ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ທີ່ຕ້ອງເອົາໃຈໃສ່ຊອກຫາແຫຼ່ງກຳລັງ ເພື່ອການພັດທະນາຂອງປະເທດ, ພິເສດແມ່ນແຫຼ່ງທຶນ ODA, FDI ແລະ ແຫຼ່ງກຳລັງອື່ນໆ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ທີ່ໄດ້ແຕ່ງຕັ້ງໃນປີ 2020. ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ: “ການຕ້ານການຊຸດໂຊມແມ່ນຄືກັນກັບການຕ້ານສັດຕູ”.
ຍສໝ - ໃນສະພາບການທີ່ທັງສອງປະເທດຫວຽດນາມ ແລະ ໄທ ໄດ້ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີປະສິດທິຜົນ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະພາບ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍຕື່ມອີກ.
ຍສໝ - ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ,ທ່ານ ເຢືອງຮ່ວາຍນາມ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບວັນເວລາ ແລະຮູບການຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 37.
ຍສໝ - ຕອນເຊົ້າວັນທີ 01 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບາງຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ ຫົວທີ 9 ຢູ່ບັນດາແຂວງ ກວາງງ້າຍ ແລະ ກວາງນາມ.
ຕອນເຊົ້າວັນທີ 29 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກ່ຽວກັບສະພາບການປະຕິບັດ, ການປ່ອຍເງິນລົງທຶນໃຫ້ແກ່ ບັນດາໂຄງການ, ລາຍການລົງທຶນຮ່ວມມືພັດທະນາຢ່າງເປັນທາງການ (ODA), ທຶນກູ້ຢຶມບຸລິມະສິດຈາກຕ່າງປະເທດ.
ຍສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ.
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງທິງ ຢັ້ງຢືນວ່າ ການດຶງດູດການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ ແລະ ການຮ່ວມມືໃນການພັດທະນາເຕັກໂນໂລຢີ ແມ່ນບັນດາກຳນົດທິດບຸລິມະສິດ ຂອງ ຫວຽດນາມ ໃນການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງ.
ຍສໝ - ສອງຝ່າຍເຫັນດີຊຸກຍູ້ການແລກປ່ຽນການຢ້ຽມຢາມຂັ້ນສູງ; ເຫັນດີເປັນເອກະພາບປະສານສົມທົບເພື່ອຊຸກຍູ້ການພົວພັນສອງຝ່າຍ, ພິເສດແມ່ນໃນຂົງເຂດການຄ້າ, ກະສິກຳ, ການຜະລິດ, ພະລັງງານ, ການຂົນສົ່ງ, ເຕັກໂນໂລຢີຂໍ້ມູນຂ່າວສານ…ທີ່ການໂອ້ລົມໂທລະເລກ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານນາຍົກລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບຊີວິດການເປັນຢູ່ ຂອງປະຊາຊົນບ້ານວັງຄົດ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ສູນພັກຊົ່ວຄາວ ຈຸດໂຮງຮຽນປະຖົມບ້ານວັງຄົດ ແລະ ໄປເບິ່ງພື້ນທີ່ບ້ານ ທີ່ຖືກນໍ້າໄຫລຊຸ.
ຍສໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.
ຍສໝ - ພາຍຫຼັງໄປຮອດແຂວງ ກວ໋າງບິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມປະຊາຊົນ ຢູ່ຕາແສງ ຮ່ຽນນິງ, ເມືອງ ກວ໋າງນິງ. ນະທີ່ນີ້, ທ່ານໄດ້ລະດົມກຳລັງໃຈປະຊາຊົນຢູ່ຕາແສງ ຮ່ຽນນິງວ່າ.
ວັນທີ 22 ຕຸລາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງຈົດໝາຍເຖິງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ທຸກຄົນ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໂດຍໃຫ້ຮູ້ວ່າ ໃນການຢ້ຽມຢາມ ຫວຽດນາມ ແລະ ອິນໂດເນເຊຍ, ທ່ານໄດ້ເຫັນດີເປັນເອກະພາບກັບບັນດາການນຳ ຫວຽດນາມ ແລະ ອິນໂດເນເຊຍ ກ່ຽວກັບການຮ່ວມມື ເພື່ອສ້າງອະນາຄົດແຫ່ງສັນຕິພາບ ແລະ ວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຫວັງວ່າ ທ່ານນາງ Carolyn Turk - ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ຈະພ້ອມກັບລັດຖະບານ ຫວຽດນາມ ເພື່ອສຳເລັດເປົ້າໝາຍຄວບຄູ່ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ແລະ ຟື້ນຟູພື້ນຖານເສດຖະກິດ.
ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັງຢືນວ່າ ຍາມໃດ ສປຊ ກໍ່ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ.
ຍສໝ - ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແຕ່ວັນທີ 18-20 ຕຸລາ ໄດ້ດຶງດູດຄວາມສົນໃຈຂອງສື່ມວນຊົນສາກົນ.
ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ແບ່ງປັນຕໍ່ຄວາມເສຍຫາຍ, ການເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນຢູ່ພາກກາງ, ພິເສດແມ່ນບັນດາຄອບຄົວທີີ່ມີຜູ້ປະສົບເຄາະຮ້າຍ, ພະນັກງານ, ນັກຮົບທີ່ໄດ້ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່.
ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.