ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ​ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ

07:07 | 23/09/2022

ຫວ່າງແລ້ວນີ້, ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 16 ດ້ວຍຫົວຂໍ້ “ອາຊຽນກະທຳ ພ້ອມກັນຮັບມື ຕໍ່ສິ່ງທ້າທາຍ” ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ ຕາມຮູບແບບທາງໄກ. ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.

ຫວຽດ​ນາມ ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຂອງ ສ​ປ​ຊ ຫວຽດ​ນາມ ຕັ້​ງ​ໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຂອງ ສ​ປ​ຊ
ເປັນ​ຄັ້ງ​ທຳ​ອິດ ກອງ​ທັບ 3 ປະ​ເທດ ລາວ - ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມ​ການ​ຝືກ​ຊ້ອມ​​​ກູ້​ໄພ​ກູ້​ຊີບ ເປັນ​ຄັ້ງ​ທຳ​ອິດ ກອງ​ທັບ 3 ປະ​ເທດ ລາວ - ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມ​ການ​ຝືກ​ຊ້ອມ​​​ກູ້​ໄພ​ກູ້​ຊີບ
ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລິກຊີ້ແຈ້ງວ່າ, ໂດຍແມ່ນປະເທດສະມາຊິກ ອາຊຽນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີ ຄວາມຮັບຜິດຊອບໃນບັນດາກອບການຮ່ວມມືຂອງ ອາຊຽນ ເວົ້າລວມ ແລະ ການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເວົ້າສະເພາະ. ນຳສະເໜີບັນດາຂົງເຂດຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ໂຕເລິມເນັ້ນໜັກວ່າ:

ສືບຕໍ່ປະຕິບັດບັນດາແຜນການກະທຳ, ໂຄງການເຮັດວຽກໃນຂອບເຂດອາຊຽນ ແລະ ລະຫວ່າງອາຊຽນກັບບັນດາປະເທດຄູ່ຮ່ວມມືສົນທະນາ ຢ່າງມີປະສິດທິຜົນ. ພ້ອມທັງ, ຕັ້ງໜ້າຄົ້ນຄ້ວາຊຸກຍູ້ການເຈລະຈາ, ລົງນາມບັນດາເອກະສານຮ່ວມມືສອງຝ່າຍ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳເພື່ອແນໃສ່ສ້າງກອບນິຕິກຳສະດວກໃຫ້ແກ່ຂັ້ນຕອນຮ່ວມມື ສືບຕໍ່ຍູ້ແຮງການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ກັບບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ ໃນຂົງເຂດບຸລິມະສິດ.

ຢູ່ກອງປະຊຸມຄົບຄະນະລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນຕ້ານ ອາດຊະຍາກຳຂ້າມຊາດ, ບັນດາປະເທດ ອາຊຽນ ໄດ້ພ້ອມກັນປຶກສາຫາລື ແນໃສ່ຕີລາຄາກ່ຽວກັບໝາກຜົນຂອງການຕໍ່ສູ້, ຕ້ານອາດຊະຍາກຳຂ້າມຊາດ ຢູ່ແຕ່ລະປະເທດ ແລະ ຄົ້ນຄ້ວາຊຸກຍູ້ການຮ່ວມມືໃນຂົງເຂດນີ້, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.