ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫລືອ 1.8 ລ້ານໂດລາ ເຂົ້າໃນວຽກງານ ເກັບກູ້ລະເບີດ - ສຶກສາ - ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບ

13:10 | 28/03/2021

ຫວ່າງແລ້ວນິີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ເປັນມູນຄ່າປະມານ 1.8  ລ້ານໂດລາສະຫະລັດ ໃຫ້ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ (NGOs)ເພື່ອຈັດຕັ້ງປະຕິບັດ 5 ໂຄງການ ມີ: ໂຄງການເກັບກູ້ລະເບີດ ບໍ່ທັນແຕກທີ່ ແຂວງຊຽງຂວາງ, 2 ໂຄງການສຶກສາທີ່ ແຂວງສະຫວັນນະເຂດ ແລະ ວຽງຈັນ, ໂຄງການທັນຕະແພດ ທີ່ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ໂຄງການຝຶກອົບຮົມວິຊາຊີບ ທີ່ນະຄອນຫລວງວຽງຈັນ.

ລ ດຖະບານຍ ປ ນ ໃຫ ການຊ ວຍເຫລ ອ 1 8 ລ ານໂດລາ ເຂ າໃນວຽກງານ ເກ ບກ ລະເບ ດ ສ ກສາ ທ ນຕະແພດ ແລະ ການຝ ກອ ບຮ ມວ ຊາຊ ບ ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ
ລ ດຖະບານຍ ປ ນ ໃຫ ການຊ ວຍເຫລ ອ 1 8 ລ ານໂດລາ ເຂ າໃນວຽກງານ ເກ ບກ ລະເບ ດ ສ ກສາ ທ ນຕະແພດ ແລະ ການຝ ກອ ບຮ ມວ ຊາຊ ບ ADB ສະໜອງບ້ວ​ງ​ເງິນສິນເຊື່ອ 8 ລ້ານໂດລາ ເພື່ອສະໜັບສະໜູນ ການບໍລິການນ້ຳ​ຢູ່ປະເທດຫວຽດນາມ
ລ ດຖະບານຍ ປ ນ ໃຫ ການຊ ວຍເຫລ ອ 1 8 ລ ານໂດລາ ເຂ າໃນວຽກງານ ເກ ບກ ລະເບ ດ ສ ກສາ ທ ນຕະແພດ ແລະ ການຝ ກອ ບຮ ມວ ຊາຊ ບ
ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫລືອ 1.8 ລ້ານໂດລາ ເຂົ້າໃນວຽກງານ ເກັບກູ້ລະເບີດ - ສຶກສາ - ທັນຕະແພດ ແລະ ການຝຶກອົບຮົມວິຊາຊີບ

ພິທີເຊັນສັນຍາໂຄງການດັ່ງກ່າວ, ໄດ້ມີຂຶ້ນໃນເມື່ອບໍ່ດົນມານີ້ ລະຫວ່າງ ທ່ານ ເຄອິຈິ ອິວາໂມໂຕະ ອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ແລະ ບັນດາຕົວແທນ ຈາກອົງການຈັດຕັ້ງທີ່ບໍ່ຂຶ້ນ ກັບລັດຖະບານ ກໍຄື ອົງການເກັບກູ້ລະເບີດ JMAS, ອົງການສຸພານິມິດສາກົນຍີ່ປຸ່ນ (World Vision Japan), ສະມາຄົມເດັກນ້ອຍລາວ (ALC), ອົງການຊ່ວຍເຫລືອສາກົນ ດ້ານການສຶກສາທັນຕະກຳ (OISDE) ແລະ ອົງການ IV-JAPAN.

