ແຂວງ ບິງດິ໊ງ ໜູນຊ່ວຍ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ

06:15 | 23/09/2019

ຍສໝ - ວັນທີ 19 - 20 ເດືອນກັນຍາ,ຄະນະປະຕິບັດງານ ແຂວງບິງດິຶ້ງ ໄດ້ມີການເຮັດວຽກກັບຜູ້ນຳຂອງບັນດາ ແຂວງພາກກາງ ແລະ ພາກໃຕ້ຂອງ ແຫ່ງ ສປປ.ລາວ ທີ່ປະສົບໄພທຳມະຊາດ.

ໃນລະຫວ່າງສອງມື້ທີ 19 ແລະ 20 ເດືອນກັນຍາ, ຄະນະປະຕິບັດງານ ແຂວງບິງດິຶ້ງ ນຳພາໂດຍ ສະຫາຍ ຫງວຽນແທງຕູງ - ກຳມະການສູນກາງພັກ, ເລຂາທິການແຂວງ, ປະທານສະພາຜູ້ແທນປະຊາຊົນແຂວງ, ໄດ້ມີການເຮັດວຽກກັບຜູ້ນຳຂອງບັນດາ ແຂວງພາກກາງ ແລະ ພາກໃຕ້ຂອງ ແຫ່ງ ສປປ.ລາວ ທີ່ປະສົບໄພທຳມະຊາດ. ໃນຕອນເຮັດວຽກ, ຕາງໜ້າຄະນະພັກ, ອົງການປົກຄອງ, ປະຊາຊົນແຂວງ ບິງດິຶງ, ສະຫາຍ ຫງວຽນແທງຕູງ - ກຳມະການສູນກາງພັກ, ເລຂາທິການແຂວງ, ປະທານສະພາຜູ້ແທນປະຊາຊົນແຂວງ ໄດ້ສົ່ງຄຳຂ່າວຄາວ,​ ແບ່ງເບົາຄວາມຫຍຸ້ງຍາກ ແລະ ເສຍຫາຍ ຂອງປະຊາຊົນບັນດາແຂວງພາກກາງ ແລະ ພາກໃຕ້ ຫຼັງຈາກພາຍຸຢ່າງໃຫຍ່ຫຼວງໃຫ້ເກີດນ້ຳຖ້ວມແຕ່ທ້າຍເດືອນສິງຫາvຮອດຕົ້ນເດືອນກັນຍາ.

ແຂວງ ບິງດິ໊ງ ໜູນຊ່ວຍ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ

ຄະນະຜູ້ແທນແຂວງບິ່ງດິ້ງມອບເງິນອະນຸເຄາະ ໃຫ້ບັນດາການນຳ ແຂວງ ຈຳປາສັກ. (ພາບ: baobinhdinh.com.vn)

ຄະນະປະຕິບັດງານແຂວງບິ່ງດິ້ງ ໄດ້ມາຢ້ຽມຢາມ ແລະ ມອບເງິນເພື່ອໜູນຊ່ວຍບັນດາແຂວງພາກກາງ,ໃຕ້ລາວ. ໃນນັ້ນ, ໜູນຊ່ວຍແຂວງຈຳປາສັກ 300 ລ້ານດົງ, ເຊກອງ 300 ລ້ານດົງ, ​ສາລະວັນ ແລະ ອັດຕາປື ແຕ່ລະແຂວງໄດ້ໜູນຊ່ວຍ 200 ລ້ານດົງ. ສະຫາຍ ຫງວຽນແທງຕູງ ສະແດງຄວາມເຊື່ອວ່າ ໃຕ້ການນຳພາຂອງພັກ ນຳການສາມັກຄີຂອງປະຊາຊົນ, ອົງການປົກຄອງບັນດາແຂວງຈະຜ່ານຜ່າຄວາມຫຍຸ້ງຍາກ, ແກ້ໄຂຜົນຮ້າຍຈາກໄພທຳມະຊາດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ປົກກະຕິ ຢ່າງວອງໄວ.

ຄະນະຜູ້ນຳບັນດາແຂວງກາງ, ໃຕ້ລາວ ໄດ້ຂອບໃຈຄວາມສົນໃຈ, ການລະດົມຢ່າງທັນເວລາ ຂອງແຂວງບິ່ງດິ້ງ. ທ່ານ ບຸນທອງ ດີວິໄຊ - ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາ, ເຈົ້າແຂວງແຂວງ ຈຳປາສັກ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ສຳລັບຄວາມເອົາໃຈໃສ່ ແລະ ການຊ່ວຍເຫຼືອຂອງແຂວງບິ່ງດິ້ງ, ກ່າວວ່າການຊ່ວຍເຫຼືອໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ ສະແດງເຖິງຄວາມຮັກແພງພິເສດລະຫວ່າງສອງຝ່າຍ.

ແຂວງ ບິງດິ໊ງ ໜູນຊ່ວຍ ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງລາວ ແກ້ໄຂຜົນຮ້າຍຈາກໄພນ້ຳຖ້ວມ

ຄະນະຜູ້ແທນແຂວງບິ່ງດິ້ງມອບເງິນອະນຸເຄາະ ໃຫ້ບັນດາການນຳ ແຂວງ ອັດຕະປື. (ພາບ: baobinhdinh.com.vn)

ພາຍຸຄັ້ງນີ້ແມ່ນໄພນຳຖ້ວມຢ່າງຮ້າຍແຮງ ເພາະຝົນຕົກລົງມາຫຼາຍຫ່າໃຫຍ່ ຢ່າງຕໍ່ເນື່ອງ. ໄດ້ຕີລາຄາວ່າຍັງບໍ່ໄດ້ເກີດຂື້ນ ໃນເວລາ 40 ປີທີ່ຜ່ານມາຢູ່ລາວ. ແຕ່ທ້າຍເດືອນສິງຫາຮອດຕົ້ນເດືອນກັນຍາ ປີ 2019 ໄພນຳຖ້ວມເຮັດໃຫ້ 14 ຄົນຕາຍ, ສົ່ງຜົນກະທົບເຖິງ 175 ຄອບຄົວ ໃນ 1466 ບ້ານຂອງ 43 ເມືອງ ແລະເສຍຫາຍກ່ຽວກັບຊັບສິນຢ່າງຫຼວງຫຼາຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.