ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ ແຕ່ວັນທີ 10-12 ກໍລະກົດ 2025, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ມີການພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ໂຮນລັງ.
ຍສໝ - ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ (MVFA) ຫາກໍ່ຈັດຕັ້ງການໃຫ້ຄຳປຶກສາ ແລະ ກວດສຸຂະພາບໂດຍບໍ່ເສຍຄ່າສະເພາະສຳລັບແມ່ຍິງຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ມາເລເຊຍ.
ຍສໝ - ພາຍຫຼັງປີ 1975, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ຈາກການເປັນພັນທະມິດຕໍ່ສູ້ຕ້ານສັດຕູຮ່ວມກັນ ແລະ ຍາດໄດ້ໄຊຊະນະ, ໄດ້ເຂົ້າສູ່ໜ້າປະຫວັດສາດໃໝ່ ເຊິ່ງເປັນມິດຕະພາບ ແລະ ການຮ່ວມມືຮອບດ້ານ.
ຍສໝ - ຕາມນັກຂ່າວສຳນັກຂ່າວຫວຽດນາມ ທີ່ Sydney ແລ້ວ, ຫວ່າງມໍ່ໆມານີ້, ໜ້າເວບ Sky News (ອົດສະຕາລີ) ໄດ້ລົງພິມບົດຄວາມທີ່ລະບຸວ່າຫວຽດນາມ ແມ່ນຈຸດໝາຍປາຍທາງທີ່ນັກທ່ອງທ່ຽວອົດສະຕາລີມັກເປັນອັນດັບໜຶ່ງ.
ເຫດການ “ຊຸດອາພອນຫວຽດນາມ ຍ່າງຢູ່ ລອນດອນ” ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ໃຈກາງນະຄອນຫຼວງຂອງອັງກິດ, ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ. ຊຸດອາພອນພື້ນເມືອງນັບແຕ່ເສື້ອວຽນຫຼິ້ງ, ເສື້ອຢາວຫຼິ້ງ, ເສື້ອເຕີກ, ເຍິດບິງ, ຫງູເຕີນ, ຊຸດເສື້ອຍາວ, ເສື້ອຢ້ຽມ… ເຖິງບັນດາອອກແບບປ່ຽນໃໝ່ນະທີ່ທັນສະໄໝໄດ້ຍ່າງຢູ່ຕາມຖະໜົນລອນດອນ.
ຍສໝ - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົ່ງຄຳເຊີນກະຊວງປ້ອງກັນປະເທດຂອງ 8 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ກູບາ, ເບລາຣຸດ, ກາຊັກສະຖານ, ອາເຊີໄບຈັນ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ, ພ້ອມກັນນັ້ນ ໄດ້ເຊີນ 5 ປະເທດຄື: ລັດເຊຍ, ຈີນ, ລາວ, ກຳປູເຈຍ, ເບລາຣຸດ ສົ່ງກໍາລັງເພື່ອເຂົ້າຮ່ວມໃນການເດີນສວນສະໜາມຢູ່ພິທີສະເຫຼີມສະຫຼອງ.
ຍສໝ - ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ໂປໂລຍ ແຕ່ວັນທີ 5-8 ກໍລະກົດ 2025, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ສະພາບການຂອງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ.
ຍສໝ - ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດຕັ້ງພາຍຫຼັງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ໄປຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດທີ່ກຳລັງເຕີບໂຕ BRICS ແຕ່ວັນທີ 4-8 ກໍລະກົດ. ນີ້ແມ່ນເຫດການສຳຄັນ, ສືບທອດບັນດາຂີດໝາຍໃນການພົວພັນລະຫວ່າງ 2 ປະເທດ: ຫວຽດນາມ - ບຣາຊິນ ໄດ້ລົງນາມໃນສັນຍາຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ (ເດືອນພະຈິກ 2024); ບຣາຊິນ ໄດ້ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດ ແລະ ການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານປະທານາທິບໍດີ Lula da Silva (ເດືອນມີນາ 2025).
ຍສໝ - ບັນດາທ້ອງຖິ່ນທັງໝົດໄດ້ກວດກາຄືນ ແລະ ກຳນົດຄວາມຄືບໜ້າຂອງການລົບລ້າງເຮືອນຊົ່ວຄາວ, ເຮືອນຮົ່ວເພ. ໃນຕົ້ນເດືອນກໍລະກົດ, ທົ່ວປະເທດໄດ້ສະຫນັບສະຫນູນເຮືອນ 262,000 ຫຼັງ ແລະ ບັນດາທ້ອງຖິ່ນທີ່ຍັງເຫຼືອພະຍາຍາມເພື່ອໃຫ້ສໍາເລັດໃນເດືອນສິງຫານີ້.
ຍສໝ - ໃນລະຫວ່າງ 2 ວັນ (7-8 ກໍລະກົດ 2025), ຢູ່ນະຄອນ Geneva, ສະວິດ, ຄະນະກຳມະການສິດທິມະນຸດຂອງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມຕີລາຄາບົດລາຍງານແຫ່ງຊາດຄັ້ງທີ 4 ຂອງຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາສາກົນກ່ຽວກັບບັນດາສິດທິພົນລະເຮືອນ ແລະ ການເມືອງ (ຕໍ່ໄປນີ້ເອີ້ນວ່າ ສົນທິສັນຍາ ICCPR).
