ທ່ອງທ່ຽວກຽມພ້ອມຕ້ອນຮັບໂອກາດທີ່ດີດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ

16:38 | 16/08/2023

ຍສໝ - ຄາດ​ຄະ​ເນ​ວ່າ​ຕະຫຼາດ​ທ່ອງ​ທ່ຽວ​ ​ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຍ້ອນ​ນະ​ໂຍ​ບາຍ​ໃໝ່​ທີ່​ກຳ​ລັງ​ຈະ​ມີ​ຜົນ​ສັກ​ສິດ. ຈາກ​ປັດ​ຈຸ​ບັນ, ວິ​ສາ​ຫະ​ກິດ​ການ​ບໍ​ລິ​ການ ​ໄດ້​ປະ​ຕິ​ບັດ​ຫຼາຍ​ວິ​ທີ​ແກ້​ໄຂ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ລະ​ດູ​ການ​ສູງ​ສຸດ​ໃນ​ທ້າຍ​ປີ​.

ໃນ 6 ເດືອນຕົ້ນປີ 2023 ລາວໄດ້ດຶງດູດນັກທ່ອງທ່ຽວສາກົນຫຼາຍກວ່າ 1,6 ລ້ານເທື່ອຄົນ ໃນ 6 ເດືອນຕົ້ນປີ 2023 ລາວໄດ້ດຶງດູດນັກທ່ອງທ່ຽວສາກົນຫຼາຍກວ່າ 1,6 ລ້ານເທື່ອຄົນ
ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການເຊີດຊູຈາກສາກົນ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການເຊີດຊູຈາກສາກົນ

ວັນທີ 15 ສິງຫາ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ ແລະ ກົດໝາຍວ່າດ້ວຍການເຂົ້າ - ອອກເມືອງ, ຜ່ານແດນ, ພັກອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ ດ້ວຍການປ່ຽນແປງສຳຄັນກ່ຽວກັບນະໂຍບາຍວີຊາ ແລະ ເວລາພັກອາໄສຂອງຊາວຕ່າງປະເທດຢູ່ ຫວຽດນາມ ມີຜົນສັກສິດຢ່າງເປັນທາງການ.

ຕາມຂໍ້ກຳນົດໃໝ່, ກຳນົດເວລາຂອງວີຊາເອເລັກໂຕນິກ (e-visa) ໃຫ້ແກ່ແຂກທ່ອງທ່ຽວຈະຖືກຍົກແຕ່ 30 ວັນຂຶ້ນເປັນ 90 ວັນ. ພາຍຫຼັງໄດ້ອອກວີຊາເອເລັກໂຕນິກ, ໃນເວລາ 90 ວັນ, ແຂກທ່ອງທ່ຽວກໍ່ໄດ້ເຂົ້າ, ອອກເມືອງໂດຍບໍ່ຈຳກັດຄັ້ງ, ບໍ່ຕ້ອງເຮັດລະບຽບການຂໍວີຊາໃໝ່. ໄປຄຽງຄູ່ກັນນັ້ນ, ພົນລະເມືອງຂອງບັນດາປະເທດ ໂດຍ ຫວຽດນາມ ຍົກເວັ້ນວີຊາໄດ້ອະນຸຍາດໃຫ້ພັກອາໄສເປັນເວລາ 45 ວັນພຽງລຳພັງຝ່າຍດຽວ (ກ່ອນນັ້ນແມ່ນກຳນົດ 15 ວັນ) ແລະ ຈະພິຈາລະນາອອກວີຊາ, ຕໍ່ກຳນົດການພັກອາໄສຕາມຂໍ້ກຳນົດ…

ທ່ອງທ່ຽວກຽມພ້ອມຕ້ອນຮັບໂອກາດທີ່ດີດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ

ສຳລັບບັນດາວິສາຫະກິດທ່ອງທ່ຽວ, ນີ້ແມ່ນກາລະໂອກາດທີດີເພື່ອສ້າງບັນດາຜະລິດຕະພັນການທ່ອງທ່ຽວ ດ້ວຍເວລາແກ່ຍາວ, ດຶງດູດບັນດາຕະຫຼາດແຂກທ່ອງທ່ຽວມີຄວາມສາມາດໃຊ້ຈ່າຍຫຼາຍກ່ວາ, ເວລາພັກອາໄສດົນກ່ວາ ກໍ່ຄືແຜນການດຳເນີນທຸລະກິດໄລຍະຍາວກ່ວາ, ສ້າງກຳລັງດຶງດູດສຳລັບບັນດາສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ. ທ່ານ ຟ້າມແອັງຫວູ, ຜູ້ອຳນວຍການສື່ສານບໍລິສັດຫຸ້ນສ່ວນສື່ສານທ່ອງທ່ຽວ ຫວຽດ, ໃຫ້ຮູ້ວ່າ:

“ສຳລັບບັນດາບໍລິສັດທ່ອງທ່ຽວ, ພວກຂ້າພະເຈົ້າເຫັນວ່າສິ່ງດັ່ງກ່າວຈະກະທົບຢ່າງຕັ້ງໜ້າເຖິງການເຄື່ອນໄຫວຂອງພວກຂ້າພະເຈົ້າ. ເລື່ອງຕໍ່ກຳນົດເວລາພັກອາໄສຂອງ ວີຊາ ຢູ່ ຫວຽດນາມ ແມ່ນເງື່ອນໄຂທີ່ດີເພື່ອແກ່ງແຍ້ງໃນສະພາບການການທ່ອງທ່ຽວປະຈຸບັນ. ສິ່ງດັ່ງກ່າວເຮັດໃຫ້ແຂກທ່ອງທ່ຽວເລືອກເຟັ້ນມາທ່ຽວ ຫວຽດນາມ ຈະມີຫຼາຍວັນເວລາເພື່ອເຂົ້າຮ່ວມບັນດາລາຍການທ່ອງທ່ຽວຢູ່ ຫວຽດນາມ ກໍ່ຄືບັນດາປະເທດໃກ້ຄຽງ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.