ຍສໝ - ທ່ານນາງ ຟ້າມທູຮັ່ງ ຢັ້ງຢືນວ່າ “ໃນຕົວຈິງ ສະພາບປ້ອງກັນຕ້ານການຄ້າມະນຸດຢູ່ພາຍໃນປະເທດ ແລະ ຂ້າມຊາຍແດນ ໄດ້ຮັບການສຳຫລວດກວດຄືນເພື່ອມີມາດຕະການແກ້ໄຂທີ່ສອດຄ່ອງ, ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ ໂຄວິດ-19 ກໍ່ຂຶ້ນ.
ວັນທີ 4 ກໍລະກົດ, ປະເທດອາເມລິກາສະເຫຼີມສະຫຼອງ 246 ປີແຫ່ງວັນຊາດ (4-7-1776/4-7-2022). ວັນຊາດອາເມລິກາ ຍັງເອີ້ນວ່າແມ່ນວັນເອກະລາດ, ແມ່ນວັນບຸນສະຫະລັດເພື່ອສະເຫຼີມສະຫຼອງວັນປະກາດເອກະລາດໄດ້ເຊັນເມື່ອປີ 1776.
ຍສໝ - ທ່ານ ຫງວຽນກວກຫ້ຽວ, ຮອງຫົວໜ້າກົມກວດກາປ່າໄມ້, ກົມໃຫຍ່ປ່າໄມ້, ກະຊວງກະສິກຳ ແລະພັດທະນາຊົນນະບົດ ເນັ້ນໜັກວ່າ: ກອງປະຊຸມໃນມື້ນີ້ແມ່ນພະຍານຫຼັກຖານສໍາຄັນໃຫ້ແກ່ບາດກ້າວຍາວໃນການພົວພັນຮ່ວມມືລະຫວ່າງກົມປ່າໄມ້ອາເມລິກາ ແລະກົມກວດກາປ່າໄມ້ຫວຽດນາມ ເພື່ອຮ່ວມກັນສ້າງຫຼັກສູດກໍ່ສ້າງ, ຝຶກອົບຮົມທີ່ມີມາດຕະຖານໃນຂົງເຂດປະຕິບັດກົດໝາຍໃຫ້ກໍາລັງກວດກາປ່າໄມ້ຫວຽດນາມ.
ຍສໝ - ຄະນະກຳມະການປະຊາຊົນແຂວງ ຝູອຽນ ຫາກໍ່ໄດ້ອະນຸມັດຜ່ານການຊ່ວຍເຫຼືອເຄື່ອງກອງນ້ຳ 500 ເຄື່ອງ (ແບບ Sawyer mini, ຜະລິດຢູ່ອາເມລິກາ) ໃຫ້ແກ່ຄອບຄົວທຸກຍາກ ແລະ ຄອບຄົວທີ່ດ້ອຍໂອກາດຢູ່ແຂວງ ຟູອຽນ ໂດຍອົງການຄືນຄາວເຍົາໄວ (ອາເມລິກາ) ມີມູນຄ່າ 25.000 USD, ເທົ່າກັບ 575 ລ້ານດົ່ງ.
ຍສໝ - ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອາເມລິກາ ບັນລຸໄດ້ປະສິດທິຜົນຕັ້ງໜ້າໃນຫຼາຍຂົງເຂດຄື: ການເຈລະຈາ - ປຶກສາຫາລື, ແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ…
ຕອນບ່າຍວັນທີ 3 ມິຖຸນາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Marc Evans Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ.
ທ່ານນາງ Wendy Sherman ກໍ່ຈະປະກາດບ້ວງເງິນໜູນຊ່ວຍເພີ່ມເຕີມຂອງ ອາເມລິກາ ສຳລັບບັນດາການເຄື່ອນໄຫວມ້າງທຳລາຍວັດຖຸລະເບີດບໍ່ທັນແຕກຫຼັງສົງຄາມ.
