
ຫວຽດນາມ: ລາຍຮັບຈາກຂະແຫນງທ່ອງທ່ຽວບັນລຸກ່ວາ 8 ຕື້ USD
ວັນທີ 29 ເມສາ, ຕາມຂໍ້ມູນຢ່າງເປັນທາງການຂອງກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2023, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກ່ວາ 984.000 ເທື່ອຄົນ
ວັນທີ 29 ເມສາ, ຕາມຂໍ້ມູນຢ່າງເປັນທາງການຂອງກົມໃຫຍ່ການທ່ອງທ່ຽວ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນເດືອນເມສາ ປີ 2023, ມີແຂກທ່ອງທ່ຽວສາກົນມາ ຫວຽດນາມ ກ່ວາ 984.000 ເທື່ອຄົນ
ບັນດາສະຖານທີ່ທ່ອງທ່ຽວເຊິ່ງແຂກທ່ອງທ່ຽວຄົ້ນຫາຫຼາຍທີ່ສຸດແມ່ນ: ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ດ່ານັ້ງ, ຟູກວັກ, ຍາຈາງ, ໂຮ້ຍອານ, ດ່າລາດ, ເຫ້ວ ແລະ ຟານທຽດ.
ຫວ່າງແລ້ວນີ້, ຢູ່ ທ່າກຳປັ່ນ ຕຽນຊາ ດ່າຫນັງ, ພະແນກທ່ອງທ່ຽວ ດ່າຫນັງ ໄດ້ຈັດຕັ້ງລາຍການຕ້ອນຮັບກຳປັ່ນທະເລລຳທຳອິດໂດຍສານແຂກທ່ອງທ່ຽວສາກົນມາທ່ອງທ່ຽວນະຄອນ ດ່າຫນັງ ພາຍຫລັງ 2 ປີທີ່ຖືກຢຸດຍ້ອນໂລກລະບາດໂຄວິດ 19.
ຍສໝ-ແຂກທ່ອງທ່ຽວກຳປັ່ນທະເລກັບຄືນເຂົ້າມາຫວຽດນາມແມ່ນສັນຍານທີ່ເປັນໜ້າຊື່ນຊົມ ແລະ ຂະແໜງການທ່ອງທ່ຽວນະຄອນ ໂຮ່ຈີມິນ ກໍ່ກຳນົດວ່ານີ້ແມ່ນແຫຼ່ງແຂກທ່ອງທ່ຽວທີ່ສຳຄັນ, ມີຄວາມສາມາດບົ່ມຊ້ອນ.
ຍສໝ-ຕາມບົດລາຍງານຫຼ້າສຸດຂອງເວທີປາໄສເສດຖະກິດໂລກ(World Economic Fo), ດັດຊະນີຄວາມສາມາດການພັດທະນາຂອງຂະແໜງການທ່ອງທ່ຽວ ຫວຽດນາມ ປີ 2021 ໄດ້ຈັດຢູ່ໃນລະດັບ 52, ເລື່ອນຂຶ້ນ 8 ຂັ້ນ ເມື່ອທຽບໃສ່ປີ 2019.
ແຕ່ວັນທີ 15 ມີນາປີ 2022, ຫວຽດນາມໄດ້ທົດລອງເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນແລະຮອດວັນທີ 1 ພຶດສະພາປີ 2022 ຫວຽດນາມໄດ້ເປີດປະຕູການທ່ອງທ່ຽວທັງໝົດເພື່ອຮັບໃຊ້ນັກທ່ອງທ່ຽວສາກົນ. ໃນເງື່ອນໄຂເປັນປົກກະຕິໃຫມ່, ຫວຽດນາມໄດ້ຍົກເລີກຫລາຍຂໍ້ກຳນົດສຳລັບນັກທ່ອງທ່ຽວສາກົນເມື່ອມາທ່ຽວຢູ່ຫວຽດນາມ.
ວັນທີ 29 ເມສາ, ກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ ໄລ່ລວມ 4 ເດືອນຕົ້ນປີ 2022, ແຂກທ່ອງທ່ຽວສາກົນມາທ່ອງທ່ຽວຫວຽດນາມ ບັນລຸເກືອບ 192,4 ພັນເທື່ອຄົນ, ເພີ່ມຂຶ້ນ 184,7% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ, SEA Games 31 ແມ່ນໂອກາດເພື່ອໃຫ້ປະເທດເຈົ້າພາບມີຄວາມເປັນກຽດ, ເອກອ້າງທະນົງໃຈໂຄສະນາພາບພົດ, ປະເທດຊາດ ແລະ ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ.
ຍສໝ - ຕອນບ່າຍວັນທີ 16 ມີນາ, ຖ້ຽວບິນຮອງຮັບນັກທ່ອງທ່ຽວຕ່າງປະເທດກຸ່ມທຳອິດມາເຖິງຫວຽດນາມ ພາຍຫຼັງຈັດຕັ້ງຜັນຂະຫຍາຍການເປີດປະຕູຄືນຕະຫຼາດການທ່ອງທ່ຽວສາກົນນັບແຕ່ວັນທີ 15 ມີນາ ໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນເຕີຍເສີນເຍິດ.
ຍສໝ - ວັນທີ 7 ມີນາ, ຄະນະກໍາມະການປະຊາຊົນແຂວງບິ່ງຖ້ວນ ໄດ້ປະກາດ ແຜນການຈັດຕັ້ງຕ້ອນຮັບນັກທ່ອງທ່ຽວສາກົນໄປຍັງແຂວງບິ່ງຖ້ວນ.
ໃນປີ 2022, ຂະແໜງທ່ອງທ່ຽວ ໄດ້ວາງອອກເປົ້າໝາຍຮັບໃຊ້ນັກທ່ອງທ່ຽວໃຫ້ໄດ້ 65 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 5 ລ້ານເທື່ອຄົນ.
