ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນທ່ົວປວງຊົນປ້ອງກັນຊາດ, ວັນທີ 13 ທັນວາ, ບັນດາກົມກອງກໍາລັງປະກອບອາວຸດ ແຂວງເທື່ອທຽນເຫວ້ ຂອງຫວຽດນາມ ແລະແຂວງສາລະວັນ, ເຊກອງຂອງລາວ ໄດ້ສົມທົບກັນຈັດຕັ້ງຫຼາຍກິດຈະກໍາແທດຈິງເພື່ອໜູນຊ່ວຍປະຊາຊົນທີ່ຢູ່ສອງຟາກຊາຍແດນ.
ຍສໝ - ຕອນຄໍ່າວັນທີ 13 ທັນວາ, ທີ່ຮ່າໂນ້ຍ, ທ່ານພົນໂທ ຈິ້ງວັນກວຽດ ເລຂາທິການສູນກາງພັກ, ກຳມະການຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ຕ້ອນຮັບທ່ານພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເນື່ອງໃນໂອກາດທ່ານ ແລະພັນລະຍາ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ. ເຂົ້າຮ່ວມຍັງມີທ່ານພົນໂທ ເລກວາງມິງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ.
ຍສໝ - ໂດຍໄດ້ຮັບຄໍາເຊີນຂອງສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ຫງວຽນຢຸຍງອັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 10-11 ທັນວາ.
ຍສໝ - ວັນທີ 10 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ນໍາໂດຍ ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມີການເຮັດວຽກກັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ນໍາໂດຍ ທ່ານ ຄໍາພາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ.
ການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໄດ້ສ້າງຄວາມສະໜິດຕິດພັນລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດເທົ່ານັ້ນ, ຫາກໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນອີກດ້ວຍ, ກອງທັບສອງປະເທດ ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນຮ່ວມມື ແລະພັດທະນາ.
ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍທະຫານຊາຍແດນ ວິງຊວນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບບັນດາອົງການຈັດຕັ້ງ, ບຸກຄົນເພື່ອມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຂຶ້ນກັບຕາແສງ ວິງຊວນ ແລະຕາແສງ ຟູ໋ຢຽນ (ເມືອງຝູວາງ) ໃນລາຍການ “ຄວາມອົບອຸ່ນໃນລະດູໜາວ”.
ຫວ້າງແລ້ວນີ້, ທີ່ນະຄອນໂຮ່ຈີມິນ, ສະຖາບັນການເມືອງ ເຂດ II ຈັດຕັ້ງພິທີຕ້ອນຮັບຄະນະຜູ້ແທນໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແນໃສ່ສ້າງຕັ້ງ, ເພີ່ມທະວີການພົວພັນອັນເລິກເຊິ່ງລະຫວ່າງສອງຝ່າຍ.
ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.
ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.
ຍສໝ - ໃນປີ 2024, ທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ເພີ່ມທະວີການສົມທົບກັນ, ສ້າງກໍາລັງແຮງສັງລວມໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງ, ສອງປະເທດ; ຮັກສາ ແລະເສີມຂະຫຍາຍການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມື ແລະພັດທະນາໃຫ້ເປັນຢ່າງດີ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ຊົມເຊີຍບັນດາຜົນງານທີ່ມີຄວາມໝາຍປະຫວັດສາດ ທີ່ປະເທດລາວ ບັນລຸໄດ້ໃນໄລຍະ 49 ປີຜ່ານມາ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວຢ່າງແຂງແຮງ ແລະຮອບດ້ານ; ເຊື່ອໝັ້ນວ່າ, ໂດຍສືບຕໍ່ມູນເຊື້ອຂອງລຸ້ນກ່ອນ ແລະ ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນງານໃໝ່ ແລະໃຫຍ່ຫຼວງກວ່າອີກ, ສ້າງສາປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ສາມັກຄີ, ສະເໝີພາບ, ສີວິໄລ, ຮັ່ງມີເຂັ້ມແຂງຕາມເປົ້າໝາຍສັງຄົມນິຍົມໃຫ້ປະສົບຜົນສໍາເລັດ.
ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ສາຍພົວພັນຫວຽດນາມ - ລາວ ພວມພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ໃນນັ້ນ ການພົວພັນດ້ານການເມືອງນັບມື້ນັບພັດທະນາ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ, ວິທະຍາສາດ-ເຕັກນິກ ໄດ້ມີການພັດທະນາທີ່ຕັ້ງໜ້າ.
