ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

18:59 | 15/01/2021

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນ ຢ່າງເປັນທາງການແຕ່ວັນທີ 13 ເຖິງວັນທີ 15 ມັງກອນ ປີ 2021 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງ ປະຊາຊົນໃນຊາດ,  ຮັບປະກັນສະຖຽນລະພາບ ດ້ານການເມືອງ ຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ,  ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ,  ສືບຕໍ່ນໍາປະເທດ ຊາດພົ້ນ ຈາກສະຖານະພາບ ດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ". ກອງປະຊຸມໃຫຍ່ ຄັ້ງນີ້ ໂດຍມີຜູ້ແທນສົມບູນ ເຂົ້້າຮ່ວມທັງໝົດ 768 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວປະເທດ 348.686 ສະຫາຍ, ພ້ອມທັງ ມີແຂກຖືກເຊີນເຂົ້າຮ່ວມຈໍານວນ 147 ສະຫາຍ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່າວສັນລະເສີນຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ

ກອງ​ປະ​ຊຸມ​ໃຫ​ຍ່ ​ຂອງ​ພ​ວກ​ເຮົາ​ໄດ້​ດຳ​ເນີນ​ ການ​ເລືອກ​ຕັ້ງ​ຄະ​ນະ​ ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ແລະ ໃນ​ກອງ​ປະ​ຊຸມ ​ຄັ້ງ​ປະ​ຖົມ​ມະ​ລືກ​ ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ທີ່​ຫາ​ກໍ​ສຳ​ເລັດ​ລົງ​ ໃນ​ຕອນ​ເຊົ້າ​ມື້ນີ້ ກໍ​ໄດ້​ເລືອກ​ຕັ້ງກົມ​ການ ​ເມືອງ​ສູນ​ກາ​ງ​ພັກ ແລະ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ເລືອ​ກ​ຕັ້ງ​ເລ​ຂາ​ທິ​ການ​ໃຫ​ຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ຜູ້​ປະ​ຈຳ​ການ​ຄະ​ນະ ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ພ້ອມ​ທັງ​ເລືອກ​ປະ​ທານ ແລະ ຮອງ​ປະ​ທານຄະ​ນະ​ ກວດ​ກາ​ສູນ​ກາງ​ພັກ ສ​ະ​ໄໝ​ທີ XI. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ສະຫາຍ ບຸນຍັງ ວໍລະຈິດເລ​ຂາ​ທິ​ການ​ໃຫ​ຍ່​ ຄະ​ນະບໍ​ລິ​ຫານ​ງານ ​ສູນ​ກາງ​ພັກ​ສະ​ໄໝ​ທີX ໄດ້​ສະ​ໝັກ​ໃຈ​ບໍ່​​ສືບ​ຕໍ່ ສະ​​ໝັກຮັບ​ເລືອກ​ຕັ້ງ​ເຂົ້າ​ ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ສະ​ໄໝ​ທີ XI​ ອີກ.

ລາວ ປິ່ນປົ່ວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ກັບບ້ານທຸກຄົນ ແລະ ບໍ່ມີຄົນຕິດເຊື້ອເພີ່ມ

ລາວ ປິ່ນປົ່ວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ກັບບ້ານທຸກຄົນ ແລະ ບໍ່ມີຄົນຕິດເຊື້ອເພີ່ມ

ປັດຈຸບັນນີ້, ທົ່ວປະເທດສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.660 ຄົນ. ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 14 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 97.529 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ. ພາບ: TTXVN

ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບການເມືອງສູງ, ຄຽງຄູ່ກັບຄວາມສົນໃຈ ແລະ ການຕິດຕາມຢ່າງໃກ້ຊິດ ຂອງທົ່ວສັງຄົມ. ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສໍາຄັນຂອງພັກ ແລະ ຂອງຊາດ ດ້ວຍຄວາມເອກະພາບສູງ ແລະໄດ້ສິ້ນສຸດລົງດ້ວຍ ຜົນສໍາເລັດ ອັນຈົບງາມ.

ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ໄດ້ຮັບຮອງເອົາ ຢ່າງເປັນເອກະ ສັນ ລາຍງານການເມືອງ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ເຊິ່ງໄດ້ຕີລາຄາໝາກຜົນແຫ່ງ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃນ 5 ປີຜ່ານມາ ແລະ ໄດ້ຮັບຜົນສໍາເລັດ ອັນ ສໍາຄັນໃຫຍ່ຫລວງ ແລະ ຜົນງານອັນພົ້ນເດັ່ນຮອບດ້ານ ທີ່ຍາດມາໄດ້, ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນ ໃນທຸກຂົງເຂດ ເພື່ອເປັນປັດໄຈຍູ້ ການຫັນປ່ຽນ ໃຫ້ແຂງແຮງ ເລິກເຊິ່ງ ແລະຮອບດ້ານ ໃນຊຸມປີຕໍ່ໜ້າ, ສືບຕໍ່ນໍາພາປະເທດຊາດ ກ້າວເດີນຕາມເສັ້ນທາງ ແລະຈຸດໝາຍສັງຄົມນິຍົມ.

ພ້ອມໆກັບຜົນສໍາເລັດ ອັັນສໍາຄັນດັ່ງກ່າວ ກອງປະຊຸມໃຫຍ່ ຍັງໄດ້ເປັນເອກະພາບ ຢ່າງພາວະວິໄສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງ ໃນການນໍາ ພາຊີ້ນໍາຂອງພັກ ກໍຄືການຈັດຕັ້ງປະຕິບັດ ໜ້າທີ່, ວຽກງານຈຸດສຸມ ໃນບາງດ້ານ ທີ່ບໍ່ສາມາດບັນລຸຜົນ ຕາມຄາດໝາຍ ທີ່ວາງອອກ, ພ້ອມທັງ ຊີ້ໃຫ້ເຫັນ ສາເຫດຕົ້ນຕໍ ເພື່ອກໍານົດທິດທາງ ມາດຕະການແກ້ໄຂ ທີ່ສອດຄ່ອງ ແລະແທດເໝາະ ເພື່ອຮັບປະກັນໃຫ້ແກ່ການຫັນປ່ຽນໃໝ່ຢ່າງຈິງຈັງ ໃນການ ຈັດຕັ້ງປະຕິບັດ ແນວທາງຂອງພັກໃນຕໍ່ໜ້າ. ພ້ອມນັ້ນ ກອງປະຊຸມ ຍັງໄດ້ປະເມີນຜົນກວມລວມ ບັນດາຜົນສໍາເລັດ ແລະ ບາງດ້ານທີ່ຕ້ອງໄດ້ສືບຕໍ່ ເອົາໃຈໃສ່ແກ້ໄຂ ແລະ ຍົກລະດັບກ່ຽວກັບ ການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວ ເດີນສູ່ສັງຄົມນິຍົມ ຕາມແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການ ຂອງພັກເຮົາ ເຊິ່ງຊີ້ບອກເຖິງ ສະພາວະຄວາມເປັນຈິງ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການຕ່າງປະເທດ ທີ່ພັກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາ ຢ່າງເປັນລະບົບ ເພື່ອເປັນພື້ນຖານໃນການກໍານົດທິດທາງ ໃນການສືບຕໍ່ ບູລະນະລະບອບ ປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ໃນຕໍ່ໜ້າ.

ຍືນບົນຈິດໃຈສ້າງ ການຫັນປ່ຽນໃໝ່, ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາ ການເພີ່ມເຕີມບົດຮຽນ 4 ປະການ ທີ່ຖອດຖອນໄດ້ຈາກພຶດຕິກໍາ ແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືພຶດຕິກໍາຕົວຈິງ ໃນການນໍາພາຂອງພັກເຮົາ ໃນຫລາຍສິບປີຜ່ານມາ ເພື່ອບົດຮຽນ ແລະເປັນບ່ອນອີງສໍາຄັນ ໃນການປັບປຸງການນໍາພາຊີ້ນໍາ ແລະ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ຂອງພັກ ໃນຕໍ່ໜ້າ ດັ່ງນີ້:

(1) ໃນການຍົກລະດັບຄວາມສາມາດ ແລະ ຄຸນນະພາບການນໍາພາຂອງພັກ, ມີຄວາມຈໍາເປັນຕ້ອງຮັບປະກັນ ການກໍານົດເນື້ອໃນໜ້າທີ່ ການເມືອງໃຫ້ຖືກຕ້ອງ ແທດຕົວຈິງ ແລະ ມີຄວາມເປັນໄປໄດ້ໃນທາງປະຕິບັດ ຄຽງຄູ່ກັບການແກ້ໄຂ ບັນຫາດ້ານການຈັດຕັ້ງ, ການຈັດວາງບຸກຄະລາກອນ, ແບບແຜນການ ນໍາພາ-ຊີ້ນໍາ ແລະ ການຄຸ້ມຄອງ ດ້ານລະບຽບວິໄນ.

