ຍສໝ - ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.
ເປັນຄັ້ງທຳອິດຫວຽດນາມ ມີກ່ຳປັ່ນຄົ້ນຄວ້າທະເລ ແລະ ເຄື່ອງອຸປະກອນສຳຫຼວດກວດກາ ແລະ ໄຈ້ແຍກຂີ້ເຫຍື້ອຢາງປລາດຕິກມະຫາສະມຸດ.
ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບ ທາງໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.
ຍສໝ - ISA ໃຫ້ຮູ້ວ່າເຫດຜົນທີ່ເຮັດໃຫ້ ຫວຽດນາມລື່ນກາຍ ສ.ເກົາຫຼີ ເພື່ອກາຍເປັນປະຊາຄົມຊາວຕ່າງປະເທດອາໄສຢູ່ ຍີ່ປຸ່ນຫຼາຍອັນດັບທີ 2 ຕົ້ນຕໍແມ່ນຍ້ອນການເພີ່ມຂຶ້ນຂອງຈຳນວນນັກສຶກສາ, ນັກຄົ້ນຄ້ວາ ແລະ ນັກຝຶກງານຊາວຫວຽດນາມ ໄປຍັງບີ່ປຸ່ນໃນໄລຍະທີ່ຜ່ານມາ.
ໃນວັນທີ 24 ມີນາ 2021 ນັກສຶກສາລາວ ທີ່ຮຽນຈົບການສຶກສາ ໃນລະດັບປະລິນຍາໂທ ລຸ້ນທີ 18,19 ແລະ ປະລິນຍາເອກ ລຸ້ນທີ 1 ຈາກໂຄງການທຶນການສຶກສາ ເພື່ອພັດທະນາ ຊັບ ພະຍາກອນມະນຸດ ໂດຍທຶນຊ່ວຍເຫລືອ ຂອງລັດຖະບານຍີ່ປຸ່ນ (JDS) ໃນ ສປປ ລາວ ຈຳນວນ 39 ທ່ານ ໄດ້ມານຳສະເໜີ ກ່ຽວກັບບົດຄົ້ນຄວ້າ ແລະ ຄວາມຮູ້ທີ່ໄດ້ຖອດຖອນໄດ້ ຈາກບັນດາ ມະຫາ ວິທະຍາໄລຕ່າງໆ ໃນປະເທດຍີ່ປຸ່ນ. ພ້ອມນີ້, ບັນດານັກສຶກສາດັ່ງກ່າວ ຍັງໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນF ພ້ອມເລົ່າປະສົບການໃຊ້ຊີວິດ ໃນປະເທດຍີ່ປຸ່ນ.
ຍສໝ - ພື້ນຖານເສດຖະກິດຫວຽດນາມ ຍັງຄົງແມ່ນໜຶ່ງໃນບັນດາເສດຖະກິດທີ່ເຄີຍມີ ແລະ ຈະມີລະດັບເຕີບໂຕສູງໃນໂລກ.
ຍສໝ - ໜັງສືພິມ Nikkei ຂອງຍີ່ປຸ່ນໃນວັນທີ 20 ມັງກອນ ມີບົດປະເມີນຍ້ອງຍໍບັນດາບາດກ້າວທີ່ໜ້າປະທັບໃຈຂອງຫວຽດນາມ ໃນສະພາບການແຜ່ລະບາດຂອງ COVID-19 ໃນທົ່ວໂລກ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ (CIEM) ໄດ້ສົມທົບກັບໂຮງຮຽນນະໂຍບາຍສາທາລະນະ-ມະຫາວິທະຍາໄລໂຕກຽວ, ຈັດຕັ້ງເວທີປາໄສຄົ້ນຄວ້າຫວຽດນາມ-ຍີ່ປຸ່ນ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືຫວຽດນາມ-ຍີ່ປຸ່ນ ແນໃສ່ພັດທະນາພະລັງງານແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງເປີດກວ້າງໄລຍະ”.
ຫວ່າງແລ້ວນິີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ເປັນມູນຄ່າປະມານ 1.8 ລ້ານໂດລາສະຫະລັດ ໃຫ້ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ (NGOs)ເພື່ອຈັດຕັ້ງປະຕິບັດ 5 ໂຄງການ ມີ: ໂຄງການເກັບກູ້ລະເບີດ ບໍ່ທັນແຕກທີ່ ແຂວງຊຽງຂວາງ, 2 ໂຄງການສຶກສາທີ່ ແຂວງສະຫວັນນະເຂດ ແລະ ວຽງຈັນ, ໂຄງການທັນຕະແພດ ທີ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ໂຄງການຝຶກອົບຮົມວິຊາຊີບ ທີ່ນະຄອນຫລວງວຽງຈັນ.
ທ່ານ ຢານ ເດລບາເຣີ ໄດ້ກ່າວວ່າ: ໄພນໍ້າຖ້ວມໄດ້ທຳລາຍຜົນຜະລິດເຂົ້າໃນນາ ຢ່າງຫລວງຫລາຍ ເຊິ່ງເປັນສິ່ງຊໍ້າເຕີມໃສ່ຄວາມທ້າທາຍເກົ່າທີ່ມີຢູ່ແລ້ວ ຂອງບັນດາຄອບຄົວທີ່ຢູ່ໃນພື້ນທີ່ ທີ່ພົບກັບບັນຫາການຂາດເຂົ້າກິນເປັນປະຈໍາ ໃນແຕ່ລະປີ.
ໃນຕົ້ນເດືອນ ມີນາ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ຄິດເປັນມູນຄ່າ 321.806 ໂດລາສະຫະລັດ ເຂົ້າໃນໂຄງການວຽກງານ ສົ່ງເສີມການມີສ່ວນຮ່ວມ ຂອງຄົນພິການ ໃນ ສປປ ລາວ.
ຍສໝ - ຫ້ອງການລັດຖະບານ ໄດ້ປະສານສົມທົບຢ່າງໃກ້ຊິດກັບສະຖານທູດຍີ່ປຸ່ນ ໃນການຈັດຕັ້ງປະຕິບັດຂັ້ນຕອນ ແລະ ລະບຽບການຕ່າງໆ ເພື່ອໃຫ້ສາມາດໄດ້ຮັບອຸປະກອນສ່ວນພື້ນຖານ ຂອງລະບົບຂໍ້ມູນຂ່າວສານລາຍງານລັດຖະບານ ມາຈາກປະເທດຍີ່ປຸ່ນ.
ວັນທີ 22 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide.
ຍສໝ - ໜ້າ Facebook ຂອງສະຖານທູດຍີ່ປຸ່ນປະຈຳຫວຽດນາມ ຫາກໍ່ປະກາດບັດອວຍພອນປີໃໝ່ປະຈໍາຊາດທີ່ໜ້າປະທັບໃຈ.
ຍສໝ - ນີ້ແມ່ນຜົນການສຳຫຼວດຜ່ານທາງອອນລາຍ ເຊິ່ງສຳນັກຂ່າວສານ Kyodo ປະກາດໃນວັນທີ 7 ກຸມພາ 2021.
ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການ ເສີມສ້າງຄວາມໝັ້ນຄົງ ຂອງມະນຸດຂັ້ນຮາກຖານ (GGPs).
ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).
ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຊ່ວຍເຫລືອລ້າ ໃຫ້ແກ່ ສປປ ລາວ ຈຳນວນ 403.768 ໂດລາສະຫະລັດ ໃຫ້ໂຄງການ ດ້ານສາທາລະນະສຸກ 2 ໂຄງການ ໃນ ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ, ໂຄງການສ້າງຂົວ 2 ໂຄງການ ຢູ່ ແຂວງບໍ່ແກ້ວ ແລະ ແຂວງຈຳປາສັກ ແລະ 1 ໂຄງການດ້ານການສຶກສາ ຢູ່ ແຂວງຈຳປາສັກ, ໂດຍຜ່ານໂຄງການເສີມສ້າງ ຄວາມໝັ້ນຄົງຂອງມະນຸດ ຂັ້ນຮາກຖານ (GGPs) ເຊິ່ງພິທີເຊັນສັນຍາໂຄງການ ດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 18 ທັນວາ 2020, ຢູ່ສະຖານທູດຍີ່ປຸ່ນ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ໂຕແທນ ຂອງອຳນາດການປົກຄອງຈາກເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ, ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ຍສໝ - ນີ້ແມ່ນກອງປະຊຸມຄັ້ງທີ 5 ໃນປີ 2020 ຂອງຄະນະທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີກັບປະຊາຄົມວິສາຫະກິດພາຍໃນ ແລະ ຕ່າງປະເທດ ແລະ ແມ່ນກອງປະຊຸມໂອ້ລົມສົນທະນາຄັ້ງທຳອິດກັບວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ.
ຍສໝ - ໃນວັນທີ 18 ທັນວາ 2020, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ Keizho Takewaka ໄດ້ມອບເຄື່ອງອຸປະກອນດ້ານການແພດທີ່ມີມູນຄ່າ 3 ລ້ານ USD ໃຫ້ແກ່ກະຊວງສາທາລະນະສຸກລາວ ເພື່ອແນໃສ່ໜູນຊ່ວຍລາວ ປ້ອງກັນ ແລະ ຄວບຄຸມໂລກລະບາດໂຄວິດ-19.