ຫວຽດນາມ ມອບເຮືອນເອື້ອອາທອນໃຫ້ ປະຊາຊົນລາວ

12:08 | 18/09/2019

ຍສໝ - ຕອນເຊົ້າວັນທີ 16 ກັນຍາ, ສະມາຄົມກາແດງແຂວງ ເທື່ອ ທຽນ - ເຫວ້ ໄດ້ປະສານສົມທົບກັບທະຫານຊາຍແດນ ຂອງແຂວງສາລະວັນ ແລະ ສະພາກາແດງແຂວງສາລະວັນ (ລາວ) ເພື່ອຈັດຕັ້ງການມອບເຮືອນເອື້ອອາທອນໃຫ້ແກ່ສອງຄອບຄົວ ມີສະພາບການທີ່ຫຍຸ້ງຍາກຢູ່ບ້ານໂຄຕາ, ເມືອງ ສະໝ້ວຍ, ແຂວງສາລະວັນ, ປະເທດລາວ.

ເຂົ້າຮ່ວມພິທີ, ຝ່າຍແຂວງ ເທືອ ທ່ຽນ ເຫວ້ ມີທ່ານ ເຈິ່ນວັນເຍືນ, ຮອງປະທານສະພາກາແດງແຂວງ; ທ່ານພັນເອກ ຟ້າມຕູງເລືມ, ຮອງຫົວໜ້າບັນຊາການທະຫານຊາຍແດນແຂວງ, ພ້ອມດ້ວຍພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງ. ຝ່າຍແຂວງສາລະວັນ, ມີທ່ານ ອິນປອນຈັນທະມາດ, ຮອງປະທານສະພາກາແດງແຂວງສາລະວັນ, ທ່ານວິໄລສັກ - ຮອງເລຂາພັກເມືອງສະໝ້ວຍ, ພ້ອມດ້ວຍພະແນກການອື່ນໆພາຍໃນເມືອງເຂົ້າຮ່ວມ.

ຫວຽດນາມ ມອບເຮືອນເອື້ອອາທອນໃຫ້ ປະຊາຊົນລາວ

ພິທີ ມອບເຮືອນເອື້ອອາທອນໃຫ້ ປະຊາຊົນລາວ ແຂວງສາລະວັນ. (ພາບ: baonhandao.vn)

ພາຍຫຼັງການກໍ່ສ້າງມາເປັນເວລາຫຼາຍກວ່າ 3 ເດືອນ, ເຮືອນເອື້ອອາທອນ 2 ຫຼັງຂອງຄອບຄົວປະຊາຊົນລາວໃນ ບ້ານໂຄ, ເມືອງ ສະໝ້ວຍ, ແຂວງສາລະວັນ (ລາວ) ໄດ້ສຳເລັດຕາມລະດັບຄວາມຄືບໜ້າ ແລະ ການຮັບປະກັນຄຸນນະພາບ.

ເຮືອນແຕ່ລະຫຼັງມີເນື້ອທີ່ 60 ແມັດກາເລ, ໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍະກຳເຮືອນຮ້ານ ທີ່ເຮັດດ້ວຍໄມ້, ຫລັງຄາມຸງດ້ວຍ ສັງກະສີ ແມ່ນວັດທະນະທຳພື້ນເມືອງຂອງລາວ. ມູນຄ່າການກໍ່ສ້າງທັງ ໝົດ 2 ຫລັງຄາເຮືອນແມ່ນ 140 ລ້ານດົງ. ໃນນັ້ນ, ສະພາກາແດງແຂວງເທື່ອທຽນ - ເຫວ້ ໜູນ ຊ່ວຍ 60 ລ້ານດົ່ງ. ສ່ວນທີ່ເຫຼືອ ແມ່ນໄດ້ຮັບການລະດົມຈາກ ອຳນາດການປົກຄອງທ້ອງຖິ່ນໃນເມືອງ ສະໝ້ວຍ ແລະ ໄດ້ຮັບການປະກອບສ່ວນຈາກຄອບຄົວ ແລະ ຍາດພີ່ນ້ອງ. ນອກຈາກນັ້ນ, ບັນດາ ກຳລັງປ້ອງກັນຊາຍແດນຕັ້ງຢູ່ຊາຍແດນແຂວງເທື່ອທຽນ - ເຫວ້ ໄດ້ເຂົ້າຮ່ວມໂດຍກົງໃນການຊ່ວຍເຫຼືອການແຮງງານ.

