ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງການພົບປະກັບຜູ້ຕາງໜ້າບັນດາອົງການການຕ່າງປະເທດ ຫວຽດນາມ ປະຈຳ ຕ່າງປະເທດ ອາຍຸການ 2021 – 2024.
ຍສໝ - ຄາດວ່າ, ໂຄງການດັ່ງກ່າວຈະສ້າງສະຖິຕິເລື່ອງ “ສ້າງແຜນທີ່ດ້ວຍລົດໃຫຍ່ຫຼາຍທີ່ສຸດ” ແລະ “ຂະບວນແຫ່ທີ່ມີລົດຫຼາຍທີ່ສຸດ” ໄດ້ຮັບການຮັບຮູ້ຈາກອົງການສະຖິຕິຫວຽດນາມ.
ສີ້ນສຸດກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ້າຍບັ້ງ ໄດ້ມອບຕຳແໜ່ງປະທານ AF BOT ໃຫ້ທ່ານ ເອກອັກຄະລັດຖະທູດ ຫົວໜ້າຄະນະຜູ້ຕາງໜ້າຂອງບຣູໄນປະຈຳ ອາຊຽນ. ບຣູໄນ ຈະຮັບຜິດຊອບບົດບາດນີ້ ໃນປີ 2022.
ຍສໝ - ກອງປະຊຸມມີຫົວຂໍ້ “ຄວາມມານະພະຍາຍາມລວມເພື່ອສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີປະສິດທິຜົນ: ປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ບັນດາປະເທດທີ່ຫາກໍ່ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການ” ຜ່ານທາງອອນລາຍ ແລະ ໂດຍກົງ.
ພັກກອມມູນິດ ອາເມລິກາໄດ້ສົ່ງສານມິດຕະພາບໄປຍັງພັກກອມມູນິດ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.
ຍສໝ - ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 36 ຈະໄດ້ຈັດຕັ້ງໃນວັນທີ 26 ມິຖຸນາ ຕາມຮູບແບບທາງອອນລາຍ.
ຫວ່າງແລ້ວນີ້, ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 16 ດ້ວຍຫົວຂໍ້ “ອາຊຽນກະທຳ ພ້ອມກັນຮັບມື ຕໍ່ສິ່ງທ້າທາຍ” ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ ຕາມຮູບແບບທາງໄກ. ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.
ກອງທຶນຮ່ວມເດີນທາງໄດ້ສ້າງຕັ້ງແຕ່ປີ 2001 ຢູ່ຝລັ່ງໂດຍກຸ່ມນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລສັບພະວິຊາ ປາຣີ (ຝລັ່ງ)ປະຕິບັດ. ຜ່ານ 20 ປີແຫ່ງການເຄື່ອນໄຫວ ແລະ ພັດທະນາ, ມາຮອດປັດຈຸບັນ ກອງທຶນຮ່ວມເດີນທາງໄດ້ເປີດກ້ວາງໄປຍັງບັນດາປະເທດ ແລະ ເຂດແຄ້ວນຕ່າງໆຄື: ສິງກະໂປ, ສ.ເກົາຫຼີ, ອາເມລິກາ, ໄຕຫວັນ (ຈີນ), ຫວຽດນາມ.
ຮອດວັນທີ 11 ພຶດສະພາ 2020 ລວມເປັນ 29 ມື້ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ ໃນຂະນະໂຕເລກຜູ້ຕິດເຊື້ອທີ່ຜ່ານມາ ມີຈຳນວນ 19 ຄົນ.
ຍສໝ - ໃນວັນທີ 14 ສິງຫາ, ສະຖານທູດຫວຽດນາມປະຈຳອາເມລິກາກໍ່ໄດ້ຈັດຕັ້ງຢ່າງສົມກຽວພິທີໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູງການພັກກອມມູນິດຫວຽດນາມ ເລຂາຟຽວ ໂດຍມີການເຂົ້າຮ່ວມຂອງໝູ່ຄະນະພະນັກງານສະຖານທູດ, ຜູ້ຕາງໜ້າບັນດາອົງການປະຈຳ ແລະ ບັນດາອົງຄະນະພັກ ທີ່ຂຶ້ນກັບອົງຄະນະພັກ ວໍຊິງຕັນ ດີຊີ. ພ້ອມທັງ, ສະຖານທູດກໍ່ເປີດປື້ມໄວ້ອາໄລທາງອອນລາຍ.
ທ່ານ ພົນໂທ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວຊີ້ນຳວຽກງານ ກະກຽມເຜີຍແຜ່ ຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ຢູ່ແຂວງຈຳປາສັກ, ໃນວັນທີ 19 ເມສາ 2021, ທີ່ສຳນັກງານຫ້ອງວ່າການ ແຂວງຈຳປາສັກ, ໂດຍການຕ້ອນຮັບຂອງ ທ່ານ ວິໄລວົງ ບຸດດາຄຳ ກຳ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຈຳປາສັກ, ມີບັນດາ ທ່ານ ສະຫາຍ ຄະນະປະຈຳພັກ ແຂວງຈຳປາສັກ ເຂົ້າຮ່ວມ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ
ຍສໝ - ຕາມຫົວໜ້າ SOM ຫວຽດນາມແລ້ວ, ໃນສະພາວະການພິເສດຄືໃນປັດຈຸບັນ, ແນ່ນອນວ່າ ຈຸດສູມທີ່ໄດ້ຮັບຄວາມສົນໃຈຂອງບັນດາບັນດາການນຳແມ່ນຮ່ວມມືຮັບມືກັບໂລກບາດ ແລະ ເພີ່ມທະວີຄວາມສາມາດການຟື້ນຟູ.
