ຫວຽດນາມ - ລາວ: ຊອກຫາວິທີການແຂ້ໄຂ ເພື່ອຍົກສູງປະສິດທິຜົນການສົມທົບ ກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ

07:17 | 18/09/2019

ຍສໝ - ປະທານຄະນະກຳມະການປົກຄອງແຂວງເຫງະອານ ທ່ານ ທ໋າຍແທງກູ໋ວ ສະແດງຄວາມຫວັງວ່າ ຕົວແທນຂອງແປດແຂວງຫວຽດນາມ ແລະ ລາວ ຈະແລກປ່ຽນ, ສົນທະນາກ່ຽວກັບບັນດາປະສົບການ, ບົດຮຽນ ໃນການຕໍ່ສູ້ປ້ອງກັນ ແລະ ຕ້ານຢາເສບຕິດ; ຕີລາຄາຢ່າງຖືກຕ້ອງກ່ຽວກັບບັນດາບັາຫາຄົງຄ້າງ, ຊອກຫາວິທີການແກ້ໄຂເພື່ອຍົກສູງປະສິດທິຜົນການຂອງການພົວພັນສົມທົບລະຫວ່າງສອງຝ່າຍຊາຍແດນ.

ໃນຕອນເຊົ້າວັນທີ16 ເດືອນກັນຍາ, ທີ່ບ້ານເກື້ອລໍ່ ໄດ້ເກີດຂື້ນກອງປະຊຸມລວມປະສານຂ່າວເລື່ອງປ້ອງກັນແລະຕ້ານຢາເສບຕິດຂອບແປດແຂວງຫວຽດນາມແລະລາວ.

ເຂົ້າຮ່ວມກອງປະຊຸມ, ຝ່າຍ ແຫ່ງ ສປປ ລາວ ມີຕົວແທນກະຊວງປ້ອງກັນຄວາມສະຫງົບປະຈຳຫວຽດນາມ; ສະຫາຍ ແພງກັນ ຍາພີມ - ຮອງເລຂາທິການ, ຮອງຫົວໜ້າແຂວງຫົວພັນ; ທ່ານ ທອງສີ ເສົາສຸລີພີມ - ຮອງຫົວໜ້າແຂວງ ຜົ່ງສາລີ; ຕົວແທນແຂວງຊຽງຂວາງ, ແຂວງຫຼວງພະບາງ. ຝ່າຍ ສສ ຫວຽດນາມ ມີ ຕົວແທນກະຊວງປ້ອງກັນຄວາມສະຫງົບຫວຽດນາມ; ຜູ້ນຳບັນດາແຂວງ: ດ້ຽນບ່ຽນ, ເຊີນລາ, ແທງຮ໋ວາ; ສ່ວນຝ່າຍແຂວງເຫງະອານ ມີ ສະຫາຍ ທ໋າຍແທງກູ໋ວ - ກຳມະການສຳຮອງສູນກາງພັກ, ຮອງເລຂາທິການ ຄະນະພັກແຂວງ, ປະທານຄະນະກຳມະການປົກຄອງ ແຂວງເຫງະອານ.

ຫວຽດນາມ - ລາວ: ຊອກຫາວິທີການແຂ້ໄຂ ເພື່ອຍົກສູງປະສິດທິຜົນການສົມທົບ ກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ

ທັດສະນີພາບຂອງກອງປະຊຸມ. (ພາບ: baonghean.vn)

ຜັນຂະຫຍາຍບັນດາວິທີການແກ້ໄຂຢ່າງຄົບຊຸດ

ແຂວງເຫງະອານໄດ້ຕິດກັບສາມແຂວງຂອງລາວ, ລະບົບການຄົມມະນາຄົມມີຄວາມສະດວກ. ນີ້ແມ່ນຈຸດສະດວກຂອງເຫງະອານໃນການໄປມາຄ້າຂາຍ, ພົບປະ, ຮ່ວມມື ພັດທະນາທຸກດ້ານກັບປະເທດລາວ. ແຕ່ວ່າ ນີ້ກໍ່ແມ່ນປັດໄຈເພື່ອອາດຊະຍາກອນເຄື່ອນໄຫວ.ເພື່ອຕໍ່ສູປ້ອງກັນແລະຕ້ານອາດຊະຍາກອນກ່ຽວກັບຢາເສບຕິຢ່າງມີປະສິດທິຜົນ, ໃນຫຼາຍປີທີ່ຜ່ານມາ, ເຫງະອານໄດ້ນຳພາແລະປະຕິບັດຢ່າງຄົບຊຸດແລະທໍລະຫົດ ບັນດາວິທີການແຂ້ໄຂ, ໃນນັ້ນມີ ສີ່ກຸ່ມວິທີການຈຸດໜັກຄື: ຊຸກຍູ້ການໂຄສະນາ; ເພີ່ມທະວີການຕໍ່ສູ້,ຈັບບັກອາດຊະຍາກອນກ່ຽວກັບຢາເສບຕິດ; ເຮັດວຽກງານປິນປົ່ວແລະບຳບັດໃຫ້ຜູ້ຕິດຢາເສບຕິດ ແລະ ຍົກສູງປະສິທິຜົນການພົວພັນຮ່ວມມືສາກົນໃນການປ້ອງກັນແລະຕ້ານຢາເສບຕິດ.

