ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​

14:14 | 09/11/2020

ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​ຈົນໄດ້​ຮັບ​ຜົນສຳ​ເລັດ ​ໃນ​ຫລາຍ​ດ້ານ ​ເປັນ​ຕົ້ນ ອົງການ​ໄອ​ຍະ​ການ​ປະຊາຊົນ ​ໄດ້​ເອົາ​ໃຈໃສ່​ປະຕິບັດ ​ພາລະ​ບົດບາດ ​ໃນ​ການ​ຕິດຕາມ​ກວດກາ ​ການ​ປະຕິບັດ ​ກົດໝາຍ​ຂອງ​ອົງ ການ​ສືບສວນ​-ສອບ​ສວນ ​ເຮັດ​ໃຫ້​ອົງການ​ດັ່ງກ່າວ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການນັບ​ມື້​ດີ​ຂຶ້ນ​ເລື້ອໆ...

ຊ ມ ເຊ ຍ ຕ ຜ ນ ງານ ການ ເຄ ອນ ໄຫວ ວຽກ ງານ ຂອງ ອ ງການ ໄອ ຍະ ການ ປະຊາຊ ນ ສ ງ ສ ດ ທ ໄດ ຕ ງໜ າ ຈ ດ ຕ ງ ປະຕ ບ ດ ວຽກ ງານ ປະຈຳ ປ 2020 ຄະ​ນະ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ມອບ​ຜ້າ​ອັດ​ປາກ​ດັງ​ໃຫ້ ​30.000 ອັນ ໃຫ້​ແກ່​ກຸ່ມ​ບັນ​ດາ​ສຳ​ນັກ​ງານ​ອົງ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ
ຊ ມ ເຊ ຍ ຕ ຜ ນ ງານ ການ ເຄ ອນ ໄຫວ ວຽກ ງານ ຂອງ ອ ງການ ໄອ ຍະ ການ ປະຊາຊ ນ ສ ງ ສ ດ ທ ໄດ ຕ ງໜ າ ຈ ດ ຕ ງ ປະຕ ບ ດ ວຽກ ງານ ປະຈຳ ປ 2020 ຫວຽດນາມ ຈັດ​ຕັ້ງ​ກອງ​ປ​ະ​ຊຸມ​ສຸດຍອດ​ອາ​ຊຽ​ນ​ຄັ້ງ​ທີ 37 ໃຫ້​ດີ​ທີ່​ສຸດ
ຊ ມ ເຊ ຍ ຕ ຜ ນ ງານ ການ ເຄ ອນ ໄຫວ ວຽກ ງານ ຂອງ ອ ງການ ໄອ ຍະ ການ ປະຊາຊ ນ ສ ງ ສ ດ ທ ໄດ ຕ ງໜ າ ຈ ດ ຕ ງ ປະຕ ບ ດ ວຽກ ງານ ປະຈຳ ປ 2020
​​ກອງ​ປະຊຸມສະ​ໄໝ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII.ພາບ: ຂປລ

​ໃນ​​ກອງ​ປະຊຸມສະ​ໄໝ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​ໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​​ບົດ​ລາຍງານກ່ຽວ​ກັບ​ ການ​ເຄື່ອນ​ໄຫວ​ ວຽກ​ງານ​ປະ​ຈຳປີ 2020 ​ແລະ ທິດ​ທາງ​​ແຜ​ນການ​ຈຸດ​ສຸມ ປີ 2021 ຂອງອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ​ແລະ ສານ​ປະຊາຊົນ​ສູງ​ສຸດ ທີ່​ສະ​ເໜີ​ໂດຍ​ ທ່ານ ຄຳ​ສານ ສຸ​ວົງ ຫົວໜ້າ​ອົງການ​ ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ທ່ານ ຄຳ​ພາ ​ແສງ​ດາຣາ ປະທານ​ສານ​ປະ ຊາຊົນ​ສູງ​ສຸດ ​ແລະ ​ໄດ້​ພ້ອມ​ກັນ ລົງ​ຄະ​ແນນ​ສຽງ​ຮັບ ຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ ຂອງ​ສອງ​ອົງການ​ດັ່ງກ່າວ ດ້ວຍ​ຄະ​ແນນ​ສຽງ ເຫັນ​ດີ​ເປັນ​ສ່ວນ​ຫລາຍ.