ຍສໝ - ວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມປະສານວຽກງານໃນປີ 2025. ກອງປະຊຸມດັ່ງກ່າວ ໂດຍທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອງເຊີນ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂງເລວັນ ເປັນປະທານຮ່ວມ.
ຍສໝ - ໃນລະດູຮ້ອນປີ 2025, ນັກສຶກສາອາເມລິກາ 31 ຄົນທີ່ເຂົ້າຮ່ວມໂຄງການອາສາສະໝັກສາກົນໄດ້ປະກອບສ່ວນກໍ່ສ້າງເຮືອນການກຸສົນ 6 ຫຼັງໃຫ້ແກ່ປະຊາຊົນແຂວງ ກວາງຫງາຍ. ວຽກງານຂອງເຂົາເຈົ້າບໍ່ພຽງແຕ່ໄດ້ສ້າງເຄື່ອງໝາຍອັນດີງາມຢູ່ທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງແທດຈິງເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ອາເມລິກາ.
ຍສໝ - ໄລ່ສະເພາະເດືອນມິຖຸນາ 2025, ຈຳນວນແຂກທ່ອງທ່ຽວບັນລຸເກືອບ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 17%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
ຍສໝ - ວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມອບຫຼຽນກາ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນເຜົ່າ” ໃຫ້ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ຫວຽດນາມ Ali Akbar Nazari. ລາງວັນນີ້ແມ່ນເພື່ອຮັບຮູ້ບັນດາການປະກອບສ່ວນອັນດີງາມຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ຍສໝ - ວັນທີ 6 ກໍລະກົດ 2025, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຄະນະທະນາຍຄວາມ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ.
ຍສໝ- ວັນທີ 5 ກໍລະກົດ, ໃນຂອບເຂດຂອງງານບຸນຖະໜົນ Festival Streets Happy 2025 - ເຫດການປະຈໍາປີທີ່ຟົດຟື້ນຢູ່ ລອນດອນ ໄດ້ໂຮມສຸມ 20 ປະຊາຄົມສາກົນທີ່ອາໄສຢູ່ລາຊະອານາຈັກ ອັງກິດ - ຄະນະສິລະປະຂອງສະມາຄົມແມ່ຍິງ ແລະ ເດັກນ້ອຍຫວຽດນາມ ຢູ່ ອັງກິດ ເຂົ້າຮ່ວມເປັນຄັ້ງທຳອິດ ແລະ ໄດ້ນໍາເອົາລາຍການສະແດງທີ່ເປັນເອກະລັກສະເພາະ, ອາລົມຈິດ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈຜູ້ຊົມ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 35 ຢູ່ Berlin, ສາທາລະນະລັດສະຫະພັນ ເຢຍລະມັນ ແຕ່ວັນທີ 3-5 ກໍລະກົດ 2025, ຄະນະຜູ້ແທນຫວຽດນາມ ລວມມີ ສະມາຊິກຂອງເວທີປາໄສແມ່ຍິງ ຫວຽດນາມ ຢູ່ ເອີລົບ 35 ຄົນ ແລະ ນັກທຸລະກິດຜູ້ຍິງ 30 ຄົນຂຶ້ນກັບເຄືອຂ່າຍການນຳເປັນແມ່ຍິງ WeLead (ຫວຽດນາມ) ໄດ້ມີໂຄງການເຮັດວຽກ ເພື່ອເຊື່ອມຕໍ່ທຸລະກິດກັບບັນດາຄະນະຜູ້ແທນ ຟີລິບປິນ ແລະ ກາຊັກສະຖານ.
ຍສໝ - ຄະນະປະຕິບັດງານສະມາຄົມມິດຕະພາບ ຫວຽດນາມ - ເນປານ (ສະມາຄົມ) ໂດຍທ່ານ ປອ ເຈີ່ນແອງຕວນ, ກໍາມະການຄະນະປະທານສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມເປັນຫົວໜ້າຄະນະ, ໄດ້ໄປເຖິງບາງກອກ (ໄທ) ເພື່ອເຮັດວຽກກັບສະຖານທູດ ເນປານ ປະຈຳ ໄທ ທັງຄວບຕຳແໜ່ງຖິ່ນຖານຫວຽດນາມ. ການຢ້ຽມຢາມເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ເຫັນດີເປັນເອກະພາບຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເນປານ.
ຍສໝ - ໃນລະຫວ່າງວັນທີ 7 – 8 ກໍລະກົດ, ຄະນະຜູ້ແທນຫວຽດນາມ ໂດຍມີຜູ້ຕາງໜ້າຈາກ 9 ອົງການ ລວມມີ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງພາຍໃນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ, ກະຊວງຊົນເຜົ່າ ແລະສາສະໜາ, ຫ້ອງວ່າການລັດຖະບານ, ໂດຍທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ເປັນນຳໜ້າ ຈະເຂົ້າຮ່ວມວາລະປະຊຸມສົນທະນາກ່ຽວກັບບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດພັນທະສັນຍາສາກົນກ່ຽວກັບສິດທິພົນລະເມືອງ ແລະ ການເມືອງ (ICCPR) ທີ່ວາລະປະຊຸມຄັ້ງທີ 144 ຂອງຄະນະກຳມະການສິດທິມະນຸດສະຫະປະຊາຊາດທີ່ Geneve, ສະວິດ. ພວກຂ້າພະເຈົ້າໄດ້ໃຫ້ສຳພາດທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫງວຽນແທ່ງຕິ້ງ ກ່ຽວກັບເຫດການສຳຄັນນີ້.