ວັນທີ 28 ກໍລະກົດ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າຫົວໜ່ວຍຕ່າງໆ ໄດ້ຈັດຕັ້ງລາຍການ “ລ້ານຄາບເຂົ້າ - ຮ່າໂນ້ຍແຫ່ງສາຍຈິດມິດໃຈ”, ມອບເຄື່ອງບັນເທົາທຸກຈຳນວນ 470 ພູດ ລວມມູນຄ່າ ກວ່າ 80 ລ້ານດົ່ງ ໃຫ້ແກ່ຄົນເຈັບ ແລະ ພີ່ນ້ອງຄົນເຈັບ ທີ່ພວມປິ່ນປົວຍາວນານຢູ່ໂຮງໝໍໝາກໄຂ່ຫຼັງ ຮ່າໂນ້ຍ.
ໂດຍຕອບສະໜອງ ວັນທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ (ຄືວັນທີ 30 ກໍລະກົດ), ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບ ກະຊວງຕຳຫຼວດ ຫວຽດນາມ ຈັດກອງປະຊຸມທາງອອນລາຍ ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານການຄ້າມະນຸດ ດ້ວຍຫົວຂໍ້ວ່າ “ຮັບຟັງຜູ້ປະສົບເຄາະຮ້າຍ - ຊີ້ນຳການກະທຳ”.
ຍສໝ - ວັນທີ 01 ມັງກອນ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານປີໃໝ່ 2020, ເຊິ່ງເປັນປີສ້າງຂີດໝາຍເຫດການທໍາອິດ ທີ່ຫວຽດນາມ ເປັນກຽດໄດ້ດໍາລົງສອງຕໍາແໜ່ງສໍາຄັນໄປພ້ອມໆກັນ ນັ້ນຄື ເປັນປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.
ຍສໝ - ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຄະນະຜູ້ແທນຫວຽດນາມ ທີ່ກອງປະຊຸມຄັ້ງທີ 54 ຂອງສະພາສິດທິມະນຸດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມານະພະຍາຍາມ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນຖານະເປັນສະມາຊິກສະພາສິດທິມະນຸດໄລຍະ 2023-2025.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານ ເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການ ປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫລືອ ແລະຄວາມບໍ່ເປັນເຈົ້າການ ບືນຕົວກ້າວຂຶ້ນດ້ວຍເຫື່ອແຮງ, ສະຕິປັນຍາຂອງຕົນ ທີ່ຍັງມີຢູ່ບໍ່ໜ້ອຍໃນ ຖັນແຖວສະມາ ຊິກພັກ-ພະນັກງານ ແລະປະຊາຊົນເຮົາ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາແຕ່ວັນທີ 13 ຮອດວັນທີ 15 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນກອງປະຊຸມໃຫຍ່ແຫ່ງ ຄວາມສາມັກຄີເປັນ ເອກະພາບສູງ; ແມ່ນກອງປະຊຸມໃຫຍ່ແຫ່ງໄຊຊະນະ; ແມ່ນກອງປະຊຸມໃຫຍ່ແຫ່ງ ການເສີມຂະຫຍາຍ ມານະຈິດປະຕິວັດ; ນີ້ແມ່ນກອງປະຊຸມໃຫຍ່ ແຫ່ງຄວາມເຊື່ອໝັ້ນ ຕໍ່ການສືບຕໍ່ນໍາພາປະເທດຊາດກ້າວຂຶ້ນ. ທົ່ວພັກ ແລະ ທົ່ວປວງຊົນລາວ ຕ່າງກໍຊື່ນຊົມຍິນດີ ແລະ ຕອບຮັບດ້ວຍບັນຍາກາດ ອັນຟົດຟື້ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງນີ້.
ຍສໝ - ຕາມນັ້ນແລ້ວ, ສະຫະພັນໃຫຍ່ແຮງງານຫວຽດນາມ ກໍ່ສະເໜີໜູນຊ່ວຍເງິນສົດໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກ ຍ້ອນແມ່ນເປົ້າໝາຍຕ້ອງແຍກປ່ຽວ 14 ວັນຂຶ້ນໄປ ຢູ່ສະຖານທີ່ແຍກຕົວລວມໝູ່ (ກໍລະນີ F1) ຫຼື ແຍກຕົວຢູ່ເຮືອນ (ກໍລະນີ F2) ຫຼືໃນບັນດາເຂດທີ່ຖືກຈຳກັດການເຂົ້າອອກຕາມຄຳຮຽກຮ້ອງຂອງອົງການແຫ່ງລັດ ທີ່ມີສິດອຳນາດ ແມ່ນໜູນຊ່ວຍເງິນໃຫ້ແກ່ຜູ້ອອກແຮງງານທີ່ຕ້ອງຢຸດເຮັດວຽກໃນເວລາ 14 ວັນ, ແຕ່ເງິນເດືອນຢຸດງານຕ່ຳກ່ວາເງິນເດືອນຕ່ຳສຸດໃນເຂດ.