ວັນທີ 23 ກຸມພາ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຫວຽດນາມ ພ້ອມກັບຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ໄດ້ສົມທົບກັນ ຈັດກອງປະຊຸມຖະແຫຼງຂ່າວທາງໄກ ແນະນຳປີ ທ່ອງທ່ຽວ ແຫ່ງຊາດ - ກ໋ວາງນາມ 2022 ໂດຍມີການເຊື່ອມຕໍ່ລະຫວ່າງສອງສະຖານທີ່ຢູ່ຮ່າໂນ້ຍ ແລະ ກ໋ວາງນາມ.
ເພື່ອຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ ປະຈຸບັນ 45% ຈຳນວນ ໂຮງແຮມ ຢູ່ ນະຄອນ ດາຫນັງ ເປີດປະຕູ ຮັບໃຊ້ແຂກ ແລະ 150 ບໍລິສັດທ່ອງທ່ຽວພວມກັບຄືນສູ່ການເຄື່ອນໄຫວຄືນໃຫມ່ ດ້ວຍຫລາຍການບໍລິການໃຫມ່ອ່ຽມດູດດື່ມ. ທ່ານ ຫງວຽນຊວນບິ່ງ, ຮອງຫົວຫນ້າພະແນກທ່ອງທ່ຽວ ນະຄອນ ດາຫນັງ ໃຫ້ຮູ້ວ່າ: ກ່ອນອື່ນ 5 ຕະຫລາດທ່ອງທ່ຽວຊື່ງ ດາຫນັງ ສົນໃຈ ນັ້ນແມ່ນ ສເກົາຫລີ, ໄທເປ - ຈີນ.
ຍສໝ - ທີ່ກອງປະຊຸມສະຫຼຸບຂະແໜງທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2021 ທີ່ດຳເນີນໃນວັນທີ 24 ມັງກອນ, ທາງນະຄອນໄດ້ວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວສາກົນ 3,5 ລ້ານເທື່ອຄົນ.
ຍສໝ - ຕອນບ່າຍວັນທີ 24 ມັງກອນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດ “ກອງປະຊຸມສຳມະນາເປັນເອກະພາບຂັ້ນຕອນ, ມາດຕະການແກ້ໄຂ ເພື່ອເປີດປະຕູການເຄື່ອນໄຫວທ່ອງທ່ຽວສາກົນ”, ຕາມຮູບແບບໂດຍກົງ ແລະ ທາງໄກເຖິງ 20 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ຍສໝ - ນະຄອນຮ່າໂນ້ຍ ສົມທົບກັບບັນດາແຂວງ, ນະຄອນ ເພື່ອທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ ເພື່ອຜັນຂະຫຍາຍບັນດາໂຄງການຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ຮັບປະກັນຄວາມປອດໄພໃນການປ້ອງກັນ ແລະ ຕ້ານພະຍາດໂຄວິດ-19.
ຍສໝ - ລັດຖະບານໄດ້ເຫັນດີເພີ່ມເຕີມນະຄອນ ໂຮ່ຈີມິນ ແລະ ບິ່ງດິ້ງ ເຂົ້າໃນບັນຊີລາຍຊື່ບັນດາທ້ອງຖິ່ນທີ່ໄດ້ທົດລອງຕ້ອນຮັບນັກທ່ອງທ່ຽວສາກົນແຕ່ຕົ້ນປີນີ້, ພ້ອມກັບ 5 ທ້ອງຖິ່ນຕ່າງໆຄື: ດ່າໜັງ, ກຽນຢາງ, ແຄ໋ງຮ່ວາ, ກວາງນາມ ແລະ ກວາງນິງ.
ຍສໝ - ເພື່ອຕ້ອນຮັບຄະນະນັກທ່ອງທ່ຽວ ສ.ເກົາຫຼີ ຄັ້ງທຳອິດ (ຕາມໂຄງການທົດລອງ) ຄາດວ່າຈະເຂົ້າເມືອງ ຫວຽດນາມ ໃນວັນທີ 27 ມັງກອນ 2021, ກວາງນິງ ພວມຕັ້ງໜ້າກະກຽມແຜນການ, ຜັນຂະຫຍາຍແຜນດຳເນີນການ ແລະ ແນະນຳການຕ້ອນຮັບ, ການບໍລິການນັກທ່ອງທ່ຽວຢ່າງປອດໄພ.
ຍສໝ - ຫວ່າງແລ້ວນີ້, ຮອບຊີງຊະນະເລີດການປະກວດນາງງາມທ່ອງທ່ຽວສາກົນ 2021 (Miss Tourism International) ໄດ້ໄຂຂຶ້ນຢູ່ປະເທດມາເລເຊຍດ້ວຍຮູບແບບອອນລາຍ. ນັກປະກວດຫວຽດນາມ ຮວ່າງເຮືອງລີ ໄດ້ເຂົ້າສູ່ທອັບ 5 ຄົນ ແລະ ຄວ້າລາງວັນນາງງາມທ່ອງທ່ຽວສາກົນ - Miss Tourism Metropolitan International.
ແຫຼ່ງຂ່າວຈາກກົມໃຫຍ່ສະຖິຕິ ຫວຽດນາມ ປະກາດໃນວັນທີ 29 ພະຈິກ ໃຫ້ຮູ້ວ່າ, ນັກທ່ອງທ່ຽວສານກົນມາ ຫວຽດນາມ ໃນເດືອນ ພະຈິກ 2021 ບັນລຸກວ່າ 15.000 ເທື່ອຄົນ, ເພີ່ມຂຶ້ນ 42,4% ເມື່ອທຽບໃສ່ເດືອນ ຕຸລາ 2021.