ເຊີດຊູພາສາ​ຫວຽດນາມ: ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກນ້ອຍ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ

17:13 | 27/03/2025

ຍສໝ - ຄະນະ​ປະຈຳ​ຫວຽດນາມປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ສົມທົບ​ກັບ​ມະຫາວິທະຍາ​ໄລ Columbia ​ເພື່ອ​ຈັດ​ຕັ້ງ​ເປີດ​ຫ້ອງ​ຮຽນ​ພາສາ​ຫວຽດນາມ ​ໂດຍ​ບໍ່​ເສຍ​ຄ່າ​ສຳລັບ​ເດັກນ້ອຍ​ຂອງ​ຊຸມ​ຊົນ ຫວຽດນາມ ​ໃນ​ອາຍຸ 6-14 ປີ.

ອະດີດ​ເອກ​ອັກຄະ​ລັດຖະທູດ​ຫຼາຍ​ທ່ານ ​ເລັ່ງລັດ​ໃຫ້​ທ່ານລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ ສືບ​ຕໍ່​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຢູ່ ຫວຽດນາມ, ລາວ, ກຳປູ​ເຈຍ
​ເຜີຍ​ແຜ່​ບຸນເຕັດຫວຽດນາມ ໄປເຖິງ​ເພື່ອນ​ລາວ

ວັນທີ 22 ມີນາ, ຢູ່ນະຄອນ New York (ອາເມລິກາ), ສາຍຄະນະປະຈໍາ ຫວຽດນາມ ປະຈໍາ ສະຫະປະຊາຊາດ ໄດ້ສົມທົບກັບໂຄງການພາສາຫວຽດນາມ ຂຶ້ນກັບມະຫາວິທະຍາໄລ Columbia ຈັດຕັ້ງພິທີເປີດຫ້ອງຮຽນພາສາຫວຽດນາມ ໂດຍບໍ່ເສຍຄ່າໃຫ້ແກ່ເດັກນ້ອຍຂອງປະຊາຄົມຊາວ ຫວຽດນາມ ຢູ່ນະຄອນ New York ແລະ ເຂດອ້ອມຂ້າງ.

ນັກຮຽນແມ່ນເດັກນ້ອຍທີ່ມີອາຍຸລະຫວ່າງ 6 ຫາ 14 ປີ, ສ່ວນຫຼາຍແມ່ນເກີດຢູ່ໃນອາເມລິກາ, ຫຼາຍຄົນມີພໍ່ແມ່ຕ່າງປະເທດ.

​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳປາໄສທີ່ເປີດຊຸດຫຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ - ຫົວໜ້າ​ຄະນະ​ຜູ້ຕ່າງໜ້າຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ ​ແລະ ​ໂຄສະນາ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ​ຢູ່ ອາ​ເມ​ລິ​ກາ​ ເວົ້າ​ສະ​ເພາະ.

ເຊີດຊູພາສາ​ຫວຽດນາມ: ​ເຜີຍ​ແຜ່​ຄວາມ​ຮັກ​ແພງ​ໃຫ້​ແກ່​ເດັກນ້ອຍ​ຢູ່​ນະຄອນ New York, ອາ​ເມ​ລິ​ກາ

ອາຈານ ຫງວຽນເຟືອງຈຸງ, ອາຈານສອນຢູ່ພາກວິຊາພາສາ, ມະຫາວິທະຍາໄລ Columbia (ຂວາ) ກ່າວປາໄສທີ່ພິທີເປີດຫ້ອງຮຽນ. (ພາບ: Le Hoang/My)

ທ່ານ​ເອກ​ອັກຄະ​ລັດຖະທູດ​ເຊື່ອ​ໝັ້ນ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ສອນ​ພາສາ​ຫວຽດນາມ ຢູ່​ສຳນັກງານ​ໃຫຍ່​ຈະ​ມີ​ຊີວິດ​ຊີວາ ​ແລະ ​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ​ໃນ​ການ​ຮໍ່າຮຽນ​ໃນ​ການ​ຫຼິ້ນ, ຊ່ວຍ​ໃຫ້​ເດັກນ້ອຍ​ບໍ່​ພຽງ​ແຕ່​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ພາສາ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ໂອກາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ ​ແລະ ປະຫວັດສາດ​ຂອງ​ຊາດ​ຕື່ມ​ອີກ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ ​ໄດ້​ສະແດງຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ໂຄງການ​ພາສາ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ Columbia, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ເພື່ອນ​ສະໜິດສະໜົມ​ຂອງ​ຄະນະ​ຜູ້​ແທນ​ຄື: ທ່ານນາງ ສາດສະດາຈານ ຫງວຽນ​ລຽນຮັ່ງ, ຜູ້ອຳນວຍການ​ສະ​ຖາ​ບັນອາຊີຕາເວັນອອກ Weatherhead ແລະ ອາຈານ ຫງວຽນເຟືອງຈຸງ, ພາກ​ວິຊາ​ພາສາ ​ແລະ ວັດທະນະທຳ​ອາຊີ​ຕາ​ເວັນ​ອອກ, ມະຫາວິທະຍາ​ໄລ Columbia.

ກ່າວ​ຄຳປາໄສ​ທີ່​ພິທີ​ໄຂ​ງານ​ພາສາ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ Columbia, ທ່ານ​ສາດສະດາຈານ ຫງວຽນ​ລຽນຮັ່ງ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ພ້ອມ​ກັບ​ຄະນະ​ຜູ້​ແທນ​ການ​ທູດ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ພາສາ ​ແລະ ວັດທະນະທຳ ຫວຽດນາມ ຢູ່ ອາ​ເມ​ລິ​ກາ.

ທ່່ານາງ​ສາດສະດາຈານ​ຫວັງ​ວ່າ ບັນດາ​ການ​ເຄື່ອນ​ໄຫວ​ທີ່​ສອງ​ຝ່າຍ​ສົມທົບ​ກັນ​ຈັດ​ຕັ້ງ​ຈະ​ປະສົບ​ຜົນສຳ​ເລັດ, ປະກອບສ່ວນ​ຊຸກຍູ້ການ​ຮ່ຳຮຽນ ​ແລະ ສອນ​ພາສາ​ຫວຽດນາມ ຢູ່​ນະຄອນ New York.

ທັນທີຫຼັງຈາກພິທີເປີດ, ນັກສຶກສາຫນຸ່ມໄດ້ເລີ່ມຫ້ອງຮຽນທໍາອິດຂອງເຂົາເຈົ້າດ້ວຍການສະກົດຄໍາແລະການອອກສຽງສົມທົບກັບກິດຈະກໍາກຸ່ມນໍາພາໂດຍອາຈານອາສາສະຫມັກຈາກວິທະຍາໄລ Columbia.

ຄຽງ​ຄູ່​ກັບ​ໂຄງການ​ສິດສອນ​ພາສາ​ຫວຽດນາມ​ທີ່​ເປີດ​ໃໝ່​ໃຫ້​ແກ່​ປະຊາ​ຄົມ, ສະມາຄົມ​ຜົວ​ເມຍ​ຂອງ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ຮັກສາ​ບັນດາ​ຫ້ອງ​ຮຽນ​ພາສາ ​ແລະ ວັດທະນະທຳ ຫວຽດນາມ ​ໃຫ້​ແກ່​ລູກ​ຫຼານ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ ຢູ່​ New York.

ນີ້​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ແລະ ​ແທດ​ຈິງ​ເພື່ອ​ມຸ່ງ​ໄປ​ເຖິງ “ວັນ​ເຊີດ​ຊູ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ (8 ກັນຍາ)” ​ແລະ ຕອບ​ສະໜອງ​ການ​ແຂ່ງຂັນ “ຊອກ​ຫາ​ທູດພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ​ປີ 2025” ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ.

ລາຍ​ເຈົາ ​ເຜີຍ​ແຜ່​ກົດໝາຍ​ວ່າ​ດ້ວຍ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ ​ໃຫ້​ທຸກ​ບ້ານ

ລາຍ​ເຈົາ ​ເຜີຍ​ແຜ່​ກົດໝາຍ​ວ່າ​ດ້ວຍ​ທະຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດນາມ ​ໃຫ້​ທຸກ​ບ້ານ

ຍສໝ -​ ​ເພື່ອ​ນຳ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທະຫານ​ຊາຍ​ແດນ​ຫວຽດນາມ ​ໄປ​ເຖິງ​ທຸກ​ຄົນ​ຢູ່​ເຂດ​ຊາຍ​ແດນ, ທະຫານ​ປ້ອງ​ກັນ​ຊາຍ​ແດນ​ເມືອງ ຟອງໂຖ (​ແຂວງ​ລາຍ​ເຈົາ) ​ໄດ້​ຈັດ​ຕັ້ງ​ບັນດາ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ຫຼາຍ​ຢ່າງ​ບົນ​ພື້ນຖານ ​ແລະ ​ເນື້ອ​ໃນ​ຂອງ​ກົດໝາຍ.

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ສະຖານທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການໂອ້ລົມເຈລະຈາ ​ແລະ ການ​ເຊື່ອມ​ຕໍ່ວິສາຫະກິດ

ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະ​ໂອກາດ​ຮ່ວມ​ມື, ລະບຽບ​ການ​ກ່ຽວ​ກັບ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່ ອາ​ເມ​ລິ​ກາ.

ມີງດຶກ

ເຫດການ