ສະພາແຫ່ງຊາດ ຮັບຮອງຮ່າງກົດໝາຍໃໝ່ວ່າດ້ວຍຊັ້ນນັກການທູດ

14:00 | 10/11/2020

​ໃນ​ວາລະ​ດຳ​ເນີນ ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 9 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່າ​ນ ແສງນວນ​ ໄຊ​ຍະ​ລາດ ຮອງ​ປະ ທານ​ສະພາ​ແຫ່ງ​ຊາດ, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນໃສ່​​​ຮ່າງ​ກົດ​ໝາຍ​ສ້າງໃໝ່ ວ່າ​ດ້ວຍ​ຊັ້ນ​ນັກ​ການ​ທູດ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ສະ​ເໜີ​​ໂດຍ ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ ກ​ານ​ຕ່າງ​ປະ​ເທດ ຫລັງ​ຈາກ​ນັ້ນ, ບັນດາ ສ​ສ​ຊ ​ໄດ້​ພ້ອມ​ກັນລົງ​ຄະ​ແນນ​ສຽງ ຮັບຮອງ​ເອົາ​ຮ່າງ​ບົດ​ລາຍ​ງານ​ດັ່ງ​ກ່າວ ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ ເປັນ​ສ່ວນ​ຫລາຍ.

ສະພາແຫ ງຊາດ ຮ ບຮອງຮ າງກ ດໝາຍໃໝ ວ າດ ວຍຊ ນນ ກການທ ດ ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍວ່າດ້ວຍຊາວໜຸ່ມລາວ
ສະພາແຫ ງຊາດ ຮ ບຮອງຮ າງກ ດໝາຍໃໝ ວ າດ ວຍຊ ນນ ກການທ ດ ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸເກືອບ 740 ລ້ານໂດລາສະຫະລັດ
ສະພາແຫ ງຊາດ ຮ ບຮອງຮ າງກ ດໝາຍໃໝ ວ າດ ວຍຊ ນນ ກການທ ດ
​ໃນ​ວາລະ​ດຳ​ເນີນ ​ກອງ​ປະຊຸມສະ​ໄໝສາ​ມັນ ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ໃນ​ວັນ​ທີ 9 ພະຈິກ 2020 ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່າ​ນ ແສງນວນ​ ໄຊ​ຍະ​ລາດ ຮອງ​ປະ ທານ​ສະພາ​ແຫ່ງ​ຊາດ, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ສຸມ​ໃສ່​ປະກອບ​ ຄຳ​ຄິດ​ຄຳ​ເຫັນໃສ່​​​ຮ່າງ​ກົດ​ໝາຍ​ສ້າງໃໝ່ ວ່າ​ດ້ວຍ​ຊັ້ນ​ນັກ​ການ​ທູດ.

ຮ່າງ​ກົດ​ໝາຍ​ສະ​ບັບ​​ນີ້ ປະ​ກອບ​ມີ 9 ພາກ, 10 ໝວດ ແລະ 53 ມາດ​ຕາ ສ້າງ​ຂຶ້ນ​ເພື່ອເປັນ​ການ​ກຳ​ນົດ​ຫລັກ​ການ​, ລະ​ບຽບ​ການ ແລະ ມາດ​ຕະ​ການ​ກ່ຽວ​ກັບ ການ​ຄຸ້ມ​ຄອງ, ການ​ຕິດ​ຕາມກວດ​ກາ ການ​ປະ​ຕິ​ບັດ​ ໜ້າ​ທີ່​ຂອງ​ນັກ​ການ​ທູດ​ລາວ ແນ່​ໃສ່​ຮັບ​ປະ​ກັນ​ປະ​ສິດ​ທິ​ພາບ ພ້ອມ​ດຽວ​ກັນ​ນີ້, ກໍ​ເປັນ​ການ​ກະ​ຕຸກ​ຊຸກ​ຍູ້ ເພື່ອ​ເຮັດ​ໃຫ້​ນັກ​ການ​ທູດ​ລາວ​ ມີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ ​ໃນ​ການ​ເຮັດ​ໜ້າ​ທີ່​ຂອງ​ຕົນ ແລະ ຍັງ​ເປັນ​ການສ້າງ​ມາດ​ຕະ​ຖານ ​ໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທີ່​ສອດ​ຄ່ອງ​ກັບ​ກົ​ດ​ໝາຍ​ສາ​ກົນ ແນໃສ່​ພັດ​ທະ​ນາ​ນັກ​ການ​ທູດ ​ໃຫ້​ມີ​ຄຸນ​ນະ​ພາບ​ສູງ ທາງ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ແບບ​ແຜນ​ການ​ນຳ​ພາ ແລະ ວິ​ທີ​ເຮັດ​ວຽກ, ເຂັ້​ມ​ແຂງ​ທາງ​ດ້ານ​ການ​ຈັດ​ຕັ້ງ, ວິ​ຊາ​ການ​ການ​ທູດ, ພາ​ສາ​ຕ່າງ​ປະ​ເທດ, ມີ​ລະ​ບຽບ​ວິ​ໄນ​ເຂັ້ມ​ງວດ ທັງ​ເປັນ​ມາດ​ຕະ​ການ ​ໃນ​ການ​ກະ​ຕຸກ​ຊຸກ​ຍູ້ ຂະ​ບວນ​ການ​ພັດ​ທະ​ນາ ​ຂ​ະ​ແໜງ​ການ​ຕ່າງ​ປະ​ເທດ, ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ປະ​ເມີນ, ບັນ​ຈຸ, ແຕ່ງ​ຕັ້ງ, ຊັບ​ຊ້ອນ​ພະ​ນັກ​ງານ-ລັດ​ຖະ​ກອນ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ເພີ່ມ​ທະ​ວີ​ຄວາມ​ເປັນ​ເຈົ້າ​ການ​ ຂອງ​ຖັນ​ແຖວ​ນັກ​ການ​ທູດ ໃນ​ການ​ປະ​ຕິ​ບັດ ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ ສ​ປ​ປ ລາວ ໃນ​ໄລ​ຍະໃໝ່​ໃຫ້​ມີ​ ໝາກ​ຜົນ​ສູງ​ຂຶ້ນກວ່າ​ເກົ່າ. ພາຍ​ຫລັງ​ທີ່​ກົດ​ໝາຍ​ສະ​ບັບ​ນີ້ໄດ້​ຖືກ​ຮັບ​ຮອງ ແລະ ປະ​ກາດ​ໃຊ້ ຈະ​ເປັນ​ບ່ອນ​ອີງ​ ທາງ​ດ້ານ​ກົດ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ​ ໃຫ້​ແກ່​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ ໃນ​ການ​ເປັນ​ເສ​ນາ​ທິ​ການ ໃຫ້​ລັດ​ຖະ​ບານ​ ເພື່ອ​ຄຸ້ມ​ຄອງວຽກ​ງານ​ ຊັ້ນ​ນັກ​ການ​ທູດ ຈະ​ເຮັດ​ໃຫ້​ພະ​ນັກ​ງານ​-ລັດ​ຖະ​ກອນ ຂອງ​ກະ​ຊວງ​ການ​ ຕ່າງ​ປະ​ເທດ​ມີ​ມາດ​ຕະ​ຖານ​ ໂດຍ​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ.

