ບໍລິສັດການເງິນສາກົນ IFC ຊວ່ຍເຫຼືອພັດທະນາການທ່ອງທ່ຽວຢ່າງຍືນຍົງ ຢູ່ຫວຽດນາມ ແບະ ລາວ

06:45 | 19/09/2019

ຍສໝ - ບໍລິສັດການເງິນສາກົນ, ສະມາຊິກຂອງກຸ່ມທະນາຄານໂລກ, ຈະໃຫ້ເງິນກູ້ຢືມ ເຖິງ 87,5 ລ້ານໂດລາ ສຳລັບບໍລິສັດຫຸ້ນສ່ວນອະສັງຫາລິມະຊັບ BIM Land, ເຊິ່ງເປັນບໍລິສັດພັດທະນາຢ່າງແຖວໜ້າ ໃນປະເທດຫວຽດນາມ ເພື່ອສະໜັບສະໜູນການພັດທະນາພື້ນຖານ ໂຄງລ່າງດ້ານການທ່ອງທ່ຽວຢ່າງຍືນຍົງຢູ່ຫວຽດນາມ ແລະ ລາວ.

ແຫຼ່ງເງິນລົງທືນນີ້ຈະດຶງດູດຈຳນວນນັກທ່ອງທ່ຽວໃນປະເທດກໍຄືຕ່າງປະເທດນັບມື້ນັບຫຼາຍຂຶ້ນ, ເກີດວຽກງານແລະສະໜັບສະໜູນດ້ານເສດຖະກິດພາຍໃນປະເທດ.

ການທ່ອງທ່ຽວແມ່ນໜຶ່ງໃນບັນດາແຮງຈູງໃຈຕົ້ນຕໍ່ຂອງການເຕີບໂຕສຳລັບຫວຽດນາມແລະລາວ. ປີ2018, ຫວຽດນາມໄດ້ຮັບນັກທ່ອງທ່ຽວຕ່າງປະເທດຈຳນວນປະມານ15,5ລ້ານແຂກ, ພ້ອມກັນນັ້ນັ, ລາວໄດ້ດຶງດູດປະມານ 4,2 ລ້ານແຂກ. ແຕ່ວ່າ ໄດ້ປຽບທຽບກັບໄທ, ປະເທດມີຈຳນວນນັກທ່ອງທ່ຽວປະຈຳປີ38ລ້ານແຂກ, ທັງລາວແລະຫວຽດນາມລ້ວນມີຄວາມ ສາມາດເພື່ອຂະຫຍາຍຕົວຢ່າງເຂັ້ມແຂງ.

ບໍລິສັດການເງິນສາກົນ IFC ຊວ່ຍເຫຼືອພັດທະນາການທ່ອງທ່ຽວຢ່າງຍືນຍົງ ຢູ່ຫວຽດນາມ ແບະ ລາວ

ໂຄງການໂຮງແຮມຂອງ BIM Land ໃນ ເກາະຝູ໋ກ໋ວກ, ຫວຽດນາມ. (ພາບ: haiquanonline.vn)

