ເພີ່ມທະວີການຮ່ວມມື ລະຫວ່າງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ສາລະວັນ ສປປ ລາວ

10:45 | 20/09/2019

ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນຂັ້ນສູງແຂວງເທື່ອທຽນເຫວ້ ແລະ ແຂວງສາລະວັນ ໄດ້ດໍາເນີນການພົບປະເຈລະຈາຢູ່ແຂວງສາລະວັນ ສປປ ລາວ.

ເພີ່ມທະວີການຮ່ວມມື ລະຫວ່າງ ແຂວງເທື່ອທຽນເຫວ້ ສສ ຫວຽດນາມ ແລະ ສາລະວັນ ສປປ ລາວ

ການພົບປະເຈລະຈາຂັ້ນສູງລະຫວ່າງສອງແຂວງເທື່ອທຽນເຫວ້ ແລະສາລະວັນ ໃນປີ 2018.(ພາບ:cpv.org.vn)

ທີ່ການພົບປະເຈລະຈາ, ຄະນະຜູ້ແທນຂັ້ນສູງສອງແຂວງໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ໂຄງການ ແລະ ເນື້ອໃນ ຮ່ວມມືໃນໄລຍະຈະມາເຖິງ. ສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ສ້າງເງື່ອນໄຂໃຫ້ແກ່ຄະນະປະຕິບັດງານຂອງບັນດາຂະແໜງການ, ທ້ອງຖິ່ນຕິດກັບຊາຍແດນ ໄປຢ້ຽມຢາມ ແລະ ແລກປ່ຽນເນື້ອໃນການຮ່ວມມື; ສົ່ງເສີມການຊອກຮູ້, ສໍາຫຼວດກວດກາຄວາມສາມາດຮ່ວມມືທາງດ້ານການທ່ອງທ່ຽວຊີວະພາບ, ການທ່ອງທ່ຽວມໍລະດົກ; ຂົນຂວາຍບັນດາແຫຼ່ງອຸປະຖໍາເພື່ອໜູນຊ່ວຍການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເສດຖະກິດ-ສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ແກ່ບັນດາຕາແສງຢູ່ເຂດຊາຍແດນ; ສອງຝ່າຍສືບຕໍ່ເປັນເຈົ້າການ ແລະບູລະນະຮັກສາລະບົບຫຼັກໝາຍຊາຍແດນແຫ່ງຊາດ, ເພີ່ມທະວີວຽກງານຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາຍແດນ; ສືບຕໍ່ປະຕິບັດວຽກງານຊອກຫາ, ທ້ອນໂຮມ, ຂຸດເອົາອັດຖິນັກຮົບ, ນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງສາລະວັນ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.