ຫວຽດນາມ ມອບເຮືອນເອື້ອອາທອນໃຫ້ ປະຊາຊົນລາວ


ການສະໜັບສະໜູນ ກໍ່ສ້າງເຮືອນເອື້ອອາທອນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ບ້ານໂຄຕາ ແມ່ນກິດຈະກຳໜຶ່ງ ໃນຂອບການຮ່ວມມືລະຫວ່າງສະພາກາແດງແຂວງເທື່ອທຽນ - ເຫວ້ (ຫວຽດນາມ) ແລະ ສະພາກາແດງແຂວງສາລະວັນ (ລາວ) ເພື່ອຊ່ວຍເຫຼືອປະຊາຊົນຜູ້ທຸກຍາກຢູ່ເມືອງ ສະໝ້ວຍ ມີຊີວິດການເປັນຢູ່ທີ່ດີຂື້ນ.

ດ້ວຍຄວາມດີໃຈຕໍ່ໝາກຜົນດັ່ງກ່າວ, ທ່ານ ເຈິ່ນວັນເຍືນ ໄດ້ຂອບໃຈການຮ່ວມມືຢ່າງແໜ້ນແຟ້ນຂອງພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງເທື່ອທຽນ - ເຫວ້ໃນເວລາທີ່ຜ່ານມາ ສຳລັບການຄຽງບ່າຄຽງໄຫຼ່ກັບສະພາກາແດງແຂວງ ເພື່ອປະຕິບັດເຄື່ອນໄຫວມີຄວາມໝາຍ ທີ່ຍິ່ງໃຫຍ່, ສະແດງໃຫ້ເຫັນນໍ້າໃຈຮັກແພງຊ່ວຍເຫຼືອກັນ, ເພື່ອພັດທະນາ ແລະ ປົກປັກຮັກສາຄວາມສາມັກຄີຂອງປະຊາຊົນຫວຽດນາມ ແລະ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ວິໄລສັກ - ຮອງເລຂາພັກເມືອງສະໝ້ວຍ ໄດ້ຕາງໜ້າພະນັກງານ ແລະ ປະຊາຊົນ ຂອບໃຈການຊ່ວຍເຫຼືອຂອງສະພາກາແດງ ແລະ ສະມາຄົມທະຫານຊາຍແດນແຂວງ ເທື່ອທຽນ - ເຫວ້ ທີ່ໄດ້ປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນໃນບ້ານໂຄຕາ ແລະ ຄວາມຫວັງວ່າ ຢາກໃຫ້ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ໄດ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ.

ພາຍຫຼັງພິທີມອບຮັບ, ຄະນະຜູ້ແທນສະມາຄົມກາແດງແຂວງ ເທືອທ່ຽນ - ເຫວ້ ສືບຕໍ່ຈັດຕັ້ງປະຕິບັດໂຄງການຮ່ວມມືໃນປີ 2019, ໂດຍໄດ້ມີການຝຶກອົບຮົມການປິ່ນປົວໃນເບື້ອງຕົ້ນ ໃຫ້ແກ່ພະນັກງານສະມາຄົມກາແດງ ສາລະວັນ ທີ່ເມືອງສາລະວັນ ວັນທີ 17-19 ກັນຍາ ແລະ ມອບງົວພັນນົມ 3 ໂຕໃຫ້ແກ່ປະຊາຊົນຜູ້ທຸກຍາກ ຢູ່ແຂວງສາລະວັນດ້ວຍ ຈຳນວນເງິນ 45.000.000 ດົ່ງ.



(ຄຳຮຸ່ງ)

302 Found

Found

The document has moved here.