ນະຄອນຫຼວງຮ່າໂນ້ຍ ພະຍາຍາມເປີດກວ້າງການພົວພັນກັບບັນດາທ້ອງຖິ່ນຂອງລາວ

ນະຄອນຫຼວງຮ່າໂນ້ຍ ພະຍາຍາມເປີດກວ້າງການພົວພັນກັບບັນດາທ້ອງຖິ່ນຂອງລາວ

ຍສໝ - ວັນທີ 27 ກັນຍາ, ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວປະຈຳ ຫວຽດນາມ ເນື່ອງໃນໂອກາດທ່ານ ທອງສະຫວັນ ພົມວິຫານ ຝາກຄຳລາກ່ອນ ໃນຕອນສິ້ນສຸດອາຍຸປະຈຳການເຮັດວຽກ.

ພິທີມອບຫຼຽນກາ, ຫຼຽນໄຊຂອງລັດຖະບານຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ

ພິທີມອບຫຼຽນກາ, ຫຼຽນໄຊຂອງລັດຖະບານຫວຽດນາມ ໃຫ້ແກ່ບັນດາໝູ່ຄະນະ ແລະ ບຸກຄົນຂອງສະພາແຫ່ງຊາດ ສປປ.ລາວ

ຍສໝ - ໃນຂອບເຂດການຢ້ຽມຢາມ ສປປ.ລາວ ຂອງ ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ, ໃນຕອນບ່າຍວັນທີ 27 ກັນຍາ, ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບຫຼຽນກາ, ຫຼຽນໄຊອິດສະຫຼະຊັ້ນໜຶ່ງ, ຊັ້ນສອງ ແລະ ຊັ້ນສາມ; ຫຼຽນໄຊມິດຕະພາບ ຂອງລັດຖະບານຫວຽດນາມ ໃຫ້ແກ່ນັກສະສົມແລະບຸກຄົນຂອງສະພາແຫ່ງຊາດລາວ.

ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ

ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ

ຍສໝ - ຕອນເຊົ້າວັນທີ 26 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມາຮອດນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວ ຕາມຄຳເຊີນຂອງປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້.

ເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງ

ເສດຖະກິດລາວ ຈະຂະຫຍາຍຕົວຢູ່ໃນລະດັບປານກາງ

ວັນ​ທີ 25 ກັນ­ຍາ 2019 ຢູ່​ທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ (ADB) ປະ­ຈຳ​ລາວ ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ບົດ​ລາຍ​ງານ​ການ​ຄາດ​ຄະ­ເນ​ການ​ພັດ­ທະ­ນາ​ໃນ​ອາ­ຊີ ປະ­ຈຳ​ປີ 2019 ມີ​ທ່ານ ລັດ­ຕະ­ນະ­ໄຕ ຫຼວງ​ລາດ​ບັນ­ດິດ ຊ່ຽວ­ຊານ​ດ້ານ​ການ​ປົກ­ຄອງ​ບໍ­ລິ­ຫານ​ຂອງ ADB ປະ­ຈຳ​ລາວ ພ້ອມ​ດ້ວຍ​ຜູ້­ຕາງ­ໜ້າ​ຈາກ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ສື່ມວນຊົນລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານວິຊາການ

ສື່ມວນຊົນລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານວິຊາການ

ວັນ​ທີ 25 ກັນ­ຍາ 2019 ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ ລາວ-ຫວຽດ­ນາມ ຈັດ​ສຳ​ມະ​ນາ​ວິ­ຊາ​ການ​ສື່​ມວນ​ຊົນ ພາຍ​ໃຕ້​ຫົວ­ຂໍ້ ການ​ຄຸ້ມ​ຄອງ ການ​ໂຄ­ສະ­ນາ ການ​ຕ້ານ ແລະ ສະ­ກັດ​ກັ້ນ​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ ຂອງ​ສື່​ສັງ­ຄົມ​ອອນ​ລາຍ ຂຶ້ນ​ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ສຸ­ບັນ ສະ​ວະ​ບຸດ ຮອງ​ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ ທ່ານ ໂດ​ຈີ​ເຫງັຍ ຫົວ­ໜ້າ​ບັນ­ນາ­ທິ­ການ​ໃຫຍ່ ໜັງ­ສື­ພິມ​ຜູ້​ແທນ​ປະ­ຊາ­ຊົນ​ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ ມີ​ບັນ­ດາ​ກົມ ຮອງ​ກົມ ສະ​ຖາ​ບັນ ບັນ​ນາ​ທິ ການ ແລະ ສື່​ມວນ​ຊົນ​ພາກ​ລັດ ຈາກ​ສະ­ພາ​ແຫ່ງ​ຊາດ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ກໍ​ຄື ອ້ອມ​ຂ້າງ​ສູນ​ກາງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ.

ຫ​ໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່: ສັນ​ຍາ​ລັກແຫ່ງ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ ຫວຽດ​ນາມ - ລາວ

ຫ​ໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່: ສັນ​ຍາ​ລັກແຫ່ງ​ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ ຫວຽດ​ນາມ - ລາວ

ໃນຂອບເຂດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນລະຫວ່າງວັນທີ 26 – 29 ກັນຍາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມຫໍສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນຂອງຂວັນຈາກພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມມອບໃຫ້ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ລາວ.

VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

VUFO ສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດເມື່ອຍຂອງທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ

ຍສໝ - ປະທານສະຫະພັນອົງການມິດຕະພາບຫວຽດນາມ (VUFO) ຫງວຽ໋ນ ເຟືອງ ງາ ໄດ້ເນັ້ນໜັກວ່າ, ການມອບຫຼຽນກາ “ສັນຕິພາບ, ມິດຕະພາບ ລະຫວ່າງປະຊາຊົນບັນດາເຜົ່າ” ແມ່ນເປັນການສັນລະເສີນການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທ່ານເອກອັກຄະລັດຖະທູດໃນວຽງງານການຊຸກຍູ້ສາຍພົວພັນ ມິດຕະພາບແບບພິເສດຫວຽດນາມ - ລາວ ເກືອບ 4 ປີ ຂອງການດຳລົງຕຳແໜ່ງຂອງຕົນ.

ສະຫຼຸບເບື້ອງຕົ້ນ 9 ເດືອນຕົ້ນປີ ຂອງການເຄື່ອນໄຫວມິດຕະພາບຫວຽດນາມ - ລາວ ປີ 2019

ສະຫຼຸບເບື້ອງຕົ້ນ 9 ເດືອນຕົ້ນປີ ຂອງການເຄື່ອນໄຫວມິດຕະພາບຫວຽດນາມ - ລາວ ປີ 2019

ຍສໝ - ຕອນເຊົ້າວັນທີ 25 ກັນຍາ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງແທງຮວາໄດ້ຈັດຕັ້ງກອງປະຊຸມເບື້ອງຕົ້ນໃນ 9 ເດືອນຕົ້ນປີແລະປະຕິບັດແຜນການສະມາຄົມມິດຕະພາບຫວຽດນາມ - ລາວຄັ້ງທີ 3 ຢູ່ແຂວງແທງຮວາ, ໄລຍະ 2020 -2025.

ແບ່ງປັນປະສົບການ ໃນການສ້າງກົດໝາຍ ນຳຄະນະພະນັກງານກະຊວງຍຸຕິທຳ ລາວ

ແບ່ງປັນປະສົບການ ໃນການສ້າງກົດໝາຍ ນຳຄະນະພະນັກງານກະຊວງຍຸຕິທຳ ລາວ

ຍສໝ - ວັນທີ 24 ເດືອນກັນຍາ, ລັດຖະມົນຕີກະຊວງຍຸຕິທຳ ຫງວຽນແຂ່ງຫງອກ ໄດ້ມີການຕ້ອນຮັບຄະນະພະນັກງານກະຊວງຍຸຕິທຳ ແຫ່ງ ສປປ.ລາວ ໂດຍທ່ານ ອິນທະພັນຍາ ຄຽວວົງພະຈັນ ຫົວໜ້າກົມ ກົມກົດໝາຍລາວ ໄດ້ນຳໜ້າມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 23 - 27 ເດືອນກັນຍາ ປີ 2019

ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານລະຫວ່າງ ຫວຽດນາມ - ລາວ

ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານລະຫວ່າງ ຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ສຳນັກງານໃຫຍ່ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເຮັດວຽກກັບຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ນຳໜ້າໂດຍທ່ານລັດຖະມົນຕີ ຄຳມະນີ ອິນທິລາດ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໄດ້ເນັ້ນໜັກ ວ່າ: ກະຊວງ ອຸດສາຫະກຳ ແລະ ການຄ້າຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ລາວ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດພະລັງງານເວົ້າລວມ ແລະ ພະລັງງານໄຟຟ້າເວົ້າສະເພາະ

ໄຂການຝຶກອົບຮົມວຽກງານການຕ່າງປະເທດປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບລາວ

ໄຂການຝຶກອົບຮົມວຽກງານການຕ່າງປະເທດປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບລາວ

ຍສໝ - ໃນຕອນເຊົ້າຂອງວັນທີ 23 ກັນຍານີ້, ຊຸດຝຶກອົບຮົມວຽກງານການຕ່າງປະເທດປ້ອງກັນຊາດ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ໄດ້ເປີດຂື້ນຢູ່ທີ່ ກອງ 871 (ກົມໃຫຍ່ການເມືອງ).

ລັດຖະບານລາວ ສືບຕໍ່ວາງບູລິມະສິດວຽກງານສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍ

ລັດຖະບານລາວ ສືບຕໍ່ວາງບູລິມະສິດວຽກງານສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍ

​ເມື່ອ​ບໍ່​ດົນ​ມາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີກອງປະຊຸມຄະນະກຳມະການ ຮັບຜິດ ຊອບຊຸກຍູ້ການເຈລະຈາ ເພື່ອນຳສະເໜີຄວາມຄືບໜ້າ ກ່ຽວກັບວຽກງານ ການສະກັດກັ້ນການ ຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ, ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ຈາກບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ເພື່ອທົບທວນຄວາມຄືບໜ້າ ແລະ ແຜນວຽກ ຫລັງຈາກກອງ ປະຊຸມເຈລະຈາ ຊ່ອງໜ້າ ຄັ້ງທີ 3 ກ່ຽວກັບຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາ ການຄ້າແບບສະໝັກໃຈ (VPA) ພາຍໃຕ້ ແຜນງານການຈັດຕັ້ງ ປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ລະຫວ່າງ ລາວ ແລະ ສະຫະພາບເອີຣົບ ທີ່ໄດ້ຈັດຂຶ້ນ ຢູ່ປະເທດ ແບນຊິກ ໃນເດືອນມິຖຸນາ 2019.

ເພີ່ມທະວີຮ່ວມມືການພະລາທິການລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ລາວ

ເພີ່ມທະວີຮ່ວມມືການພະລາທິການລະຫວ່າງກອງທັບປະຊາຊົນຫວຽດນາມ ແລະ ລາວ

ຍສໝ - ໃນຕອນແລງວັນທີ 23 ເດືອນກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນໂທ ເຈີາເດີນ, ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກກອງທັບສູນກາງ, ຮອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ ທ່ານ ພົນໂທ ວົງຄຳ ຜົມມະກອນ, ຫົວໜ້າ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ວຽດນາມ.

ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມຕີລາຄາບັນດາໂຄງການຮ່ວມມືກັບ ລາວ - ກໍາປູເຈຍ

ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມຕີລາຄາບັນດາໂຄງການຮ່ວມມືກັບ ລາວ - ກໍາປູເຈຍ

ຕອນບ່າຍວັນທີ 23 ກັນຍາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກັບການນໍາບັນດາກະຊວງ, ຂະແໜງການ, ບັນດາກຸ່ມບໍລິສັດ ເພື່ອຕີລາຄາໝາກຜົນຂອງການປະຕິບັດບັນດາສັນຍາ, ຂໍ້ຕົກລົງຂັ້ນສູງ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ.

ເນລະມິດ ໄຊປັນຍາ ຄວ້າຕຳແໜ່ງມິສເວີລລາວ 2019

ເນລະມິດ ໄຊປັນຍາ ຄວ້າຕຳແໜ່ງມິສເວີລລາວ 2019

ສຳ­ເລັດ​ໄປ​ດ້ວຍ​ດີ​ການ​ຄັດ​ເລືອກ Miss World Laos 2019 ຫົວ­ຂໍ້ “ງາມ​ຢ່າງ​ມີ​ຄຸນ­ຄ່າ ສູ່​ສາຍ­ຕາ​ທີ່​ສຳ­ຜັດ​ໄດ້” ຂອງ​ເວ­ທີ​ຄົ້ນ​ຫາ​ສາວ​ງາມ​ທີ່​ຈະ​ເປັນ​ຕົວ​ແທນ​ແມ່­ຍິງ​ລາວ ໄປ​ເຜີຍ­ແຜ່​ວັດ­ທະ­ນະ­ທຳ ຄວາມ​ຮູ້-ຄວາມ​ສາ­ມາດ ແລະ ເຂົ້າ​ຄັດ​ເລືອກ​ໃນ​ເວ­ທີ Miss World 2019 ຢູ່​ລອນ​ດອນ ປະ­ເທດ​ອັງ­ກິດ ໂດຍ​ຜູ້​ຄວ້າ​ຕຳ­ແໜ່ງ ປະ­ຈຳ​ປີ 2019 ແມ່ນ​ໝາຍ​ເລກ 1 ນາງ ເນ­ລະ­ມິດ ໄຊ​ປັນ­ຍາ ໄດ້​ຮັບ​ມຸງ­ກຸດ​ມູນ​ຄ່າ 150 ລ້ານ​ກີບ ແລະ ເງິນ​ລາ­ງວັນ 30 ລ້ານ​ກີບ.

ແຂວງ ບິງດິ໊ງ ໜູນຊ່ວຍ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ

ແຂວງ ບິງດິ໊ງ ໜູນຊ່ວຍ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ

ຍສໝ - ວັນທີ 19 - 20 ເດືອນກັນຍາ,ຄະນະປະຕິບັດງານ ແຂວງບິງດິຶ້ງ ໄດ້ມີການເຮັດວຽກກັບຜູ້ນຳຂອງບັນດາ ແຂວງພາກກາງ ແລະ ພາກໃຕ້ຂອງ ແຫ່ງ ສປປ.ລາວ ທີ່ປະສົບໄພທຳມະຊາດ.

ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ)

ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ)

ຍສໝ - ແຕ່ວັນທີ 17 ຮອດ 20 ເດືອນກັນຍາ, ທິ່ແຂວງສາລະວັນ (ລາວ), ຄະນະປະຕິບັດງານ ຂອງສະພາກາແດງ ແຂວງເທຶ່ອທຽນ-ເຫ໋ວ ໄດ້ຈັດຕັ້ງຫ້ອງເຝິກອົບຮົມ ປິ່ນປົວໃນເບື້ອງຕົ້ນ ໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ ບ້ານສາລະວັນ (ລາວ).

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ສືບຕໍ່ປັບປຸງສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ ຢ່າງສຸດກຳລັງໃຈ

ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ສືບຕໍ່ປັບປຸງສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງຫວຽດນາມ ແລະ ລາວ ຢ່າງສຸດກຳລັງໃຈ

ຍສໝ - ເມື່ອບໍ່ດົນມານີ້, ທີ່ຫ້ອງສະພາແຫ່ງຊາດ, ສະຫາຍ ເຈິນວັນຕູ໋ວ - ກຳມະການສູນກາງພັກ, ຫົວໜ້າ ຄະນະວຽກງານຜູ້ຕາງໜ້າ, ປະທານຄະນະການມິດຕະພາບຫວຽດນາມ - ລາວ ໄດ້ຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫັນ - ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຫວຽດນາມ ມາສັ່ງລາກ່ອນເວລາສຳເລັດວາລະປະຕິບັດງານ.

ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

ຍສໝ - ຕອນບ່າຍວັນທີ 19 ກັນຍານີ້, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ບັນດາການນຳພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ, ໃນໂອກາດໃກ້ຈະສິ້ນສຸດອາຍຸປະຈຳການ ແລະ ຈະກັບຄືນປະເທດ ລາວ.

ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ທ່ານທູດໄທ

ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ທ່ານທູດໄທ

ໃນວັນທີ 19 ກັນຍາ 2019, ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ​ ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ອຳລາຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ.