ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງເດືອນ 11 ຂອງ ສປປ.ລາວ ບັນລຸໄດ້ປະມານ 869 ລ້ານໂດລາ | |
ປະເທດລາວ: ເຊັນສັນຍາໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ |
![]() |
ພາບປະກອບ |
ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວ ບັນດາ ເຜົ່າ ໂດຍແມ່ນພົນລະເມືອງລາວ ເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາ ຂອງປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ, ເຊິ່ງຜູ້ທີ່ຈະເປັນສະມາຊິກ ສະພາແຫ່ງຊາດ ຕ້ອງມີມາດ ຖານຄົບຖ້ວນ ຄື: ເປັນພົນລະເມືອງລາວ; ມີນ້ຳໃຈຮັກຊາດ, ຮັກລະບອບປະຊາ ທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງ ປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດເດັດດ່ຽວ ຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ; ກຳແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ແລະ ກົດໝາຍ; ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸ ເປົ້າໝາຍປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ; ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາ ສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາ ມາດປະຕິບັດໜ້າທີ່ຂອງຕົນໄດ້; ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ທີ່ສຳຄັນຕ້ອງມີສຸຂະພາບດີ. ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ.
![]() | ມອບຂອງຂວັນ ກ່ວາ 200 ພູດໃຫ້ແກ່ປະຊາຊົນບ້ານຢູ່ເຂດຊາຍແດນລະຫວ່າງ ຫວຽດນາມ - ລາວ ຍສໝ - ທ່ານພັນໂທ ຟ້າມຕຸງເລິມ, ຮອງຜູ້ຮັບຜິດຊອບການເມືອງ ທະຫານຊາຍແດນ ແຂວງເທື່ອທຽນເຫ້ວ ໄດ້ຕາງໜ້າຄະນະປະຕິບັດງານງານ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວໄປຍັງພະນັກງານ, ນັກຮົບກຳລັງປະກອບອາວຸດ ແລະ ປະຊາຊົນສອງບ້ານ ກາໂລ ແລະ ບ້ານເຊຊາບ, ເມືອງ ກາລືມ, ແຂວງເຊກອງ. |
![]() | ການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດລາວ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ຍສໝ - ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ຖືເປັນສໍາຄັນການເພີ່ມທະວີການຮ່ວມມືຮອບດ້ານກັບລາວ, ຖືວ່ານີ້ແມ່ນພື້ນຖານເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ, ຕໍ່ສູ້ເຮັດໃຫ້ທຸກກົນອຸບາຍທໍາລາຍມ້າງເພ, ແບ່ງແຍກນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດຖືກປະລາໄຊ... |
![]() | ປະເທດລາວ ໄດ້ປະກາດໃໝ່ວ່າ ບຸກຄົນທີ່ເຂົ້າມາລາວ ຕ້ອງໃຊ້ມາດຕະການແຍກອອກຫ່າງຕາມກົດລະບຽບ ໃໝ່ ຄະນະສະເພາະກິດ ອອກມາດຕະການໃໝ່ ບຸກຄົນທີ່ເດີນທາງເຂົ້າມາໃນ ສປປ ລາວ ຈະຕ້ອງໃສ່ອຸປະກອນຕິດຕາມທາງການແພດເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວຂອງບຸກຄົນດັ່ງກ່າວໄດ້ໃນຂອບເຂດ 14 ວັນ. |
kpl.gov.la