|
ສື່ມວນຊົນລາວ-ຫວຽດນາມ ແລກປ່ຽນບົດຮຽນດ້ານວິຊາການ
ທ່ານ ສຸບັນ ສະວະບຸດ ກ່າວວ່າ: ການຈັດສຳມະນາຄັ້ງນີ້ ແມ່ນການຜັນຂະຫຍາຍບົດບັນທຶກການຮ່ວມມືຂອງສະພາແຫ່ງຊາດລາວ ແລະ ຫວຽດນາມ ທີ່ສອງສະພາໄດ້ເຊັນສັນຍາຮ່ວມກັນປີ 2017 ທີ່ນະຄອນຫຼວງຮ່າໂນ້ຍ ສະນັ້ນ ການຈັດສຳມະນາຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫຼາຍ ໂດຍສະເພາະ ວຽກງານສື່ມວນຊົນ ເວົ້າລວມ ເວົ້າສະເພາະ ຂອງສະພາແຫ່ງຊາດ ປັດຈຸບັນ ເວົ້າໄດ້ວ່າທັງເຮັດທັງຮຽນຮູ້ຍ້ອນພະນັກງານລັດຖະກອນມີຈຳນວນຈຳກັດ ບົດຮຽນ ປະສົບການຍັງບໍ່ທັນຫຼາຍ ລວມທັງພະນັກງານຫຼັກແຫຼ່ງຈາກພາກສ່ວນຕ່າງໆ ໃນສະພາແຫ່ງຊາດຕ້ອງມີຄວາມຮັບຮູ້ຕໍ່ວຽກງານສື່ມວນຊົນໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດເກັບກຳຂໍ້ມູນໃຫ້ຂັ້ນເທິງຢ່າງມີປະສິດພາບ.
ການສຳມະນາໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນກັບໜັງສືພິມຜູ້ແທນປະຊາຊົນ ຂອງສະພາແຫ່ງຊາດຫວຽດນາມ ກ່ຽວກັບການຄຸ້ມຄອງບໍລິຫານໜັງສືພິມ ການໂຄສະນາເຄື່ອນໄຫວຜູ້ແທນປະຊາຊົນຂອງສະພາແຫ່ງຊາດຫວຽດນາມ ການຕ້ານ ແລະ ສະກັດກັ້ນຂ່າວບໍ່ມີຂໍ້ມູນຄວາມຈິງໃນສື່ສັງຄົມອອນລາຍ ເຊິ່ງຫົວຂໍ້ດັງກ່າວເປັນບົດຮຽນທີ່ດີ ເພື່ອຍົກສູງຄຸນນະພາບຂອງສື່ມວນຊົນລາວ ເວົ້າລວມ ເວົ້າສະເພາະ ສື່ມວນຊົນຂອງສະພາແຫ່ງຊາດທີ່ພວມຫັນຈາກໜັງສື່ພິມໄປສູ່ສື່ເອເລັກໂຕຼນິກ ຫຼື ສື່ສັງຄົມອອນລາຍ.
ຜ່ານການຈັດສຳມະນາສື່ມວນຊົນລາວໃຫ້ຄວາມສົນໃຈຫຼາຍ ບັນຫາທີ່ຍົກຂຶ້ນມາແລກປ່ຽນກັບສື່ມວນຊົນຫວຽດນາມ ເປັນຕົ້ນ ການສະເໜີຂ່າວ ແຫຼ່ງຂໍ້ມູນທີ່ມາຈາກທ້ອງຖິ່ນ ການຈຳໜ່າຍໜັງສືພິມ ໂດຍສະເພາະ ສິ່ງທ້າທາຍທີ່ສື່ຫຼາຍປະເທດພວມປະເຊີນໜ້າກັບສື່ອອນລາຍ ແລະອື່ນໆ ອັນໄດ້ເຮັດໃຫ້ສື່ມວນຊົນລາວໄດ້ຄວາມຮູ້ຫຼາຍສົມຄວນ ເພື່ອໄປນຳໃຊ້ຢູ່ໃນຂົງເຂດວຽກງານຂອງຕົນໃຫ້ມີຜົນສຳເລັດເປັນກ້າວໆ.
(ແຫຼ່ງຂໍ້ມູນ: vientianemai.net)