ຍສໝ - ຕອນບ່າຍວັນທີ 19 ກັນຍາ, ທີ່ນະຄອນຫຼວງວຽງຈັນ ລາວ, ເອກອັກຄະລັດຖະທູດຫວຽດນາມປະຈຳ ລາວ ທ່ານ ຫງວຽນບາຮຸ່ງ ໄດ້ມອບຂອງຂວັນ ສະໜັບສະໜູນ ແລະ ເງິນທີ່ປະຊາຄົມຊາວຫວຽດນາມຢູ່ລາວບໍລິຈາກ ເພື່ອໜູນຊ່ວຍປະຊາຊົນເຂດພາກໃຕ້ ແລະ ພາກກາງຂອງລາວ ຜ່ານຜ່າຜົນຮ້າຍຈາກ ໄພນ້ຳຖ້ວມ ແລະ ລົມພາຍຸໃນຕົ້ນເດືອນກັນຍາ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນຂັ້ນສູງແຂວງເທື່ອທຽນເຫວ້ ແລະ ແຂວງສາລະວັນ ໄດ້ດໍາເນີນການພົບປະເຈລະຈາຢູ່ແຂວງສາລະວັນ ສປປ ລາວ.
ຍສໝ - ໃນຕອນແລງວັນທີ່ 17 ເດືອນກັນຍາ, ທີ່ສະຖາບັນ ຊາວໜູ່ມເຍົາວະຊົນ ຫວຽດນາມ (ຢູ່ຮ່າໂນ້ຍ), ສູນກາງຄະນະ ຊາວໜູ່ມກອມມູນິດ ໂຮ່ຈິ໋ມີນ ໄດ້ຈັດພິທີການເປີດສົກຮຽນ ການບຳລຸງກ່ຽວກັບວຽກງານຊາວໜູ່ມ ໃຫ້ບັນດາພະນັກງານ ຄະນະຊາວໜູ່ມ ປະຊາຊົນ ປະຕິວັດລາວ ປີ 2019 - ສົກຮຽນທີ່ 25.
ຍສໝ - ຕອນບ່າຍວັນທີ 18 ກັນຍາ, ທີ່ຮ່າໂນ້ຍ, ຄະນະຜູ້ແທນກົມໃຫຍ່ແຜນການ ແລະ ສັງລວມ, ຫ້ອງການກະຊວງປ້ອງກັນປະເທດລາວ ນຳໂດຍທ່ານ ພັນເອກ ວິລາຕຸ ວົງລາຈິດ, ຮອງຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະຜູ້ນຳ ຂອງກອງບັນຊາການທະຫານປ້ອງກັນຊາຍແດນ ຫວຽດນາມ. ທ່ານພົນຈັດຕະວາ ເລດຶກຖ໋າຍ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການຂອງ ທະຫານປ້ອງກັນຊາຍແດນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ.
ຍສໝ - ມື້ວານນີ້, ຢູ່ເມືອງມົກເຈົາ ໄດ້ຈັດພິທີປະກາດ ແລະ ມອບຂໍ້ຕົກລົງ ປະທານປະເທດ ສະບັບເລກທີ 1372 / QD-CTN ລົງວັນທີ 14 ສິງຫາ 2019, ວ່າດ້ວຍ ການໃຫ້ສັນຊາດຫວຽດນາມແກ່ພົນລະເມືອງລາວ ຈຳນວນ 88 ຄົນ, ທີ່ອົບພະຍົບຢ່າງເສລີ, ແຕ່ງງານໂດຍບໍ່ຮັບອະນຸຍາດ ຢູ່ເມືອງມົກເຈົາ. ເຂົ້າຮ່ວມໃນພິທີປະກາດຄັ້ງນີ້ປະກອບມີ ຜູ້ຕາງໜ້າກະຊວງຍຸຕິທຳ; ການນຳພະແນກ, ອົງການຈັດຕັ້ງຂັ້ນແຂວງແລະ ເມືອງມົກເຈົາ.
ຍສໝ - ຄະນະພຸດທະສາສະໜາຫວຽດສາມ ໄດ້ມີການຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ປະຊາຊົນແຂວງຈຳປາສັກ. ໄດ້ສະແດງນໍ້າໃຈແບ່ງປັນນຳປະຊາຊົນລາວ ກັບຄວາມເສຍຫາຍ ຈາກໄພທຳມະຊາດ.