ໜຶ່ງໃນບັນດາທ້າທາຍຂອງລາວແມ່ນສະພາບການຂາດແຄນບ່ອນພັກເຊົາທີ່ມີຄຸນນະພາບຢູ່ວຽງຈັນ, ຄະຄອນຫຼວງແມ່ນປະຕູເຂົ້າອອກຕົ້ນຕໍ່ໄດ້ຍອມຮັບສ່ວນຫຼາຍນັກທ່ອງທ່ຽວຕ່າງປະເທດ. ກໍ່ຄືຫວຽດນາມສະພາບການການພັດທະນາອ່ອນຂອງບັນດາແຫຼ່ງທ່ອງທ່ຽວໃໝ່ຄື ເກາະຟູ໋ກວກ, ອ່າວ ຮ້າລອງ, ສ່ວນໃດໜຶ່ງເຮັດໃຫ້ຂັດຂວາງດ້ານທ່ອງທ່ຽວທີ່ກຳລັງພັດທະນາຂອງປະເທດຊາດ. ໃນສະພາວະການນັ້ນ, ເງິນກູ້ຢືມໄລຍະຍາວຂອງ IFC ຈະມີບົດບາດສຳຄັນຢ່າງຫຼວງຫຼາຍ ໃນການປົວແປງຄຸນນະພາບພື້ນຖານທ່ອງທ່ຽວຂອງທັງສອງປະເທດຊາດ. ດືງດູດນັກທ່ອງທ່ຽວກັບຄືນແລະສົ່ງເສີມນັກທ່ອງທ່ຽວໄດ້ພັກເຊົາຢູ່ເວລາຍາວນານກ່ວາ. ທ່ານ ດວານກວກຮູວ, ຜູ້ອຳນວຍການຂອງ BIM Land ໃຫ້ຮູ້ວ່າສຳລັບໂຄງການນີ້, BIM Land ຈະສ້າງສາໂຮງແຮມ, ເຮືອນຢູ່ ຈຳນວນຫຼວງຫຼາຍ ທີ່ມີຄຸນນະພາບສູງ ປະມານກວ່າ 1.500 ຫ້ອງ ຢູ່ວຽງຈັນ, ອ່າວຮ້າລອງ, ເກາະຟູ໋ກວກ. ຍິ່ງກວ່ານັ້ນ, ຂອບເຂດຂອງໂຄງການຢູ່ຟູ໋ກວກຈະໄດ້ສ້າງຕັ້ງຕາມບັນທັດຖານແວດລ້ອມແລະສັງຄົມໃນດ້ານຫຸ້ນສ່ວນ, ດຶງດູດໄດ້ກຸ່ມນັກທ່ອງທ່ຽວໃໝ່, ທັງພາຍໃນປະເທດແລະສາກົນ.

ຄວາມອຸດໜູນຂອງ IFC ໃຫ້ BIM Land ແລະ ບັນດາບໍລິສັດຂຶ້ນກັບປະກອບສ່ວນເງິນກູ້ຢືມເຖິງ50ລ້ານໂດລາຈາກ IFC ແລະ ການກູ້ຢືມມີມູນຄ່າເຖິງ 37,5ລ້ານໂດລາຈາກຫຼາຍຜູ້ອຸດໜູນຜ່ານລາຍການສາລະການພ້ອມສະໜອງທຶນ (MCPP) ເຊິ່ງໄດ້ IFC ບໍລິຫານ. 10 ລ້ານໂດລາໃນນັ້ນໄດ້ເພື່ອການພັດທະນາການທ່ອງທ່ຽວຢູ່ລາວ.

ຕາມຄາດຄະເນ, ໂຄງການຈະຕັ້ງປະມານ1.400 ວຽກງານ, ສຳລັບຜູ້ຍິງປະມານ60%. ນອກຈາກການນຳໃຊ້ແຮງງານຢູ່ທ້ອງຖີ່ນກັບເງິນເດືອນສູງ, ໂຄງການຍັງນຳໃຊ້ປະມານ90% ຜະລິດຕະພັນແລະບໍລິການພາຍໃນປະເທດ. IFC ໄດ້ອຳນວຍຄວາມສະດວກເພື່ອຊ່ວຍເຫຼືອບໍລິສັດໄດ້ປົວແປງຜົນສຳເລັດຂອງການເສດຖະກິດ.

ນອກຈາກນັ້ນ, ເພື່ອໄປຕາມເຄື່ອນໄຫວຖຸລະກິດການທ່ອງທ່ຽວຂຽວແລະໝັ້ນໂຄງ, BIM Land ໄດ້ໝັ້ນສັນຍາຈະນຳໃຊ້ລະບົບ ຢັ້ງຢືນ ກິດຈະການ ນຳໃຊ້ຊັບພະຍາກອນ ທີ່ມີອິດທິຜົນ (EDGE) ສຳລັບໂຮງແຮມແລະກິດຈະການໃນຂອບເຂດຂອງໂຄງການ ກ່ຽວກັບເປົ້າໝາຍຫຼຸດການນຳໃຊ້ພະລັງງານ, ນໍ້າແລະພະລັງງານເພື່ອຜະລິດວັດຖຸອຸປະກອນຢ່າງຕຳ່ສຸດ20%ກັບບັນດາກິດຈະການຕ່າງໆ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.