພວມສຶກສາຮ່ຳຮຽນໃນບໍລິເວນແຂວງ ກວ໋າງບິ່ງ. |
vietlao.vietnam.vn