ອົງການ JMAS ແມ່ນອົງການເກັບກູ້ລະເບີດ ບໍ່ທັນແຕກໃນປະເທດລາວ, ການເຊັນສັນຍາດັ່ງກ່າວ ກໍແມ່ນການຈັດຕັ້ງ ປະຕິບັດໂຄງການປີທີ 2 ຂອງທັງໝົດ 3 ປີ, JMAS ໄດ້ແນໃສ່ການເກັບກູ້ລະເບີດ ໂດຍນໍາໃຊ້ເຄື່ອງຈັກ ເພື່ອຫລຸດຜ່ອນຄວາມສ່ຽງ ດ້ານຄວາມປອດໄພ ແລະ ລົບລ້າງອຸປະສັກ ທາງດ້ານເສດຖະກິດ ໃນຂົງເຂດທີ່ມີລະເບີດ ບໍ່ແຕກຄົງຄ້າງຢູ່ຫລາຍເຊັ່ນ: ເມືອງແປກ, ເມືອງຄໍາ ແລະ ເມືອງພູກູດ ແຂວງຊຽງຂວາງ.

ໂຄງການຂະແໜງສຶກສາ 2 ໂຄງການໃນຄັ້ງນີ້, ແມ່ນມີຈຸດປະສົງຫລັກ ໃນການຍົກລະດັບ ສະ ພາບແວດລ້ອມ ການສຶກສາ ໃຫ້ນ້ອງນັກຮຽນ. ໂຄງການທີ 1 ແມ່ນຈັດຕັ້ງປະຕິບັດ ໂດຍອົງການ World Vision Japan ເຊິ່ງແມ່ນການຈັດຕັ້ງ ປະຕິບັດໂຄງການຂອງປີທີ 2 ໃນ 3 ປີ, ໂຄງການດັ່ງກ່າວ ແມ່ນການຊຸກຍູ້ ໃຫ້ນ້ອງນັກຮຽນ ໄດ້ຝຶກທັກສະການອ່ານ ໃນຂັ້ນປະຖົມ ທີ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ. ສ່ວນອີກໂຄງການໜຶ່ງ ແມ່ນຈັດຕັ້ງປະຕິບັດ ໂດຍອົງການ ALC, ເຊິ່ງແມ່ນການຈັດຕັ້ງ ປະຕິບັດໂຄງການ ຂອງປີທີ 3 ແມ່ນປີສຸດທ້າຍ, ໃນໂຄງການດັ່ງກ່າວ ກໍ່ຈະມີການສ້າງຫໍສະໝຸດ ໃຫ້ແກ່ໂຄງຮຽນມັດທະຍົມ ຕອນຕົ້ນໃນແຂວງວຽງຈັນ.

ໂຄງການທັນຕະແພດ ທີ່ຈັດຕັ້ງປະຕິບົດໂດຍອົງການ OISDE ກໍ່ແມ່ນການຈັດຕັ້ງປະຕິບັດ ປີສຸດທ້າຍຂອງໂຄງການ 3 ປີ, ເຊິ່ງວຽກງານກໍ່ຈະມີການ ປັບປຸງສຸຂະພາບ ແລະ ປິ່ນປົວແຂ້ວ, ຫລຸດຜ່ອນພະຍາດ ແລະ ການຕິດເຊື້ອຮ້າຍແຮງ ຂອງຜົ້ງປາກ ຂອງປະຊາຊົນລາວ ໃນແຂວງວຽງຈັນ. ນອກຈາກນີ້, ກໍຈະມີການແລກປ່ຽນຄວາມຮູ້ ກ່ຽວກັບການປ້ອງກັນ ສຸຂະພາບຜົ້ງປາກ ແລະ ການຝຶກອົບຮົມ ພາກປະຕິບັດຕົວຈິງ ໃຫ້ແກ່ພະຍາບານ ແລະ ນັກສຶກສາທັນຕະແພດນໍາອີກ. ໂຄງການສຸດທ້າຍ ຂອງການເຊັນສັນຍາ ໃນຄັ້ງນີ້, ແມ່ນໂຄງການຂອງອົງການ IV-JAPAN ທີ່ແມ່ນການມອບການຊ່ວຍເຫລືອ ໃນການຈັດຕັ້ງປະຕິບັດ ໂຄງການປີທີ 3 ເຊິ່ງແມ່ນປີສຸດທ້າຍເຊັ່ນດຽວກັນ. ໂຄງການດັ່ງກ່າວ ແມ່ນໄດ້ແນໃສ່ການຊຸກຍູ້ ການຈ້າງງານລາວ ໂດຍສະເພາະແມ່ນ ຊົນເຜົ່າກຸ່ມນ້ອຍໃນເຂດຫ່າງໄກສອກຫລີກ. ໂຄງການດັ່ງກ່າວ ກໍຈະມີການຝຶກອົບຮົມ ວິຊາຊີບດ້ານໂຮງແຮມ ແລະ ການບໍລິການຊ່ວຍວຽກເຮືອນ.

