ສປປລາວ: ການລະບາດຂອງ COVID-19 ຄາດຈະເຮັດໃຫ້ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຊ້າລົງ

ສປປລາວ: ການລະບາດຂອງ COVID-19 ຄາດຈະເຮັດໃຫ້ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາແບບຍືນຍົງຊ້າລົງ

ການລະບາດຂອງ COVID-19 ຄາດວ່າຈະເຮັດໃຫ້ການພັດທະນາ ໄປສູ່ຄວາມຄືບໜ້າ ແລະ ເປົ້າໝາຍການພັດທະນາ ແບບຍືນຍົງຊ້າລົງ, ເຊິ່ງຜົນກະທົບ ໄລຍະຍາວ ຂອງພະຍາດດັ່ງກ່າວ ແມ່ນມີທ່າອ່ຽງ ຄື ເສດຖະກິດ-ສັງຄົມ, ເຖິງວ່າການຕອບສະໜອງ ໃນການປ້ອງກັນ ແລະ ການຈັດການການແຜ່ກະຈາຍ ຈະມີປະສິດທິພາບສູງແຕ່ຜົນກະທົບໄລຍະຍາວຕໍ່ເສດຖະກິດ, ບຸກຄົນ, ຄອບຄົວ ແລະ ຊຸມຊົນຕ້ອງຫລຸດຜ່ອນລົງ, ເຮັດໃຫ້ໂລກທີ່ພວກເຮົາ ຕ້ອງການ ບໍ່ສາມາດບັນລຸໄດ້ ຕາມເປົ້າໝາຍ.

ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ລົງຢ້ຽມ​ຢາມໂຄງ​ການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່

ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ລົງຢ້ຽມ​ຢາມໂຄງ​ການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຫຼັງໃໝ່

​ຍ​ສ​ໝ - ທ່ານ ສອນໄຊ ສີພັນດອນ ໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງ ແມ່ທັບນ້ອຍ 11 ແລະ ຈະຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ ລາວ ຄົ້ນຄ້ວາຕໍ່ຂໍ້ສະເໜີດັ່ງກ່າວ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ກົມກອງໄດ້ມີແຫຼ່ງແຮງງານ, ວັດສະດຸ, ວັດຖຸດິບ ຢ່າງຄົບຖ້ວນເພື່ອຮັບໃຊ້ການກໍ່ສ້າງໂຄງການມີຄວາມຄືບໜ້າຖືກຕາມກຳນົດເວລາ, ບັນລຸຄຸນນະພາບດ້ານເຕັກນິກ, ຄວາມປານີດ, ສູ້ຊົນກໍ່ສ້າງໃຫ້ສຳເລັດ ແລະ ມອບຮັບກິດຈະການໃນໄຕມາດ 1 ປີ 2021.

ບັນດາວິສາຫະກິດລາວ ໄດ້ສືບຕໍ່ຮ່ວມແຮງຮ່ວມໃຈສະໜັບສະໜູນ ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ບັນດາວິສາຫະກິດລາວ ໄດ້ສືບຕໍ່ຮ່ວມແຮງຮ່ວມໃຈສະໜັບສະໜູນ ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ໃນ​ວັນ​ທີ 2 ພະ​ຈິກ 2020 ນີ້, ບໍລິສັດ​ສິຣິກິດ ການ​ຄ້າ​ ຈຳກັດ​ຜູ້​ດຽວ ​ໄດ້​ນຳ​ເອົາ​ນ້ຳໝາກ​ໄມ້ ຈຳນວນ 100 ລັງ, ລວມມູນ​ຄ່າ 8 ລ້ານ​ກີບ, ມາ​ມອບ​ໃຫ້​ອົງການ​ກາ​ແດງ​ລາວ ​ເພື່ອ​ນຳ​ໄປ​ຊ່ວຍ​​ເຫລືອ ​ຜູ້​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່​ ພາກ​ໃຕ້​ຕາງໜ້າ​ມອບ​ໂດຍ ​ທ່ານ ສົມ​ກຽດ ຣາມະ​ສຸດ ປະທານ​ບໍລິສັດ ດັ່ງກ່າວ ​ແລະ ຮັບ​​ໂດຍ ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ປະທານ​ອົງການ​ກາ​ແດງ​ລາວ.

ລັດຖະບານປະເທດລາວ ໄດ້ຄາດຈະອອກໃບຕາດິນໃຫ້ໄດ້ຫລາຍກວ່າ 600.000 ຕອນໃນປີ 2030

ລັດຖະບານປະເທດລາວ ໄດ້ຄາດຈະອອກໃບຕາດິນໃຫ້ໄດ້ຫລາຍກວ່າ 600.000 ຕອນໃນປີ 2030

ທ່ານ ສອນໄຊ ສີພັນດອນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານໃນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ XIII ວ່າ ເປົ້າໝາຍດ້ານສິ່ງແວດລ້ອມ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳ ຫລາຍສະບັບເພື່ອຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ ເປັນຕົ້ນ ສຳເລັດແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ຮອດປີ 2030, ໄດ້ປັບປຸງລະບົບ ການຂຶ້ນທະບຽນ, ອອກໃບຕາດິນທີ່ທັນສະໄໝໃນໄລຍະ 5 ປີ ຄາດວ່າຈະອອກໃບຕາດິນໄດ້ 610.000 ກວ່າຕອນ (ມະຕິສະພາ: 400.000 ຕອນ).

ລັດຖະບານ ຈະສຸມໃສ່ຍົກສູງຄຸນນະພາບ ການສຶກສາ ແລະ ການບໍລິການຮັກສາສຸຂະພາບ

ລັດຖະບານ ຈະສຸມໃສ່ຍົກສູງຄຸນນະພາບ ການສຶກສາ ແລະ ການບໍລິການຮັກສາສຸຂະພາບ

ລັດຖະບານ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມ ທີ່ກຳນົດໄວ້ ໂດຍສະເພາະ ແມ່ນການຍົກສູງຄຸນນະພາບ ການຮຽນ-ການສອນ ແລະ ການສະໜອງພື້ນຖານ ໂຄງລ່າງ ເພື່ອເປັນສິ່ງອຳ ນວຍຄວາມສະດວກ ໃຫ້ແກ່ການຮຽນ-ການສອນ ແລະ ການບໍລິການ ຮັກສາສຸຂະພາບ, ແນໃສ່ເພື່ອຮັບ ປະກັນໃຫ້ບັນດາຄາດໝາຍ ໃນຂົງເຂດສຶກສາ ແລະ ສາທາລະນະສຸກ ບັນລຸຕາມແຜນການທີ່ວາງໄວ້ ໃນຕໍ່ໜ້າ.

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 4 ພະຈິກ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 03 ພະຈິກ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 326 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 232 ຕົວຢ່າງ, ແຮງງານໄທ 31 ຕົວຢ່າງ, ແຮງງານຈີນ 03 ຕົວຢ່າງ, ແຮງງານຫວຽດນາມ 05 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 44 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ລາວ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ

ລາວ ໄດ້ສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ

ຍສໝ - ໃນວັນທີ 1 ພະຈິກ, ຢູ່ຫໍປະຊຸມແຫ່ງຊາດ ສປປ.ລາວ, ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມນັກຂ່າວທີ່ປະກາດ ການສ້າງຕັ້ງຄະນະກຳມະການເລືອກຕັ້ງແຫ່ງຊາດ ແລະ ບັນດາອະນຸກຳມະການເລືອກຕັ້ງແຫ່ງຊາດ.

ສປປ.ລາວ: ເລັງໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຶງດູດການລົງທຶນຈາກຕ່າງປະເທດ

ສປປ.ລາວ: ເລັງໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງກີດຂວາງຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການດຶງດູດການລົງທຶນຈາກຕ່າງປະເທດ

ເພື່ອຊຸກຍູ້ ແລະ ສົ່ງເສີມການລົງທຶນ ພາກເອກະຊົນ ໃຫ້ບັນລຸຄາດໝາຍທີ່ວາງໄວ້, ລັດຖະບານ ຈະໄດ້ສຸມໃສ່ ໃນການປະສານສົບທົບ ກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອປັບປຸງລະບຽບການ, ກົນໄກ, ການປະສານງານ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ເພື່ອສ້າງສະພາບ ແວດລ້ອມທີ່ເອື້ອອຳນວຍ ໃນການດຳເນີນ ທຸລະກິດຢູ່ໃນ ສປປ ລາວ, ທັງຮັບປະກັນໃຫ້ມີ ຄວາມໂປ່ງໃສ ແລະ ວ່ອງໄວ.  

ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ

ຂະແໜງກະສິກຳ ແລະ ປ່າໄມ້ ວາງຄາດໝາຍຜະລິດສະບຽງອາຫານ ເພື່ອແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ

ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວໄດ້ ກໍຄື ການຈັດຕັ້ງປະຕິບັດ ຄາດໝາຍສູ້ຊົນ ດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຊາວກະສິກອນທົ່ວປະເທດ ຕ້ອງດຳເນີນມາດຕະ ການທີ່ຕັ້ງໜ້າ ຢ່າງມີປະສິດຕິພາບ, ເອົາໃຈໃສ່ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຄຳສັ່ງຂອງຄະນະເລຂາ ທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ຄວາມຮັບຜິດຊອບ ຂອງຄະນະພັກ ໃນການຊີ້ນຳ-ນຳພາ ການປ້ອງກັນ ແລະ ຮັບມືກັບໄພພິບັດທຳມະຊາດ ແລະ ຄຳສັ່ງຂອງນາຍົກ ລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ ເສດຖະກິດ.

ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ

ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໂດຍຕາງໜ້າໃຫ້ລັດຖະບານ ຊີ້ແຈງ ຕໍ່ຄຳຊັກຖາມ ຂອງບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໂດຍໄດ້ເນັ້ນໃສ່ 3 ບັນຫາທີ່ສຳຄັນ ຄື: ການຈັດຕັ້ງປະຕິບັດ ນະໂຍບາຍ 3 ເປີດ, ການສ້າງສິ່ງ ແວດລ້ອມ ເພື່ອດຶງດູດ-ຂົນຂວາຍການລົງທຶນ ແລະ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ.

ຜູ້ຕິດເຊື້ອນ້ຳເບີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່ໂຮງໝໍ ມິດຕະພາບຕໍ່ໄປ

ຜູ້ຕິດເຊື້ອນ້ຳເບີ 23 ໄດ້ອອກໂຮງໝໍແລ້ວ ສ່ວນເບີ 24 ຍັງຮັກສາໂຕຢູ່ໂຮງໝໍ ມິດຕະພາບຕໍ່ໄປ

ປັດຈຸບັນ ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.821 ຄົນ, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. 

ເປັນມື້ທີ 61 ແລ້ວທີ່ ຫວຽດນາມ ບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

ເປັນມື້ທີ 61 ແລ້ວທີ່ ຫວຽດນາມ ບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 1.180 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.063 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂັ້ນສູງຂອງລັດ

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂັ້ນສູງຂອງລັດ

ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງ ບຸກຄະລາກອນ ຂັ້ນສູງຂອງລັດ, ໂດຍໄດ້ສະເໜີຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ປະຈໍາສໍາງານນາຍົກລັດຖະມົນຕີ.

ການລະເມີດວິໄນແຜນການ-ການເງິນ ໃນອົງການລັດ ມີທ່າອ່ຽງຫລຸດລົງ

ການລະເມີດວິໄນແຜນການ-ການເງິນ ໃນອົງການລັດ ມີທ່າອ່ຽງຫລຸດລົງ

ອົງການກວດສອບແຫ່ງລັດ, ມີໜ້າທີ່ກວດກາບົດສະຫລຸບ ລາຍງານຂາດຕົວ ການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດໃນລະປີ ຂອງບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ບັນຫາໜຶ່ງທີ່ສະມາຊິກ ສະພາແຫ່ງຊາດກໍຄື ສັງຄົມໃຫ້ຄວາມສົນໃຈຫລາຍ ກໍແມ່ນເປັນຫຍັງບໍ່ປະຕິບັດ ມາດຕະການຢ່າງເຂັ້ມງວດ ຕໍ່ການລະເມີດວິໄນ ແຜນການ-ການເງິນ, ເຊິ່ງບັນຫານີ້ ຫົວໜ່ວຍທີ່ລະເມີດ ລະບຽບການນັ້ນ ກໍແມ່ນອົງການຂອງລັດຂັ້ນ.

ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ

ປະເທດລາວ ຕັ້ງໃຈຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນ ໃນອົງການລັດ

ຍສໝ - ໃນວັນທີ 30 ຕຸລາ 2020 ນີ້, ທ່ານ ບຸນປອນ ວັນນະຈິດ - ຮອງປະທານອົງການກວດສອບແຫ່ງລັດ, ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ກ່ຽວກັບການຈັດຕັ້ງປະຕິບັດການກວດສອບ ແລະ ມາດຕະການແກ້ໄຂຜົນການກວດສອບຢູ່ບັນດາກະຊວງ ແລະ ທ້ອງຖິ່ນ ທີ່ລະເມີດວິໄນ ແຜນການ-ການເງິນ.

ປະເທດລາວ: ຄວາມຜິດດ່ຽງຂອງອັດຕາແລກປ່ຽນເງິນຕານັບມື້ນັບເປີດກວ້າງ

ປະເທດລາວ: ຄວາມຜິດດ່ຽງຂອງອັດຕາແລກປ່ຽນເງິນຕານັບມື້ນັບເປີດກວ້າງ

ໜັງສືພິມ Laotian Times ໃຫ້ຂ່າວວ່າ ຍ້ອນວ່າສະພາບການຂາດຄວາມສົມດຸນລະຫວ່າງການສະໜອງ ແລະຄວາມຕ້ອງການ ກ່ຽວກັບເງິນຕາຕ່າງປະເທດ, ການຜິດດ່ຽງຂອງອັດຕາແລກປ່ຽນເງິນຕາ ລະຫວ່າງຕະຫຼາດທາງການ ແລະຕະຫຼາດເສລີຢູ່ລາວ ທີ່ນັບມື້ນັບ ເປີດກວ້າງ, ສ້າງຄວາມກົດດັນຕໍ່ບັນດາບໍລິສັດນໍາເຂົ້າ ແລະສະພາບເງິນເຟີ້.

ສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ

ຍສໝ -  ລະດູແລ້ງ 2020-2021, ກອງທ້ອນໂຮມອັດຖິ 192 ຈະສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນສອງແຂວງ ສາລະວັນ ແລະເຊກອງ.

ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງແຂວງກອນຕຸມ ແລະ ບັນດາແຂວງຕິດກັບຊາຍແດນຂອງລາວ

ເພີ່ມທະວີນໍ້າໃຈມິດຕະພາບລະຫວ່າງແຂວງກອນຕຸມ ແລະ ບັນດາແຂວງຕິດກັບຊາຍແດນຂອງລາວ

ໂດຍປະຕິບັດຄໍາສັ່ງເລກທີ 07-CT/TU ຂອງຄະນະປະຈໍາຄະນະພັກ ແຂວງກອນຕຸມ ກ່ຽວກັບການ “ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດລະຫວ່າງແຂວງກອນຕຸມ ກັບບັນດາແຂວງຕິດກັບຊາຍແດນ ຂອງລາວໃນສະພາບການໃໝ່”. ແຂວງກອນຕຸມ ໄດ້ເປັນເຈົ້າການ ຜັນຂະຫຍາຍການຮ່ວມມືກັບແຂວງອັດຕະປື, ເຊກອງ, ສາລະວັນ, ຈໍາປາສັກ ຂອງລາວ.

ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ

ສປປ ລາວ ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອ ເບີ 23 - 24 ຍັງຄົງຮັກສາຢູ່ໂຮງໝໍມິດຕະພາບ

ໃນວັນທີ 30 ຕຸລາ 2020 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 29 ຕຸລາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 340 ຄົນ, ໃນນັ້ນ ມີ ແຮງງານລາວມາແຕ່ໄທ 110 ຕົວຢ່າງ,  ແຮງງານຈີນ 58 ຕົວຢ່າງ, ແຮງງານຫວຽດນາມ 81 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 06 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 85 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 29 ຕຸລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 65,305 ຕົວຢ່າງ, ກວດພົບເຊື້ອສະສົມ 24 ຄົນ.