ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XI: ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​​ສະ​ຫງົບ​ແຫ່ງ​ຊາດ

06:00 | 05/11/2019

ຍສໝ - ໃນວັນທີ 4 ພະຈິກ 2019, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XI: ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​​ສະ​ຫງົບ​ແຫ່ງ​ຊາດ

ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ (ພາບ: quochoi.vn)

ທ່ານ ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ສະເໜີບົດລາຍງານ ຂອງວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານ ອາດຊະຍາກຳ ແລະ ການລະເມີດກົດໝາຍໃນປີ 2019, ໃນນັ້ນ ເນັ້ນໜັກເຖິງແຜນນະໂຍບາຍ, ວິທີການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ ປີ 2020. ທ່ານ ເລມິງຄ໊າຍ ປະທານອົງການກວດກາລັດຖະບານ ລາຍງານກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2019 ວ່າ: ປີ2020, ລັດຖະບານໄດ້ສືບຕໍ່ກຳນົດການປ້ອງກັນຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ຈຸດສຸມໃນການ, ຊີ້ນຳນຳພາ, ບໍລິຫານ ແລະ ສຸມໃສ່ຊີ້ນຳການປະຕິບັດຄົບຊຸດ 9 ໝວດໜ້າທີ່, ວິທີການຄື: ກວດກາຄືນໃໝ່, ເຮັດສຳເລັດກົນໄກ, ນະໂຍບາຍກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມໃນບັນດາຂົງເຂດ. ຈັດຕັ້ງການໂຄສະນາ, ເຜີຍແຜ່, ສຶກສາກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆ.

ກ່ອນໜ້ານັ້ນ, ໃນວັນທີ 01 ພະຈິກ 2019, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບແຜນຮ່າງສັງລວມໃນການພັດທະນາເສດຖະກິດສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງືຶ່ອນໄຂຫຍຸ້ງຍາກເປັນພິເສດ.ປະກອບຄຳເຫັນໃສ່ແຜນຮ່າງສັງລວມໃນການພັດທະນາເສດຖະກິດ - ສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂຫຍຸ້ງຍາກເປັນພິເສດ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ການຜັນຂະຫຍາຍປະຕິບັດນະໂຍບາຍຊົນເຜົ່າໃນຊຸມປີຜ່ານມາບັນລຸໄດ້ບັນດາຜົນງານສຳຄັນ, ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງພໍ່ແມ່ປະຊາຊົນໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ. ບັນດາສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ສະພາແຫ່ງຊາດຮັບຮອງເອົາແຜນຮ່າງພັດທະນາສັງຄົມຢູ່ເຂດທີ່ມີຄວາມຫຍຸ້ງຍາກເປັນພິເສດ. ໃນນັ້ນ, ຈຸດໃໝ່ຂອງແຜນຮ່າງແມ່ນສະພາແຫ່ງຊາດປະກາດໃຊ້ນະໂຍບາຍ ແລະ ຫລັງຈາກນັ້ນ ຈັດແບ່ງແຫຼ່ງກຳລັງເພື່ອຮັບປະກັນໃຫ້ແຜນຮ່າງມີການເຄື່ອນໄຫວຢ່າງມີປະສິດທິຜົນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.