(2) ການພັດທະນາ ເສດຖະກິດຂອງຊາດ ຕ້ອງມີການສົມທົບແໜ້ນ ລະຫວ່າງການຂະຫຍາຍພື້ນຖານການຜະລິດ ແລະ ບໍລິການຂະໜາດ ໃຫຍ່ຢ່າງມີຈຸດສຸມ, ສ້າງເປັນຂະແໜງການ ແລະຜະລິດຕະພັນປາຍແຫລມ ກັບການຮັບປະກັນ ໃຫ້ຊາວຊົນນະບົດ, ຜູ້ປະກອບການມີ ການພັດທະນາ ທີ່ເລີ່ມຈາກສ້າງ ຄວາມສາມາດເພິ່ງຕົນເອງ ແລະ ພັດທະນາຍົກລະດັບ ຊີວິດການເປັນຢູ່ ໃຫ້ດີຂຶ້ນເລື້ອຍໆ ເພື່ອຮັບປະກັນການສ້າງຖານ ເສດຖະກິດ ທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ ແລະແກ້ໄຂການຫລຸດໂຕນ ແບບບໍ່ເປັນທໍາ.

(3) ຮັບປະກັນການພັດທະນາ ຊັບພະຍາກອນມະນຸດ ທັງດ້ານສະໜອງ ຄວາມຕ້ອງການ ທັງສ້າງເປັນກໍາລັງຂັບເຄື່ອນ ໃຫ້ແກ່ການພັດທະນາ ດ້ານເສດຖະກິດ-ສັງຄົມ ແລະການປົກປ້ອງ-ເສີມຂະຫຍາຍ ສິດຜົນປະໂຫຍດ ຂອງພົນລະເມືອງ, ຄຸນຄ່າຄວາມເປັນມະນຸດ ແລະ ຄວາມສີວິໄລ ດ້ານຈິດໃຈຂອງຄົນລາວ.

(4) ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາ ມະຕິຄໍາສັ່ງຂອງພັກ ແລະ ແຜນການ, ໂຄງການພັດທະນາ ຂອງລັດຢູ່ແຕ່ລະຂັ້ນ ຕ້ອງບົນ ພື້ນຖານ ການສົມທົບລະຫວ່າງ ຮັບປະກັນການຕົກລົງບັນຫາຕົວຈິງ ແບບໝູ່ຄະນະຢ່າງເຂັ້ມງວດ ກັບການເຊີດຊູບົດບາດ ນໍາພາຊີ້ນໍາ-ບັນຊາ ຂອງຜູ້ເປັນ ຫົວໜ້າ, ເຮັດໃຫ້ທຸກຂະບວນການ ໄດ້ຮັບການກະຕຸ້ນ ແລະ ຂັບເຄື່ອນຖືກທິດ, ຕໍ່ເນື່ອງ, ແຂງແຮງ ແລະກ້າວສູ່ເປົ້າໝາຍທີ່ວາງອອກ.

ເພື່ອສືບຕໍ່ນໍາພາ ພາລະກິດປ່ຽນແປງໃໝ່ ໄປສູ່ຈຸດໝາຍຢ່າງມີໄຊ ໃນຊຸມປີຕໍ່ໜ້າ, ກອງປະຊຸມໃຫຍ່ ໄດ້ຍຶດໝັ້ນ ແລະ ເອກະພາບກັນ ສືບຕໍ່ບູ ລະນະປະຊາ ທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະຮອບດ້ານ ເພື່ອກ້າວເດີນສູ່ສັງຄົມນິຍົມ ໂດຍຖືເອົາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ, ການພັດທະນາ ແລະ ການແກ້ໄຂບັນຫາເສດຖະກິດ ເປັນໜ້າທີ່ໃຈກາງ, ການພັດທະນາ ຊັບພະຍາກອນມະນຸດ ແລະສະໜອງແຮງງານສີມື ແກ່ບັນດາໂຄງການພັດທະນາ ເປັນໜ້າທີ່ແຖວໜ້າ, ການປັບປຸງຄຸນນະພາບ ຂອງວຽກງານ ພັກ-ພະນັກງານ ເປັນອັນຕັດສິນ ແນໃສ່ເຮັດໃຫ້ບັນດາ ປະຖົມປັດໄຈການກ້າວຂຶ້ນ ເດີນສູ່ສັງຄົມນິຍົມ ທີ່ມີໃນປະຈຸບັນ ໄດ້ຮັບການປັບປຸງ ຍົກລະດັບ ຢ່າງຕໍ່ເນື່ອງ ແລະ ສາມາດກາຍເປັນ ອົງປະກອບສໍາຄັນພື້ນຖານ ໃຫ້ແກ່ການກໍ່ຕົວ ແລະຂະຫຍາຍຕົວ ຂອງຮູບຖານ ເສດຖະກິດ-ສັງຄົມ ສັງຄົມນິຍົມ ໄລຍະຕົ້ນ, ເຮັດໃຫ້ບັນດາຄຸນລັກສະນະອັນດີເລີດ ຂອງລະບອບສັງຄົມນິຍົມ ຢູ່ປະເທດເຮົາ ສະແດງອອກນັບ ມື້ພົ້ນເດັ່ນຂຶ້ນເລື້ອຍໆ ໃນຊີວິດຕົວຈິງ ຂອງປະຊາຊົນ.

ບົນພື້ນຖານດັ່ງກ່າວ ກອງປະຊຸມໃຫຍ່ ໄດ້ກຳນົດທັດສະນະ ແລະ ຮັບຮອງເອົາ 8 ແຜນນະ ໂຍບາຍໃຫຍ່ ເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສໍາລັບ 5 ປີໃນຕໍ່ໜ້າ.

ກອງປະຊຸມໃຫຍ່ ໄດ້ມອບໃຫ້ຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ຊີ້ນໍາຈັດຕັ້ງການຄົ້ນຄວ້າ, ເຊື່ອມຊຶມ ຜັນຂະຫຍາຍ ມະຕິກອງ ປະຊຸມໃຫຍ່ ຄັ້ງນີ້ ຢ່າງເປັນລະບົບ, ເລິກເຊິ່ງ ໂດຍສະເພາະແມ່ນສະມາຊິກພັກ, ພະນັກງານ ຜູ້ທີ່ເປັນຫລັກແຫລ່ງຢູ່ທຸກຂັ້ນ ເອົາໃຈໃສ່ຄົ້ນຄວ້າກໍາ ແໜ້ນເນື້ອໃນ ຂອງລາຍງານການເມືອງ, ສຸມສະຕິປັນຍາ, ກໍາລັງວັງຊາ ເປັນແບບຢ່າງນໍາໜ້າຈັດຕັ້ງປະຕິບັດ ໃຫ້ເກີດໝາກຜົນ; ພ້ອມກັນນີ້ ກໍຊີ້ນໍາອົງການລັດ ໃຫ້ຫັນເປັນນິຕິກໍາ, ເປັນແຜນງານ ແລະ ໂຄງການວຽກງານລະອຽດໃຫ້ໄວ ເພື່ອຍາດແຍ່ງເວລາ ຈັດຕັ້ງປະຕິບັດ ໂດຍໄວ ແລະ ໄດ້ຮັບຜົນສໍາເລັດ ອັນສະຫງ່າງາມ.

I. ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານ ແລະ ສະແດງຄວາມຍ້ອງຍໍ ຊົມເຊີຍລັດຖະບານ ຊຸດທີ VIII ທີ່ໄດ້ຕັ້ງໜ້າປະຕິບັດ ແລະ ສູ້ຊົນໃຫ້ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ໄດ້ຮັບຜົນສໍາເລັດເປັນຢ່າງດີ; ພ້ອມນັ້ນ ກໍສະແດງຄວາມເຫັນດີເຫັນພ້ອມ ແລະ ສະໜັບສະໜູນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ເຊິ່ງແມ່ນແຜນຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ເປັນແຜນງານ, ໂຄງການລະດັບຊາດ, ລວມທັງຂອບການລົງທຶນ ສໍາລັບໂຄງການເຫລົ່ານັ້ນ, ໃນນັ້ນ ໄດ້ກຳນົດອອກເປັນ 6 ເປົ້າໝາຍໃຫຍ່ ເພື່ອສືບຕໍ່ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຄື:

(1) ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍຍູ້ການເຕີບໂຕ ເສດຖະກິດແຫ່ງຊາດ ໃຫ້ບັນລຸ 4% ຂຶ້ນໄປ.