ຍສໝ - ອົງການກວດກາ ແລະ ຄວາມປອດໄພດ້ານອາຫານ ທີ່ຂຶ້ນກັບກະຊວງກະສິກຳຂອງອາເມລິກາ ຫາກໍ່ໄດ້ຮັບຮອງເອົາໂຮງງານປຸງແຕ່ງປາປຶ່ງ ຂອງຫວຽດນາມ ອີກ 6 ແຫ່ງທີ່ໄດ້ຮັບອະນຸຍາດໃຫ້ສົ່ງອອກໄປຕະຫຼາດແຫ່ງນີ້.
ຍສໝ - ທ່ານຮອງປະທານສະພາການຄ້າ ຫວຽດນາມ - ອາເມລິກາ ຖືວ່າ: ນີ້ແມ່ນບົດກ່າວປາໄສທີ່ມີຄວາມໝາຍທີ່ສຸດ; ກວມລວມຫຼາຍບັນຫາໃຫຍ່ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນດີຈີຕອນ, ບັນຫາການຮ່ວມມືດ້ານເສດຖະກິດ...
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດານະຄອນຂອງຫວຽດນາມ ກັບ Los Angeles...
ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບ ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ອາເມລິກາ ສະໄໝພິເສດ, ຢ້ຽມຢາມ ແລະເຮັດວຽກ ຢູ່ ອາເມລິກາ ແລະສະຫະປະຊາຊາດ, ຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຟ້າມຮວ່າຍນາມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີການເຄື່ອນໄຫວສອງຝ່າຍກັບບັນດາຄູ່ຮ່ວມມື ຢູ່ ອາເມລິກາ ແລະສະຫະປະຊາຊາດ (ສປຊ).
ຍສໝ - ຫວ່າງ ແລ້ວນີ້, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper.
ຫວຽດນາມ ປະຕິບັດແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດ.
ຍສໝ - ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ (TC-HICT) ຂຶ້ນກັບບໍລິສັດໃຫຍ່ ເຕິນກາງ ໄຊງ່ອນ ທີ່ຫາກໍປະສົບຜົນສຳເລັດໃນການຕ້ອນຮັບກຳປັ່ນ "super ship" One Continuity ຂອງ ບໍລິສັດກຳປັ່ນ ONE, ໃນການບໍລິການທາງທະເລໃໝ່ PS3 ຂ້າມປາຊີຟິກ ໄປຍັງຝັ່ງຕາເວັນຕົກໂດຍກົງ.
ວັນທີ 1 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໃຫ້ການຕ້ອນຮັບທ່ານ John McAuliff ເພື່ອນມິດທີ່ມາແຕ່ດົນນານ ແລະ ສະໜິດສະໜົມຂອງ ຫວຽດນາມ ຢູ່ ນິວຢອກ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Marc E. Knapper ເຊິ່ງມາເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດເລີ່ມດຳລົງຕຳແໜ່ງ.
ຍສໝ - ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວກຢຸງ ໄດ້ມີການພົບປະກັບທ່ານ Wendy Sherman - ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ.
ຍສໝ - ຕາມການປະກາດຂອງກະຊວງການຄ້າອາເມລິກາ, ມີວິສາຫະກິດປາຫູໝາດ ຂອງຫວຽດນາມ ທີ່ໄດ້ນຳໃຊ້ລະດັບພາສີ 0% ເຂົ້າຕະຫຼາດອາເມລິກາ ຕື່ມອີກ.
ຍສໝ - ຫວຽດນາມ ແລະ ອາເມລິກາ ແມ່ນສອງພື້ນຖານເສດຖະກິດທີ່ມີຄຸນລັກສະນະເພີ່ມເຕີມໃຫ້ກັນ, ສະນັ້ນມີຄວາມສາມາດບົ່ມຊ້ອນຫລາຍດ້ານໃນການຮ່ວມມື, ບໍ່ພຽງແຕ່ດ້ານພະລັງງານ ແລະ ການປ່ຽນແປງຂອງດິນຟ້າອາກາດເທົ່ານັ້ນ ຫາກຍັງໃນຫລາຍຂົງເຂດອື່ນໆອີກ...
ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ.