|
ເນລະມິດ ໄຊປັນຍາ ຄວ້າຕຳແໜ່ງມິສເວີລລາວ 2019
ການຄັດເລືອກ Miss World Laos 2019 ຮອບຕັດສິນ ຈັດຂຶ້ນວັນທີ 19 ກັນຍາ 2019 ຢູ່ໂຮງແຮມແລນມາກ ໂດຍມີທ່ານນາງ ສຸດາວັນ ຈັນທະວີທອງ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະລາຊະທູດ ລາຊະອານາຈັກໄທ ປະຈຳ ສປປ ລາວ ທ່ານ ສາຍແກ້ວ ສີດາວົງ ປະທານໂຄງການຄັດເລືອກ Miss World Laos ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການຄັດເລືອກ Miss World Laos 2019 ແມ່ນຮ້ານແພັດຕີ້ເສີມຄວາມງາມ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ບໍລິສັດ Prime Modeling Agency ຜູ້ຖືລິຂະສິດຈັດງານ ໂຄງ ການປະກວດດັ່ງກ່າວ ເປັນຜູ້ຈັດຂຶ້ນ ເຊິ່ງມຸງກຸດປີນີ້ໄດ້ແຮງບັນດານໃຈຈາກນົກຍຸງ ເພາະເປັນສັດທີ່ມີຄວາມສະຫງ່າງາມພາຍນອກ ແລະ ພາຍໃນແຂງແກ່ນ ບໍ່ເປັນອັນຕະລາຍຕໍ່ຜູ້ໃດ ໂຄງການນີ້ເລີ່ມເປີດຮັບສະໝັກໃນເດືອນມິຖຸນາ 2019 ແລ້ວຄັດເລືອກໃຫ້ເຫຼືອ 20 ຄົນສຸດທ້າຍ ເພື່ອເປີດໂອກາດໃຫ້ຜູ້ເຂົ້າຄັດເລືອກໄດ້ສະແດງ ແຂ່ງຂັນຄວາມສາມາດ ແລະ ເຜີຍຄວາມຮູ້ຊີງຕຳແໜງຊະນະເລີດ ເຊິ່ງຜ່ານມາຄັດເລືອກຜູ້ໄດ້ຮັບຕຳແໜງ Miss World Laos ປະຈຳປີ 2019 ແມ່ນໝາຍເລກ 1 ນາງ ເນລະມິດ ໄຊປັນຍາ ຮອງອັນດັບ 1 ໝາຍເລກ 18 ນາງ ປານີດາ ບຸບຜາ ໄດ້ຄອງມຸງກຸດມູນຄ່າ 100 ລ້ານກີບ ແລະ ເງິນລາງວັນ 20 ລ້ານກີບ ຮອງອັນດັບ 2 ໝາຍເລກ 14 ນາງ ຊະນີຕາ ສະແຫວງໂຊກ ໄດ້ຄອງມຸງກຸດມູນຄ່າ 100 ລ້ານກີບ ແລະ ເງິນລາງວັນ 10 ລ້ານກີບ ນອກນີ້ ຍັງມີລາງວັນພິເສດ ມູນຄ່າ 40 ກວ່າລ້ານກີບ ຕື່ມອີກ.
(ແຫຼ່ງຂໍ້ມູນ: www.vientianemai.net)