ໃນ​ກອງ​ປະຊຸມຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​ຈົນໄດ້​ຮັບ​ຜົນສຳ​ເລັດ ​ໃນ​ຫລາຍ​ດ້ານ ​ເປັນ​ຕົ້ນອົງການ​ໄອ​ຍະ​ການ​ປະຊາຊົນ​ໄດ້​ເອົາ​ໃຈໃສ່​ປະຕິບັດ ​ພາລະ​ບົດບາດ ​ໃນ​ການ​ຕິດຕາມ​ກວດກາການ​ປະຕິບັດ ​ກົດໝາຍ​ຂອງ​ອົງການ​ສືບສວນ​-ສອບ​ສວນ ​ເຮັດ​ໃຫ້​ອົງການ​ດັ່ງກ່າວຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການນັບ​ມື້​ດີ​ຂຶ້ນ​ເລື້ອໆ, ການ​ສັ່ງ​ຟ້ອງ​ຜູ້​ຖືກ​ຫາ ​ແລະ ຖະ​ແຫລ​ງຄະດີ​ ຕໍ່​ສານ​ມີ​ຄຸນ​ນະພາ​ບດີຂຶ້ນ. ພ້ອມ​ນັ້ນ, ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ຍັງ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ກັບ​ທິດ​ທາງ​ວຽກ​ງານ​ຈຸ​ດສຸມປີ 2021 ຕາມ​ການ​ລາຍ​ງານ​ຂອງ​ຫົວໜ້າ​ອົງການ​ ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ ແຕ່​ເພື່​ອຮັບ​ປະ​ກັນ​ການ ຈັດ​ຕັ້ງ​ປະຕິບັດ​ແຜນ​ງານ, ​ໂຄງການ ​ແລະ ວຽກ​ງານ​ລະອຽດ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ນັ້ນ ຄະນະ​ປະຈຳ​ ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ເອົາ​ໃຈ​ໃສ່​ ບາງ​ບັນ​ຫາທີ່​ພົ້ນ​ເດັ່ນ ​ເປັນ​ຕົ້ນ ​ໃຫ້​ເອົາ​ໃຈ​ໃສ່​ ຕິດຕາມ​ກວດກາການ​ປະຕິບັດຄຳ​ຕັດສິນ​ຂອງ​ສານ ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ບຽບການ​ທີ່​ກຳນົດ​ໄວຢ່າງ​ເຂັ້ມ​ງວດ, ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ກົນ​ໄກ​ປະສານ​ສົມທົບລະຫວ່າງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ສານ​ປະຊາຊົນ​ສູງ​ສຸດ, ກະຊວງ​ປ້ອງ​ກັນ​ ຄວາມ​ສະຫງົບ, ກະຊວງ​ຍຸຕິ​ທຳ ​ແລະ ພາກສ່ວນ​ທີ່​ກ່ຽວ​​ຂ້ອງ ​ໃນ​ການ​ດຳ​ເນີນ​ຄະ​ດີ​ຕາມ​ຂະ​ບວນການ​ຍຸຕິ​ທຳ ​ໃຫ້​ຖືກຕ້ອງ​ກັບ ​ຄວາມ​ເປັນ​ຈິງ ​ແລະ ກົດໝາຍ ທັງ​ຮັບປະກັນ​ຄວາມ​ສອດ​ຄ່ອງ​ຕາມ​ພາລະ​ບົດ​ບາດ, ສິດ ​ແລະ ໜ້າ​ທີ່ຂອງ​ພາກສ່ວນ​ຕ່າງໆຕາມ​ກົດໝາ​ຍທີ່​ກຳນົດ​ໄວ້, ​ເພີ່ມ​ທະວີ​ຕິດ​ຕາມ​ກວດກາການ​​ເຄົາ​ລົບ ​ແລະ ປະຕິບັດ​ກົດໝາຍ ​ຢ່າງ​ເຂັ້ມ​ງວດ, ວິ​ເຄາະ, ວິ​ໄຈສາ​ເຫ​ດທີ່​ພາ​ໃຫ້​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ມີ​ການລະ​ເມີດ​ກົດໝາຍໃນ​ໄລຍະ​ຜ່ານ​ມາ​ເພື່ອ​ມີ​ມາດ​ຕະການ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ໃຫ້​ທັນ​ການ, ນຳ​ເອົາ​ຜູ້​ລະ​ເມີດ​ ກົດໝາຍ ມາ​ດຳ​ເນີນ​ຄະດີຕາມ​ກົດໝາຍ.

