ຍສໝ - ປະຕິບັດແຜນການຮ່ວມມື 2023 ລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະລາວ, ທ່ານພົນໂທ ເລືອງເກື່ອງ ສີລິວົງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເປັນຫົວໜ້າຄະນະ. ຄະນະຜູ້ແທນຂັ້ນສູງດ້ານການເມືອງຂອງກອງທັບປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 25-28 ກັນຍາ 2023.
ຍສໝ - ໃນວັນທີ 4 ພະຈິກ 2019, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.
ຍສໝ - ຫວຽດນາມ ເນັ້ນໜັກເຖິງຄວາມສຳຄັນຂອງການມອບສິດໃຫ້ແກ່ແມ່ຍິງໃນການສະກັດກັ້ນການປະທະກັນ; ຢືນຢັນວ່າ ຫວຽດນາມ ໄດ້ປະຕິບັດບັນດາບາດກ້າວສະເພາະ ເພື່ອຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນທຸກຂັ້ນຂອງການຄຸ້ມຄອງ.
ຍສໝ - ຫວ່າງແລ້ວນີ້, ຄະນະກໍາມະການປະຊາຊົນແຂວງ ກວາງຫງ້າຍ ໄດ້ອອກຂໍ້ຕົກລົງເລກທີ 926 ອະນຸມັດການຮັບເງິນກວ່າ 1,7 ຕື້ດົ່ງ, ເທົ່າກັບ 72.653 USD ຈາກໂຄງການ: ຊ່ວຍເຫຼືອການປະຕິບັດບັນດາມາດຕະການສະກັດກັ້ນ ແລະ ຕ້ານການຈົມນໍ້າຢ່າງມີປະສິດທິຜົນ ແລະ ຍືນຍົງ ໃຫ້ເດັກນ້ອຍ 1.800 ຄົນຢູ່ 02 ເມືອງຂອງເມືອງ ເງ້ຍແຮງ ແລະ ບິງເຊິ່ນ ໂດຍອົງການ Campaign for Tobacco-Free Kids (CTFK), ອາເມລິກາ ອຸປະຖຳ.
ຍສໝ - ບັນດານັກຊ່ຽວຊານດ້ານການປຸງແຕ່ງອາຫານຈາກເວັບໄຊທ໌ TasteAtlas ໄດ້ຈັດຊື່ ແກງສົ້ມປາຫວຽດນາມ ໃຫ້ຢູ່ໃນບັນຊີລາຍການ 100 ອາຫານເຊິ່ງເຮັດຈາກປາ ທີ່ແຊບທີ່ສຸດໃນໂລກ.
ຍສໝ - ໃນຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນ ດົ່ງເຕິມ, ເມືອງບ໊າເຟືອກ, ແຂວງແທັງຮວ໊າ, ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ລວມ 20 ຊຸດ.
ຍສໝ - ເຂົ້າຮ່ວມການພົບປະມີ ທ່ານ ພົນໂທ ຫງວຽນວັນຣິງ, ອະດີດກຳມະການຄະນະບໍລິຫານງານ ສູນການພັກ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານນາງ ຫງວຽນທິເຟືອງງາ ປະທານສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ, ທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ…
ດ້ວຍຫົວຂໍ້ “ດອກສະກຸຣະທ່າມກາງ ປ່າຕືບດົງໜາ ມັງແດນ”, ຕອນຄ່ຳວັນທີ 26 ທັນວາຢູ່ເມືອງ ກອນປລົງ, ແຂວງ ກອນຕຸມ, ໄດ້ໄຂສັບປະດາວັດທະນະທຳ - ການທ່ອງທ່ຽວ ມັງແດນ ປີ 2022 ຂຶ້ນ.
ຍສໝ - ບົນເນື້ອໃນຈິດໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ສອງຝ່າຍໄດ້ຕີລາຄາສູງບັນດາຜົນກະທົບ, ຄວາມສາມາດບົ່ມຊ້ອນໃນການຮ່ວມມື ພັດທະນາ ຂອງການເປີດຊ່ອງທາງຊາຍແດນຫຼັກໝາຍ 65 ແລະ ເຫັນດີເປັນເອກະພາບບາງເນື້ອໃນ.
ຍສໝ - ຈຸດພົ້ນເດັ່ນໃນການປະຕິບັດ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍຢູ່ຫວຽດນາມ ແມ່ນການສ້າງກອບກົດໝາຍ, ນະໂຍບາຍວ່າດ້ວຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍໃຫ້ສົມບູນແບບ.
ໂຄງການໄດ້ວາງເປົ້າໝາຍຮອດປີ 2025, ທຸກກະຊວງ, ຂະແໜງການ, ທ້ອງຖິ່ນ ສ້າງແຜນການ, ຜັນຂະຫຍາຍການເຄື່ອນໄຫວ ເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ
ຍສໝ - ວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນຂັ້ນສູງອົງການສະຫະປະຊາຊາດເພື່ອຊາວອົບພະຍົບ (UNHCR) ໄດ້ສົມທົບກັນຈັດຕັ້ງ “ການໂອ້ລົມສົນທະນາຂອງເຈົ້າໜ້າທີ່ອາວຸໂສອາຊີຕາເວັນອອກສຽງໃຕ້ ກ່ຽວກັບວຽກງານທະບຽນພົນລະເມືອງ, ເອກະສານສ່ວນຕົວ ແລະ ການປ້ອງກັນການບໍ່ມີລັດສະໝີພາບ” ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງຂອງບັນດາປະເທດ. ຄວາມພະຍາຍາມເພື່ອແກ້ໄຂການຂາດລັດ.
ຍສໝ - ປັດຈຸບັນ ມີພົນລະເມືອງ ຫວຽດນາມ 200.000 ຄົນອາໄສ ຢູ່ ສ.ເກົາຫຼີ, ໄລ່ສະເພາະ ນະຄອນ Deagu ກ່ວາ 8.200 ຄົນ, ລວມມີນັກຮຽນ, ຜູ້ອອກແຮງງານ ແລະ ແມ່ຍິງສົມລົດກັບຊາວປະຈຳຖິ່ນ.
ຍສໝ - ກອງປະຊຸມຄັ້ງນີ້ໄດ້ເພີ່ມທະວີສາຍພົວພັນສອງຝ່າຍທີ່ນັບມື້ປັບປຸງລະຫວ່າງ ອາເມລິກາ ແລະ ຫວຽດນາມ, ແລະສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຮ່ວມກັນຂອງສອງປະເທດໃນພາກພື້ນມະຫາສະມຸດອິນເດຍ - ປາຊີຟິກທີ່ເສລີແລະເປີດກ້ວາງ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ Ann Mawe ຖືວ່າ ຫວຽດນາມ ບັນລຸໄດ້ຜົນງານສຳຄັນໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ກຳລັງໄປຖືກທິດໃນຂົງເຂດນີ້.
ຍສໝ - ບັກຮ່າ - ລາວກາຍ ດຶງດູດນັກທ່ອງທ່ຽວ ດ້ວຍປ່າໝາກໝັັ້ນ, ດອກໝັ້ນ, ດອກຄາຍເບັ່ງບານອວດອ້າງສີຂາວໄປທົ່ວປ່າດົງ ແລະ ໂດຍສະເພາະ ແມ່ນບັນດາຕະຫຼາດທີ່ມີລັກສະນະຂອງບັນດາຊົນເຜົ່າເຂດພູສູງ.
ຍສໝ - ບົດຂຽນໂດຍທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າ ຫ້ອງການໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ກ່ຽວກັບການສົ່ງເສີມຄວາມສະເໝີ ພາບລະຫວ່າງ ຍິງ - ຊາຍ ແລະມອບສິດຫຼາຍກວ່າເກົ່າໃຫ້ແກ່ຜູ້ຕາງໜ້າທີ່ຖືກເລືອກຕັ້ງທີ່ເປັນແມ່ຍິງ, ຄົນພິການໃນການເລືອກຕັ້ງສະພາແຫ່ງຊາດ ແລະສະພາປະຊາຊົນໃນວັນທີ 23 ພຶດສະພາປີ 2021.
ຍສໝ - ດ້ວຍການເຂົ້າຮ່ວມຂອງ 29 ປະເທດໃນພາກພື້ນ, 3 ຫົວຂໍ້ໃຫຍ່ໄດ້ຮັບການປຶກສາຫາລືແມ່ນ: “ຄວາມສຳຄັນ ແລະ ຜົນກະທົບຂອງ COVID-19 ແລະ ໄພນາບຂູ່ດ້ານສຸຂະພາບຂ້າມຊາດ ທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງແຫ່ງຊາດ” "ຄວາມໝາຍ ແລະ ຜົນກະທົບຂອງເຕັກໂນໂລຢີໂທລະຄົມມະນາຄົມ 5G ຕໍ່ຄວາມໝັ້ນຄົງແຫ່ງຊາດ" ແລະ "ບົດບາດຂອງລັດທິຫຼາຍຝ່າຍໃນການສົ່ງເສີມອິນເດຍ - ປາຊີຟິກເສລີ ແລະ ເປີດກ້ວາງ".
ຍສໝ - ໂດຍໄດ້ຮັບຄຳເຊີນຂອງກະຊວງປ້ອງກັນປະເທດສິງກະໂປ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍພົນໂທ ຟ້າມງອກເຊີນ, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງການບິນສິງກະໂປຄັ້ງທີ 9 ຢູ່ ສິງກະໂປ ໃນລະຫວ່າງວັນທີ 20-25 ກຸມພາ.
ຕອນບ່າຍວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີມອບຂອງຂວັນຂອງພັກ, ລັດ ແລະ ປຊຊ ຫວຽດນາມ, ໜູນຊ່ວຍ ພັກ, ລັດ ແລະ ປຊຊ ລາວ ຮັບມືກັບການແຜ່ລະບາດໂລກລະບາດຮອບໃໝ່ຢູ່ລາວ.