ນອກຈາກນັ້ນ, ແຂວງເຫງະອານກໍ່ໄດ້ຈັດກອງປະຊຸມ, ລວມປະສານຂ່າວຫຼາຍເທື່ອກ່ຽວກັບການປ້ອງກັນແລະຕ້ານຢາເສບຕິດ.ແລກປ່ຽນປະສົບການແລະສົມທົບກັບບັນດາແຂວງຂອງລາວໃນການປ້ອງກັນແລະຕ້ານຢາເສບຕິດ.


ຫວຽດນາມ - ລາວ: ຊອກຫາວິທີການແຂ້ໄຂ ເພື່ອຍົກສູງປະສິດທິຜົນການສົມທົບ ກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ

ຄ້າຍທະຫານຊາຍແດນ ຕາມເຫີບ, ທະຫານຊາຍແດນ ແຂວງເຫງະອານ ໄດ້ສົບທົບກັບກອງຮ້ອຍທະຫານຊາຍແດນ 251-ກອງບັນຊາການທະຫານ ແຂວງບໍລິຄຳໄຊ ຈັດການລາດຕະເວັນກວດການສອງຝ່າຍຊາຍແດນຫວຽດນາມ-ລາວ. (ພາບ: baonghean.vn)

ຮ່ວມມືຕໍ່ສູ້ໃນການປ້ອງກັນແລະຕ້ານຢາເສບຕິດ

ປະທານ ຄະນະກຳມະການປະຊາຊົນແຂວງ ແຂວງເຫງະອານ ທ່ານ ທ໋າຍແທງກູ໋ວ ໄດ້ຕີລາຄາວ່າ: ພາຍຫຼັງ 1 ປີແຫ່ງການປະຕິບັດບົດບັນທຶກຊ່ວຍຈຳ ທີ່ກອງປະຊຸມມອບຮັບຄັ້ງທີ 18 ກ່ຽວກັບການປະສານສົມທົບປ້ອງກັນ, ຕ້ານຢາເສບຕິດ ແລະ ການຮ່ວມມືຂ້າມຊາຍແດນໃນວັນທີ 18 ຕຸລາ 2018 ທີ່ແຂວງ ເຫງະອານ ໄດ້ມີຄວາມພະຍາຍາມຢ່າງໃຫຍ່ຫຼວງ ແລະ ບັນລຸໄດ້ໝາກຜົນດີຫຼາຍຢ່າງ.

ຫວຽດນາມ - ລາວ: ຊອກຫາວິທີການແຂ້ໄຂ ເພື່ອຍົກສູງປະສິດທິຜົນການສົມທົບ ກ່ຽວກັບການປ້ອງກັນ ແລະ ຕ້ານຢາເສບຕິດ

ປະທານຄະຍະກຳມະການປົກຄອງແຂວງເຫງະອານ ທ່ານ ທ໋າຍແທງກູ໋ວ ໄດ້ກ່າວຄຳປາໄສໃນກອງປະຊຸມ. (ພາບ: baonghean.vn)

ກຳລັງທີ່ມີໜ້າທີ່ສອງຝ່າຍຊາຍແດນຂອງຫວຽດນາມ-ລາວໄດ້ແລກປ່ຽນ,ສົມທົບເພື່ອຜັນຂະຫຍາຍຫຼາຍວິທີການຕໍ່ສູ້, ສະກັດກັ້ນເຄື່ອນໄຫວຂອງອາດຊະຍາກໍາກ່ຽວກັບຢາເສບຕິດຢ່າງມີປະສິດທິຜົນ. ຈັດການບຳບັດໃຫ້ຜູ້ຕິດຢາເສບຕິດ, ບໍລິຫານຫຼັງຈາກການບຳບັດມີປະສິດທິຜົນ, ທຳລາຍໄດ້ເຂດທີ່ປູກຕົ້ນຢາຝິ່ນ. ຫວັງວ່າ, ກຳລັງທີ່ມີໜ້າທີ່ສອງປະເທດຫວຽດນາມ-ລາວ ຈະເສີມຂະຫຍາຍການພົວພັນມິດຕະພາບຢ່າງຕໍ່ເນື່ອງ, ເພີ່ມທະວີການສົມທົບ, ສາມັກຄີ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.