ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ

06:38 | 23/03/2021

ວັນທີ 22 ມີນາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ
ຫວຽດນາມ - ຍີ່ປຸ່ນ ຮ່ວມມືໃນການຕໍ່ກຳປັ່ນທະຫານ
ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide (ພາບ: TTXVN)

ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ, ຍາວນານ, ມີຄວາມໄວ້ເນື້ອເຊື່ອໃຈສູງ ແລະ ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົບປະແລກປ່ຽນຢູ່ທຸກຂັ້ນ; ສະເໝີໃຫ້ ຍີ່ປຸ່ນ ຈົ່ງສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍຫວຽດນາມ ໃນການປະຕິບັດບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຜົນສຳເລັດ.

ໂດຍຕາງໜ້າໃຫ້ພັກປະຊາທິປະໄຕເສລີ ແລະ ລັດຖະບານຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຢືນຢັນໄດ້ຖືການພົວພັນຄູ່ຮ່ວມມືເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ເປັນສຳຄັນ ແລະ ຕັດສິນໃຈປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດກວ່າອີກ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໃຫ້ຮູ້ວ່າ, ໃນສະພາບໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັບສົນນັ້ນ, ຍີ່ປຸ່ນ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ສະແດງຄວາມປາດຖະໜາຢາກຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ, ມີປະສິດທິຜົນ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດໃນປີ 2023.

ທີ່ການໂອ້ລົມທາງໂທລະສັບ, ການນຳ 2 ທ່ານກໍ່ໄດ້ແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ຫວຽດນາມ - ຍີ່ປຸ່ນ ຮ່ວມມືໃນການຕໍ່ກຳປັ່ນທະຫານ

ຍສໝ - ຫວຽດນາມ ແລະ ຍີ່ປຸ່ນເຫັນດີຜັນຂະຫຍາຍການຮ່ວມມືໃນຂົງເຂດຕໍ່ກຳປັ່ນ, ສົ່ງມອບເຕັກໂນໂລຢີຂອງຂະແໜງການຕໍ່ກຳປັ່ນທະຫານ; ຮ່ວມມືໃນການຜະລິດບັນດາລາຍການເສດຖະກິດ.

ຫວຽດນາມ ຢາກມີວິສາຫະກິດ ຍີ່ປຸ່ນ ຫລາຍແຫ່ງເປີດກ້ວາງການລົງທຶນເຂົ້າ ຫວຽດນາມ ນັບມື້ນັບຫລາຍ

ຕອນບ່າຍວັນທີ 28 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Umeda Kunio ແລະ ທ່ານ Iwamura Yasutsugu ຜູ້ອຳນວຍການໃຫຍ່ Aeon Mall ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.