ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ Ann Mawe: ຫວຽດ​ນາມ ເດີ​ນ​ຖືກ​ທິດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ

08:00 | 15/03/2022

ຍ​ສ​ໝ - ທ່ານນາງເອກອັກຄະລັດຖະທູດ ຊູແອັດ ປະຈຳຫວຽດນາມ Ann Mawe ຖືວ່າ ຫວຽດນາມ ບັນລຸໄດ້ຜົນງານສຳຄັນໃນການຮັບປະກັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ກຳລັງໄປຖືກທິດໃນຂົງເຂດນີ້.

ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ
ທ່ານ​ໝໍ​ຫວຽດ​ນາມ ໂຄ​ສະ​ນາ​ກ່ຽວ​ກັບການເບິ່ງແຍງ​ສຸ​ຂ​ະ​ພາບ​ໃນ​ການປະສູດ​ໃຫ້​ແກ່​ແມ່​ຍິງ​ຊູ​ດັງ​ໃຕ້ ທ່ານ​ໝໍ​ຫວຽດ​ນາມ ໂຄ​ສະ​ນາ​ກ່ຽວ​ກັບການເບິ່ງແຍງ​ສຸ​ຂ​ະ​ພາບ​ໃນ​ການປະສູດ​ໃຫ້​ແກ່​ແມ່​ຍິງ​ຊູ​ດັງ​ໃຕ້
ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອັດ Ann Mawe: ຫວຽດ​ນາມ ເດີ​ນ​ຖືກ​ທິດ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ
ທ່ານນາງເອກອັກຄະລັດຖະທູດ Ann Mawe ປະ​ຈຳ​ຫວຽດ​ນາມ (ພາບ: TTXVN)

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ທ່ານນາງເອກອັກຄະລັດຖະທູດ Ann Mawe ສະແດງຄວາມປະທັບໃຈຕໍ່ຄວາມມານະພະຍາຍາມຫັນຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ ຫວຽດນາມ ເປັນລະບອບລະບຽບການ.

ທ່ານນາງ Ann Mawe ຕີລາຄາສູງ “ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ໄລຍະ 2021 - 2030” ຂອງ ຫວຽດນາມ, ພ້ອມທັງສະແດງຄວາມປະທັບໃຈຕໍ່ເປົ້າໝາຍສົ່ງເສີມແມ່ຍິງ Startup. ຫວຽດນາມ ສູ້ຊົນໃຫ້ອັດຕາແມ່ຍິງເປັນຜູ້ອຳນວຍການ ຫຼືເປັນເຈົ້າຂອງວິສາຫະກິດຢ່າງໜ້ອຍສຸດບັນລຸໄດ້ 27%ໃນປີ 2025 ແລະ 30%ໃນປີ 2030. ຍຸດທະສາດກໍ່ມຸ່ງໄປເຖິງການຫຼຸດຜ່ອນເວລາເຮັດວຽກເຮືອນຂອງແມ່ຍິງເມື່ອທຽບໃສ່ກັບເພດຊາຍ ແມ່ນຫຼຸດລົງ 1,7 ເທົ່າ ໃນປີ 2025 ແລະ 1,4 ເທົ່າໃນປີ 2030, ກໍ່ຄືສົມທົບເນື້ອໃນຄວາມສະເໝີພາບລະຫວ່າງຍິງຊາຍ ເຂົ້າໃນຫຼັກສູດການຮຽນທຸກຂັ້ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.