ຊາວໜຸ່ມແຂວງຫົວພັນເປີດຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ເມືອງວຽງໄຊ

15:04 | 09/08/2019

ຕອນເຊົ້າຂອງວັນທີ 9 ສິງຫາ 2019 ນີ້, ຢູ່ທີ່ສວນມິດຕະພາບຫົວພັນ-ກວ້າງນິງ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫົວພັນນຳໂດຍ ສະຫາຍ ວົງເພັດ ບຸນມະນີ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ໄດ້ຈັດຕັ້ງພິທີເປີດສູນຮັບບໍລິຈາກເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຈາກພາຍຸວິພາໃນລະຫວ່າງວັນທີ 2 – 5 ສິງຫາຜ່ານມາຢູ່ເມືອງວຽງໄຊແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງທ່ານ ຄຳຜິວ ວົງສະຫວັນ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງຫົວພັນ, ມີບັນດາທ່ານໃນການນຳແຂວງ, ເມືອງວຽງໄຊ, ເມືອງຊຳເໜືອ, ຄະນະບໍລະຫານງານຊາວໜຸ່ມແຂວງ, ເມືອງ, ພະແນກການ, ກົມກອງອ້ອມຂ້າງແຂວງເຂົ້າຮ່ວມນຳ.

ຊາວໜຸ່ມແຂວງຫົວພັນເປີດຮັບບໍລິຈາກຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດຢູ່ເມືອງວຽງໄຊ

ທ່ານ ຊາຍທອນ ວົງລະນຶກ ຄະນະປະຈຳພັກເມືອງ, ປະທານກວດກາເມືອງວຽງໄຊ.(ພາບ:ໄອແກ້ວ)

ທ່ານ ຊາຍທອນ ວົງລະນຶກ ຄະນະປະຈຳພັກເມືອງ, ປະທານກວດກາເມືອງວຽງໄຊ ລາຍງານໃຫ້ຊາບວ່າ: ຜົນກະທົບຈາກໄພພິບັດພາຍຸວິພາທີ່ເກີດຂຶ້ນຢູ່ເມືອງວຽງໄຊໃນລະຫວ່າງວັນທີ 2-5 ສິງຫາ 2019 ນີ້ໄດ້ກວມເອົາ 29 ບ້ານຂອງເມືອງວຽງໄຊ ເປັນຕົ້ນແມ່ນບັນດາບ້ານທີ່ອາໃສຢູ່ລຽບຕາມຊາຍແດນຫວຽດນາມ, ຢູ່ຕາມລ້ອງນ້ຳງາ, ນ້ຳພູນ, ນ້ຳສີມ ແລະ ນ້ຳໂສຍ ເຊິ່ງຖືກກະທົບຮ້າຍແຮງກວ່າໝູ່ແມ່ນບ້ານຫີນດຳ, ບ້ານນາຮາມ, ບ້ານຄຳນາງ. ສັງລວມຜົນກະທົບເບື່ອງຕົ້ນມີດິນເຈື່ອນຖົມເຮືອນ 2 ຫຼັງຄາພ້ອມກັບຄົນ 7 ຄົນແລ້ວໄຫຼໄປກັບນໍ້າຢູ່ບ້ານຫີນດໍາ, ດິນເຈື່ອນທັບເຮືອນເສຍຫາຍ 3 ຫຼັງ, ເສັ້ນທາງເປ່ເພ 4 ເສັ້ນຄືເສັ້ນທາງແຕ່ພູນໃໝ່-ຄຳນາງ, ບ້ານກ້າງໂຄ້ງ-ບ້ານບໍ່, ບ້ານສາມັກຄີໄຊ-ຫ້ວຍຕຸງ ແລະ ແຕ່ດ່ານສາກົນນ້ຳໂສຍ-ບ້ານໂສຍ, ຄອງເໝືອງເປ່ເພ 33 ເສັ້ນ, ຝາຍເປ່ເພ 12 ແຫ່ງ, ນາເຂົ້າຖືກນ້ຳຖ້ວມ ແລະ ເຊາະເຈື່ອນເສຍຫາຍ 98 ຮຕ, ໄຮ່ເຂົ້າເສຍຫາຍ 12 ຮຕ, ໜອງປາເສຍຫາຍ 206 ໜ່ວຍ, ສັດໃຫຍ່ 18 ໂຕ, ຫົວປັ່ນໄຟຟ້ານໍ້າຢອດເສຍຫາຍ 80 ເຄື່ອງ ແລະ ສັດນ້ອຍຈຳນວນຫຼວງຫຼາຍ. ລວມມູນຄ່າເສຍຫາຍເບື້ອງຕົ້ນທົ່ວເມືອງວຽງໄຊແມ່ນປະມານ 13 ຕື້ກວ່າກີບ.