(2) ພັດທະນາ ຊັບພະຍາກອນມະນຸດ ມີຄຸນນະພາບສູງຂຶ້ນ ທີ່ສາມາດຕອບສະໜອງ ຄວາມຕ້ອງການ ຂອງການພັດທະນາ, ມີຄວາມສາມາດ ຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ.

(3) ຍົກລະດັບຊີວິດ ການທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.

(4)ການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ ແລະ ຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດທໍາມະຊາດ.

(5) ສ້າງພື້ນຖານໂຄງລ່າງ ທີ່ມີຄວາມເຂັ້ມແຂງ, ນໍາໃຊ້ທ່າແຮງ, ກາລະໂອກາດຈາກ ທີ່ຕັ້ງພູມສາດຂອງປະເທດ, ເຂົ້າຮ່ວມຂະບວນການຮ່ວມມື ແລະການເຊື່ອມໂຍງ ກັບພາກພື້ນ ແລະສາກົນ ຢ່າງເປັນເຈົ້າການ.

(6) ຄຸ້ມຄອງ-ບໍລິຫານລັດ ໃຫ້ມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທໍາ ແລະ ໄດ້ຮັບການປົກປ້ອງ ຕາມທິດການປົກຄອງ ດ້ວຍກົດໝາຍ ທີ່ສັກສິດ ແລະ ເຂັ້ມງວດ.

ທັງໝົດນີ້ ມອບໃຫ້ຄະນະບໍລິຫານ ງານສູນກາງພັກ ຊີ້ນໍາລັດຖະບານ ສຸມຄວາມພະຍາຍາມ ກໍຄືເສີມຂະຫຍາຍ ຄວາມອາດສາມາດບົ່ມຊ້ອນ ແລະກຳລັງແຮງສັງລວມ ເຂົ້າໃສ່ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ເປັນຈິງ.

ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາບົດສໍາຫລວດ ການນໍາພາລວມ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ X ເຊິ່ງໄດ້ຕີລາຄາສູງຕໍ່ ຄວາມບາກບັ່ນພະຍາຍາມ ອັນຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງ ໃນການເສີມຂະຫຍາຍມູນເຊື້ອ ແລະບົດຮຽນຂອງພັກ ອັນມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ເປັນຜູ້ນໍາໜ້າ ສາມາດນໍາພາການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ X ໄດ້ຮັບຜົນ ສໍາເລັດ ອັນສໍາຄັນໃນຫລາຍດ້ານ; ພ້ອມນັ້ນ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການເປັນຄະນະນໍາ ທີ່ມີຄວາມສາມັກຄີເປັນ ເອກະພາບອັນໜັກ ແໜ້ນເຂັ້ມແຂງ, ເປັນຫລັກແຫລ່ງແກ່ນສານ ໃຫ້ແກ່ຄວາມສາມັກຄີ ເປັນເອກະພາບໃນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ, ເປັນເຈົ້າການ ຢ່າງເຂັ້ມງວດ ໃນການຕີຖອຍ ແລະ ແກ້ໄຂການກະທໍາ ທີ່ຝືນກັບກົດລະບຽບຂອງພັກ ໃນຖັນແຖວການນໍາ, ສະມາຊິກພັກ-ພະນັກງານ ຂັ້ນຕ່າງໆ. ກອງປະຊຸມໃຫຍ່ ເລັ່ງທວງໃຫ້ຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ອອກແຮງເສີມຂະຫຍາຍ ຈຸດດີໃນດ້ານຕ່າງໆ ຢ່າງແຂງແຮງ, ພ້ອມທັງວາງມາດ ຕະການກໍາຈັດ, ແກ້ໄຂຈຸດບົກຜ່ອງ ແລະ ຄົງຄ້າງທີ່ຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະນໍາ ຂອງສູນກາງພັກ ໃຫ້ສູງຂຶ້ນຕື່ມອີກ, ເປັນຫລັກແຫລ່ງນໍາໜ້າ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນຊຸມປີຕໍ່ໆໄປ.

ກອງປະຊຸມໃຫຍ່ ໄດ້ຮັບຟັງການລາຍງານ ກ່ຽວກັບການດັດແປງ ກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາ ກົດລະບຽບຂອງພັກ ສະໄໝທີ XI, ເພື່ອໃຫ້ສອດຄ່ອງຮອງຮັບການ ຈັດຕັ້ງປະຕິບັດແນວທາງ ການເມືອງຂອງພັກ, ຊຸກຍູ້ວຽກງານກໍ່ສ້າງພັກ ເຮັດໃຫ້ພັກເຮົາ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມາດພຽງພໍ ໃນການນໍາພາ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ກ້າວຂຶ້ນຕາມທິດສັງຄົມນິຍົມ.

ກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ສະບັບປັງປຸງ ມີຜົນບັງຄັບໃຊ້ ນັບແຕ່ມື້ກອງປະຊຸມໃຫຍ່ ຮັບຮອງເອົາເປັນຕົ້ນໄປ; ຮຽກຮ້ອງໃຫ້ການ ຈັດຕັ້ງພັກທຸກຂັ້ັນ ແລະ ສະມາຊິກພັກທຸກສະຫາຍ ປະຕິບັດກົດລະບຽບຂອງພັກ ຢ່າງເຂັ້ມງວດ.

ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ເຊິ່ງປະກອບດ້ວຍກຳມະການສົມບູນ 71 ສະຫາຍ ແລະ ກຳມະການສໍາຮອງ 10 ສະຫາຍ ເພື່ອເປັນແກ່ນສານ ນໍາພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີຜົນສໍາເລັດ, ສ້າງບາດກ້າວບຸກທະລຸ ໃນການສ້າງການຫັນປ່ຽນ ທີ່ແຂງແຮງ ໃນການພັດທະນາ ແລະ ພາປະເທດຊາດ ກ້າວຂຶ້ນ ຢ່າງໜັກແໜ້ນຕໍ່ໄປ.

ກອງປະຊຸມຄົບຄະນະ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI ໄດ້ເປັນເອກະພາບ ເລືອກຕັ້ງກຳມະການ ກົມການເມືອງສູນກາງພັກ ເຊິ່ງປະກອບດ້ວຍ 13 ສະຫາຍ; ເລືອກເອົາກໍາມະການ ຄະນະເລຂາທິການ ສູນກາງພັກ 9 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບຢ່າງສູງ ເລືອກເອົາ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ; ພ້ອມກັນນັ້ນ ກໍ່ໄດ້ເລືອກເອົາ ສະຫາຍ ບຸນ​ທອງ ຈິດ​ມະ​ນີ ເປັນຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ. ໃນກອງປະຊຸມ ຍັງໄດ້ເລືອກປະທານ, ບັນດາຮອງປະທານ ຄະນະກວດກາສູນກາງພັກ ປະກອບດ້ວຍ 6 ສະຫາຍ ໂດຍແມ່ນ ສະຫາຍ ຄຳ​ພັນ ພົມ​ມະ​ທັດ ເປັນປະທານ.

ກອງປະຊຸມໃຫຍ່ ສະແດງຄວາມຍ້ອງຍໍຊົມເຊີຍ ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການ ຜະລິດ-ທຸລະກິດ-ບໍລິການ ແລະປະຊາຊົນລາວ ບັນດາເຜົ່າ, ບັນດາຊັ້ນຄົນ ໃນຂອບເຂດທົ່ວປະເທດ ແລະພີ່ນ້ອງເຊື້ອຊາດລາວ ຜູ້ຮັກຊາດ ທີ່ດຳລົງຊີວິດ ແລະ ທໍາມາຫາກິນ ຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມຈິດໃຈມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ X ຕະຫລອດໄລຍະ 5 ປີທີ່ຜ່ານ, ອັນເປັນການສ້າງພື້ນຖານ ແລະຖ່ວງທ່າໃໝ່ ໃຫ້ແກ່ການນໍາເອົາ ປະເທດເຮົາ ສືບຕໍ່ກ້າວຂຶ້ນສູ່ຈຸດໝາຍທີ່ວາງໄວ້. ພ້ອມກັນນັ້ນ ກໍສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈ ແລະຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ມາຍັງບັນດາພັກອ້າຍນ້ອງ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບ ສະໜູນຊ່ວຍເຫລືອ ອັນລໍ້າຄ່າ ແກ່ພາລະກິດພັດທະນາ ແລະ ສ້າງສາປະເທດຊາດ ຂອງປະຊາຊົນເຮົາ.

ກອງປະຊຸມ ໄດ້ຮຽກຮ້ອງມາຍັງ ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນ ແບບຢ່າງນໍາໜ້າໃນທຸກດ້ານ ນໍາພາມະຫາຊົນ ປະຕິບັດມະຕິ ຂອງກອງປະຊຸມ ໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນີ້ ກໍຮຽກຮ້ອງມາຍັງພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວ ຜູ້ຮັກຊາດທີ່ດໍາລົງຊີວິດ ແລະ ທໍາມາຫາກິນ ຢູ່ຕ່າງປະເທດ ຈົ່ງເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍ ມານະຈິດບາກບັ່ນບຸກບືນ ເຂົ້້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາ, ບູລະນະລະບອບ ປະຊາທິປະໄຕປະຊາຊົນ ກ້າວເດີນສູ່ຈຸດໝາຍ ສັງຄົມນິຍົມ ຢ່າງໜັກແໜ້ນ.

ລາວ: ຍັງມີປະຊາຊົນຫລາຍ ຄົນຕິດເຊື້ອໄຂ້ຍຸງເພີ່ມ ລາວ: ຍັງມີປະຊາຊົນຫລາຍ ຄົນຕິດເຊື້ອໄຂ້ຍຸງເພີ່ມ

ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 02 ກໍລະນີ ບໍ່ມີຜູ້ເສຍຊີວິດ; ນັບແຕ່ວັນທີ 26/12/2020-13/01/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 45 ຄົນ (ມີລາຍງານກໍລະນີໃນ 10 ແຂວງ, ແຂວງທີ່ມີການລາຍງານ ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ ເຊິ່ງມີເຖິງ 19 ຄົນ, ຖັດລົງມາແມ່ນ ອັດຕະປຶ 06 ຄົນ, ເຊກອງ 06 ຄົນ, ຫລວງພະບາງ 05 ຄົນ, ສະຫວັນນະເຂດ 02 ຄົນ, ຄຳມ່ວນ 02 ຄົນ, ວຽງຈັນ 01 ຄົນ, ຫລວງນ້ຳທາ 01 ຄົນ, ສາລະວັນ 01 ຄົນ ແລະ ອຸດົມໄຊ 02 ຄົນ,).

ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ

ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.

ສ້າງ​ຫ້ອງ​ການ​ຕິດ​ຕໍ​ພົວ​ພັນ​ຜ່າ​ນ​ຊາຍ​ແດນ​ຮັບ​ມື​ກັບ​ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ ຫວຽດ​ນາມ - ລາວ ສ້າງ​ຫ້ອງ​ການ​ຕິດ​ຕໍ​ພົວ​ພັນ​ຜ່າ​ນ​ຊາຍ​ແດນ​ຮັບ​ມື​ກັບ​ອາດ​ຊະ​ຍາ​ກຳ​ຢາ​ເສັບ​ຕິດ ຫວຽດ​ນາມ - ລາວ

ຍ​ສ​ໝ - ຫ້ອງ​ການ​ຕິດ​ຕໍ​ພົວ​ພັນ​ຜ່ານ​ເຂດ​ຊາຍ​ແດນ ທີ່​ຫາ​ກໍ່​ໄດ້​ສ້າງ​ຕັ້ງ​ຂຶ້ນ ຈະ​ເຄື່ອນ​ໄຫວ​ຢູ່​ເຂດ​ຊາຍ​ແດນ ກັບ​ແຂວງ​ຄຳ​ມ່ວນ ແລະ ສາ​ຫວັນ​ນາ​ເຂດ ຂອງ ສ​ປ​ປ.ລາວ, ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ຫ້ອງວ່າ​ການ BLO ຢ່າງ​ເປັນ​ທາງ​ການ, ໄດ້​ກາຍ​ເປັນ​ຫ້ອງ​ການ​ພົວ​ພັນ​ຕິດ​ຕໍ່​ພົວ​ພັນ​ຄັ້ງ​ທີ 21 ຢູ່ ຫວຽດ​ນາມ ໂດຍ UNODC ໜູນ​ຊ່ວຍ.

kpl.gov.la

ເຫດການ
302 Found

Found

The document has moved here.