ໃນພິທີເຊັນສັນຍາດັ່ງກ່າວ, ທ່ານອັກຄະຣາຊະທູດ ອິວາໂມໂຕະໄດ້ກ່າວຊື່ນຊົມ ຕໍ່ຄວາມພະຍາ ຍາມຂອງ ບັນດາອົງການເຫລົ່ານີ້ ທີ່ໄດ້ຕັ້ງໃຈເຮັດວຽກ ຍົກລະດັບຄຸນນະພາບ ການດໍາລົງຊີວິດ ຂອງປະຊາຊົນໃນ ຂັ້ນຮາກຖານຂອງປະເທດລາວ. ເຖິງວ່າຈະຢູ່ໃນວີກິດ ການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ກໍ່ຕາມ, ລັດຖະບານຍີ່ປຸ່ນ ກໍ່ໃຫ້ຄໍາໝັ້ນສັນຍາວ່າ ຈະສະໜັບສະໜຸນ ແລະ ສົ່ງເສີມວຽກງານຂອງບັນດາ INGO ໃຫ້ທີ່ສຸດ.

ລ ດຖະບານຍ ປ ນ ໃຫ ການຊ ວຍເຫລ ອ 1 8 ລ ານໂດລາ ເຂ າໃນວຽກງານ ເກ ບກ ລະເບ ດ ສ ກສາ ທ ນຕະແພດ ແລະ ການຝ ກອ ບຮ ມວ ຊາຊ ບ ອາເມລິກາ ໃຫ້ການຊ່ວຍເຫຼືອຫວຽດນາມ 2 ລ້ານໂດລາ ເພື່ອແກ້ໄຂຜົນຮ້າຍຍ້ອນຫຼັງໄພພິບັດທຳມະຊາດ

ຍສໝ - ວັນທີ 30 ຕຸລາ ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລີມ - ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງອາເມລິກາ ທີ່ນຳໂດຍທ່ານ Michael Pompeo - ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງການພົວພັນທາງການທູດລະຫວ່າງອາເມລິກາ - ຫວຽດນາມ.

ລ ດຖະບານຍ ປ ນ ໃຫ ການຊ ວຍເຫລ ອ 1 8 ລ ານໂດລາ ເຂ າໃນວຽກງານ ເກ ບກ ລະເບ ດ ສ ກສາ ທ ນຕະແພດ ແລະ ການຝ ກອ ບຮ ມວ ຊາຊ ບ ປະເທດລາວ ໄດ້ຮັບການຊ່ວຍເຫຼືອມີມູນຄ່າ 7 ລ້ານໂດລາ ເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19

ຍສໝ - ອົງການຄູ່ຮ່ວມມືທົ່ວໂລກກ່ຽວກັບການສຶກສາ ໄດ້ຮັບຮອງເອົາໂດຍ UNICEF ເຊິ່ງໄດ້ລົງນາມໃນສັນຍາການຊ່ວຍເຫຼືອໃຫ້ແກ່ປະເທດລາວ 7 ລ້ານໂດລາເພື່ອຫຼຸດຜ່ອນຜົນກະທົບຂອງ COVID-19 ໃນຂະແໜງການສຶກສາ.

ລ ດຖະບານຍ ປ ນ ໃຫ ການຊ ວຍເຫລ ອ 1 8 ລ ານໂດລາ ເຂ າໃນວຽກງານ ເກ ບກ ລະເບ ດ ສ ກສາ ທ ນຕະແພດ ແລະ ການຝ ກອ ບຮ ມວ ຊາຊ ບ ລາວ: ໃນປີ 2030 ປະຊາກອນ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ

ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ.

kpl.gov.la

ເຫດການ
302 Found

Found

The document has moved here.