ໂດຍ​ລວມ​ແລ້ວຄະ​ນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຜົນ​ງານ, ຜົນສຳ​ເລັດ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ສານ​ປະຊາຊົນ​ສູງ​ສຸດ​ໃນ​ໄລຍະ​ຜ່ານ​ມາ ​ແຕ່​ຍັງ​ມີ​ບາງ​ບັນຫາທີ່​ເຫັນວ່າ ຍັງ​ຈັດ​ຕັ້ງ​ປະຕິບັດ​ ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ, ຊັກ​ຊ້າ ແລະ ​ບໍ່​ທັນ​ບັນລຸ ຕາມ​ເປົ້າ​ໝາຍທີ່​ວາງ​ໄວ້ ​ເປັນ​ຕົ້ນ ການປະຕິບັດສິດ ສັ່ງຟ້ອງ ຜູ້ຖືກຫາ ແລະ ການ​ຖະ ແຫລງຄະດີຕໍ່ສານ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນບໍ່​ທັນ​ບັນ ລຸ​ຄາດໝາຍຕາມທີ່ໄດ້ກໍານົດໄວ້ 97% ຂອງແຜນການ ປີ 202, ການຕິດຕາມກວດກາການປະຕິບັດຄໍາຕັດສິນຂອງສານບໍ່ທັນເປັນປົກກະຕິ, ຕໍ່ເນື່ອງ, ຍັງບໍ່ທັນໄດ້ລົງເລິກ, ການເຂົ້າຮ່ວມຕິດຕາມກວດກາການຕັດສິນຄະດີໃນທີ່ປະຊຸມສານຂອງພະນັກງານ ໄອຍະການປະຊາຊົນ ຂັ້ນຕ່າງໆ ເມື່ອພົບເຫັນມີການລະເມີດກົດໝາຍ ກໍບໍ່ໄດ້ສະ​ເໜີ​ຄັດຄ້ານ.

ການ​ຊັດມ້ຽນຄະດີຈໍານວນໜຶ່ງຍັງບໍ່ທັນຮັບປະກັນຄວາມຖືກຕ້ອງຕາມຕົວຈິງ ແລະ ສອດຄ່ອງຕາມກົດໝາຍ, ບາງກໍລະນີການກະທໍາ ຂອງຜູ້ຖືກຫາຄົບອົງປະກອບຂອງການກະທໍາຜິດທາງອາຍາຕາມທີ່ໄດ້ກໍານົດໄວ້ ໃນມາດຕາ 7 ຂອງ ກົດໝາຍອາຍາ ແຕ່ຖືກຊັດມ້ຽນຄະດີ, ກົງກັນຂ້າມບາງກໍລະນີຂາດອົງປະກອບຂອງການກະທໍາຜິດທາງອາຍາແຕ່ພັດສັ່ງຟ້ອງຜູ້ຖືກຫາຂຶ້ນສານຕັດສິນເປັນຕົ້ນ ຄະດີລະເມີດກົດຈາລະຈອນພາ ໃຫ້ເກີດອຸປະຕິເຫດ ແລະ ການສໍ້ໂກງຊັບ. ການຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ໃນການນໍາໃຊ້ບັນ ດາມາດຕະການສະກັດກັ້ນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ປີ 2017 ຍັງເຫັນວ່າມີການລະເມີດກົດໝາຍຈໍານວນໜຶ່ງ ແຕ່ບໍ່ທັນ ໄດ້ມີວິທີການແກ້ໄຂຢ່າງເຂັ້ມງວດ; ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານ ໄອຍະການປະຊາຊົນຈໍານວນໜຶ່ງຍັງບໍ່ທັນສູງຍັງມີການລະເມີດກົດໝາຍ ແລະ ຖືກປະຕິບັດວິໄນ; ກົນໄກການປະສານສົມທົບ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ທັນກົມກຽວເທົ່າທີ່ຄວນ ເຮັດໃຫ້ການແກ້ໄຂຄະດີ ຈໍານວນໜຶ່ງ ຍັງບໍ່ທັນມີຄວາມເປັນ ເອກະພາບ ແລະ ມີການກ້າວກ່າຍສິດ, ໜ້າທີ່ ເຊິ່ງກັນ ແລະ ກັນ.

ຊ ມ ເຊ ຍ ຕ ຜ ນ ງານ ການ ເຄ ອນ ໄຫວ ວຽກ ງານ ຂອງ ອ ງການ ໄອ ຍະ ການ ປະຊາຊ ນ ສ ງ ສ ດ ທ ໄດ ຕ ງໜ າ ຈ ດ ຕ ງ ປະຕ ບ ດ ວຽກ ງານ ປະຈຳ ປ 2020 ຫວຽດ​ນາມ ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈ​ີ​ຕອນ​ໃນ​ພາກ​ພື້ນ ອາ​ຊຽນ

ຕອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ “ພັດທະນາການຄ້າເອເລັກໂຕນິກ ຫວຽດນາມ ໃນສັງກາດດີຈີຕອນ”. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ ຫວຽດນາມ ມີລະດັບການເຕີບໂຕເສດຖະກິດດີຈີຕອນສູງໃນພາກພື້ນ ອາຊຽນ ແລະ ສະເໜີຫຼາຍມາດຕະການພັດທະນາການຄ້າເອເລັກໂຕນິກໃນທຸກຂົງເຂດຂອງຊີວິດສັງຄົມ ແລະ ການດຳເນີນທຸລະກິດ.

ຊ ມ ເຊ ຍ ຕ ຜ ນ ງານ ການ ເຄ ອນ ໄຫວ ວຽກ ງານ ຂອງ ອ ງການ ໄອ ຍະ ການ ປະຊາຊ ນ ສ ງ ສ ດ ທ ໄດ ຕ ງໜ າ ຈ ດ ຕ ງ ປະຕ ບ ດ ວຽກ ງານ ປະຈຳ ປ 2020 ການ​ໂອ້​ລົ​ມ​ສົນ​ທະ​ນາ “ການ​ທູດຫຼາຍ​ຝ່າຍ ຫວຽດ​ນາມ: ປະ​ກອບ​ສ່ວນ​ໃນ​ໄລ​ຍະ 75 ປີ​ທີ່​ຜ່ານ​ມາ ແລະ ການ​ກຳ​ນົດ​ທິດ​ໃນ​ໄລ​ຍະ​ຍຸດ​ທະ​ສາ​ດ​ໃໝ່”

ຍ​ສ​ໝ - ການ​ໂອ້​ລົມ​ສົນ​ທະ​ນາ​ຊ່​ວຍ​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ແຜນ​ການ​ຖື​ການ​ທູດຫຼາຍ​ຝ່າຍ​ແມ່ນ​ກຳ​ນົດ​ທິດ​ການ​ຕ່າງ​ປະ​ເທດ​ສຳ​ຄັນ​, ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ ກັບ​ການ​ທູດ​ສອງ​ຝ່າຍ​ເພື່ອ​ເປົ້າ​ໝາຍ​ປົ​ກ​ປັກ​ຮັກ​ສາ ແລະ ຊຸກ​ຍູ້​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ໃຫ້​ດີ​ທີ່​ສຸດ, ຍົກ​ສູງ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຂອງ​ປະ​ເທດ​ຊາດ.

ຊ ມ ເຊ ຍ ຕ ຜ ນ ງານ ການ ເຄ ອນ ໄຫວ ວຽກ ງານ ຂອງ ອ ງການ ໄອ ຍະ ການ ປະຊາຊ ນ ສ ງ ສ ດ ທ ໄດ ຕ ງໜ າ ຈ ດ ຕ ງ ປະຕ ບ ດ ວຽກ ງານ ປະຈຳ ປ 2020 ສະ​ພາ​ແຫ່ງ​ຊາດ ກໍ​າ​ປູ​ເຈຍ ຮັ​ບ​ຮອງ​ເອົາ​ອະ​ນຸ​ສັນ​ຍາ​ກ່ຽວ​ກັບວຽກ​ງານ​ຂີດ​​ຂັ້ນປັກຫຼັກ​ໝາຍ​ຊາຍ​ແດນ​​ທາງ​ບົກ​ກັບ ຫວຽດ​ນາມ

ວັນທີ 2 ພະຈິກ, ສະພາແຫ່ງຊາດ ກຳປູເຈຍ ໄດ້ໃຫ້ສັດຕະຍາບັນກ່ຽວກັບໝາກຜົນວຽກງານຂີດຂັ້ນປັກຫຼັກໝາຍ 84% ໃນເສັ້ນຊາຍແດນທາງບົກລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.