ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ)

06:08 | 23/09/2019

ຍສໝ - ແຕ່ວັນທີ 17 ຮອດ 20 ເດືອນກັນຍາ, ທິ່ແຂວງສາລະວັນ (ລາວ), ຄະນະປະຕິບັດງານ ຂອງສະພາກາແດງ ແຂວງເທຶ່ອທຽນ-ເຫ໋ວ ໄດ້ຈັດຕັ້ງຫ້ອງເຝິກອົບຮົມ ປິ່ນປົວໃນເບື້ອງຕົ້ນ ໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ ບ້ານສາລະວັນ (ລາວ).

ນີ້ແມ່ນເຄື່ອນໄຫວໃນລາຍການຮ່ວມມື ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ສະພາກາແດງ ແຂວງເທຶ່ອທຽນ-ເຫ໋ວ (ຫວຽດນາມ) ແລະ ແຂວງສາລະວັນ (ລາວ) ແຕ່ປີ 2018 ຮອດ 2022.

ທີ່ນີ້, ທ່າາໝໍ ເຈິນວັນເຍິນ, ຮອງປະທານ ສະພາກາແດງ ແຂວງເທຶ່ອທຽນ-ເຫ໋ວ ແລະ ບັນດາຜູ້ນຳທ່ຽວໃນຄະນະ ໄດ້ແນະນຳບັນດາຄວາມຮູ້ ແລະ ທັກສະຖື້ນຖາາ ການປິ່ນປົວໃນເບື້ອງຕົ້ນ, ສຳມະນາກອນ ປະຕິບັດບັນດາທັກສະ ຢ່າງປະທັບດູດດື່ມໃຈ ແລະ ຈູບຈ້າວຫ້າວຫັນ ຄື: ພັນບາດເພື່ອຫ້າມເລືອດໄວ້, ຄົງທີ່ກະດູກຫັກ, ການປິ່ນປົວໃນເບື້ອງຕົ້ນກາາໝົດສະຕິ, ການປິ່ນປົວໃນເບື້ອງຕົ້ນ ທີ່ມີວັດຖຸປະຫຼາດໃນທາງຫາຍໃຈ, ຂົນສົ່ງຄົນເຈັບຢ່າງປອດໄພ ແລະ ຊ່ວຍກູ້ຄົນຕາຍດຶກນໍ້າ...

ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ)

ບັນດາສຳມະນາກອນ ໄດ້ສຳເລັດລາຍການເຝິກອົບຮົມ. (ພາບ: baonhandao.vn)

ຫຼັງຈາກ 4 ມື້ເຮັດວຽກຢ່າງຕັ້ງໜ້າ, ການເຝິກອົບຮົມໄດ້ສຳເລັດຢ່າງດີງາມ, 100% ສຳມະນາກອນສຳເລັດຢ່າງດີລາຍການທີ່ໄດ້ຕັ້ງແຕ່ກອນ ແລະ ໄດ້ສະພາກາແດງ ແຂວງເທຶ່ອທຽນ-ເຫ໋ວ ແລະ ສະພາກາແດງ ແຂວງສາລະວັນ ມອບໃບຢັ້ງຢືນ ສຳເລັດລາຍການເຝິກອົບຮົມ.

ກ່ອນໜ້ານັ້ນ, ວັນທີ 16 ຮອດ 17 ເດືອນກັນຍາ, ຄະນະ ໄດ້ມອບ 60 ລ້ານດົງ ເພື່ອສະໜັບສະໜູນສ້າງເຮືອນເອື້ອອາທອນໃຫ້ 2 ຄອບຄົວທີ່ມີສະພາກການຢ່າງທຸກຍາກ ຢູ່ບ້ານ ກໍຕາຍ, ເມືອງສາໝ້ວຍ; ມອບ 45 ລ້ານດົງ ເພື່ອສະໜັບສະໜູນຊື້ແນວງົວຈະເລີນພັນ 3 ໂຕ ໃຫ້ຄົນທີ່ທຸກຍາກ ຢູ່ແຂວງສາລະວັນ(ລາວ); ມອບ 100 ລ້ານດົງ ໃຫ້ສະພາກາແດງແຂວງສາລະວັນ ເພື່ອຊ່ວຍເຫຼືອປະຊາຊົນ ແກ້ໄຂຜົນຮ້າຍຈາກພາຍຸ ປໍດູລ ຢູ່ແຂວງສາລະວັນ. ຈຳນວນເງິນທັງໝົດໄດ້ເອົາແຕ່ ກອງທຶນ ສະໜັບສະໜູນ ມະນຸດສະທຳ ຂອງສະພາກາແດງແຂວງເທື່ອທຽນ-ເຫ໋ວ.

ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ)

ຄະນະສະພາກາແດງ ແຂວງເທຶ່ອທຽນ-ເຫ໋ວ ມອບ 100 ລ້ານດົງ ໃຫ້ສະພາກາແດງແຂວງສາລະວັນ ເພື່ອຊ່ວຍເຫຼືອປະຊາຊົນ ແກ້ໄຂຜົນຮ້າຍຈາກພາຍຸ ປໍດູລ.(ພາບ: baonhandao.vn)

ຕ່າງໜ້າປະຊາຊົນ ແລະ ພະນັກງານສະພາກາແດງແຂວງສາລະວັນ, ທ່ານ ອິນປອງ ຈະທາມາດ, ຮອງປະທານສະພາກາແດງແຂວງສາລະວັນ ຂອບໃຈ ສະຫະພັນແຂວງ ເທື່ອທຽນ - ເຫ໋ວ ທີ່ມອບຂອງຂວັນທີ່ມີຄວາມໝາຍກ່ຽວກັບທັງດ້ານວັດຖຸ ແລະ ດ້ານນໍ້າໃຈ ໃຫ້ຄົນທີ່ທຸກຍາກຂອງແຂວງ ແລະ ສະໜອງຄວາມຮູ້ ແລະ ທັກສະ ປິ່ນປົວໃນເບື້ອງຕົ້ນ ໃຫ້ພະນັກງານສະພາ, ພ້ອມມີຄວາມຫວັງວ່າໃນເວລາໃກ້ຈະມາ, 2 ຝ່າຍຈະເພີ່ມທະວີບັນດາເຄື່ອນໄຫວ ແລກປ່ຽນປະສົບການ, ປ່ຽນກັນຈັດຕັ້ງ ໃຫ້ບັນດາຄະນະມາຢ້ຽມຢາມ ແລະ ເຮັດວຽກ, ເນື່ອງຈາກນັ້ນຈະເພີ່ມທະວີການພົວພັນສາມັກຄີ, ມິດຕະພາບຢ່າງພິເສດລະຫວ່າງສອງຫົວໜ່ວຍ.

(ຄຳຮຸ່ງ)

ເຫດການ