ຄະນະຈັດທຳພຸດທະສາສະໜາຫວຽດນາມຢູ່ລາວ ໄດ້ສະໜັບສະໜູນ ປະຊາຊົນພາກກາງ ແລະ ພາກໃຕ້ຂອງລາວ

13:32 | 19/09/2019

ຍສໝ - ຄະນະພຸດທະສາສະໜາຫວຽດສາມ ໄດ້ມີການຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ປະຊາຊົນແຂວງຈຳປາສັກ. ໄດ້ສະແດງນໍ້າໃຈແບ່ງປັນນຳປະຊາຊົນລາວ ກັບຄວາມເສຍຫາຍ ຈາກໄພທຳມະຊາດ.

ຄະນະຈັດທຳພຸດທະສາສະໜາຫວຽດນາມຢູ່ລາວ ໄດ້ສະໜັບສະໜູນ ປະຊາຊົນພາກກາງ ແລະ ພາກໃຕ້ຂອງລາວ

ປະຊາຊົນຢູ່ເຂດນໍ້າຖ້ວມເມືອງປາກເຊ - ຈຳປາສັກໄດ້ຮັບເຄື່ອງ ຂອງຊ່ວຍເຫຼືອ. (ພາບ: vov.vn)

ຄະນະຈັດທຳພຸດທະສາສະໜາຫວຽດນາມຢູ່ລາວ ໄດ້ສົມທົບກັບ ຄະນະກຸສົນ ສັງຄົມ ສັງຄະສາມາຄົມພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈິ໋ມີນ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອະນຸເຄາະປະຊາຊົນທີ່ປະສົບໄພນໍ້າຖ້ວມ ຢູ່ແຂວງຈຳປາສັກ ພາຍໃຕ້ຂອງລາວ.

ການຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ປະຊາຊົນ ທີ່ຖືກເສຍຫາຍ ອັນໜັກໜາວງ ເນື່ອງຈາກໄພນໍ້າຖ້ວມ ໄລຍະຕົ້ນເດືອນກັນຍາ ຢູ່ປາກເຊ ແຂວງຈຳປາສັກ, ໄດ້ມີການເຂົ້າຮ່ວມ ຂອງຕາງໜ່າ ກົມພຸທະສາສະໜາ ກະຊວງພາຍໃນລາວ, ສູນກາງສັງຄະສາມາຄົມ, ສະຫະພາບ ພຸດທະສາສະໜາລາວ ແລະແຂວງຈຳປາສັກ, ຕາງໜ້າ ສະຖານທູດຫວຽດນາມ, ສະຫະສະມາຄົມ ຄົນຫວຽດນາມຢູ່ລາວ ແລະ ອົງການປົກຄອງ ແຂວງຈຳປາສັກ.

ຄະນະຈັດທຳພຸດທະສາສະໜາຫວຽດນາມຢູ່ລາວ ໄດ້ສະໜັບສະໜູນ ປະຊາຊົນພາກກາງ ແລະ ພາກໃຕ້ຂອງລາວ

ແມ່ຂາວ ທິກນື໊ຕືເຍິ໊ນ- ຮອງຫົວໜ້າ ຄະນະກຸສົນ ສັງຄົມ ພຸດທະສາສະໜາ ຄະຄອນໂຮ່ຈິ໋ມີນ ໄດ້ມອບຂອງຂວັນໃຫ້ປະຊາຊົນ. (ພາບ: vov.vn)

ທີ່ນີ້, ຄະນະໄດ້ຢ້ຽມຢາມຖາມຂ່າວ ຢ່າງເອື້ອເຟື້ອ, ປຸກໃຈ ແລະມອບຂອງຂວັນຈຳນວນ 1000 ພູດ ປະປອບສ່ວນໝີ່ ແລະ ເງິນສົດ ທີ່ມີຄຸນຄ່າເຖິງ 800 ລ້ານດົງ ຈາກການບໍລິຈາກ ຂອງບັນດາຜູ້ໃຈສັດທາ ແລະ ພຸດທະສາສະນິກະຊົນ ຢູ່ນະຄອນໂຮ່ຈິ໋ມີນ ແລະ ນະຄອນຫຼວງວຽງຈັນ.

ເຖິງວ່າຂອງຂວັນບໍ່ໃຫຍ່ຫຼວງ ແຕ່ມັນແມ່ນນໍ້າໃຈທີ່ຮັກແພງ, ຈິດໃຈແບ່ງປັນ ຂອງຊຸມຊົນ ສຳລັບຄວາມເສຍຫາຍເນື່ອງຈາກໄພທຳມະຊາດ, ໄດ້ຊ່ວຍເຫຼືອປະຊາຊົນສ່ວນໜ້ງຜ່ານຜ່າຄວາມຫຍຸ້ງຍາກ, ເຮັດໃຫ້ຊີວິດການເປັນຢູ່ປົກກະຕິຢ່າງວອງໄວ, ພ້ອມກັນນັ້ນ ສະແດງນໍ້າໃຈສາມັກຄີ, ຕິດພັນກັນ, ແບ່ງທຸກແບ່ງສຸກລະຫວ່າງສອງຊົນເຜົ່າຫວຽດນາມ ແລະ ລາວ.

(ຄຳຮຸ່ງ)