ຕໍ່ກັບເຫດການຄັ້ງນີ້ການນຳເມືອງວຽງໄຊໄດ້ສົມທົບກັບທຸກພາກສ່ວນພາຍໃນເມືອງ ແລະ ແຂວງເພື່ອເລັ່ງໃຫ້ການຊ່ວຍເຫຼືອມາໂດຍຕະຫຼອດ, ໂດຍສະເພາະແມ່ນຄົ້ນຫາຜູ້ສູນຫາຍ, ການຊ່ວຍເຫຼືອຜູ້ປະສົບໄພເບື້ອງຕົ້ນ, ແກ້ໄຂສຸກເສີນບັນດາເສັ້ນທາງທີ່ໄດ້ຮັບເປ່ເພ ພ້ອມທັງແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂໄພພິບັດຂັ້ນເມືອງ ເພື່ອຕິດຕາມ ແລະ ຊ່ວຍເຫຼືອປະຊາຊົນໃຫ້ທັນເວລາ. ໄປຄຽງຄູ່ກັນນັ້ນ, ເມືອງວຽງໄຊກໍ່ໄດ້ເປີດຮັບບໍລິຈາກເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດຜ່ານທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານພັດທະນາລາວ ເພື່ອທະຍອຍໄປຊ່ວຍເຫຼືອຜູ້ປະສົບໄພພິບັດໃນຄັ້ງນີ້.

ທ່ານ ຄຳຜິວ ວົງສະຫວັນ ໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ, ບັນດາໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ແລະ ເພື່ອນທຸລະກິດໜຸ່ມ ພ້ອມດ້ວຍຊາວຄ້າຂາຍຢູ່ແຂວງຫົວພັນຈົ່ງພ້ອມກັນອຸ່ນອຽນປຸກລະດົມຈິດໃຈຜູ້ປະສົມໄພພິບັດໃຫ້ມີຈິດໃຈທຸ່ນທ່ຽງ, ຈົ່ງພ້ອມກັນສາມັກຄີຮ່ວມແຮງຮ່ວມໃຈກັນຊ່ວຍເຫຼືອກັນປະກອບວັດຖຸເງິນຄຳ, ປັດໃຈຕ່າງໆຊ່ວຍເຫຼືອແບ່ງເບົາບັນເທົາທຸກໆແກ່ຜູ້ສົບໄພ, ກຳລັງຊາວໜຸ່ມຕ້ອງໄດ້ຈັດຕັ້ງອາສາຕະລຸມບອນລົງໄປຊ່ວຍເຂດທີ່ໄດ້ຮັບຜົນກະທົບ ເພື່ອພື້ນພູພື້ນທີ່ທຳການຜະລິດຂອງປະຊາຊົນ ເປັນຕົ້ນແມ່ນຊົນລະປະທານ ແລະ ເນື້ອທີ່ນາສິ່ງທີ່ແຮງງານຄົນສາມາດເຮັດໄດ້ ແລະ ການລະດົມທຶນໃນຄັ້ງນີ້ຕ້ອງໂປ່ງໃສ, ກວດກາໄດ້ ແລະ ໄປເຖິງເປົ້າໝາຍທີ່ຕ້ອງການຄວາມຊ່ວຍເຫຼືອທີ່ແທ້ຈິງ.

ການເປີດສູນຮັບບໍລິຈາກຄັ້ງນີ້ແມ່ນເລີ່ມຮັບເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດ ຕັ້ງແຕ່ເວລາ 8 ໂມງເຊົ້າເຖິງເວລາ 21 ໂມງ ຂອງວັນທີ 9 ສິງຫາ 2019, ສະຖານທີ່ສວນສາທາລະນະມິດຕະພາບຫົວພັນ-ກວ້າງນິງ ຫຼື ທ່ານໃດບໍສະດວກກໍ່ສາມາດບໍລິຈາກຜ່ານທະນາຄານພັດທະນາ ເຈົ້າຂອງບັນຊີແມ່ນ: ຫ້ອງວ່າການເມືອງວຽງໄຊ ໝາຍເລກບັນຊີ 0300800410017017 ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ເຈົ້າຂອງບັນຊີ: ທ້າວ ພັນມີໄຊ ຄາທຽນໄຊ ໝາຍເລກບັນຊີ 172-12-00-00606112-001. ດັ່ງນັ້ນ, ເຊີນຊວນບັນດາທ່ານຮ່ວມບໍລິຈາກໄດ້ຕາມເວລາ ແລະ ສະຖານທີ່ຂ້າງເທິງ.

(ແຫຼ່ງ​ຂໍ້​ມູນ​: ໄອແກ້ວ/ຂ່າວຫົວພັນ)

ເຫດການ
302 Found

Found

The document has moved here.