ສະພາແຫ ງຊາດ ຮ ບຮອງຮ າງກ ດໝາຍໃໝ ວ າດ ວຍຊ ນນ ກການທ ດ ວິທະຍາໄລເຊີນລາ ໄດ້ມອບໃບຢັ້ງຢືນພາສາຫວຽດຊັ້ນ 4 ແລະມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ມີຜົນງານການສຶກສາດີເລີດ ໃນສົກຮຽນ 2019-2020

ຍສໝ - ໃນສົກຮຽນ 2019 - 2020, ທາງໂຮງຮຽນໄດ້ຮັບໜ້າທີ່ກໍ່ສ້າງພາສາຫວຽດ ໃຫ້ນັກສຶກສາລາວ 192 ຄົນ.

ສະພາແຫ ງຊາດ ຮ ບຮອງຮ າງກ ດໝາຍໃໝ ວ າດ ວຍຊ ນນ ກການທ ດ ນັກສຶກສາລາວສະໜັບສະໜູນປະຊາຊົນພາກກາງທີ່ຖືກຜົນກະທົບໜັກຈາກໄພນໍ້າຖ້ວມ

ຜູ້ຕາງໜ້າ ຄະນະຄຸ້ມຄອງເອງນັກສຶກສາລາວ ຂໍແບ່ງປັນກ່ຽວກັບຄວາມເຈັບປວດ ແລະການສູນເສຍທາງຊີວິດ ແລະຊັບສິນຢູ່ບັນດາແຂວງພາກກາງຂອງຫວຽດນາມ ໃນໄລຍະທີ່ຜ່ານມາ; ຫວັງວ່າປະຊາຊົນ ແລະອໍານາດການປົກຄອງບັນດາແຂວງພາກກາງຈົ່ງຜ່ານຜ່າຄວາມຫຍຸ້ງຍາກ ແລະການສູນເສຍໂດຍໄວເພື່ອດໍາລົງຊີວີດການເປັນຢູ່ເປັນປົກກະຕິ.

ສະພາແຫ ງຊາດ ຮ ບຮອງຮ າງກ ດໝາຍໃໝ ວ າດ ວຍຊ ນນ ກການທ ດ ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​

ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ ຂອງ​ອົງການ​ໄອ​ຍະ​ການ ​ປະຊາຊົນ​ສູງ​ສຸດ ທີ່​ໄດ້​ຕັ້ງໜ້າ​ຈັດ​ຕັ້ງ ​ປະຕິບັດ​ວຽກ​ງານ​ ປະຈຳ​ປີ 2020 ​ຈົນໄດ້​ຮັບ​ຜົນສຳ​ເລັດ ​ໃນ​ຫລາຍ​ດ້ານ ​ເປັນ​ຕົ້ນ ອົງການ​ໄອ​ຍະ​ການ​ປະຊາຊົນ ​ໄດ້​ເອົາ​ໃຈໃສ່​ປະຕິບັດ ​ພາລະ​ບົດບາດ ​ໃນ​ການ​ຕິດຕາມ​ກວດກາ ​ການ​ປະຕິບັດ ​ກົດໝາຍ​ຂອງ​ອົງ ການ​ສືບສວນ​-ສອບ​ສວນ ​ເຮັດ​ໃຫ້​ອົງການ​ດັ່ງກ່າວ ຈັດ​ຕັ້ງ​ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການນັບ​ມື້​ດີ​ຂຶ້ນ​ເລື້ອໆ...

kpl.gov.la

ເຫດການ
302 Found

Found

The document has moved here.