ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດ 4 ແຂວງພາກເໜືອ

15:10 | 16/07/2019

ປີ 2019 ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ລາວ ແລະ ລັດ­ຖະ­ບານ​ຍີ່­ປຸ່ນ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງການ​ຄັງ​ແຮ​ເຂົ້າ ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ­ພິ­ບັດ ພາຍ​ໃຕ້​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ໂດຍ​ໄດ້​ແຈກ​ຢາຍ​ໃຫ້​ບັນ­ດາ​ເມືອງ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ປີ 2018 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ.

ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດ 4 ແຂວງພາກເໜືອ

ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພພິບັດ 4 ແຂວງພາກເໜືອ

ວັນ​ທີ 11 ກໍ­ລະ­ກົດ 2019 ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ນຳ​ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ​ໄປ​ມອບ​ໃຫ້​ປະ​ຊົນ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ໄພ­ພິ­ບັດ​ໃນ​ປີ­ຜ່ານ­ມາ ຢູ່​ແຂວງ​ບໍ່​ແກ້ວ ອຸ­ດົມ​ໄຊ ຫຼວງ​ນ້ຳ​ທາ ແລະ ແຂວງ​ຫຼວງ​ພະ​ບາງ ເຊິ່ງ​ເຄື່ອງ​ທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ປະ­ກອບ​ມີ​ເຂົ້າ­ສານ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ ໃນ​ນີ້ ແຂວງ​ບໍ່​ແກ້ວ​ໄດ້​ຮັບ​ເຂົ້າ­ສານ (ເຂົ້າ­ໜຽວ) 60.744 ກິ​ໂລ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 127 ແກັດ ມູນ​ຄ່າ 679 ລ້ານ​ກີບ ອຸ­ດົມ​ໄຊ ເຂົ້າ­ສານ 154.536 ກິ​ໂລ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 128 ແກັດ ມູນ​ຄ່າ 1,43 ຕື້​ກີບ ຫຼວງ​ນ້ຳ​ທາ ເຂົ້າ­ສານ 76.824 ກິ​ໂລ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 127 ແກັດ ມູນ​ຄ່າ 808 ລ້ານ​ກີບ ແລະ ແຂວງ​ຫຼວງ​ພະ​ບາງ ໄດ້​ຮັບ​ເຂົ້າ­ສານ 11.356 ກິ​ໂລ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 128 ແກັດ ມູນ​ຄ່າ 1,09 ຕື້​ກີບ ສຳ­ລັບ​ເຂົ້າ­ສານ​ແມ່ນ​ໄດ້​ມາ​ຈາກ​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ສ່ວນ​ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ​ໄດ້​ມາ​ຈາກ​ການ​ຊ່ວຍ­ເຫຼືອ​ຂອງ ສ ເກົາ­ຫຼີ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.