ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19

ສະພາແຫ່ງຊາດຫວຽດນາມ ຊ່ວຍເຫຼືອປະເທດອາເຈນຕິນາ ໃນການປ້ອງກັນການພະຍາດ COVID-19

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຊວນຢຸງ ໄດ້ຢືນຢັນວ່າ ຂອງຂວັນຊ່ວຍເຫຼືອໃນຄັ້ງນີ້ແມ່ນນ້ຳໃຈອັນຈິງໃຈຂອງລັດ ແລະ ປະຊາຊົນຫວຽດນາມ, ແມ່ນການແບ່ງປັນ ແລະ ຊ່ວຍເຫລືອໝູ່ເພື່ອນອາເຈນຕິນາ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

ຍສໝ - ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ.

ຕັດສິນໃຈ ແລະມານະພະຍາຍາມສູງທີ່ສຸດໃນການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່

ຕັດສິນໃຈ ແລະມານະພະຍາຍາມສູງທີ່ສຸດໃນການກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2016, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ ມອບກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ໃຫ້ພັກ, ລັດ ແລະປະຊາຊົນລາວ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໃຫ້ພົນລະພາກຫຼວງ 11 ລົງມືກໍ່ສ້າງໂຄງການດັ່ງກ່າວ.

AIPA 41: ປະເທດຟິລິບປິນ ໄດ້ຕີລາຄາສູງຄວາມອາດສາມາດໃນການນຳພາຂອງຫວຽດນາມ

AIPA 41: ປະເທດຟິລິບປິນ ໄດ້ຕີລາຄາສູງຄວາມອາດສາມາດໃນການນຳພາຂອງຫວຽດນາມ

ຍສໝ - ທ່ານຮອງປະທານສະພາຕໍ່າ ປະເທດຟີລິບປິນ ໄດ້ຕີລາຄາວ່າ: ໃນຖານະຕຳແໜ່ງເປັນປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຂອງຕົນ ໃນການນຳພາບັນດາລັດຖະສະພາສະມາຊິກຂອງ AIPA ທີ່ໄດ້ປະເຊີນໜ້າກັບວິກິດການ COVID-19.

ຫວຽດນາມ ແລະ 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA

ຫວຽດນາມ ແລະ 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA

ຍສໝ - 25 ປີແຫ່ງການເຂົ້າເປັນສະມາຊິກຂອງ AIPA, ສະພາແຫ່ງຊາດຫວຽດນາມ ບໍ່ພຽງແຕ່ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດ AIPA ຢ່າງຄົບຖ້ວນເທົ່ານັ້ນ, ຫາກຍັງປະກອບຄຳຄິດຄຳເຫັນ, ຂໍ້ລິເລີ່ມທີ່ແທດຈິງຫຼາຍຢ່າງ ເພື່ອປ່ຽນແປງໃໝ່ອົງການຈັດຕັ້ງ, ການເຄື່ອນໄຫວ, ໂຄງການດຳເນີນງານຂອງ AIPO/AIPA, ຊຸກຍູ້ບົດບາດຂອງ AIPO/AIPA ແລະ ການເຊື່ອມຕໍ່ກັບອາຊຽນ ໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນອີກດ້ວຍ.

ຫວຽດນາມ ໄດ້ສືບຕໍ່ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ

ຫວຽດນາມ ໄດ້ສືບຕໍ່ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນ

ຍສໝ - ບັນດາການປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດຫວຽດນາມ ໃນປີປະທານ AIPA ຈະແມ່ນພື້ນຖານເພື່ອໃຫ້ຫວຽດນາມ ໄດ້ສືບຕໍ່ຢັ້ງຢືນບົດບາດ ແລະ ທີ່ຕັ້ງຂອງຕົນໃນການເຊື່ອມໂຍງເຂົ້າກັບສາກົນຢ່າງແໜ້ນແຟ້ນ.

ປະທານສະພາແຫ່ງຊາດກຳປູເຈຍຈະເຂົ້າຮ່ວມກອງປະຊຸມໃຫຍ່ AIPA-41 ທີ່ປະເທດຫວຽດນາມ

ປະທານສະພາແຫ່ງຊາດກຳປູເຈຍຈະເຂົ້າຮ່ວມກອງປະຊຸມໃຫຍ່ AIPA-41 ທີ່ປະເທດຫວຽດນາມ

ຍ​ສ​ໝ - IPA 41 ໄດ້ຖືກຈັດຂື້ນພາຍໃຕ້ຫົວຂໍ້“ ການທູດລັດຖະສະພາເພື່ອປະຊາຄົມອາຊຽນທີ່ມີຄວາມສາມັກຄີແລະຂະຫຍັນຂັນເຄື່ອນ”. ໃນໄລຍະກອງປະຊຸມໃຫຍ່, ຈະມີການປະຊຸມຂອງຄະນະ ກຳ ມະການຕ່າງໆຂອງ AIPA, ໂດຍການເຂົ້າຮ່ວມຂອງປະທານສະພາແຫ່ງຊາດແລະບັນດາສະມາຊິກຂອງຄະນະ.

ປະທານສະພາແຫ່ງຊາດ ລາວເຂົ້າຮ່ວມ ງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງ ສສ.ຫວຽດນາມ ຢູ່ລາວ

ປະທານສະພາແຫ່ງຊາດ ລາວເຂົ້າຮ່ວມ ງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງ ສສ.ຫວຽດນາມ ຢູ່ລາວ

ຍ​ສ​ໝ - ຕອນເຊົ້າວັນທີ 02 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ, ອຳນາດການປົກຄອນນະຄອນຫຼວງວຽງຈັນ ແລະ ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນ ສິງ ຫາ ແລະ ວັນຊາດແຫ່ງປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020) ຂຶ້ນຢ່າງສົມກຽດ.

ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ

ນຳເອົາສັນຕິພາບ ແລະ ການພັດທະນາແບບຍືນຍົງມາໃຫ້ປະຊາຊົນ ແລະ ໂລກ

ຍສໝ - ບັນດາປະທານສະພາແຫ່ງຊາດທົ່ວໂລກ ໄດ້ກ່າວວ່າ ເພື່ອຕອບສະໜອງຕໍ່ໂລກລະບາດ COVID-19, ຕ້ອງການມີຄວາມພະຍາຍາມໃນການແບ່ງປັນຂໍ້ມູນ ແລະ ແລກປ່ຽນປະສົບການໃນການຕອບໂຕ້ກັບພະຍາດ COVID-19.

ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານຮັບມືກັບປ່ຽນແປງຂອງດິນຟ້າອາກາດ

ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບລັດຖະບານຮັບມືກັບປ່ຽນແປງຂອງດິນຟ້າອາກາດ

ຍສໝ - ຕອນບ່າຍວັນທີ 19 ສິງຫາ (ຕາມເວລາ ເອີລົບ), ໄດ້ດຳເນີນກອງປະຊຸມຜ່ານທາງອອນລາຍບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ປີ 2020. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມຈາກສະຖານທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ

ຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ

ຍສໝ - ຕອນຄໍ່າວັນທີີ 17 ສິງຫາ (ຕາມເວລາຫວຽດນາມ), ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ ຄັ້ງທີ 13. 

6 ຂໍ້ສະເໜີແນະ ສຳລັບການຮ່ວມມືລັດຖະສະພາເພື່ອຍົກສູງຄວາມສາມາດໃນການຟື້ນຟູເສດຖະກິດ

6 ຂໍ້ສະເໜີແນະ ສຳລັບການຮ່ວມມືລັດຖະສະພາເພື່ອຍົກສູງຄວາມສາມາດໃນການຟື້ນຟູເສດຖະກິດ

ຍສໝ - ນີ້ແມ່ນສານປະກາດຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໃນການວາລະເຮັດວຽກເປັນກຸ່ມໃນກອງປະຊຸມກຸ່ມທີ່ປຶກສາຂອງ AIPA (AIPA Caucus) ຄັ້ງທີ 11.

ປະທານສະພາແຫ່ງຊາດຫວຽດນາມ:  ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ

ປະທານສະພາແຫ່ງຊາດຫວຽດນາມ: ສະເໜີຈັດກອງປະຊຸມ AIPA 41 ທາງອອນລາຍ ຢູ່ ຮ່າໂນ້ຍ

ຍສໝ - ຕອນເຊົ້າວັນທີ 05 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ປະທານ ກອງປະຊຸມສະມັດຊາໃຫຍ່ລະຫວ່າງລັດຖະສະພາອາຊຽນ ຄັ້ງທີ 41 (AIPA 41), ຫົວໜ້າຄະນະຊີ້ນຳແຫ່ງຊາດເປັນປະທານກອງປະຊຸມຄັ້ງທີ 2 ຄະນະຊີ້ນຳແຫ່ງຊາດ, ຄະນະຈັດຕັ້ງ AIPA 41.

ນາຍົກລັດຖະມົນຕີລາວ ຕີລາຄາສູງລະດັບຄວາມຄືບໜ້າ ແລະຄຸນນະພາບຂອງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງຫວຽດນາມ

ນາຍົກລັດຖະມົນຕີລາວ ຕີລາຄາສູງລະດັບຄວາມຄືບໜ້າ ແລະຄຸນນະພາບຂອງກິດຈະກໍາຫໍສະພາແຫ່ງຊາດລາວຫຼັງໃໝ່ ເຊິ່ງແມ່ນຂອງຂວັນຂອງຫວຽດນາມ

ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ, ຈິດໃຈຮັບຜິດຊອບຂອງບັນດາພະນັກງານ, ນັກຮົບພົນລະພາກຫຼວງ 11 ພາຍຫຼັງການກໍ່ສາງເປັນເວລາກວ່າ 700 ມື້.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫລັງທີ່ດຳເນີນມາເປັນເວລາ 7 ວັນ ແຕ່ວັນທີ 24 ມິຖຸນາ-2 ກໍລະກົດ 2020, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີການນຳຂັ້ນສູງຂອງພັກ-ລັດ, ຄະນະລັດຖະບານ, ອົງການຈັດຕັ້ງພັກ-ລັດ, ພະນັກງານອາວຸໂສ ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ ຢ່າງພ້ອມພຽງ.

ສະພາແຫ່ງຊາດຫວຽດນາມ ໄດ້ອອກມະຕິຮັບຮອງເອົາສັນຍາ EVIPA

ສະພາແຫ່ງຊາດຫວຽດນາມ ໄດ້ອອກມະຕິຮັບຮອງເອົາສັນຍາ EVIPA

ຍສໝ - ສະພາແຫ່ງຊາດຫວຽດນາມຕັດສິນໃຈນຳໃຊ້ເນື້ອໃນທັງໝົດຂອງສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມແລະອີຢູພ້ອມທັງ ບັນດາປະເທດສະມາຊິກ, ຍົກເວັ້ນບັນດາມາດຕາ 2, 3, 4 ແລະ 5; ມາດຕາ 3.57, ໝວດ ທີ 3 ຂອງຂໍ້ຕົກລົງດັ່ງກ່າວ.    

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII: ສສຊ ຮັບຮອງເອົາ 4 ມາດຕາໃນ 2 ຮ່າງກົດໝາຍ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VIII ໄດ້​ດຳ­ເນີນ​ມາ​ເປັນ​ມື້​ທີ 6 ໃນ​ວັນ​ທີ 1 ກໍ­ລະ­ກົດ 2020 ທີ່​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ປອນ ບຸດ​ຕະ​ນະ​ວົງ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ມີ​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ພ້ອມ​ດ້ວຍ​ສະ­ມາ­ຊິກ​ສະ­ພາ​ໃນ​ແຕ່​ລະ​ເຂດ​ເລືອກ​ຕັ້ງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນ ຕໍ່ຮ່າງກົດໝາຍການປັບປຸງບາງມາດຕາ ຂອງກົດໝາຍ 3 ສະບັບ

ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳເຫັນ ຕໍ່ຮ່າງກົດໝາຍການປັບປຸງບາງມາດຕາ ຂອງກົດໝາຍ 3 ສະບັບ

ໃນມື້ທີ 5 ຂອງການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຕອນເຊົ້າວັນທີ 30 ມິຖຸນາ 2020 ພາຍໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາ ແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ຕ່າງກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍ ສະພາປະຊາຊົນ ຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ທັງນີ້ ກໍເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນຳໄຊ້ຈັດຕັ້ງ ປະຕິບັດພາລະບົດບາດ, ສິິດ ແລະ ໜ້າທີ່ຕົວຈິງ.

ຮອງນາຍົກຊີ້ແຈງ ມາດຕະການ ຈັດເກັບລາຍຮັບ-ຈຳກັດລາຍຈ່າຍ

ຮອງນາຍົກຊີ້ແຈງ ມາດຕະການ ຈັດເກັບລາຍຮັບ-ຈຳກັດລາຍຈ່າຍ

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນ ຕີ​ກະຊວງ​ການ​ເງິນ ໄດ້​ຂຶ້ນ​ຊີ້​ ແຈງກ່ຽວ​ກັບ​ນະໂຍບາຍ, ມາດ​ຕະການທາງ​ດ້ານ​ການ​ເງິນ - ງົບປະມານ ໃນ 6 ເດືອນ​ທ້າຍ​ປີ 2020 ແນໃສ່​ເພີ່ມ​ທະວີ​ການ​ຈັດ​ເກັບ​ລາຍ​ຮັບ ໄປ​ພ້ອມ​ກັບ​ການ​ຈໍາ​ກັດ ແລະ ປະຢັດ​ລາຍ​ຈ່າຍ, ລະດົມ​ທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ ເພື່ອ​ມາ​ດຸ່ນ​ດ່ຽງ​ງົບປະມານ ແລະ ການ​ປະຕິບັດ​ພັນ​ທະ​ຊໍາ​ລະ​ໜີ້​ເງິນ​ກູ້​ຢືມ​ພາຍ​ໃນ ແລະ ຕ່າງປະເທດ ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 25 ມິຖຸນາ 2020 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ປານີ ຢາ​ທໍ່​ຕູ້  ປະທານ​ສະພາແຫ່ງ​ຊາດ.

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຈະຈັດຂຶ້ນ 24 ມິຖຸນາ ນີ້

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຈະຈັດຂຶ້ນ 24 ມິຖຸນາ ນີ້

ການ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ຈະ​ໄດ້​ໄຂ​ຂຶ້ນ ໃນ​ວັນ​ທີ 24 ມິ­ຖຸ­ນາ ແລະ ຈະ​ດຳ­ເນີນ​ໄປ​ເຖິງ ວັນ​ທີ 2 ກໍ­ລະ­ກົດ 2020 ທີ່​ຫ້ອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ (ຫຼັກ6) ນະຄອນ­ຫຼວງ​ວຽງ​ຈັນ ຊຶ່ງ​ຈະ​ໃຊ້​ເວ­ລາ​ດຳ­ເນີນ​ກອງ​ປະ­ຊຸມ​ທັງ​ໝົດ 7 ວັນ (ບໍ່​ລວມ​ວັນ­ພັກ­ລັດ­ຖະການ) ພິ­ທີ​ຖະ­ແຫຼງ​ຂ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມິ­ຖຸ­ນາ ນີ້ ທີ່​ສະ­ພາ​ແຫ່ງ​ຊາດ ໂດຍ ທ່ານ​ນາງ ສວນ​ສະຫວັນ ວິ​ຍະ​ເກດ ຄະ­ນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ.