ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ 2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້

10:25 | 16/05/2021

ຍ​ສ​ໝ - ໂດຍ​ຕາງ​ໜ້າ​ກະ​ຊວງ​ກໍ່​ສ້າງ, ທ່ານ ເລກວາງ​ຮຸ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ອົງ​ການ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JICA) ໄດ້​ໜູນ​ຊ່ວຍ​ກະ​ຊວງ​ກໍ່​ສ້າງ​ປະ​ຕິ​ບັດຫຼາຍ​ໂຄງ​ການ​ເຕັກ​ນິກ​ໃນ​ຮອບ​ເວ​ລາ ເກືອບ 20 ປີ​ຜ່ານ​ມາ.

ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2 ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2
ຫວ​ຽດ​ນາມ - ຍີ່​ປຸ່ນ​ຮ່ວມ​ມື​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຫວ​ຽດ​ນາມ - ຍີ່​ປຸ່ນ​ຮ່ວມ​ມື​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ
ນັກ​ຊ່ຽວ​ຊານ JICA ຢູ່ ຫວຽດ​ນາມ  2 ຄົນ ໄດ້​ຮັບຫຼຽນ​ໄຊ​ໂດຍ​ກະ​ຊວງ​ກໍ່​ສ້າງມອບ​ໃຫ້
ພິ​ທີ​ມອບ​ຮັບຫຼຽນ​ໄຊ​ເພື່ອ​ພາ​ລະ​ກິດ​ກໍ່​ສ້າງ

ກະ​ຊວງ​ພວມ​ຈັດ​ຕັ້ງ​ການມອ​ບຫຼຽນ​ໄຊ​ເພື່ອ​ພາ​ລະ​ກິດ​ການ​ກໍ່​ສ້າງ ໃຫ້​ແກ່​ນັກ​ຊ່ຽວ​ຊານ​ຊາວ​ຍີ່​ປຸ່ນ 2 ຄົນຂອງ​ຫ້ອງວ່າ​ການ JICA ຫວຽນ​ດາມ. ນັ້ນ​ແມ່ນ​ທ່ານ Kitamura Shu ຮອງ​ຫົວ​ໜ້າ​ຜູ້​ຕາງ​ໜ້າ ຫ້ອງວ່າ​ການ JICA ຢູ່ ຫວຽດ​ນາມ ແລະ ທ່ານ Ibaraki Makoto ທີ່​ປຶກ​ສາ​ດ້ານ​ນະ​ໂຍ​ບາຍ​ກ່ຽວ​ກັບ​ເຂດ​ລະ​ບາຍ​ນ້ຳ, ນັກ​ຊ່ຽວ​ຊານ JICA ຢູ່ ກະ​ຊວງ​ກໍ່​ສ້າງ

ໂດຍ​ຕາງ​ໜ້າ​ກະ​ຊວງ​ກໍ່​ສ້າງ, ທ່ານ ເລກວາງ​ຮຸ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ອົງ​ການ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JICA) ໄດ້​ໜູນ​ຊ່ວຍ​ກະ​ຊວງ​ກໍ່​ສ້າງ​ປະ​ຕິ​ບັດຫຼາຍ​ໂຄງ​ການ​ເຕັກ​ນິກ​ໃນ​ຮອບ​ເວ​ລາ ເກືອບ 20 ປີ​ຜ່ານ​ມາ.

ທ່ານ​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ໄດ້​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຂອງ ທ່ານ Kitamura Shu ແລະ ông Ibaraki Makoto ໃນ​ກາ​ນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງກ​ະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ກັບ JICA ກັບ​ກະ​ຊວງ​ໂຍ​ທະ​ທິ​ການ, ພື້ນ​ຖານ​ໂຄງ​ການ, ຄົມ​ມະ​ນາ​ຄົມ ແລະ ການ​ທ່ອງ​ທ່ຽວ ຍີ່​ປຸ່ນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ເຕັກ​ນິກ, ໜູນ​ຊ່ວຍ, ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ລະ​ບາຍ​ນ້ຳ ແລະ ແກ້​ໄຂ​ນ້ຳ​ເສດ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ກໍ່​ສ້າງ, ບູ​ລະ​ນະ​ລະ​ບົບ​ລະ​ບຽບ​ການ, ນະ​ໂຍ​ບາຍ, ຂໍ້​ກຳ​ນົດ, ມາດ​ຖານ​ຂອງ ຂະ​ແໜງ​ກໍ່​ສ້າງ.

ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ ທ່ານ Kitamura Shu ແລະ ທ່ານ Ibaraki Makoto ໄດ້​ປະ​ຕິ​ລັດ​ສຳ​ເລັດ​ໜ້າ​ທີ່​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ, ທ່ານ ເລ​ກວາງ​ຮຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່ງ​ປະ​ເທດ ກໍ່​ມີ​ຄວາມ​ຫວັງ​ວ່າ​ສອງ​ທ່ານ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ກະ​ຊວງ​ກໍ່​ສ້າງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສະ​ແດງ​ຄວາມດີ​ໃຈເມື່ອ​ໄດ້​ຮັບ​ການຫຼຽນ​ໄຊ​ເພື່ອ​ພາ​ລະ​ກິດ ກໍ່​ສ້າງອັນ​ລ້ຳ​ຄ່າ ຂອ​ງ​ຂະ​ແໜງ​ກໍ່​ສ້າງ​ຫວຽດ​ນາມ, ທ່ານ Kitamura Shu ແລະ ທ່ານ Ibaraki Makoto ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ນຳ​ກະ​ຊວງ​ກໍ່​ສ້າງ, ການ​ນຳ​ບັນ​ດາ​ຫົວ​ໜ່​ວຍ ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຂອງ​ກະ​ຊວງ ໄດ້​ເອົາ​ໃຈ​ໃສ່​ສົມ​ທົບ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ທ່ານ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ໃຫ້​ເປັນ​ຢ່າງ​ດີ​ໃນ​ຕະຫຼອດ​ໄລ​ຍະ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

ສອງ​ທ່ານ ໃຫ້​ຮູ້​ວ່າ, ພາຍຫຼັງ​ກັບ​ຄືນ ຍີ່​ປຸ່ນ, ເຖິງວ່າ ໄດ້​ເຮັດ​ວຽກ​ໃນ​ຖາ​ນະ​ໃດ​ກໍ່​ຕາມ ກໍ່​ຈະ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ເພີ່ມ​ພຸນ​ຄຸນ​ສ້າງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວ​ມື​ລະ​ຫວ່າງ ກະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ກັບ JICA, MLIT ແລະ ບັນ​ດາ​ອົງ​ການ​ລັດ​ຖະ​ບານ ຍີ່​ປຸ່ນ.

ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2 ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2

ຍ​ສ​ໝ - ISA ໃຫ້​ຮູ້​ວ່າ​ເຫດ​ຜົນ​ທີ່​ເຮັດ​ໃຫ້ ຫວຽດ​ນາມ​ລື່ນ​ກາຍ ສ.ເກົາຫຼີ ​ເພື່ອ​ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດ​ອາ​ໄສ​ຢູ່ ຍີ່​ປຸ່ນຫຼາຍ​ອັນ​ດັບ​ທີ 2 ຕົ້ນ​ຕໍ​ແມ່​ນ​ຍ້ອນ​ການ​ເພີ່ມ​ຂຶ້ນ​ຂອ​ງ​ຈຳ​ນວນ​ນັກ​ສຶກ​ສາ, ນັກ​ຄົ້ນ​ຄ​້​ວາ ແລະ ນັກ​ຝຶກ​ງານ​ຊາວ​ຫວຽດ​ນາມ ໄປ​ຍັງ​ບີ່​ປຸ່ນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ຫວ​ຽດ​ນາມ - ຍີ່​ປຸ່ນ​ຮ່ວມ​ມື​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ຫວ​ຽດ​ນາມ - ຍີ່​ປຸ່ນ​ຮ່ວມ​ມື​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ

ຍ​ສ​ໝ - ສະ​ມາ​ຄົມ​ການ​ສຶກ​ສາພາ​ສາ​ຍີ່​ປຸ່ນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ດ້າຍ​ນາມ ຫາ​ກໍ່​ຈັດ​ຕັ້ງ​ພິ​ທີ​ລົງ​ນາມ​ສົມ​ທົບ​ກັນ​ຮ່ວມ​ມື​ຍຸດ​ທ​ະ​ສາດ​ສ້າງ​ສະ​ຖາ​ບັນ​ບຳ​ລຸງ​ສ້າງ​ສາ​ກົນ ຫວຽດ​ນາມ - ຍີ່​ປຸ່ນ (VJII).

ບິ່ງ​ເຢືອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ແຂວງ Yamaguchi, ປະ​ເທດ​ຍີ່​ປຸ່ນ ບິ່ງ​ເຢືອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ແຂວງ Yamaguchi, ປະ​ເທດ​ຍີ່​ປຸ່ນ

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ, ຢູ່​ຈຸດ​ຖ່າຍ​ທອດ​ສົດ​ປະ​ເທດ​ຍີ່​ປຸ່ນ​ມີ​ທ່ານ Muraoka Tsugumasa ຜູ້​ວ່າ​ການ​ແຂວງ Yamaguchi, ຝ່າຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ເຢືອງ​ມີ​ທ່ານ ຫງວຽນ​ຮ່​ວາງ​ທາວ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງບິ່ງ​ເຢືອງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.