ຍສໝ - ວັນທີ 17/9/2019 ຢູ່ທີ່ນະຄອນຫລວງວຽງຈັນ ສປປ ລາວ ຄະນະສະເພາະກິດພິເສດແຂວງຮ່າຕິ້ງໄດ້ຈັດກອງປະຊຸມສໍາມະນາກ່ຽວກັບວຽກຊອກຄົ້ນຮ່າງອັດຖິຊ່ຽວຊານ ແລະ ອາສາສະໝັກ ຫວຽດນາມ ທີ່ເສຍສະຫລະຊີວິດຢູ່ ສປປ ລາວ ກັບຄືນປະເທດ ໃນລະດູແລ້ງ 2019-2020.
ຍສໝ - ຕອນເຊົ້າວັນທີ 17 ກັນຍາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ໄດ້ຈັດກອງປະຊຸມແລກປ່ຽນປະສົບການໃນວຽກງານວຽກງານຄຸ້ມຄອງ ໜັງສືເອກະສານ ແລະ ສຳເນົາເອກະສານ ເນື່ອງໃນໂອກາດກະຊວງປ້ອງກັນປະເທດລາວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ບໍລິສັດການເງິນສາກົນ, ສະມາຊິກຂອງກຸ່ມທະນາຄານໂລກ, ຈະໃຫ້ເງິນກູ້ຢືມ ເຖິງ 87,5 ລ້ານໂດລາ ສຳລັບບໍລິສັດຫຸ້ນສ່ວນອະສັງຫາລິມະຊັບ BIM Land, ເຊິ່ງເປັນບໍລິສັດພັດທະນາຢ່າງແຖວໜ້າ ໃນປະເທດຫວຽດນາມ ເພື່ອສະໜັບສະໜູນການພັດທະນາພື້ນຖານ ໂຄງລ່າງດ້ານການທ່ອງທ່ຽວຢ່າງຍືນຍົງຢູ່ຫວຽດນາມ ແລະ ລາວ.
ຍສໝ - ວັນທີ 17 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ, ທະນາຄານແຫ່ງລັດຫວຽດນາມ ແລະ ທະນາຄານບັນຊາກາງຂອງລາວ ໄດ້ຈັດກອງປະຊຸມສອງຝ່າຍ ເພື່ອແລກປ່ຽນ ແລະ ແບ່ງປັນປະສົບການ ກ່ຽວກັບການຄຸ້ມຄອງເສດຖະກິດມະຫາພາກ, ໂດຍສະເພາະໃນຂົງເຂດ ການເງິນ ແລະ ການທະນາຄານ.
ຍສໝ - ສຳນັກງານໃຫຍ່ຂອງ Vietinbank ຕັ້ງຢູ່ຖະໜົນລ້ານສ້າງ, ສູນກາງນະຄອນຫຼວງວຽງຈັນ, ໄດ້ອອກແບບຢ່າງທັນສະໄໝ ແລະ ຕອບສະໜອງໄດ້ມາດຕະຖານສາກົນ.
ຍສໝ - ຕອນເຊົ້າວັນທີ 16 ກັນຍາ, ສະມາຄົມກາແດງແຂວງ ເທື່ອ ທຽນ - ເຫວ້ ໄດ້ປະສານສົມທົບກັບທະຫານຊາຍແດນ ຂອງແຂວງສາລະວັນ ແລະ ສະພາກາແດງແຂວງສາລະວັນ (ລາວ) ເພື່ອຈັດຕັ້ງການມອບເຮືອນເອື້ອອາທອນໃຫ້ແກ່ສອງຄອບຄົວ ມີສະພາບການທີ່ຫຍຸ້ງຍາກຢູ່ບ້ານໂຄຕາ, ເມືອງ ສະໝ້ວຍ, ແຂວງສາລະວັນ, ປະເທດລາວ.
ຍສໝ - ປະທານຄະນະກຳມະການປົກຄອງແຂວງເຫງະອານ ທ່ານ ທ໋າຍແທງກູ໋ວ ສະແດງຄວາມຫວັງວ່າ ຕົວແທນຂອງແປດແຂວງຫວຽດນາມ ແລະ ລາວ ຈະແລກປ່ຽນ, ສົນທະນາກ່ຽວກັບບັນດາປະສົບການ, ບົດຮຽນ ໃນການຕໍ່ສູ້ປ້ອງກັນ ແລະ ຕ້ານຢາເສບຕິດ; ຕີລາຄາຢ່າງຖືກຕ້ອງກ່ຽວກັບບັນດາບັາຫາຄົງຄ້າງ, ຊອກຫາວິທີການແກ້ໄຂເພື່ອຍົກສູງປະສິດທິຜົນການຂອງການພົວພັນສົມທົບລະຫວ່າງສອງຝ່າຍຊາຍແດນ.