ຍສໝ - ຊາຍແດນ ຫວຽດນາມ-ລາວ ທີ່ມີລວງຍາວເກືອບ 2.340 ກິໂລແມດ, ທິດເໜືອເລີ່ມແຕ່ບ່ອນຕິດຈອດສາມປະເທດຫວຽດນາມ-ລາວ-ຈີນ ຢູ່ ອາປາຈາຍ (ຕາແສງສິນເທົ່າ, ເມືອງເມື່ອງແຍ໊, ແຂວງດ້ຽນບຽນ), ແລະສິ້ນສຸດຢູ່ທິດໃຕ້, ບ່ອນຕິດຈອດກັນຂອງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ, ຂຶ້ນກັບເມືອງງອັກໂຮ່ຍ, ແຂວງກອນຕູມ.
ຍສໝ - ທ່ານນາງ ຫງວຽນທິແທັງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບນັບຖືອາລົມຈິດ, ການຊ່ວຍເຫຼືອ, ການປະກອບສ່ວນອັນລ້ຳຄ່າຂອງການນຳລຸ້ນຕ່າງໆ, ປະຊາຊົນລາວອ້າຍນ້ອງ ທີ່ໄດ້ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ຍສໝ - ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ, ລາວ ແລະກໍາປູເຈຍ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ.
ຍສໝ - ການຝຶກຊ້ອມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ນີ້ແມ່ນການເຄື່ອນໄຫວແທດຈິງໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ລາວ-ກຳປູເຈຍ.
ຍສໝ - ດໍາເນີນແຕ່ວັນທີ 18 ຫາວັດທີ 25 ພະຈິກ, ການຝຶກຊ້ອມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບ 3 ປະເທດ, ໜູນຊ່ວຍເຊິ່ງກັນ ແລະກັນໃນກໍລະນີເກີດໄພພິບັດທາງທໍາມະຊາດ, ຈໍາກັດຄວາມເສຍຫາຍທາງດ້ານຊີວິດ ແລະຊັບສິນ.
ຍສໝ - ໃນເດືອນກັນຍາ 2024, ພາຍຸເລກທີ 3 (ຊື່ສາກົນວ່າ Yagi) ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ບັນດາແຂວງພາກເໜືອຂອງຫວຽດນາມ ແລະ ຫຼາຍທ້ອງຖິ່ນໃນພາກເໜືອຂອງປະເທດເພື່ອນລາວ. ໃນທ່າມກາງຄວາມເຈັບປວດ, ການສູນເສຍ, ນ້ຳໃຈມິດຕະພາບລະຫວ່າງຫວຽດນາມ - ລາວ ໄດ້ປະກາຍແສງອີກເທື່ອໜຶ່ງຜ່ານບັນດາການເຄື່ອນໄຫວແບ່ງປັນ, ໜູນຊ່ວຍລະຫວ່າງປະຊາຊົນສອງປະເທດ.
ຍສໝ - ຕະຫຼອດ 6 ສະຕະວັດ, ຫໍເທບທິດາ ລາວ ໂຍ່ຍຮວາ ຢູ່ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຍໍກວານ, ແຂວງ ນິງບິ່ງ ບໍ່ພຽງແຕ່ແມ່ນສະຖານທີ່ທີ່ສັກສິດເທົ່ານັ້ນ ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວາແຫ່ງນ້ຳໃຈມິດຕະພາບ ຫວຽດນາມ - ລາວ. ໂດຍຕິດພັນກັບນິທານກ່ຽວກັບເທບທິດາ ໂຍ່ຍຮວາ, ຫໍເຊິ່ງເປັນຈຸດນັດພົບທາງດ້ານວັດທະນະທຳໃຫ້ປະຊາຄົມຂອງສອງປະເທດມາແຕ່ດົນນານ. ປະຈຸບັນ, ຮ່ອງຮອຍແຫ່ງນີ້ ຍັງຄົງໄດ້ຮັບການຕັ້ງຄວາມຫວັງວ່າ ຈະພັດທະນາກາຍເປັນແຫຼ່ງທ່ອງທ່ຽວວັດທະນະທຳສາກົນ, ແຜ່ກະຈາຍຄຸນຄ່າວັດທະນະທຳ ແລະ ຈິດໃຈສາມັກຄີລະຫວ່າງປະຊາຊົນສອງປະເທດ.