ໄຂສົກຮຽນບຳລຸງວຽກງານຊາວໜູ່ມ ໃຫ້ຄະນະຊາວໜູ່ມ ປະຊາຊົນ ປະຕິວັດລາວ

10:15 | 20/09/2019

ຍສໝ - ໃນຕອນແລງວັນທີ່ 17 ເດືອນກັນຍາ, ທີ່ສະຖາບັນ ຊາວໜູ່ມເຍົາວະຊົນ ຫວຽດນາມ (ຢູ່ຮ່າໂນ້ຍ), ສູນກາງຄະນະ ຊາວໜູ່ມກອມມູນິດ ໂຮ່ຈິ໋ມີນ ໄດ້ຈັດພິທີການເປີດສົກຮຽນ ການບຳລຸງກ່ຽວກັບວຽກງານຊາວໜູ່ມ ໃຫ້ບັນດາພະນັກງານ ຄະນະຊາວໜູ່ມ ປະຊາຊົນ ປະຕິວັດລາວ ປີ 2019 - ສົກຮຽນທີ່ 25.

ໃນຕອນແລງວັນທີ 17 ເດືອນກັນຍາ, ທີ່ສະຖາບັນ ຊາວໜູ່ມເຍົາວະຊົນ ຫວຽດນາມ (ຢູ່ຮ່າໂນ້ຍ), ສູນກາງຄະນະ ຊາວໜູ່ມກອມມູນິດ ໂຮ່ຈິ໋ມີນ ໄດ້ຈັດພິທີການເປີດສົກຮຽນ ການບຳລຸງກ່ຽວກັບວຽກງານຊາວໜູ່ມ ໃຫ້ບັນດາພະນັກງານ ຄະນະຊາວໜູ່ມ ປະຊາຊົນ ປະຕິວັດລາວ ປີ 2019 - ສົກຮຽນທີ່ 25.

ເຂົ້າຮ່ວມຫ້ອງບຳລຸງ ມີຈຳນວນ 49 ສຳມະນາກອນ ເຊິ່ງເປັນພະນັກງານ ຂອງຄະນະຊາວໜູ່ມ ປະຊາຊົນ ປະຕິວັດລາວ. ໃນພິທີການເປີດສົກຮຽນ, ບັນດາສຳມະນາກອນລາວ ໄດ້ສະແດງສອງລາຍການວັນນະສິນ ປະກອບສ່ວນເຮັດໃຫ້ບັນຍາການ ມີຄວາມຟົດເຟືອນ, ມິດຕະພາບ.

ໄຂສົກຮຽນບຳລຸງວຽກງານຊາວໜູ່ມ ໃຫ້ຄະນະຊາວໜູ່ມ ປະຊາຊົນ ປະຕິວັດລາວ

ສຳມະນາກອນຂອງສະຫະພັນຊາວໜຸ່ມລາວສະແດງສິລະປະໃນພິທີ. (ພາບ: tienphong.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຫາຍດັງ, ຜູ້ອຳນວຍການ ສະຖາບັນ ຊາວໜູ່ມເຍົາວະຊົນ ຫວຽດນາມ, ເຊິ່ງເປັນຮອງຫົວໜ້າ ຄະນະປະຈຳການ ຈັດຕັ້ງຫ້ອງຮຽນ ໃຫ້ຮູ້ວ່າ ຫ້ອງບຳລຸງແມ່ນໂອກາດ ເພື່ອຊາວໜູ່ມສອງປະເທດ ໄດ້ແລກປ່ຽນ ປະສົບການໃນການຮຳ່ຮຽນ, ວຽກງານຂອງຄະນະ ແລະ ຮັດແໜ້ນຄວາມສຳພັນໄມຕີ ຂອງ ສອງປະເທດຫວຽດ-ລາວ. ຫ້ອງບຳລຸງກ່ຽວກັບວຽກງານຊາວໜູ່ມ ໃຫ້ບັນດາພະນັກງານ ຄະນະຊາວໜູ່ມ ປະຊາຊົນ ປະຕິວັດລາວ ຮອດນີ້ໄດ້ກ້າວເຂົ້າສູ່ສົກຮຽນທີ 25 . ເມື່ອກ່ອນ, ມີ 680 ພະນັກງານໄດ້ເຂົ້າຮ່ວມຫ້ອງບຳລຸງ.

ສົກຮຽນບຳລຸງຈະໄດ້ເລີ່ມແຕ່ມື້ນີ້ ຮອດວັນທີ 12 ເດືອນຕຸລາ. 49 ສຳມະນາກອນ ຂອງສົກຮຽນທີ 25 ຈະໄດ້ເຂົ້າຮ່ວມຄົ້ນຄວ້າຄວາມຮູ້ ຈຳນວນ 4 ກຸ່ມປະກອບມີ ທິດສະດີການເມືອງ; ວິຊາສະເພາະວຽກງານຄະນະ; ທັກສະ ໃນການຈັດຕັ້ງບັນດາເຄື່ອນໄຫວ; ໄປທັດສະນະພື້ນຖານ ເພື່ອຊອກຮູ້ ຮູບຈຳລອງ, ວິທີການເຮັດວຽກທີ່ດີ ຢູ່ບັນດາທ້ອງຖີ່ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.