ຍສໝ - ຕອນບ່າຍວັນທີ 16 ກັນຍາ, ກອງບັນຊາການທະຫານແຂວງໄຊຍະບູລີ ແລະກອງບັນຊາການທະຫານແຂວງອຽນບ໋າຍ ສົມທົບກັນຈັດຕັ້ງການພົບປະເຈລະຈາ ເພື່ອຕີລາຄາຜົນການປະຕິບັດກົດລະບຽບສົມທົບກັນໃນປີ 2019 ແລະລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເຄື່ອນໄຫວໃນປີ 2020.
ຍສໝ - ນັກທ່ອງທ່ຽວກຸ່ມໜຶ່ງ ໄດ້ໃຊ້ລົດຈັກເພື່ອຄົ້ນພົບບັນດາຮ່ອງຮອຍທີ່ຍັງເຫຼືອໄວ້ຂອງທາງນ້ອຍໂຮ່ຈິ໋ມີນ ທີ່ມີຊື່ສຽງແຕ່ສະໄໝສົງຄາມຫວຽດນາມ. ບັນດາຮູບພາບໄດ້ຖ່າຍຮູບແຕ່ການເດີນທາງຂອງເພີ່ນຈະເຮັດໃຫ້ຫຼາຍຄົນໂດຍແປກໃຈ.
ຍສໝ - ໃນຕອນເຊົ້້າຂອງວັນທີ 16/09/2019 ລັດຖະມົນຕີກະຊວງສຶກສາທິການ ແລະ ກໍ່ສ້າງ ທ່ານ ຟຸ່ງຊວນຫຍະ ໄດ້ຕ້ອນຮັບພະນະທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັກຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໃນໂອກາດທີ່ທ່ານກໍາລັງຈະເດີນທາງກັບປະເທດ ພາຍຫລັງສໍາເລັດການປະຕິບັດໜ້າທີ່ ຢູ່ ສສ ຫວຽດນາມ.
ຍສໝ - ວັນທີ 14 ເດືອນກັນຍາ, ຄ້າຍທະຫານປ້ອງກັນຊາຍແດນ ດ່ານຊາຍແດນສາກົນ ລາວບ້າວ, ທະຫານປ້ອງກັນຊາຍແດນ ແຂວງ ກວ້າງຈີ້ ສົມທົບກັບຄະນະກຳມະການປົກຄອງຕົວເມືອງນ້ອຍ ລາວບ້າວ, ເມືອງ ເຫື໋ອງຮ໋ວາ (ກວ້າງຈີ້) ໄດ້ ມອບຂອງຂວັນ ແລະ ສິ່ງທີ່ຈຳເປັນໃຫ້ຊີວິດປະຈຳວັນ ໃຫ້ປະຊາຊົນບັນດາບ້ານຂອງລາວ ຢູ່ຝ່າຍນັ້ນຊາຍແດນ.
ຍສໝ- ວັນທີ 16 ກັນຍາ, ທີ່ຮ່າໂນ້ຍ, ຄະນະປະຕິບັດງານຫ້ອງການກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະຊາຊົນລາວ ໂດຍ ທ່ານພົນເອກ ໄພວັນ ແມນວິໄລ, ຫົວໜ້າຫ້ອງການ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນຄວາມສະຫງົບປະເທດລາວ ເປັນຫົວໜ້ານຳພາຄະນະໄດ້ເຂົ້າຢ້ຽມຄຳນັບ ການນຳຂອງກອງບັນຊາການທະຫານຊາຍແດນ ຫວຽດນາມ, ໂດຍທ່ານ ພົນຈັດຕະວາ ບຸ່ຍ ດຶກ ແຮັ້ງ ຮອງຫົວໜ້າ ກອງບັນຊາການທະຫານຊາຍ ເປັນປະທານການຕ້ອນຮັບ.
ຍສໝ - ຈັດຕັ້ງປະຕິບັດອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄລຍະ 2015 – 2019 ແລະ ແຜນການຮ່ວມມື 2019 ລະຫວ່າງກະຊວງປ້ອງກັນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປລາວ, ໃນຕອນເຊົ້າວັນທີ 16-9, ທີ່ ຄະນະຜູ້ແທນ 871, ກົມໃຫຍ່ການເມືອງ, ຫ້ອງການກະຊວງປ້ອງກັນຊາດ ຫວຽດນາມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິຊາຊີບກ່ຽວກັບປະຕູຖະແຫຼງຂ່າວເອເລັກໂຕຣນິກ (E-Commerce) ໃຫ້ແກ່ພະນັກງານຂອງກອງທັບປະຊາຊົນລາວ.
ໃນອາທິດທີ່ຜ່ານມາ, ຢູ່ທີ່ທໍານຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບບັນດາທູດປະເທດ ເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຄົນໃໜ່ ປະຈໍາ ສປປ ລາວ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈຳຢູ່່ປະເທດຕ່າງໆ ຕາມລຳດັບດັ່ງນີ້: