ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາງ Elizabetj Truss ລັດຖະມົນຕີກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ

ທ່ານ ຫວູຮົ່ງແທັງ ຫົວໜ້າກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາງ Elizabetj Truss ລັດຖະມົນຕີກະຊວງການຄ້າສາກົນແຫ່ງລາຊະອານາຈັກອັງກິດ

ຍ​ສ​ໝ - ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບອັງກິດໃນທຸກດ້ານເປັນສຳຄັນ, ພ້ອມທັງຫວັງວ່າພາຍຫຼັງລົງນາມ ບົດບັນທຶກວ່າດ້ວຍກkານສິ້ນສຸດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ລາຊະອານາຈັກອັງກິດ (UKFTA), ສອງຝ່າຍຈະປະຕິບັດລະບຽບການໃຫ້ສຳເລັດ ເພື່ອໃຫ້ສັນຍາມີຜົນສັກສິດໂດຍໄວ.

ທ່ານນາງ ຫງວຽນທິກີມເງິນ  ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ  ຫວຽດນາມ ແລະ ລາວ

ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 6 ທັນວາ 2020 ຢູ່ ຫໍສະພາແຫ່ງຊາດ ສສ.ຫວຽດນາມ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ . 

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ລົງຢ້ຽມຢາມໂຄງການສະພາແຫ່ງຊາດລາວ ຫຼັງ​ໃໝ່

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ລົງຢ້ຽມຢາມໂຄງການສະພາແຫ່ງຊາດລາວ ຫຼັງ​ໃໝ່

ຍ​ສ​ໝ - ອາຄານສະພາແຫ່ງຊາດລາວ ໃໝ່ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ມີເນື້ອທີ່ 23,400 m2. ນີ້ແມ່ນໂຄງການຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມມອບ​ໃຫ້ພັກ, ລັດແລະປະຊາຊົນລາວໃນໂອກາດທີ່ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງມາຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວຢ່າງເປັນທາງການ, ແຕ່ວັນທີ 24 - 26 ພະຈິກ 2016. .

ເພີ່ມທະວີການຮ່ວມມືລັດຖະສະພາ ລະຫວ່າງຫວຽດນາມ ແລະ ກາຊັກສະຖານ

ເພີ່ມທະວີການຮ່ວມມືລັດຖະສະພາ ລະຫວ່າງຫວຽດນາມ ແລະ ກາຊັກສະຖານ

ຍສໝ - ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອ່ວງຈູລູຍ ໄດ້ຕີລາຄາວ່າ ການຮ່ວມມືລັດຖະສະພາລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ ໃນຊຸມປີຜ່ານມາໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ສຳເລັດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງດຳເນີນມາເປັນເວລາ 16 ວັນ, ແຕ່ວັນທີ 27 ຕຸລາ - 17 ພະຈິກ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

ປະຊາຊົນສະເໜີໃຫ້ສະພາແຫ່ງຊາດ ພິຈາລະນາແກ້ໄຂ ບັນຫາການຂາຍຫວຍ

​ຫາງ​ສຽງຂອງ​ສັງຄົມ ​ສ່ວນ​ຫລາຍ​ແມ່ນ ​ຢາກ​ໃຫ້​ແກ້​ໄຂ​ບັນຫາ ການ​ຊື້-ຂາຍ​ຫວຍ​ໃນ​ປັດຈຸບັນ, ​ເຊິ່ງມີ​ທັງຫວຍຢູ່ພາຍໃນ ແລະ ຕ່າງປະເທດ, ມີບາງຫວຍ ອອກມື້ໜຶ່ງອອກ 4 ຄັ້ງ, ຊົ່ວໂມງລະຄັ້ງ ແຕ່ 16:30-19:30 ​ແລະ ຫວຍພັດທະນາ ​ແມ່ນອອກ 2 ຄັ້ງຕໍ່ອາທິດ ​ເຊິ່ງ​ເຫັນ​ວ່າອອກຫວຍຫລາຍໂພດ ເປັນການເບື່ອເມົາເກີນໄປ.

ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສ້າງຂຶ້ນເພື່ອສະກັດກັ້ນ ຕ້ານບັນຫາອາສະຍາກຳທຸກຮູບແບບ

ກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ ສ້າງຂຶ້ນເພື່ອສະກັດກັ້ນ ຕ້ານບັນຫາອາສະຍາກຳທຸກຮູບແບບ

ທ່ານ ພົທ ວິ​ໄລ ຫລ້າ​ຄຳ​ຟອງ ລັດຖະມົນຕີ​ກະຊວງ ​ປ້ອງ​ກັນ​ຄວາມ​ສະຫງົບ ລາຍງານໃຫ້ຮູ້ ໃນ​ ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າ​ດ້ວຍ​ການ​ຮ່ວມ​ມື ​ລະ​ຫວ່າງ​ປະ​ເທດທາງ​ອາຍາ ສະບັບ​ສ້າງ​ໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

ສະພາແຫ່ງຊາດ ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍການກວດສອບແຫ່ງລັດ

​ໃນກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 13 ພະຈິກ 2020 ນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ພ້ອມ​ກັນ​ສຸມ​ໃສ່​ ປະກອບ​ຄຳ​ຄິດຄຳ​ເຫັນ​ໃສ່​ກົດໝາຍ​ ວ່າ​ດ້ວຍ​ການ​ປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ທີ່ສະເໜີໂດຍ ທ່ານ ​ນາງ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ, ​ເຊິ່ງ​ໂດຍ​ລວມ​ແລ້ວ​ແມ່ນ​ເຫັນ​ດີ​ເປັນ​ເອກະ​ພາບ ​ຕາມ​ການສະ​ເໜີ ​ປັບປຸງ​ບາງ​ມາດຕາ​ ຂອງ​ກົດໝາຍສະບັບນີ້ ແລະ ພ້ອມກັນລົງຄະແນນສຽງ ຮັບຮອງເອົາ ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.

ສະພາແຫ່ງຊາດ ຮັບຮອງກົດໝາຍສ້າງໃໝ່ ວ່າດ້ວຍການສຶກສາຊັ້ນສູງ

ສະພາແຫ່ງຊາດ ຮັບຮອງກົດໝາຍສ້າງໃໝ່ ວ່າດ້ວຍການສຶກສາຊັ້ນສູງ

ໃນກອງປະຊຸມສະໄໝມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 11 ພະຈິກ 2020, ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ6) ໂດຍການເປັນປະທານ ຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການສຶກສາຊັ້ນສູງ (ສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມທັງໄດ້ລົງຄະແນນສຽງ ຮັບຮອງເອົາຮ່າງ ກົດໝາຍສະບັບດັ່ງກ່າວ, ດ້ວຍຄະແນນສຽງເຫັນດີ ເປັນສ່ວນຫລາຍ.

ສະພາແຫ່ງຊາດ ຮັບຮອງຮ່າງກົດໝາຍໃໝ່ວ່າດ້ວຍຊັ້ນນັກການທູດ

ສະພາແຫ່ງຊາດ ຮັບຮອງຮ່າງກົດໝາຍໃໝ່ວ່າດ້ວຍຊັ້ນນັກການທູດ

​ໃນ​ວາລະ​ດຳ​ເນີນ ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 9 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່າ​ນ ແສງນວນ​ ໄຊ​ຍະ​ລາດ ຮອງ​ປະ ທານ​ສະພາ​ແຫ່ງ​ຊາດ, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນໃສ່​​​ຮ່າງ​ກົດ​ໝາຍ​ສ້າງໃໝ່ ວ່າ​ດ້ວຍ​ຊັ້ນ​ນັກ​ການ​ທູດ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ສະ​ເໜີ​​ໂດຍ ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ ກ​ານ​ຕ່າງ​ປະ​ເທດ ຫລັງ​ຈາກ​ນັ້ນ, ບັນດາ ສ​ສ​ຊ ​ໄດ້​ພ້ອມ​ກັນລົງ​ຄະ​ແນນ​ສຽງ ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ດັ່ງ​ກ່າວ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ ເປັນ​ສ່ວນ​ຫລາຍ.

ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ

ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາ ປະກອບຄຳເຫັນໃສ່ ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ (ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.

ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​

ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​

ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​ຈົນໄດ້​ຮັບ​ຜົນສຳ​ເລັດ ​ໃນ​ຫລາຍ​ດ້ານ ​ເປັນ​ຕົ້ນ ອົງການ​ໄອ​ຍະ​ການ​ປະຊາຊົນ ​ໄດ້​ເອົາ​ໃຈໃສ່​ປະຕິບັດ ​ພາລະ​ບົດບາດ ​ໃນ​ການ​ຕິດຕາມ​ກວດກາ ​ການ​ປະຕິບັດ ​ກົດໝາຍ​ຂອງ​ອົງ ການ​ສືບສວນ​-ສອບ​ສວນ ​ເຮັດ​ໃຫ້​ອົງການ​ດັ່ງກ່າວ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການນັບ​ມື້​ດີ​ຂຶ້ນ​ເລື້ອໆ...

ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບແຫ່ງລັດ

ສະພາແຫ່ງຊາດ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບແຫ່ງລັດ

​ໃນ​ວາລະ​ດຳ​ເນີນ ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 6 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່າ​ນ ບຸນ​ປອນ ບຸດ​ຕະນະ​ວົງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນ ​ໃສ່​​ບົດ​ລາຍງານ ​ການ​ເຄື່ອນ​ໄຫວ​ວຽກ​ງານ ປະຈຳ​ປີ 2020 ​ແລະ ທິດ​ທາງ​​ແຜ​ນການ​ ປີ 2021 ຂອງອົງການ ກວ​ດສອບ​ແຫ່ງ​ລັດ ທີ່​ສະ​ເໜີ​​ໂດຍ ທ່ານ ນາງ​ ວຽງທອງ ສີ​ພັນ​ດອນ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ຫລັງ​ຈາກ​ນັ້ນ, ບັນດາ ສສຊ ​ໄດ້​ພ້ອມ​ກັນລົງ​ຄະ​ແນນ​ສຽງ ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ດັ່ງ​ກ່າວ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ ເປັນ​ສ່ວນ​ຫລາຍ.

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug  ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong - Seug ປາດ​ຖະ​ໜາ​ຢາກ​ຍົກ​ລະ​ດັບ​ການ​ພ​ົວ​ພັນ​ກັບ ຫວຽດ​ນາມ

ຍສໝ - ທ່ານ Park Byeong - Seug ໄດ້ກ່າວຄຳເຫັນວ່າ ຄວນຍົກລະດັບການພົວພັນລະຫວ່າງສອງປະເທດ ຈາກການພົວພັນຄູ່ຮ່ວມມືຍຸດທະສາດ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ຕ້ອນຮັບປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ຕ້ອນຮັບປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ

ຍສໝ - ສ.ເກົາຫຼີ ພ້ອມທີ່ຈະສະໜັບສະໜູນການພັດທະນາຂອງຫວຽດນາມ, ປາດຖະໜາຢາກຊຸກຍູ້ການພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຊ່ອງທາງ ແລະ ທຸກຂັ້ນ.

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ ແລະ ເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

ຍສໝ - ຕອນບ່າຍວັນທີ 2 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຫງວຽນທິກິມເງິນ - ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບທ່ານ Park Byeong-seug - ປະທານສະພາແຫ່ງຊາດສ.ເກົາຫຼີ ເນື່ອງໃນໂອກາດທີ່ຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດສາ​ທາ​ລະ​ນະ​ລັດ ເກົາຫຼີ​ Park Byeong Seung ຢືນຢັນວ່າສາ​ທາ​ລະ​ນະ​ລັດ ເກົາຫຼີ​​ ຍາມ​ໃດ​ກ​ໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ກັບ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ທີ່​ທີ່​ຕັ້ງ​ສຳ​ຄັນ​ໃນ​ຍຸດ​ທະ​ສາດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ສາ​ທາ​ລະ​ນະ​ລັດ ເກົາຫຼີ​ ຢູ່​ພາກ​ພື້ນ.

ປະທານສະພາແຫ່ງຊາດ ສ.ເກົາຫຼີໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນິງ​ບິ່ງ

ປະທານສະພາແຫ່ງຊາດ ສ.ເກົາຫຼີໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນິງ​ບິ່ງ

ຍ​ສ​ໝ - ໃນການຢ້ຽມຢາມເຮັດວຽກຢູ່ຫວຽດນາມ. ວັນທີ 1 ພະຈິກ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ໂດຍທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug ນຳໜ້າໄດ້ໄປຢ້ຽມຢາມແລະເຮັດວຽກຢູ່ແຂວງ ນິງ​ບິ່ງ.

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂັ້ນສູງຂອງລັດ

ສະພາແຫ່ງຊາດຮັບຮອງການແຕ່ງຕັ້ງ ບຸກຄະລາກອນຂັ້ນສູງຂອງລັດ

ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຕອນເຊົ້າວັນທີ 30 ຕຸລາ 2020 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພິຈາລະນາຕາມການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງ ບຸກຄະລາກອນ ຂັ້ນສູງຂອງລັດ, ໂດຍໄດ້ສະເໜີຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ປະຈໍາສໍາງານນາຍົກລັດຖະມົນຕີ.

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ຢ້ຽມ​ຢາ​ມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ຢ້ຽມ​ຢາ​ມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ມີການພົບປະເຈລະຈາກັບ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ.