ປະເທດລາວ: ຍີ່ປຸ່ນ ໜູນຊ່ວຍອຸປະກອນ ກຽມພ້ອມໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ

20:28 | 31/12/2019

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າດ້ານອຸປະກອນ ເພື່ອປະກອບໃນວຽກງານກຽມພ້ອມ ໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ ຢູ່ ສປປ ລາວ ຈັດຂຶ້ນວັນທີ 29 ທັນວາ 2019 ຢູ່ກະຊວງການຕ່າງປະເທດ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ​ທ່ານ ທອງ​ສະຫວັນ ພົມວິຫານ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ແລະ ທ່ານ ເຄ​ໂຊ ທາ​ເກ​ວາ​ກະເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ມີ​ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ການ​ອະນຸມັດ​ໂຄງການ​ຊ່ວຍເຫຼືອ​ດັ່ງກ່າວ ເປັນ​ໂຄງການ​ໜຶ່ງ​ທີ່​ສຳຄັນ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ ການ​ໃຫ້​ວຽກ​ງານ​ກຽມພ້ອມ ໂຕ້​ຕອບ ແລະ ຟື້ນ​ຟູ​ຂົງເຂດ​ທີ່​ເກີດ​ໄພພິບັດ​ໃນ ​ສປປ ລາວ ໃຫ້​ທັນ​ເວລາ​ໂດຍ​ລວມ​ມີ​ມູນ​ຄ່າ 1 ຕື້​ເຢນ ຫຼື ປະມານ 80,7 ຕື້​ກີບ ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ໃນ​ການ​ຈັດ ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ ​ສປປ ລາວ ແຕ່​ລະ​ໄລຍະ.

ປະເທດລາວ: ຍີ່ປຸ່ນ ໜູນຊ່ວຍອຸປະກອນ ກຽມພ້ອມໂຕ້ຕອບ ແລະ ຟື້ນຟູຫຼັງໄພພິບັດ

ຍີ່ປຸ່ນ ຊ່ວຍເຫຼືອ​ອຸປະກອນ ກຽມພ້ອມ​ໂຕ້​ຕອບ ແລະ ຟື້ນ​ຟູ​ຫຼັງ​ໄພພິບັດ. (ພາບ: kpl)

ທ່ານ ທອງ​ສະຫວັນ ພົມວິຫານ ໄດ້​ສະແດງ​ຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່​ລັດຖະບານ ແລະ ປະຊາຊົນ​ຍີ່ປຸ່ນ ທີ່​ຍາມ​ໃດ​ກໍ​ໃຫ້ການ​ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາ​ໂດຍ​ຕະຫຼອດ ເວ ລາ​ປະສົບ​ໄພພິບັດ​ທຳ​ມະ​ຊາດ ລາວ ແລະ ຍີ່ປຸ່ນ ກໍ​ໄດ້​ໃຫ້ການ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ​ຢ່າງ​ຕັ້ງໜ້າ ໂດຍ​ສະເພາະ ໃນ​ປີ​ນີ້​ເຖິງ​ວ່າ​ຍີ່ປຸ່ນ​ຈະ​ປະສົບ​ກັບ​ໄພພິບັດ​ຫຼາຍ​ຄັ້ງ​ຢ່າງ​ໜັກໜ່ວງ ແຕ່​ກໍ​ໄດ້​ສືບຕໍ່​ຮ່ວມ​ມື​ຊ່ວຍເຫຼືອ ​ສປປ ລາວ ພ້ອມ​ນີ້ ໄດ້​ຕາງໜ້າ​ລັດຖະບານ ແລະ ປະຊາຊົນ​ລາວ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ໂຄງການ​ຊ່ວຍເຫຼືອ​ຄັ້ງ​ນີ້ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ​ໃນ​ການ​ພັດທະນາ ​ສປປ ລາວ.

(ແຫຼ່ງ​ຂໍ້​ມູນ​: kpl.gov.la)

ເຫດການ
302 Found

Found

The document has moved here.